ອິນເຕີເນັດ ແລະ ອີເມລ

Category: ເລີ້ມຕົ້ນເຮັດທຸລະກິດ

ສຳລັບໃນສ່ວນ ບໍລິສັດທີ່ໃຫ້ບໍລິການ ອີນເຕີເນັດ (INTERNET) ໃນ ສ.ປ.ປ. ລາວ ແມ່ນມີດ້ວຍກັນ 4 ບໍລິສັດໃຫ່ຍຄື່:

  1. ບໍລິສັດ ລາວໂທລະຄົມ (Lao Telecom)

    ການໃຫ້ບໍລິການຂອງບໍລິສັດ ລາວໂທລະຄົມແມ່ນ ມີການໃຫ້ບໍລິການ 3 ຮູບແບບຄື: ແບບ Dail up. ເຊີ່ງເປັນການໃຊ້ສາຍໂທລະສັບຕໍ່ເຂົ້າກັບໂມເດັມ ຂອງຄອມພິວເຕີ ແລະ ຕິດຕໍ່ໄປຍັງ Internet ຂອງບໍລິ
    ສັດ ມີຄວາມໄວຢູ່ໃນລະຫວ່າງ 64KB/s, ໂດຍປະຈຸບັນການໃຫ້ ບໍລິການ Dial Up ນີ້ມີສອງແບບດ້ວຍ
    ກັນຄື: ແບບທີ່ເປັນລາຍເດີອນ ແລະ ແບບໃຊ້ບັດ. (ຖ້າໃຊ້ໂທລະສັບຂອງ ບໍລິສັດ ລາວໂທລະຄົມ ແມ່ນ
    ບໍໄດ້ເສຍເງີ່ນຄ່າໂທ)

    ນອກນັ້ນຍັງມີການບໍລິການອີນເຕີເນັດຄວາມໄວສູງອີກ ໂດຍເອີນວ່າ ADSL ເຊີງມີອັດຕ່າຄວາມໄວລະ
    ຫວ່າງຂາຂຶ້ນ ແລະ ຂາລົງທີ່ແຕກຕ່າງກັນ ເຊີ່ງຈະເລີ່ມຈາກ 64/128 kb/s, 128/256 kb/s, 256 / 512 kb/s ເຊີ່ງ ອີນເຕີເນັດປະເພດນີ້ຈະເໝາະສຳລັບທຸລະກິດຂະໜາດກາງແລະ ສຸດທ້າຍແມ່ນອີນ
    ເຕີເນັດແບບໃຊ້ຈານດາວທຽມ (Broadband or FLASH@) ອີນເຕີເນັດປະເພດນີ້ຈະມີຄວາມໄວທີ່ສູງ
    ຫຼາຍ ເໝາະສຳລັບການນຳໃຊ້ໃນທຸລະກິດແບບ ລວມໝູ່ ຫຼື ອົງການຈັດຕັ້ງສາກົນຕ່າງທີ່ຕ້ອງການຄວາມ
    ໄວ້ສູງ.
    ສຳລັບລາຍລາຍອຽດເພີ່ມເຕີມແມ່ນສາມາດຕິດຕໍ່ໂດຍກົງໄດ້ທີ່:
    ບໍລິສັດລາວໂທລະຄົມ
    ສຳນັກງານໃຫ່ຍ ຖະໜົນ ລ້ານຊ້ຽງ 0100
    ນະຄອນຫຼວງວຽງຈັນ, ສປປ ລາວ
    ໂທ: +(856) 21 216465
    ແຝກ: +(856) 21 219690
    ຫຼື ຕິດຕໍ່ສູນບໍລິການລູກຄ່າ (Call Center)
    ໂທ: 101
    ເວບໄຊ www.laotel.com

  2. ບໍລິສັດ ໂທລະຄົມລາວ (ETL)

    ສຳລັບການບໍລິການ ອີນເຕີເນັດຂອງບໍລິສັດ ໂທລະຄົມລາວ ETL ກໍ່ມີບໍລິການ 3 ປະເພດເຊັ່ນດຽວກັນ ຄື:

    1. ແບບ Dial Up ມີທັງແບບທີ່ເປັນລາຍເດືອນ ແລະ ແບບໃຊ້ບັດ (ຖ້າໃຊ້ໂທລະສັບຂອງ ບໍລິສັດ ETL ແມ່ນບໍໄດ້ເສຍເງີ່ນຄ່າໂທ)

    2. ແບບ ADSL ເຊີ່ງມີຄວາມໄວຕັ້ງແຕ່ 64/128 kb/s, 128/256 kb/s, 256 / 512 kb/s

    3. ແລະ ແບບ HIL ( Hi Speed Internet Leased Line ) ເຊີ່ງເປັນ Internet ຄວາມໄວສູງທີ່ມີອັດຕາ ຂາຂຶ້ນ ແລະ ຂາລົງສະໝໍ່າສະເໝີກັນ
      ສຳລັບລາຍລາຍອຽດເພີ່ມເຕີມແມ່ນສາມາດຕິດຕໍ່ໂດຍກົງໄດ້ທີ່:
      ບໍລິສັດ ໂທລະຄົມລາວ ETL
      ສຳນັກງານຕັ້ງໃຫຍ່ ຖະໜົນສີຫອມ, ຕູ້ ປ.ນ 7953
      ນະຄອນຫຼວງວຽງຈັນ ສປປ ລາວ
      ໂທ: +(856) 21 260015
      ແຝກ: +( 856)21 260051.
      ເວບໄຊ www.etllao.com

  3. ບໍລິສັດ ປຼາເນັດອອນໄລ (Planet Online)
    ການບໍລິການ ອີນເຕີເນັດຂອງບໍລິສັດ ປຼາເນັດອອນໄລ Planet Online ກໍ່ມີບໍລິການ 2 ປະເພດເຊັ່ນດຽວກັນ ຄື:
    1. ແບບ Dial Up ມີທັງແບບທີ່ເປັນລາຍເດືອນ ແລະ ແບບໃຊ້ບັດ
    2. ແບບ ໃຊ້ຈານດາວທຽມຮັບຄືນວິທະຍຸ ອີນເຕີເນັດຄວາມໄວສູງ ມີຄວາມໄວຕັ້ງແຕ່ 64 – 512 Kb/s
      ສຳລັບລາຍລາຍອຽດເພີ່ມເຕີມແມ່ນສາມາດຕິດຕໍ່ໂດຍກົງໄດ້ທີ່:
      ບໍລິສັດ ປຼາເນັດອອນໄລ ອາຄານວຽງຈັນພານິດ
      ໂທ: (+856)21 218972-4.
      ເວບໄຊ http://planet.laopdr.com
  4. ບໍລິສັດ ລ້ານຊ້ຽງອີນເຕີເນັດ (lanexang)
    ສຳລັບການບໍລິການ ອີນເຕີເນັດຂອງບໍລິສັດ ໂທລະຄົມລາວ ETL ກໍ່ມີບໍລິການ 3 ປະເພດເຊັ່ນດຽວກັນ ຄື:
    1. ແບບ Dial Up ທີ່ເປັນລາຍເດືອນ
    2. ແບບ ໃຊ້ຈານດາວທຽມຮັບຄືນວິທະຍຸ ອີນເຕີເນັດຄວາມໄວສູງ ມີຄວາມໄວຕັ້ງແຕ່ 64 – 512 Kb/s
    3. ແບບ ADSL ເຊີ່ງມີຄວາມໄວຕັ້ງແຕ່ 64/128 kb/s, 128/256 kb/s, 256 / 512 kb/s
      ສຳລັບລາຍລາຍອຽດເພີ່ມເຕີມແມ່ນສາມາດຕິດຕໍ່ໂດຍກົງໄດ້ທີ່:
      ບໍລິສັດ ລ້ານຊ້າງອີນເຕີເນັດຈຳກັດ
      205 ຖະໜົນເສດຖາທິລາດ, ບ້ານ ມີໄຊ
      ຕູ້ ປ.ນ 2942 ນະຄອນຫຼວງວຽງຈັນ, ສປປ ລາວ
      ໂທ: +(856) 21 241368
      ແຝກ: +( 856)21 241369
      ເວບໄຊ: www.lanexangnet.com

ອີເມລຖືໄດ້ວ່າເປັນໜຶ່ງໃນເຄື່ອງມືສື່ສານທີ່ສຳຄັນທີ່ສຸດໃນປະຈຸບັນ ແລະ ຍັງຖືວ່າເປັນທາງເລືອກທີ່ລາຄາຖືກທີ່ສຸດ
ໃນການຕິດຕໍ່ສື່ສານ. ອີເມລສາມາດໄປເຖິງຜູ້ຮັບໃນເວລາບໍ່ທໍ່ໃດວິນາທີ. ຫົວໜ່ວຍທຸລະກິດຕ່າງສາມາດລົງທະບຽນ
ເພື່ອສະໝັກເອົາອີເມລ ນຳຜູ້ໃຫ້ບໍລິການໂດຍບໍ່ເສຍຄ່າ ບໍລິການຕາມອິນເຕີເນັດໄດ້. Hotmail (hotmail.com) ແລະ Yahoo! Mail (yahoo.com)ກໍ່ແມ່ນຜູ້ໃຫ້ບໍລິການອີເມລທີ່ບໍ່ມີຄ່າໃຊ້ຈ່າຍ ແລະ ກຳລັງເປັນທີ່ນິຍົມໃນເວລານີ້.
ໃນ ສປປ ລາວ, ໂທລະຄົມລາວ (ETL) ກໍ່ມີບໍລິການໃຫ້ອີເມລໂດຍລູກຄ້າບໍ່ຕ້ອງຈ່າຍຄ່າບໍລິການ, ອີເມລທີ່ລົງ
ທະບຽນກັບ ETL ຈະຢູ່ໃນຮູບແບບ xyz@etllao.com (ຊຶ່ງ xyz ແມ່ນຊື່ຂອງຜູ້ໃຊ້). ທ່ານສາມາດລົງທະບຽນ
ເພື່ອສະໝັກເອົາມີເມລນຳ ETL ໂດຍການເຂົ້າຫາ www.etllao.com ນອກຈາກນັ້ນ, ບັນດາຜູ້ໃຫ້ບໍລິການອິນ
ເຕີເນັດ (ISP) ໃນ ສປປ ລາວ ກໍ່ຍັງໃຫ້ບໍລິການອີເມລ ສຳລັບລູກຄ້າທີ່ໃຊ້ບໍລິການຂອງເຂົາເຈົ້າ. ກະລຸນາຕິດ
ຕໍ່ສອບຖາມລາຍລະອຽດເພີ່ມເຕີມ ນຳ ISP ທີ່ກ່ຽວຂ້ອງ.ໃນປະຈຸບັນ ຫຼາຍໆທຸລະກິດໃນ ສປປ ລາວ ກຳລັງພິຈາ
ລະນາການນຳໃຊ້ອິນເຕີເນັດ ເພື່ອໃຫ້ເຂົ້າເຖິງລູກຄ້າໃຫ້ຫຼາຍຂຶ້ນ ແລະ ເພື່ອເພີ່ມຜົນກຳໄລ ໂດຍການມີເວັບ
ໄຊທ໌ເປັນຂອງຕົນເອງ. ຢູ່ໃນ ສປປ ລາວ ກໍ່ມີຜູ້ໃຫ້ບໍລິການດ້ານການອອກແບບ ແລະ ສ້າງເວັບໄຊທ໌ ໂດຍມີຮູບ
ແບບການບໍລິການທີ່ຫຼາກຫຼາຍ. ບາງຕົວຢ່າງຂອງຜູ້ໃຫ້ບໍລິການມີ Cyberia (atcyberia.com), Bluegrass (bluegrass.laopdr.com) ແລະ ບັນດາຜູ້ໃຫ້ບໍລິການອິນເຕີເນັດຕ່າງໆທີ່ກ່າວມາແລ້ວ


[ back ]

Staff Log in: