ງານວາງສະແດງສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ ປະຈຳປີ 2012 ຄັ້ງທີ V

I. ປະເພດສິນຄ້າທີ່ນຳເຂົ້າວາງສະແດງ ແລະ ຂາຍສິນຄ້າພາຍໃນງານ :
- ຜະລິດຕະພັນເຄື່ອງເຟີນີເຈີທີ່ຜະລິດຈາກໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດ ສະດຸຕ່າງໆທີ່ສາມາດຜະລິດເປັນເຄື່ອງໃຊ້ເຟີນີເຈີ ແລະ ບໍລິສັດ ອອກແບບ ຕົກແຕ່ງເຄື່ອງໃຊ້ພາຍໃນເຮືອນ.
- ຜະລິດຕະພັນປຸງແຕ່ງຈາກອຸດສາຫະກຳ ແລະ ຫັດຖະກຳ, ເບ້ຍໄມ້ຊະນິດຕ່າງໆ.
- ເຄື່ອງໃຊ້ສອຍທົ່ວໄປ.
II. ລາຄາ ຄ່າເຊົ່າຫ້ອງວາງສະແດງສິນຄ້າພາຍໃນງານມີດັ່ງນີ້ :
- ລາຄາ ຄ່າເຊົ່າຫ້ອງວາງສະແດງສິນຄ້າເຟີນີເຈີ ພາຍໃນ ແລະ ເຟີນີເຈີນຳເຂົ້າ ມີມູນຄ່າ 1,890,000 ກີບ ( 7,000 ບາດ ).
- ລາຄາ ຄ່າເຊົ່າສິນຄ້ານຳເຂົ້າຈາກຕ່າງປະເທດ ມີມູນຄ່າ 2,700,000 ກີບ ( 10,000 ບາດ ).
➢ ໝາຍເຫດ : ລາຄາດັ່ງກ່າວມີຫ້ອງວາງສະແດງສິນຄ້າ, ປັກສຽບ, ໂຕະ, ຕັ່າ, ຄ່ານ້ຳ, ຄ່າໄຟຟ້າ, ຄ່າອານາໄມ, ປ້ອງກັນຄວາມສະຫງົບ ລວມທັງວຽກງານ ຕ່າງທີ່ກ່ຽວກັບການໂຄສະນາຂອງງານວາງສະແດງສິນຄ້າເຟີນີເຈີ.
III. ກິດຈະກຳພາຍໃນງານ :
1. ມີງານວາງສະແດງ - ຂາຍສິນຄ້າເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນເຮືອນ.
2. ມີການຈັດການປະກວດຜະລິດຕະພັນດີເດັ່ນຂື້ນໃນວັນທີ 31 ພຶດສະພາ 2012 ມີດັ່ງນີ້
- ປະເພດຜະລິດຕະພັນດີເດັ່ນມີ 03 ລາງວັນຄື :
- ລາງວັນທີ 1 : ເງີນສົດ 3,000,000 ກີບ.
- ລາງວັນທີ 2 ມີ 2 ລາງວັນ: ເງີນສົດ 2,000,000 ກີບ.
- ລາງວັນທີ 3 ມີ 3 ລາງວັນ: ເງີນສົດ 1,000,000 ກີບ. ( ພ້ອມດ້ວຍໂລລາງວັນ ແລະ ໃບຍ້ອງຍໍ )
3. ມີການຈັດສຳມະນາ ຂື້ນໃນວັນທີ 30 ພຶດສະພາ 2012.
IV. ສະຖານທີ່ ແລະ ເວລາການຈັດງານ :
- ທີ່ສູນການຄ້າລາວ - ໄອເຕັກ, ຖະໜົນກຳແພງເມືອງ, ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
- ພິທີເປີດງານຢ່າງເປັນທາງການແມ່ນວັນທີ 29 ພຶດສະພາ 2012, ເວລາ 15.30 ໂມງ ຈະປິດໃນເວລາ 22.30 ໂມງຂອງທຸກໆຄືນ ( ຈະມີການຖ່າຍທອດສົດ ທາງໂທລະພາບ ສຳລັບພິທີເປີດ ).
- ມື້ສຸດທ້າຍຂອງການງານວາງສະແດງສິນຄ້າເຟີນີເຈີ ແມ່ນວັນທີ 03 ມິຖຸນາ 2012, ເວລາ 22.30 ໂມງ ( ບໍ່ມີພິທີປິດຢ່າງເປັນທາງການ ).
V. ບ່ອນຕິດຕໍ່ສອບຖາມ :
ພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ຖະໜົນກຳແພງເມືອງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
- ໂທລະສັບ : 021 413213, 030 5700089, 020 55507150, 020 55604917, 22226909, 020 55444406, 020 55794796, 020 22229028.
- ເບີແຟັກ : 021 413213, 021 415877.
- Website : WWW.laotrade.org.la
: WWW.smepdo.com
: WWW.lao itecc.la
Posted by: policy
[ back ]