ງານຕະຫຼາດນັດສາກົນ 450 ປີ
ເຂົ້າຮ່ວມງານຕະຫລາດນັດສາກົນ 450 ປີ. ຄະນະກຳມະການຈັດງານ ມີຄວາມຍິນດີ ຂໍເຊື້ອເຊີນ: ການຈັດຕັ້ງ, ສະຖານທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ຫົວໜວ່ຍທຸລະກິດພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມງານຕະຫຼາດນັດສາກົນ 450 ປີ.
ງານຕະຫຼາດນັດສາກົນ 450 ປີ ປະກອບມີ 03 ກິດຈະກຳຄື:
- ກິດຈະກຳທາງດ້ານສາດສະໜາ ແລະ ຮີບຄອງປະເພນີຈັດຢູ່ເດີ່ນພະທາດຫຼວງ
- ງານວາງສະແດງ ແລະ ຂາຍສິນຄ້າ ໄດ້ກຳນົດເປັນ 03 ແຫ່ງຄື: ຢູ່ເດີ່ນສະໝາມຫຼວງ, ສູນການຄ້າລາວ-ໄອເຕັກ ແລະ ດ້ານໜ້າສະໝາມກິລາແຫ່ງຊາດ (ຫຼັກ 16).
- ການສະແດງສິນລະປະວັນນະຄະດີຈັດຢູ່ເດີນສະໜາມຫຼວງ.
ບັນດາຫົວໜ່ວຍທຸລະກິດ, ໂຮງຈັກ, ໂຮງງານຂະໜາດນ້ອຍ-ກາງ ແລະ ໃຫຍ່, ຊາວຄ້າຂາຍທີ່ມີຈຸດປະສົ່ງເຂົ້າຮ່ວມງານຕະຫຼາດນັດສາກົນ 450 ປີ ໃຫ້ຢືນໃບສະເໜີ ຫຼືໃບຄຳຮ້ອງຢັ້ງຢືນຈາກກົມກອງ, ບໍລິສັດ, ໂຮງຈັກໂຮງງານຂອງຕົນ. ສຳລັບບຸກຄົນ ແລະ ຫົວໜ່ວຍທຸລະກິດການຄ້າຍ່ອຍໃຫ້ມີໃບຄຳຮ້ອງຢັ້ງຢືນຈາກບ້ານທີ່ຕົນສັງກັດຢູ່, ໂດຍແຈ້ງຈຸດປະສົ່ງ ແລະ ລາຍການສິນຄ້າ, ຈຳນວນ, ມູນຄ່າສິນຄ້າສົ່ງໃຫ້ພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ຂະແໜ່ງສົ່ງເສີມການຜະລິດ ແລະ ການຄ້າ ) ຕັ້ງຢູ່ຖະໜົນກຳແພງເມືອງ, ບ້ານໂພນທັນເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ກ່ອນວັນທີ່ 01 ພະຈິກ 2010. ກຳນົດລົງທະບຽນບໍ່ໃຫ້ກາຍວັນທີ່ 05 ພະຈິກ 2010.
ດາວໂຫຼດແຜນພັບ:
- ດ້ານໜ້າ
- ດ້ານຫຼັງ
Posted by: policy
[ back ]