ກອງປະຊຸມຜູ້ມີສ່ວນຮ່ວມໃນຂະແໜງຜະລິດຕະພັນໄມ້ ຈັດຂຶ້ນໃນວັນທີ 19 ມີນາ 2010
ໃນວັນທີ 19 ມີນາ 2010 ຫ້ອງການສົ່ງເສີມ ແລະ ພັດທະນາ ວນກ ສົມທົບກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມຜູ້ທີ່ມີສ່ວນ ຮ່ວມໃນຂະ ແໜງຜະລິດຕະພັນໄມ້ ໂດຍການເຂົ້າຮ່ວມເປັນປະທານ ໂດຍ ທ່ານ ສົມດີ ອິນມີໄຊ, ຫົວໜ້າ ຫ້ອງການສົ່ງເສີມ ແລະ ພັດທະນາ ວນກ, ທ່ານ ຂັນທະວົງ ດາລາວົງ, ເລຂາທິການ ຂອງ ສຄອ ແຫ່ງຊາດລາວ ແລະ ທ່ານ ດຣ. ມານເຟຣດ ມາຊດົບ ຜູ້ອຳນວຍການແຜນງານພັດທະ ນາຊັບພະຍາກອນມະນຸດສຳລັບເສດຖະກິດຕະຫຼາດ (HRDME) ຂອງອົງການ GTZ. ກອງປະຊຸມດັ່ງກ່າວແມ່ນໄດ້ນຳສະເໜີການຄົ້ນຄວ້າວິໄຈຂອງທີ່ປຶກສາ GOPA ຂອງປະເທດ ເຍຍລະມັນ ກ່ຽວກັບຂະບວນການຕ໋ອງໂສ້ມູນຄ່າ ໃນຂະແໜງໄມ້ສັກປູກ ໃນ ສປປ ລາວ. ສະເໜີແຜນຍຸດທະສາດໃນການສະໜັບສະໜູນ, ພ້ອມກັນນັ້ນກໍ່ໄດ້ມີການປຶກສາຫາລືໃນການ ສ້າງແຜນການດຳເນີນງານ ເພື່ອພັດທະນາຂະ ແໜງການດັ່ງກ່າວ ໃນ ປີ 2010. ກອງປະ ຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກຂະແໜງການ ທີ່ກ່ຽວຂ້ອງນັບທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມທັງໝົດ 65 ທ່ານ. ພິເສດໃນນີ້ໄດ້ ມີສະມາຄົມຜູ້ປູກໄມ້ສັກ ຈາກແຂວງຫຼວງພະບາງເຂົ້າຮ່ວມທັງໝົດ 20 ທ່ານ. ກອງປະຊຸມໄດ້ ຮັບການສະໜັບສະໜູນຈາກແຜນງານ HRDME ທາງດ້ານງົບປະມານ.
Posted by: promotion
[ back ]