ສ້າງເຄືອຂ່າຍຜູ້ໃຫ້ບໍລິການ ພັດທະນາທຸລະກິດ

ຫ້ອງການສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (ຫສວ) ກະ ຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ GTZ/HRD- ME ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງເຄືອຂ່າຍຜູ້ໃຫ້ບໍລິການ ພັດທະນາທຸລະ< ກິດຂຶ້ນ ໃນວັນທີ 12 ທັນວາ 2008 ນີ້ ຢູ່ທີ່ໂຮງແຮມລ້ານຊ້າງ ໂດຍເປັນປະທານຂອງທ່ານ ສົມດີ ອິນມີໄຊ ຫົວໜ້າຫ້ອງການ ຫສວ ຊຶ່ງມີຕາງໜ້າອົງການ GTZ/HRD-ME ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະເໝີຜົນຂອງການສຳຫຼວດຜູ້ໃຫ້ບໍລິການ ພັດທະນາທຸລະກິດຢູ່ 3 ແຂວງຄື: ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ສະຫວັນນະ ເຂດ ເພື່ອໃຫ້ມີຄວາມເຂົ້າໃຈພື້ນຖານກ່ຽວກັບເຄືອຂ່າຍ ລະບຽບການສຳລັບເຄືອຂ່າຍຜູ້ໃຫ້ບໍລິ ການພັດທະນາທຸລະກິດ ສ້າງໃຫ້ມີຜູ້ສະໜອງບໍລິການເພີ່ມຂຶ້ນ ເພື່ອໃຫ້ວິສາຫະກິດຂະໜາດ ນ້ອຍ ແລະ ກາງມີບ່ອນທີ່ຈະໄດ້ຮັບບໍລິການທີ່ແນ່ນອນໃນວິຊາການທີ່ເຂົາເຈົ້າຕ້ອງການ ເພື່ອ ສ້າງໃຫ້ມີກົນໄກເຄືອຂ່າຍທີ່ປະກອບດ້ວຍຫຼາຍແຫຼ່ງຄວາມຮູ້ວິຊາການ ແລະ ສາມາດສະໜອງ ບໍລິການ ການຊ່ວຍເຫຼືອແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຢ່າງທັນການ ເພື່ອສ້າງ ແຜນດຳເນີນງານຮ່ວມກັນລະຫວ່າງຜູ້ເຂົ້າດ້ວຍກັນ ແລະ ພາກສ່ວນທີ່ກ່ຽວຂ້ອງອຶ່ນໆອີກດ້ວຍ ທັງນີ້ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມສອດຄ່ອງ ແລະ ດຳເນີນໄປຢ່າງມີປະສິດທິພາບ ດີຂຶ້ນເລື້ອຍໆ.
Posted by: admin
[ back ]