ການແຂ່ງຂັນກິລາເຕະບານມິດຕະພາບນັດທຳອິດ

Date: 2009-05-08 00:03:02

ເພື່ອ​ ເປັນ​ການ​ສ້າງ​ຂະ​ບວນການສະ​ເຫຼີ​ມສະ​ຫຼອງ​ວັນ​ກຳມະກອນ​ສາກົນ ວັນ​ທີ​ 1 ພຶດສະພາ ທີ່ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ, ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 30 ​ເມສາ 2009 ​ຢູ່​ທີ່​ເດີ່ນເຕະບານ ພະນາວັນ ໄດ້​ມີ​ການ​ແຂ່ງຂັນ​ກິລາ​ເຕະບານ ມິດຕະພາບ ລະຫວ່າງ ​ຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ຊຶ່ງທິມ​ເຕະບານ​ຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ນຳພາ​ທິມ​ໂດຍ​ທ່ານ ສົມ​ດີ ອິນ​ມີ​ໄຊ, ຫົວໜ້າ ຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ສ່ວນ​ທິມເຕະບານ​​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ນຳພາ​ທິມ​ໂດຍ​ທ່ານ ​ເບີ​ລິນ ​ເພັດ​ຈັນທະ​ລາດ, ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ.

          ພາຍຫຼັງ​ການ​ແຂ່ງຂັນ​ເລີ່​ມຂຶ້ນ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ​ເປັນຝ່າຍຍິງ​ປະຕູ​ຂຶ້ນ​ນຳ​ໄປ​ກ່ອນ, ​ແຕ່​ວ່າ​ ພາຍຫຼັງເຄິ່ງ​ເວລາ​ທີ 1 ຜ່ານ​ໄປ ທິມຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ເປັນຜູ້ນຳ​ຢູ່ 5-3. ​ໃນ​ເຄິ່ງ​ເວລາ​ທີ 2 ທິມຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ກໍ່​ຍັງ​ສືບ​ຕໍ່​ຍິງ​ປະຕູ​ນຳ​ໜ້າໄດ້​ຢ່າງ​ຕໍ່​ເນື່ອງ. ​ເຖິງ​ແນວ​ໃດ​ກໍ່ຕາມ​ ທິມພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ພະຍາຍາມ​ຍິງ​ປະຕູ​ໄລ່​ຕາມ ຈົນ​ໝົດ​ເວລາ​ການ​ແຂ່ງຂັນ​ທັງ​ສອງ​ທິມຈຶ່ງ​ສະ​ເໝີ​ກັນໄປຢ່າງດຸ ເດືອດ 7-7. ການ​ແຂ່ງຂັນ​ດຳ​ເນີນ​ໄປດ້ວຍ​ບັນຍາກາດ​ຄຶກຄື້ນ​ມ່ວນ​ຊື່ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ກໍ່​ຜັດປ່ຽນ​ກັນ​ບຸກ ແລະ ສ້າງ ຄວາມຫວາດສຽວຢ່າງ​ຕໍ່​ເນື່ອງ ອັນ​ໄດ້​ສ້າງ​ຄວາມຕື່ນ​ເຕັ້ນ​ໃຫ້​ແກ່​ຜູ້​ຊົມ​ ​ແລະ ກອງ​ເຊຍ ຢູ່​ຂອບ​ສະໜາມ ຕະຫຼອດ​ການ​ແຂ່ງຂັນ.

          ການ​ແຂ່ງຂັນ​ຄັ້ງ​ນີ້​ເປັນ​ການ​ແຂ່ງຂັນ ​ເຕະບານ​ມິດຕະພາ​ບນັດ​ທຳ​ອິດ​ລະຫວ່າງ​ສອງ​ພາກສ່ວນ ນັບ​ແຕ່​ມີ​ການ​ສ້າງ​ຕັ້ງ​ຫ້ອງການ​ສົ່ງ​ເສີມ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໃນ​ປີ 2005 ​ເປັນ​ຕົ້ນ​ມາ, ຊຶ່ງການ​ແຂ່ງຂັນ​ຄັ້ງ​ນີ້ ນອກຈາກ​ຈະ​ເປັນ​ການ​ສ້າງ​ຂະ​ບວນການສະ​ເຫຼີ​ມສະ​ຫຼອງ​ວັນ​ກຳມະກອນ​ສາກົນ ​​ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ ແລະ ສ້າງ​​ໂອກາດ​ໃຫ້​ພະນັກງານ​ໄດ້​ອອກກຳລັງ​ກາຍ​ ​ເພື່ອ​ສ້າງ​ພາລະ​ກຳລັງແລ້ວ ຍັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີຮັກ​ແພງ ​ແລະ ສ້າງຄວາມ​ລຶ້ງ​ເລີຍລະຫວ່າງພະນັກງານຈາກທັງສອງພາກ ສ່ວນ ຊຶ່ງ​ຈະ​ເປັນ​ການ​ປະກອບສ່ວນ​ຊ່ວຍໃຫ້ການ ປະສານງານ ແລະ ປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດລະຫວ່າງ​ສອງ​ພາກສ່ວນ ມີຄວາມຄ່ອງ​ຕົວ ​ແລະ ສະດວກວ່ອງໄວຍິ່ງ​ຂຶ້ນ.

 



Posted by: policy

[ back ]

Staff Log in: