ການວິໄຈທຸລະກິດ (Business Diagnostic) ຄັ້ງທຳອິດຈັດຂຶ້ນທີ່ແຂວງຫົວພັນ

Date: 2009-03-23 04:00:52

ຫ້ອງການ ຫສວ ແລະ ສຄອ ແຫ່ງຊາດ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ (ສຄອ) ໂດຍການສະໜັບສະໜູນຈາກ ໂຄງການ ພັດທະນາ SME ຂອງສະຫະພາບເອີລົບ ໄດ້ສຳເລັດການລົງວິໄຈທຸລະກິດເປັນຄັ້ງທຳອິດ ທີ່ແຂວງຫົວພັນ. ທິມງານວິໄຈ ທີ່ຊີ້ນຳໂດຍທ່ານ Rodney Osborn ໄດ້ລົງເກັບກຳຂໍ້ມູນ 4 ຫົວໜ່ວຍທຸລະກິດ ໃນທັງໝົດ 30 ຫົວໜ່ວຍທີ່ຖືກເຊີນເຂົ້າຮ່ວມໂຄງການ ໃນ 7ແຂວງຄື: ຫົວພັນ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ. ຫຼັງຈາກສຳເລັດການລົງເກັບກຳຂໍ້ມູນແລ້ວ ທິມງານວິໄຈຈະໄດ້ລາຍ ງານຄືນຫາແຕ່ລະທຸລະກິດ ພ້ອມທັງຄຳແນະນຳດ້ານວິຊາການ ເພື່ອໃຫ້ມີການປັບປຸງ ທຸລະກິດຂອງຕົນ ໃຫ້ມີການເຕີບໂຕຂຶ້ນໃນອະນາຄົດ. ບັນດາທຸລະກິດທີ່ເຂົ້າຮ່ວມໂຄງການ ດັ່ງກ່າວນີ້ແມ່ນບໍ່ໄດ້ເສຍຄ່າ.



Posted by: promotion

[ back ]

Staff Log in: