ການປະກວດແຜນທຸລະກິດປະຈຳປີ 2009
ມາແລ້ວ ສຳລັບການປະກວດແຜນທຸລະກິດປະຈຳປີ 2009…!!!
ຫ້ອງການ ສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫສວ) ໄດ້ເປີດ ໂອກາດໃຫ້ແກ່ໄວໜຸ່ມນັກສຶກສາ ຫລື ບຸກຄົນທົ່ວໄປທີ່ມີຄວາມສົນໃຈ ຢາກຂຽນແຜນທຸລະກິດ ສົ່ງເຂົ້າມາປະກວດ ໃນສົກປີ 2009. ຊື່ງການປະກວດດັ່ງກ່າວ ເລີ່ມຕົ້ນເປີດຮັບສະໝັກ ນັບແຕ່ວັນມື້ນີ້ເປັນຕົ້ນໄປ ຈົນຮອດວັນທີ 30-06-2009 ຈື່ງປິດຮັບສະໝັກ ແລະ ລາງວັນ ຜູ້ຊະນະເລີດອັນດັບໜື່ງໃນການປະກວດຄັ້ງນີ້ແມ່ນຈະໄດ້ຮັບເງິນສົດຈຳນວນ 10 ລ້ານກີບ.
ສຳລັບຜູ້ທີ່ມີຄວາມສົນໃຈຢາກຮູ້ລາຍລະອຽດກ່ຽວກັບການປະກວດ ເປັນຕົ້ນແມ່ນ ກົດລະບຽບ, ເງື່ອນໄຂຜູ້ສະໝັກ ແລະ ແບບຟອມສະໝັກ, ທ່ານສາມາດຕິດຕໍ່ໄປຍັງ ຫ້ອງການ ຫສວ, ພະແນກສົ່ງເສີມ ວນກ.
ໂທລະສັບ: 021 414064 ຕໍ່ 108
109
110
ແຟັກ: 021 263590
ຫຼື ດຶງເອົາຂໍ້ມູນ (Download) ໄດ້ທີ່ www.smepdo.org
ທ່ານ ສາມາດສົ່ງແບບຟອມສະໝັກໂດຍ:E-mail: info@smepdo.org,
pinsarn@smepdo.org, ssiriphong@smepdo.org
ເອກະສານຄັດຕິດ:
ກົດລະບຽບການປະກວດແຜນທຸລະກິດ Business Plan Contest Rule.pdf
Posted by: admin
[ back ]