www.smepdo.org       
 
Lao Eng
 

ເຕັກໂນໂລຊີ

 
 

ການຄັດເລືອກເຕັກໂນໂລຊີທີ່ເໝາະສົມກັບທຸລະກິດຂອງຕົນ ເປັນຈຸດໄດ້ປຽບຂອງທຸລະກິດທ່ານ. ແຕ່ການຄັດ
ເລືອກ ແລະ ເຂົ້າເຖິງ ເຕັກໂນໂລຊີໄດ້ນັ້ນ ເປັນສິ່ງທ້າທາຍ ແລະ ຮຽກຮ້ອງໃຫ້ຜູ້ປະກອບການໃຫ້ຄວາມ
ເອົາໃຈໃສ່ ແລະ ພະຍາຍາມສູງ ເພື່ອຮັບປະກັນໃຫ້ທຸລະກິດທ່ານໄດ້ທັງດ້ານເພີ່ມຄຸນນະພາບ ແລະ ມາດຕະຖານຜະລິດຕະພັນ ແລະຜະລິດຕະພາບສູງສຸດ.

ການຄັດເລືອກ ແລະ ເຂົ້າຫາເຕັກໂນໂລຊີ

ທາງເລືອກດ້ານເຕັກໂນໂລຊີທີ່ດີ ແມ່ນຕ້ອງສອດຄ່ອງກັບຍຸດທະສາດ ການຜະລິດຂອງທຸລະກິດທ່ານ.ບໍ່ພຽງແຕ່
ເບິ່ງສະເພາະອຸປະກອນ ແລະ ເຄື່ອງຈັກທີ່ທັນສະໄໝເທົ່ານັ້ນ ແຕ່ທ່ານຄວນພິຈາລະນາ ຄວາມ ຕ້ອງການດ້ານ ການຜະລິດຕົວຈິງຂອງທຸລະກິດທ່ານ, ຄ່າໃຊ້ຈ່າຍ ແລະ ເງື່ອນໄຂດ້ານການບົວລະບັດຮັກສາ, ແລະ ຄວາມສາ
ມາດ ຮຽນຮູ້ ແລະ ນຳໃຊ້ ເຕັກໂນໂລຊີດັ່ງກ່າວ ຂອງພະນັກງານ ທ່ານເຊັ່ນກັນ.
ການຊອກຫາເຕັກໂນໂລຊີໃໝ່ໆສຳລັບທຸລະກິດ ອາດໄດ້້ຈາກການ ຊອກຮູ້ດ້ວຍຕົນເອງ, ສົນທະນາກັບທຸລະກິດຕ່າງໆ, ຈາກຜູ້ສະໜອງ ສິນຄ້າໃຫ້ກັບທ່ານ ແລະ ການເຂົ້າຮ່ວມງານວາງສະແດງສິນ ຄ້າຕ່າງໆ.

ຄຸນນະພາບ, ມາດຕະຖານ ແລະ ຜະລິດຕະພາບ

ກົມອຸດສາຫະກຳ ໄດ້ກຳນົດ ມາດຕະຖານກ່ຽວກັບພາຫະນະ ແລະ ສ່ວນປະກອບ. ນອກຈາກການເພີ່ມຜະລິດ
ຕະພາບໂດຍການ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລ້ວ ຜູ້ປະກອບການສາມາດນຳໃຊ້ເຕັກນິກແບບ ງ່າຍ
ດາຍ ບໍ່ມີຄ່າໃຊ້ຈ່າຍສູງ ເຊິ່ງມັນຮຽກຮ້ອງໃຫ້ມີສ່ວນຮ່ວມຂອງພະນັກງານ ແລະ ອາດມີການປ່ຽນແປງວິທີການ
ແລະ ຄວາມ ຊິນເຄີຍ ທີ່ເປັນອຸປະສັກແກ່ການເພີ່ມຜະລິດຕະພາບແບບ ບໍ່ເສຍຄ່າ ໃຊ້ຈ່າຍສູງນີ້. ທ່ານສາມາດ
ກົດຢູ່ນີ້ເພື່ອເອົາ ລາຍການກວດສອບ ເພື່ອເພີ່ມຜະລິດຕະພາບ.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia