www.smepdo.org       
 
Lao Eng
 

ເຕັກໂນໂລຊີ > ຄຸນນະພາບ ແລະ ມາດຕະຖານ

 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ກະຊວງອຸດສາຫະກຳ ແລະ ຫັດຖະກຳ

ເລກທີ 136 / ອຫ.
ວັນທີ່ 02 april 2002

ແຈ້ງການ


ເຖິງ: ພະແນກອຸດສາຫະກຳ ແລະ ຫັດຖະກຳ ແຂວງ, ກຳແພງນະຄອນ ແລະ ເຂດພິເສດ ໄຊສົມບູນ.
ເລື່ອງ: ມາດຕະຖານ ແລະ ເງື່ອນໄຂ ຂອງໂຮງງານປະກອບລົດ.

  •  ອີງຕາມຂໍ້ຕົກລົງຂອງລັດຖະມັນຕີວ່າການກະຊວງອຸດສາຫະກຳ ແລະຫັດຖະກຳ ວ່າດ້ວຍໂຮງງານ ເລກ ທີ່ 103 / ອຫ, ເລກທີ 107/ ອຫ,ລົງວັນທີ່ 21/2/1992

  • ອີງຕາມແຈ້ງການຂອງກະຊວງ ອຸດສາຫະກຳ ແລະ ຫັດຖະກຳວ່າດ້ວຍການກຳນົດມາດຕະຖານການ ປະ ກອບລົດຈັກ ແລະ ການນຳເຂົ້າສິ້ນສ່ວນ-ອາໄຫຼ່ລົດຈັກ 2 ລໍ້ ເພື່ອປະກອບຢູ່ໂຮງງານ ເລກທີ່ 062/ອຫ, ລົງວັນທີ່ 01/03/1999 ແລະ ແຂ້ງການວ່າດ້ສຍການນຳເຂົ້າສຶ້ນສ່ວນ -ອາໄຫຼ່ລົດມືສອງຈາກຕ່າງປະເທດ ມາປະກອບຄືນໃໝ່ ແລະມາດຕະຖານການປະກອບລົດມືສອງຢູ່ໂຮງງານ ເລກທີ 152/ອກ,ລົງວັນທີ່ 10/05/1999

  • ອີງຕາມການຕົກລົງເປັນເອກະພາບ ຂອງປະຊູມວິຊາການຢູ່ທີ່ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ຄັ້ງວັນທີ່ 19/03/2002.
    ເພື່ອຮັບປະກັນມາດຕະຖານເຕັກນິກ ການຜະລິດ/ປະກອບ ແລະສ້າງຜະລິດຕະພັນໃຫ້ມີ ຄຸນນະພາບ, ຮັບປະກັນເງື່ອນໄຂການອອກແຮງງານຂອງຄົນງານໃຫ້ມີຄວາມປອດໄພ, ແລະ ຫຼີກລ້ຽງການກໍ່ເຫດລຳຄານ ຊຶ່ງ ຈະນຳຜົນກະທົບຕໍ່ສິ່ງແວດລ້ອມ, ຜູ້ຢູ່ໃກ້ຄຽງ ແລະ ສາທາລະນະຊົນ ແນ່ໃຊ້ຊຸກຍູ້ໃຫ້ທີການຜະລິດສິ້ນ ສວ່ນພາຍໃນ ຫຼຸດຜ່ອນການນຳເຂົ້າສິ້ນສວ່ນເທື່ອລະກ້າວເພື່ອສ້າງ ໜໍ່ແໜງອຸດສະຫະກຳດ້ານການຜະລິດ ແລະ ປະກອບ ເລີ້ມ ແຕ່ນ້ອຍຫາໃຫ່ຍໂດຍດຳເນີນກິດຈະການຖືກຕ້ອງ ຕາມລະບຽບການ ແລະ ສອດຄ່ອງກັບລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.
    ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ຂໍແຈ້ງມາຍັງ ພະແນກ ອຸດສາຫະກຳ ແລະ ຫັດຖະກຳ ແຂວງ, ກຳແພງນະຄອນ ແລະ ເຂດພິເສດໄຊສົມບູນ ຊາບຕໍ່ກັບມາດຕະຖານ ແລະເງື່ອນໄຂຂອງ ໂຮງງານ ປະກອບລົດ, ການອອກອະນຸຍາດ ແລະການນຳເຂົ້າສິ້ນສວ່ນເພື່ອມາປະກອບຢູ່ໂຮງງານຄືດັ່ງນີ້:


    1.   ໂຮງງານຜະລິດ/ປະກອບລົດຕ້ອງໄດ້ຮັບໃບອະນຸຍາດສ້າງຕັ້ງແລະດຳເນີນກິດຈະການໂຮງງານ ຈາກ ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ( ກົມ ອຸດສາຫະກຳ )ໂດຍປະກອບຄຳຮ້ອງຂໍຜ່ານ ພະແນກ ອຸດສາຫະກຳ ແລະ ຫັດຖະກຳ ແຂວງ, ກຳແພງນະຄອນ ແລະ ເຂດພິເສດ ແລ້ວສົ່ງໃຫ້ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ເພື່ອພິຈາລະນາອອກອະນຸຍາດຕາມ ຂໍ້ຕົກລົງວ່າດ້ວຍໂຮງງານ. ພ້ອມດຽວກັນນີ້ໂຮງງານ ຕ້ອງປະຕິ ບັດຕາມລະບຽບກົດໝາຍຂອງ ຂະແໜງການອື່ນທີ່ກ່ຽວຂ້ອງ ຄົບຖ້ວນ ແລະ ຖືກຕ້ອງທຸກປະການ

    2.    ໂຮງງານຜະລິດ/ປະກອບລົດ ຕ້ອງມີມາດຕະຖານຂອງໂຮງງານຢ່າງເໝາະສົມ ໂດຍປະຕິບັດ ຕາມຂໍ້ຕົກລົງວ່າດ້ວຍໂຮງງານ ເລກທີ 103/ອຫ,107/ອຫ,ລົງວັນທີ 21/02/92, ແຈ້ງການຂອງ ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ເລກທີ 062/ອຫ,ລົງວັນທີ 1/3/99 ກ່ຽວກັບ ມາດຕະຖານການນຳເຂົ້າສິ້ນສ່ວນລົດສອງລໍ້ ເພື່ອມາ ປະກອບຢູ່ໂຮງງານ ແລະແຈ້ງການເລກທີ 152 /ອຫ , ລົງວັນທີ 10/05/99 ກ່ຽວກັບມາດຕະຖານການ ນຳເຂົ້າສິ້ນສ່ວນ ລົດໃຫ່ຍ ເຂົ້າມາປະກອບຢູ່ໂຮງງານ ລະອຽດຄືດັ່ງນີ້:

     
     
     
    ກັບຄືນ | ຕໍ່ໄປ
     
     
    ເບີ່ງຫົວຂໍ້ອື່ນ

     
     
      ຫົວຂໍ້
    ແຈ້ງການ
    ມາດຕະຖານໂຮງງານ ປະກອບລົດຈັກ ( ລົດ2ລໍ້ )
     
      ເອກະສານກ່ຽວຂ້ອງ:
    ຫຼັກການ 5 ສໍ
    ເອກະສານກ່ຽວຂ້ອງສ່ວນຫຼາ
    ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
    ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
    ຖ້າທ່ານຕ້ອງການ ດາວໂລດ Acro
    bat Reader ກະລຸນນາກົດບ່ອນນີ້
      ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
        ບໍ່ທັນມີ
       
    ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
    cyberia
    cyberia