www.smepdo.org       
 
Lao Eng
 

ເຕັກໂນໂລຊີ > ປະສິດທິພາບ

 
 

ວິທີການໃຊ້ແບບກວດສອບ

  1. ຖ້າທ່ານກຳສະພາບລວມຂອງບໍລິສັດບໍ່ໄດ້, ທ່ານຄວນຊອກຮູ້ຂໍ້ມູນທົ່ວໄປຈາກເຈົ້າຂອງ ຫຼື ຜູ້ຈັດການ. ທ່ານຕ້ອງໄດ້ຊອກຮູ້ກ່ຽວກັບຜະລິດຕະພັນຕົ້ນຕໍ ແລະ ວິທີການຜະລິດ, ຈຳນວນກຳມະກອນ (ຊາຍ-ຍິງ), ຈຳນວນຊົ່ວໂມງເຮັດວຽກ (ລວມພັກທ່ຽງ, ການພັກອື່ນໆ ແລະ ການເຮັດວຽກເພີ້ມ) ແລະ ການເຄື່ອນໄຫວ
    ທີ່ສຳຄັນຂອງວິສາຫະກິດ ຫຼື ບັນຫາຕ່າງໆຂອງກຳມະກອນ.
  2. ກຳນົດເຂດຂອງໜ້າວຽກທີ່ຈະກວດສອບ, ກໍລະນີທຸລະກິດຂະໜາດນ້ອຍ, ຂອບເຂດການດຳເນີນການຜະລິດ
    ຈະສາມາດຖືກກວດສອບໄດ້ທັງໝົດ. ໃນກໍລະນີເປັນວິສາຫະກິດຂະໜາດໃຫຍ່ ຕ້ອງໄດ້ກຳນົດຂອບເຂດສະ
    ເພາະຂອງວຽກຕ່າງໆ ແຍກກັນອອກເພື່ອງ່າຍໃນການກວດສອບ.
  3. ໃຫ້ທ່ານອ່ານຜ່ານບົດກວດສອບນີ້ ແລະ ກໍຍ່າງເລາະເບີ່ງບ່ອນເຮັດວຽກທຳການຜະລິດຈັກໜ້ອຍ ກ່ອນທີ່ຈະ
    ລິເລີ່ມທຳການກວດສອບ.
  4. ໃຫ້ທ່ານອ່ານແຕ່ລະຫົວຂໍ້ຢ່າງລະອຽດ ແລະ ຫາທາງທີ່ຈະຊອກຫາວິທີທີ່ຈະແກ້ໄຂ ຖ້າຫາກຈຳເປັນທ່ານ
    ຕ້ອງໄດ້ສອບຖາມເຈົ້າຂອງ ຫຼື ກຳມະກອນ,ຖ້າຫາກທ່ານມີມາດຕະການແກ້ໄຂແລ້ວ ຫຼື ຫາກບໍ່ມີຄວາມຈຳ
    ເປັນຕ້ອງແກ້ໄຂ ໃຫ້ທ່ານໝາຍ ບໍ່ຈຳເປັນ ຢູ້ຫ້ອງລຸ່ມນັ້ນ ຖ້າຫາກທ່ານເຫັນວ່າການແກ້ໄຂນັ້ນຫາກມີຄຸນຄ່າ ພ້ອມດຽວກັນນັ້ນໃຫ້ທ່ານໝາຍ ­ ຈຳເປັນ .ແລະ ໃຊ້ບ່ອນວ່າງໝາຍເຫດນັ້ນເພື່ອພັນລະນາຂໍ້ແນະນຳຂອງ
    ທ່ານ ຫຼື ຈຸດທີ່ຈະຕ້ອງແກ້.
  5. ພາຍຫຼັງທີ່ທ່ານສຳເລັດແລ້ວ ໃຫ້ກວດຄືນເບິ່ງຂໍ້ທີ່ທ່ານໝາຍວ່າ ຈະແກ້ໄຂ ແລ້ວເລືອກເບີ່ງໂຕໃດຈະມີຜົນ
    ປະໂຫຍດສຳຄັນທີສຸດ ໃຫ້ທ່ານໝາຍໃສ່ຫ້ອງ ຮີບດ່ວນ .ສຳຫຼັບຂໍ້ນັ້ນ.
  6. ກ່ອນທີ່ຈະສຳເລັດສົມບຸນ ທ່ານຕ້ອງກວດສອບເບິ່ງວ່າທ່ານໄດ້ໝາຍ ບໍ່ຈຳເປັນ ຫຼື ຈຳເປັນ ແລະລາຍການ
    ທີ່ທ່ານໝາຍ ຈຳເປັນ ຈຳນວນນັ້ນ ທ່ານກໍໄດ້ໝາຍໃສ່ຫ້ອງ ຮີບດ່ວນ.

ແບບກວດສອບ(ທ່ານສາມາດ ດາວໂລດເອົາແບບກວດສອບໄດ້ບ່ອນ ນີ້)

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
ຫຼັກການ 5 ສໍ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia