www.smepdo.org       
 
Lao Eng
 

ພາສີ ແລະ ການເກັບພາສີ

 
  ນອກຈາກການຂຶ້ນທະບຽນທຸລະກິດແລ້ວ ຫົວໜ່ວຍທຸລະກິດຈະຕ້ອງຂຶ້ນທະບຽນອາກອນ. ຄວາມຮູ້ກ່ຽວກັບ
ລະບົບອາກອນ ລວມເຖິງກົດໝາຍ ແລະ ກົດລະບຽບແມ່ນສິ່ງສຳຄັນສຳລັບທ່ານ ເພື່ອປະກອບພັນທະຂອງຕົນ
ໄດ້ຢ່າງຖືກຕ້ອງ.

ຈຸດສຳຄັນຂອງກົດໝາຍສ່ວຍສາອາກອນ ແລະ ກົດລະບຽບ

ກົດຫມາຍວ່າດ້ວຍສ່ວຍສາອາກອນ ກຳນົດລະບົບສ່ວຍສາອາກອນ ໃຫ້ທຸກພາກສ່ວນເສດຖະກິດ, ອົງການຈັດ
ຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ, ພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຊາວຕ່າງ ປະເທດ ລວມທັງ
ຜູ້ບໍ່ມີສັນຊາດທີ່ດຳເນີນທຸລະກິດ ຫລື ທຳມາຫາກິນຢູ່ ສປປ ລາວ ໃຫ້ປະກອບສ່ວນເຂົ້າໃນພາລະກິດຂອງ
ຊາດ.ກົດລະບຽບ ກ່ຽວກັບສ່ວຍສາອາກອນໄດ້ລະບຸລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.

ກົດໝາຍສ່ວຍສາອາກອນ

ບຸກຄົນ ຫລື ນິຕິບຸກຄົນ ທີ່ໄດ້ຊົມໃຊ້ສິນຄ້າ ຫລື ການບໍລິການ, ດຳເນີນ ທຸລະກິດ, ປະກອບອາຊີບອິດສະລະ ແລະມີລາຍໄດ້ຕ່າງໆຢູ່ໃນດິນ ແດນ ສປປ ລາວ ຈະຕ້ອງໄດ້ເສຍອາກອນ. ປະເພດຂອງອາກອນ ລວມມີ: ອາກອນທາງກົງ: ອາກອນກຳໄລ, ອາກອນລາຍໄດ້, ອາກອນ ຕ່ຳສຸດ ແລະ ຄ່າທຳນຽມຕ່າງໆ; ແລະ ທາງອ້ອມ: ອາກອນຕົວເລກ ທຸລະກິດ ແລະ ອາກອນຊົມໃຊ້. ສຳລັບໜ່ວຍທຸລະກິດທີ່ມີທຶນຈົດທະບຽນ
ຕ່ຳກວ່າ 200.000.000 ກີບແມ່ນຂຶ້ນກັບຫ້ອງການສ່ວຍອາກອນເມືອງ ແລະ ໃນປະຈຸບັນການຊຳລະສ່ວຍສາອາ ກອນ ສຳລັບພາກສ່ວນທຸລະກິດ ຂາເຂົ້າ ຂາອອກ ແລະ ທຸລະກິດ ຮ່ວມມືກັບຕ່າງປະເທດ ແມ່ນຂຶ້ນໂດຍ
ກົງກັບພະແນກອາກອນແຂວງ.

ການຂຶ້ນທະບຽນອາກອນ ແລະຂັ້ນຕອນ

ຜູ້ປະກອບການສາມາດຂຶ້ນທະບຽນອາກອນ ພາຍຫລັງທີ່ໄດ້ຮັບ ທະບຽນທຸລະກິດແລ້ວ ໂດຍພົວພັນກັບຫ້ອງ
ການທີ່ອອກທະບຽນ ທຸລະກິດໃຫ້ທ່ານ. ທະບຽນອາກອນແມ່ນຈະໄດ້ຕໍ່ ເປັນແຕ່ລະປີ ແລະສຳລັບຜູ້ທີ່ໄດ້
ປະກອບພັນທະຂອງຕົນຢ່າງ ຖືກຕ້ອງ ແມ່ນຈະໄດ້ຮັບອະນຸຍາດສືບຕໍ່. ກົດຢູ່ນີ້ ສຳລັບ ເອກະສານ ແລະ ຄ່າໃຊ້ຈ່າຍໃນການຂຶ້ນທະບຽນອາກອນ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia