www.smepdo.org       
 
Lao Eng
 

ສະຖິຕິ

 
 

ຄວາມສາມາດເຂົ້າເຖິງຂໍ້ມູນສະຖິຕິ ແມ່ນຂໍ້ໄດ້ປຽບ ແລະ ເປັນປະໂຫຍດຫລາຍສຳລັບຜູ້ປະກອບການ.ການຊອກ
ຮູ້ກ່ຽວ ກັບແຫລ່ງຂໍ້ມູນ ຈຶ່ງເປັນສິ່ງຈຳເປັນ ເຊິ່ງພາກນີ້ ໄດ້ແນະນຳແຫລ່ງຂໍ້ມູນຕົ້ນຕໍ ທີ່ທ່ານສາມາດ\ນຳໃຊ້ເປັນ
ບ່ອນອິງຊອກ ຫາຂໍ້ມູນທີ່ຕ້ອງການ ຜ່ານອິນເຕີເນັດ ຫລື ດ້ວຍຕົນເອງ ສຳລັບແຫລ່ງພາຍໃນປະເທດ; ແລະ ຜ່ານອິນເຕີເນັດສຳລັບ ແຫລ່ງຂໍ້ມູນສະຖິຕິຂອງຕ່າງປະເທດ.

ສູນສະຖິຕິແຫ່ງຊາດ

ສູນສະຖິຕິແຫ່ງຊາດສ້າງຕັ້ງຂຶ້ນມາເປັນເວລາດົ່ນນານແລ້ວ ໂດຍມີບົດບາດໃນການແຫລ່ງເກັບກຳ ແລະ ສັງລວມ
ຂໍ້ມູນດ້ານ ເສດຖະກິດ ແລະ ສັງຄົມໃນຂອບເຂດທົ່ວປະ
ເທດເປັນແຕ່ລະໄລຍະ ເຊິ່ງເປັນບ່ອນອິງດ້ານຂໍ້ມູນພື້ນຖານ
ທີ່ເປັນປະໂຫຍດ. ປະຈຸບັນນີ້ ສູນສະຖິຕິໄດ້ພິມ ເອກະສານ
ທີ່ເປັນສະຖິຕິໃນຂະແໜງການຕ່າງໆ. ເຊັ່ນ: ສະຖິຕິພົນລະ ເມືອງ, ສະຖິຕິດ້ານກະສິກຳ, ສະຖິຕິການລົງທຶນ,ແຮງງານ,
 ສຶກສາ, ແລະ ອື່ນໆ ນຳໃຊ້.

ກະຊວງອຸດສາຫະກຳ ແລະ ຫັດຖະກຳ

ກະຊວງອຸດສາຫະກຳ ແລະ ຫັດຖະກຳໄດ້ ສັງລວມຂໍ້ມູນ ກ່ຽວກັບ ຫົວໜ່ວຍອຸດສາຫະກຳ ແລະ ຫັດຖະກຳທົ່ວປະ
ເທດ ຈາກພະແນກ ອຸດສາຫະກຳ ແລະ ຫັດຖະກຳ ແຂວງ ໄວ້ຢູ່ພະແນກສະຖິຕິ ແລະ ແຜນການ ຂອງກະຊວງ. ເຖິງວ່າຂໍ້ມູນທີ່ມີຈະບໍ່ຄົບຖ້ວນແຕ່ສາມາດ ເປັນພື້ນຖານ
ເພີ້ມເຕີມໃສ່ຂໍ້ມູນໂດຍກົງຈາກ ພະແນກແຜນການແລະການ
ຮ່ວມມື ຢູ່ຂັ້ນແຂວງເອງ.

ແຫລ່ງຂໍ້ມູນສະຖິຕິອື່ນໆ

ສະພາການຄ້າ, ກະຊວງການຄ້າ, ກົມການຄ້າພາຍໃນ, ກົມຄຸ້ມຄອງ ການລົງທຶນພາຍໃນ ແລະ ຕ່າງປະເທດ, ແລະສູນຂໍ້ມູນຂ່າວສານ ແມ່ຍິງ ກໍ່ເປັນແຫລ່ງຂໍ້ມູນ ທີ່ມີຂໍ້ມູນໃໝ່ ແລະ ໜ້າສົນໃຈ. ສຳລັບແຫລ່ງຂໍ້ມູນສະຖິຕິ ຂອງຕ່າງປະເທດ ເຊັ່ນ: ທະນາຄານ ພັດທະນາອາຊີ, ທະນາຄານໂລກ, ກອງເລຂາອາຊຽນ ເຊິ່ງໃຫ້ຂໍ້ມູນ ສະຖິຕິທີ່ເປັນປະໂຫຍດ ແລະ ໜ້າເຊື່ອຖື ແລະ ກ່ວມເອົາຫລາຍ ຂົງເຂດ ລວມເຖິງພາກທຸລະກິດເອກະຊົນ ແລະ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໃນຫລາຍຂະແໜງການ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia