| |
ການວາງແຜນທຸລະກິດ ແລະ ສຶກສາຄວາມເປັນໄປໄດ້ຂອງທຸລະກິດ ແມ່ນວຽກສຳຄັນທຳອິດໃນການຈະເລີ້ມເຮັດ
ທຸລະກິດໃດໜຶ່ງ. ນອກນັ້ນ, ຜູ້ປະກອບການຄວນສຶກສາບັນດາກົດໝາຍ ແລະລະບຽບການຕ່າງໆ
ທີ່ກ່ຽວຂ້ອງກັບການ ສ້າງຕັ້ງທຸລະກິດ. ການຊອກຫາຂໍ້ມູນ ແລະ
ການຕິດຕໍ່ສື່ສານ ໂດຍນຳໃຊ້ອິນເຕີເນັດ ແມ່ນຈະຊ່ວຍທ່ານໄດ້ຫລາຍ.
ວາງແຜນທຸລະກິດ
ກ່ອນທີ່ຈະເລີ້ມທຸລະກິດໃດໜຶ່ງ ມັນຈຳເປັນທີ່ຈະຕ້ອງມີແຜນທຸລະກິດ ເຊິ່ງລວມມີ:
ການກຳນົດແນວຄິດທຸລະກິດ, ການສຶກສາຕະຫລາດ, ຊອກຫາສະຖານທີ່,
ຄາດຄະເນຍອດຂາຍ, ວາງງົບປະມານ, ອື່ນໆ. ທ່ານສາມາດອິງໃສ່ຄູ່ມືຂອງ ILO:
ການເລີ້ມທຸລະກິດດ້ວຍຕົວທ່ານ ເອງ (SYB) ເພື່ອສຶກສາລະອຽດ.
ກົດໃສ່ຫົວຂໍ້ທີ່ກ່ຽວຂ້ອງທາງດ້ານ
ຂວາມືເພື່ອດຶງເອົາຂໍ້ມູນກ່ຽວກັບຄູ່ມືນີ້.
ການສຶກສາຄວາມເປັນໄປໄດ້ຂອງທຸລະກິດ
ຖ້າຫາກທຸລະກິດຂອງທ່ານ ຕ້ອງການຊອກຫາທຶນຮອນ ຈາກແຫລ່ງ ຂ້າງນອກເຊັ່ນ:
ທະນາຄານ ຫລື ຜູ້ໃຫ້ກູ້ຢືມອື່ນໆ ການສຶກສາຄວາມ ເປັນໄປໄດ້ຂອງທຸລະກິດ
ຍິ່ງເປັນສິ່ງຈຳເປັນເພື່ອສ້າງຄວາມໝັ້ນໃຈ ແກ່ຜູ້ໃຫ້ຢືມ. ໃຫ້ທ່ານກົດໃສ່ການ
ສຶກສາ ຄວາມເປັນໄປໄດ້ຂອງ ທຸລະກິດ ເພື່ອເປັນຕົວຢ່າງ.
ຮູບແບບດ້ານກົດໝາຍຕ່າງໆ ຂອງທຸລະກິດ
ກົດໝາຍທຸລະກິດ (ເລກທີ 005/ສພຊ) ແລະ ລະບຽບການນຳໃຊ້ (ດຳລັດເລກທີ 31/ນຍ)
ໄດ້ກຳນົດຮູບແບບດ້ານກົດໝາຍຕ່າງໆ ຂອງທຸລະກິດ
ທີ່ທ່ານສາມາດເລືອກໃຫ້ເໝາະສົມກັບທຸລະກິດ ຂອງທ່ານ ແລະ
ຂັ້ນຕອນຕ່າງໆສຳລັບການສະເໜີຂໍອະນຸຍາດ ດຳເນີນທຸລະກິດ.
ການຂໍອະນຸຍາດສ້າງຕັ້ງ ແລະ ຂຶ້ນທະບຽນດຳເນີນທຸລະກິດ
ແມ່ນມີຫລາຍໆບາດກ້າວ
ທີ່ທ່ານຈະໄດ້ປະຕິບັດຕາມ.
ບາດກ້າວດັ່ງກ່າວແມ່ນໄດ້ສະເໜີຢູ່ໃນ ຂັ້ນຕອນການຂຶ້ນທະບຽນ ທຸລະກິດ ແລະ
ຂັ້ນຕອນການອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ.
ຖ້າຫາກທຸລະກິດຂອງທ່ານຈັດເປັນກິດຈະການຂະໜາດຍ່ອຍ ຫລື ປະເພດຄົວເຮືອນ
ທ່ານຈະໄດ້ຂຶ້ນທະບຽນກັບຫ້ອງການການຄ້າເມືອງ.
ທ່ານສາມາດຊື້ເອກະສານແບບຟອມຕ່າງໆທີ່ກ່ຽວຂ້ອງກັບການຂຶ້ນ ທະບຽນ
ນຳຫ້ອງການການຄ້າເມືອງໃນເຂດຂອງທ່ານ.
ຖ້າຫາກທຸລະກິດທ່ານກ່ຽວພັນກັບຫລາຍຂະແໜງການ ທ່ານຈະຕ້ອງ
ຂໍອະນຸຍາດດຳເນີນທຸລະກິດ ແລະ ຂຶ້ນທະບຽນນຳຂະແໜງການ ທີ່ກ່ຽວຂ້ອງເຊັ່ນ:
ກົມສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ກະຊວງການຄ້າ;
ກະຊວງອຸດສາຫະກຳ ແລະ ຫັດຖະກຳ; ແລະ ກະຊວງກະສິກຳ.
ທ່ານສາມາດຊື້ເອກະສານແບບຟອມຕ່າງໆທີ່ກ່ຽວ
ຂ້ອງກັບການຂໍອະນຸຍາດດຳເນີນວິສາຫະກິດ ແລະ ຂຶ້ນທະບຽນ
ນຳພະແນກການທີ່ກ່ຽວຂ້ອງ.
ເອກະສານດັ່ງຕໍ່ໄປນີ້ໃຫ້ຂໍ້ມູນລະອຽດ ແລະ ເປັນປະໂຫຍດກ່ຽວກັບ
ການສ້າງຕັ້ງທຸລະກິດ ແລະ ໃນຂະແໜງການທີ່ ກ່ຽວຂ້ອງ: ກົດໝາຍ ວ່າດ້ວຍ
ການສົ່ງເສີມການລົງທຶນພາຍໃນ (ເລກທີ 03/ສພຊ), ແລະ
ລະບຽບການຈັດຕັ້ງປະຕິບັດ (ເລກທີ 01/ສປປ), ກົດໝາຍວ່າດ້ວຍ
ອຸດສາຫະກຳປຸງແຕ່ງ (ເລກທີ 01/99/ສພຊ), ແລະ ດຳລັດລັດຖະມົນ
ຕີວ່າດ້ວຍໂຮງງານ (ເລກທີ 104/ອຫ) ຂອງກະຊວງ ອຸດສາຫະກຳ ແລະ ຫັດຖະກຳ.
ການຂຶ້ນທະບຽນອາກອນ
ບາດກ້າວສຸດທ້າຍຂອງຂັ້ນຕອນການຂຶ້ນທະບຽນແມ່ນ ຂຶ້ນທະບຽນ ອາກອນ
ນຳກະຊວງການເງິນ. ທ່ານສາມາດຊື້ເອກະສານແບບຟອມ
ຕ່າງໆທີ່ກ່ຽວຂ້ອງກັບການຂຶ້ນທະບຽນອາກອນນຳ ພະແນກສ່ວຍສາອາ ກອນປະຈຳແຂວງ.
ກົດໝາຍວ່າດ້ວຍ ພາສີ (ເລກທີ 006/ສພຊ) ແລະ ກົດໝາຍວ່າດ້ວຍ ອາກອນ (ເລກທີ
04/ສພຊ) ໃຫ້ຂໍ້ມູນລະອຽດ ທີ່ເປັນປະໂຫຍດແກ່ທ່ານ.
ອິນເຕີເນັດ ແລະ ອີເມລ
ອິນເຕີເນັດ ແລະ ອີເມລເປັນເຄື່ອງມືການສື່ສານທີ່ໄດ້ຮັບຄວາມນິຍົມ ເພີ້ມຂຶ້ນ.
ຢູ່ໃນນະຄອນຫລວງວຽງຈັນມີໜ່ວຍງານບໍລິການຕິດຕັ້ງ ອິນເຕີເນັດ ແລະ
ການບໍລິການສ້າງເວັບໄຊຕ່າງໆປະມານ ແຫ່ງ ເຊິ່ງປະຈຸບັນ ມີການແຂ່ງຂັນກັນ
ສູງເຮັດໃຫ້ຄ່າບໍລິການຕ່ຳລົງ ແລະ ຜູ້ປະກອບການ
ສາມາດໃຊ້ບໍລິການໄດ້ງ່າຍ. ທ່ານສາມາດກົດຢູ່ນີ້ ເພື່ອ ເບິ່ງລາຍຂອງວິສາຫະກິດບໍລິການອິນເຕີເນັດ.
ທ່ານສາມາດເອົາທີ່ຢູ່ອີເມລໄດ້ຢ່າງງ່າຍດາຍ ດ້ວຍການສະມັກຢາກ
ຫລື ຫລື ຫລື
www.laotel.com ຖ້າຫາກທ່ານປະສົງ ທີ່ຈະຕິດຕັ້ງອິນເຕີເນັດ ຢູ່ຮ້ານ ຫລື
ເຮືອນຕົນເອງ ກໍສາມາດຕິດຕໍ່ກັບ ຫລື ທີ່ໄດ້ລະບຸກ່ຽວກັບທາງ ເລືອກການບໍລິການ, ຂັ້ນຕອນ ແລະ ຄ່າໃຊ້ຈ່າຍ.
|
|