www.smepdo.org       
 
 

ເລີ້ມຕົ້ນເຮັດທຸລະກິດ > ການສຶກສາຄວາມເປັນໄປໄດ້ຂອງທຸລະກິດ

 
 

ການສຶກສາຄວາມເປັນໄປໄດ້ຂອງທຸລະກິດ

ການຕີລາຄາວ່າທຸລະກິດໃດໜຶ່ງຄຸ້ມຄ່າທີ່ຈະລົງທຶນຫລື ບໍ່ ນັ້ນ, ທ່ານສາມາດຕີລາຄາ ສອງດ້ານຫລັກໆ ຄື:
(1) ຄຸນລັກສະນະ ແລະ ຄວາມຊຳນານຂອງຜູ້ປະກອບການທີ່ຈະນຳໄປສູ່ຜົນສຳເລັດດ້ານທຸລະກິດ,
ແລະ
(2) ການສຶກສາດ້ານຕ່າງໆຂອງທຸລະກິດ

(1) ຄຸນລັກສະນະ ແລະ ຄວາມຊຳນານຂອງຜູ້ປະກອບການທີ່ຈະນຳໄປສູ່
ຜົນສຳເລັດ ດ້ານທຸລະກິດ

ລາຍການກວດສອບຂ້າງລຸ່ມນີ້ ຈະຊີ້ໃຫ້ເຫັນເຖິງ ຄຸນລັກສະນະຂອງຜູ້ປະກອບການ ທີ່ຈະນຳໄປ ສູ່ຜົນສຳເລັດດ້ານທຸລະກິດ; ເຊິ່ງໃນນີ້ ຖ້າຫາກວ່າຜູ້ປະກອບການມີຈຸດເຂັ້ມແຂງຫລາຍກວ່າ ຈຸດອ່ອນ ກໍ່ໝາຍໝາຍຄວາມວ່າການລົງທຶນຕໍ່ກັບທຸລະກິດນີ້ ແມ່ນມີຄວາມສ່ຽງໜ້ອຍກວ່າກໍລະນີ ທີ່ຜູ້ປະກອບການ ມີຈຸດອ່ອນຫລາຍກວ່າຈຸດເຂັ້ມແຂງ.

ຄຸນລັກສະນະຂອງຜູ້ປະກອບການ

 

ຕັ້ງໃຈຈິງ ຄວາມຕັ້ງໃຈຈິງໃນການເຮັດທຸລະກິດ ໝາຍເຖິງໃຫ້ຄວາມ ສຳຄັນກັບທຸລະກິດຫລາຍກວ່າສິ່ງອື່ນໃດ, ຕັ້ງໃຈຈະເຮັດທຸລະກິດເປັນ ເວລາດົນ, ເຕັມໃຈທີ່ຈະເອົາເງິນມາສ່ຽງໃນການດຳເນີນທຸລະກິດ.

ແຮງຈູງໃຈ ແຮງຈູງໃຈໃນການເຮັດທຸລະກິດມີຫລາຍຢ່າງ, ແຕ່ທ່ານມີ ໂອກາດຈະປະສົບຄວາມສຳເລັດໄດ້ຖ້າແຮງຈູງໃຈຂອງທ່ານ ແມ່ນການ ເປັນເຈົ້າຂອງກິດຈະການທີ່ປະສົບຄວາມສຳເລັດ.

ຄວາມຊື່ສັດ ຖ້າທ່ານບໍ່ມີຄວາມຊື່ສັດຕໍ່ລູກຄ້າ, ຜູ້ສະໜອງ ຫລືແມ່ນ ແຕ່ລູກຈ້າງຂອງທ່ານ, ບໍ່ດົນທ່ານກໍຈະເສຍຊື່ສຽງ ເຊິ່ງຈະນຳໄປສູ່ ຄວາມລົ້ມລະລາຍໃນທຸລະກິດ.

ສຸຂະພາບ ການເຮັດທຸລະກິດເປັນວຽກໜັກ ທ່ານຈຳເປັນຕ້ອງມີສຸ ຂະພາບດີ.

ກ້າສ່ຽງ ທຸລະກິດທຸກຊະນິດຕ້ອງສ່ຽງ ທ່ານຕ້ອງເຕັມໃຈທີ່ຈະສ່ຽງໃນ ດ້ານທີ່ເຫັນວ່າສົມຄວນ.

ກ້າຕັດສິນໃຈ ໃນການເຮັດທຸລະກິດ ທ່ານຕ້ອງຕັດສິນໃຈດ້ວຍຕົນ ເອງ ແລະ ຕ້ອງກ້າຕັດສິນໃຈບັນຫາທີ່ມີຜົນກະທົບຕໍ່ທຸລະກິດ.

ຄອບຄົວ ການເຮັດທຸລະກິດຕ້ອງສຸມເວລາໃສ່ຫລາຍ ສະນັ້ນຄອບຄົວ ຄວນເຫັນດີນຳ ແລະ ພ້ອມຈະສະໜັບສະໜູນທ່ານ.

ຄວາມເປັນຜູ້ນຳ ສາມາດປົກຄອງເບິ່ງແຍງຄົນທີ່ເຮັດວຽກນຳທ່ານ ແລະ ຈະຕ້ອງນຳທຸລະກິດຂອງທ່ານໄປສູ່ຄວາມສຳເລັດໄດ້.

ມະນຸດສຳພັນ ທ່ານຕ້ອງມີທັກສະໃນການສ້າງຄວາມສຳພັນ ກັບທຸກຝ່າຍທັງລູກນ້ອງ, ລູກຄ້າ ແລະ ຄົນອື່ນໆໃນວົງການດຽວກັນ .

ຄວາມຄິດສ້າງສັນ ຖ້າທ່ານມັກລິເລີ່ມສ້າງສັນສິ່ງແປກໃໝ່, ຊອກຫາແນວທາງໃໝ່ ແລະ ບໍ່ມັກການນຳແນວໝູ່ ຖືວ່າທ່ານມີຈຸດ ເຂັ້ມແຂງໃນການສ້າງສັນ.

ສະພາບການເງິນ ຖ້າທ່ານມີເງິນພໍ ແລະ ຫາກທຸລະກິດລົ້ມລະ ລາຍທ່ານກໍ່ຈະບໍ່ຫຍຸ້ງຍາກຫລາຍຖືວ່າເປັນຈຸດເຂັ້ມແຂງ. ແຕ່ຖ້າ ທ່ານບໍ່ມີເງິນຂອງຕົນເອງ ແລະ ຝາກຄວາມຫວັງທຸກຢ່າງໄວ້ກັບທຸ ລະກິດນີ້ຖືວ່າ ເປັນຈຸດອ່ອນຂອງ ທ່ານ.

ຄວາມຮູ້ຄວາມຊຳນານ

ຄວາມຊຳນານດ້ານເຕັກນິກ ມີຄວາມຊຳນານໃນດ້ານການປະຕິ ບັດກໍ່ຄື: ການຜະລິດສິນຄ້າ ຫລືໃຫ້ບໍລິການ ເຊັ່ນ: ຖ້າຈະເປີດຮ້ານ ອາຫານກໍ່ຄວນແຕ່ງອາຫານເປັນ, ຈະເປີດຮ້ານສ້ອມແປງລົດຈັກກໍ່ ຄວນແປງລົດຈັກເປັນ ຖ້າບໍ່ດັ່ງນັ້ນກໍ່ຖືເປັນຈຸດອ່ອນ.

ຄວາມຊຳນານດ້ານການບໍລິຫານ ເປັນຄວາມຊຳນານໃນການດຳ ເນີນທຸລະກິດ ເຊັ່ນ: ການຕະຫລາດ, ການເຮັດບັນຊີ, ການຄິດໄລ່ຕົ້ນ ທຶນ.

ຄວາມຮຸ້ກ່ຽວກັບທຸລະກິດນັ້ນໆ ຄວາມຮູ້ທົ່ວໄປກ່ຽວກັບທຸລະກິດທີ່ ຈະເຮັດ.

ໃຫ້ທ່ານນັບຈຳນວນ ຈຸດເຂັ້ມແຂງ/ຈຸດອ່ອນ

ທ່ານມີຄວາມໝັ້ນໃຈຕໍ່ກັບຜູ້ປະກອບການ

ບົດກວດສອບນີ້ ແມ່ນຄັດມາຈາກແບບຝຶກຫັດ ເລີ້ມຕົ້ນທຸລະກິດຂອງທ່ານ (SYB ILO)

 ການສຶກສາດ້ານຕ່າງໆຂອງທຸລະກິດ

ໃຫ້ທ່ານກວດສອບ ຄວາມພ້ອມໃນດ້ານຕ່າງໆຂອງທຸລະກິດ ດັ່ງຕໍ່ໄປນີ້

  ແມ່ນ ບໍ່ແມ່ນ
1. ໄດ້ກຳນົດລະອຽດ ກ່ຽວກັບສິນຄ້າ ຫລື ບໍລິການຫຍັງ
2. ໄດ້ກຳນົດລູກຄ້າລະອຽດ
3.ໄດ້ລອງສອບຖາມຜູ້ທີ່ຄາດວ່າຈະເປັນລູກຄ້າຂອງທຸລະກິດແລ້ວ ວ່າຄິດແນວໃດກັບສິນຄ້າ/ບໍລິການ
4. ໄດ້ຮູ້ແລ້ວວ່າຄູ່ແຂ່ງແມ່ນໃຜ
5.ໄດ້ຮູ້ແລ້ວວ່າຄູ່ແຂ່ງຂອງທຸລະກິດນີ້ຂາຍສິນຄ້າ/ບໍລິການໃນລາ
ຄາເທົ່າໃດ
6. ຮູ້ຈຸດອ່ອນ, ຈຸດເຂັ້ມແຂງຂອງຄູ່ແຂ່ງ
7. ໄດ້ຄາດຄະເນຍອດຂາຍ ແລ້ວ
8. ໄດ້ຕັດສິນໃຈແລ້ວວ່າຈະຂາຍສິນຄ້າ/ບໍລິການໃນລາຄາ
ເທົ່າໃດ
9. ໄດ້ເລືອກສະຖານທີ່ຕັ້ງຂອງກິດຈະການ ແລ້ວ
10. ໄດ້ຕັດສິນໃຈແລ້ວວ່າ ຈະໃຊ້ການຈຳໜ່າຍສິນຄ້າວິທີໃດແດ່
11. ໄດ້ຕັດສິນໃຈແລ້ວວ່າຈະໂຄສະນາເຜີຍແຜ່ດ້ວຍວິທີໃດແດ່
12. ໄດ້ຮູ້ແລ້ວວ່າຄ່າໃຊ້ຈ່າຍໃນການໂຄສະນາເຜີຍແຜ່ຈະຕົກເປັນ
ເງິນເທົ່າໃດ
13. ໄດ້ຕັດສິນໃຈແລ້ວວ່າກິດຈະການຈະມີຮູບແບບກຳມະສິດຕາມ
ກົດໝາຍແນວໃດ
14. ໄດ້ຕັດສິນໃຈແລ້ວວ່າຕ້ອງການລູກຈ້າງພະນັກງານແບບໃດ
15. ໄດ້ຮູ້ໜ້າທີ່ຕາມກົດໝາຍຂອງເຈົ້າຂອງທຸລະກິດ ທີ່ມີຕໍ່ລູກຈ້າງ
16. ໄດ້ຮູ້ແລ້ວວ່າກິດຈະການຂອງທ່ານມີໜ້າທີ່ຕາມກົດໝາຍ
ແນວໃດແດ່
17. ຮູ້ແລ້ວວ່າກິດຈະການຕ້ອງຈົດທະບຽນແບບໃດ
18. ຮູ້ແລ້ວວ່າການຈົດທະບຽນຕ່າງໆ ນີ້ຕ້ອງມີຄ່າໃຊ້ຈ່າຍເທົ່າໃດ
19. ໄດ້ຕັດສິນໃຈແລ້ວວ່າກິດຈະການ ຕ້ອງເຮັດປະກັນຫຍັງແດ່
20. ຮູ້ແລ້ວວ່າການປະກັນຕ້ອງມີຄ່າໃຂ້ຈ່າຍຫລາຍປ່ານໃດ
21. ໄດ້ຄາດຄະເນຍອດຂາຍໃນປີທຳອິດແລ້ວ
22. ໄດ້ຄາດຄະເນມູນຄ່າ ຍອດຂາຍສຳລັບປີທຳອິດແລ້ວ
23. ໄດ້ເຮັດແຜນການຄາດຄະເນກຳໄລ ແລະ ຂາດທຶນສຳລັບປີທຳອິດແລ້ວ
24. ຈາກແຜນການຄາດຄະເນຜົນກຳໄລ ແລະ ຂາດທຶນ ເຫັນວ່າກິດຈະການຂອງ ຈະມີກຳໄລ?
25. ທ່ານໄດ້ເຮັດແຜນການຄາດຄະເນກະແສເງິນສົດແລ້ວ?
26.ແຜນການຄາດຄະເນກະແສເງິນສົດຂອງທ່ານສະແດງໃຫ້ເຫັນວ່າທ່ານ
ຈະມີເງິນສົດພໍສຳລັບການດຳເນີນງານໃນໄລຍະ 6 ເດືອນທຳອິດ?
27.ທ່ານໄດ້ຄິດໄລ່ເງິນລົງທຶນສຳລັບການເລີ່ມຕົ້ນກິດຈະການກິດຈະ
ການຂອງ ທ່ານແລ້ວ?
28. ທ່ານໄດ້ລວບລວມເງິນສຳລັບເລີ່ມຕົ້ນທຸລະກິດແລ້ວໍ່?
29. ທ່ານໄດ້ປະເມີນມູນຄ່າຊັບສິນທີ່ຈະໃຊ້ເປັນຫລັກຊັບໃນການກູ້ຍືມ
ເງິນແລ້ວ?
30. ທ່ານມີຄວາມໝັ້ນໃຈໃນການເລີ່ມຕົ້ນທຸລະກິດຂອງທ່ານ?
ລວມ

ຈຳນວນຂອງ “ບໍ່ແມ່ນ”

ຄຳອະທິບາຍ

0 ກະກຽມແຜນທຸລະກິດໄດ້ດີຫລາຍ
1-10 ຄວນກັບໄປສຶກສາເອກະສານ “ການເລີ່ມຕົ້ນທຸລະກິດ” ອີກເທື່ອໜຶ່ງ ແລະ ຄວນປັບປຸງແກ້ໄຂຂໍ້ມູນຕ່າງໆ ໃຫ້ເໝາະສົມກວ່າເກົ່າ.

ຫລາຍກວ່າ 10

ໃນເວລານີ້ ຖ້າຈະເລີ່ມຕົ້ນທຸລະກິດຈະເປັນການສ່ຽງຫລາຍໂພດ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia