www.smepdo.org       
 
 
ເລີ້ມຕົ້ນເຮັດທຸລະກິດ > ຮູບແບບດ້ານກົດໝາຍຕ່າງໆຂອງທຸລະກິດ >  ຮູບແບດ້ານກົດໝາຍຕ່າງໆ ຂອງທຸລະກິດ
 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການຄ້າ

ເລກທີ່ 31 /ນຍ

ດຳລັດ
ວ່າດ້ວຍການຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍທຸລະກິດ.

  • ອີງຕາມກົດໝາຍວ່າດ້ວຍທຸລະກິດສະບັບເລກທີ່ 055/ສພຊ,ລົງວັນທີ່ 18/7/97

  • ອີງຕາມດຳລັດວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຄ້າສະບັບ ເລກທີ່ 2/ນຍມລົງວັນທີ່ 10/04/93

  • ອີງຕາມການສະເໜີຂອງລັດຖະມົນຕີວ່າການກະຊວງການຄ້າ
     

ນາຍົກລັດຖະມົນຕີອອກດຳລັດ

ໝວດທີ່ 1
ບົດບັນຍັດທົ່ວໄປ

ມາດຕາ 1: ຈຸດປະສົງ

ດຳລັດສະບັບນີ້ວາງລະບຽບການກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທຸ ລະກິດ.

ມາດຕາ 2: ການສ້າງຕັ້ງວິສາຫະກິດ

ທຸກວິສາຫະກິດຕ້ອງສ້າງຕັ້ງຂື້ນ ໂດຍສວດຄ່ອງກັບກົດໝາຍວ່ສດ້ວຍທຸລະກິດ ແລະ ຕ້ອງມີທືນຈົດທະບຽນ
ທີ່ຖຶກຕ້ອງຕາມກົດໝາຍ.

ໝວດທີ່ 2
ວິສາຫະກິດ ແລະ ເງື່ອນໄຂການດຳເນີນທຸລະກິດ

ມາດຕາ 3: ປະເພດ ແລະ ຮູບການຂອງການດຳເນີນທຸລະກິດ

ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກົດໝາຍວ່າດ້ວຍທຸລະກິດອະນຸຍາດໃຫ້ສ້າງຕັ້ງ ແລະ
ເຄື່ອນໄຫວສື່ປະເພດ ແລະ ສອງຮູບການວິສາຫະກິດດັ່ງນີ້:

  • ປະເພດວິສາຫະກິດປະກອບດ້ວຍ: ວິສາຫະກິດຂອງລັດ, ວິສາຫະກິດລວມໝູ່, ວິສາຫະກິດປະສົມ
    ແລະ ວິສາຫະກິດເອກະຊົນ.

  • ຮູບການວິສາຫະກິດປະກອບດ້ວຍ: ວິສາຫະກິດສ່ວນບຸກຄົນ ແລະ ບໍລິສັດ ໃນນີ້ ບໍລິສັດມີ 3
    ຮູບແບບຄື: ບໍລິສັດຮຸ້ນສ່ວນ, ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ.

ນອກຈາກປະເພດຮູບການ ແລະ ຮູບແບບທີ່ກ່າວມາຂ້າງເທີງນີ້ແລ້ວ ກົດໝາຍວ່າດ້ວຍທຸລະກິດ
ຍັງຖືວ່າຕົວແທນ ແລະ ນາຍໜ້າແມ່ນນັກທຸລະກິດທີ່ຕ້ອງຂື້ນທະບຽນຕາມລະ ບຽບກົດໝາຍ
ແລະ ເຄື່ອນໄຫວຖືກຕ້ອງຕາມເງື່ອນໄຂ, ສິດ ແລະ ພັນທະທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງທຸກປະການ.

ມາດຕາ 4: ເງື່ອນໄຂຂອງການດຳເນີນທຸລະກິດ

ພົນລະເມືອລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດທີ່ອາໃສຢູ່ ສປປ ລາວ ແລະ ຄົນ ຕ່າງປະລ້ວນແຕ່ມີສິດດຳເນີນ
 ຫລື ເຂົ້າຮ່ວມໃນການດຳເນີນທຸລະກິດ ຕາມກົດໝາຍວ່າ ດ້ວຍທຸລະກິດ, ເວັ້ນເສຍແຕ່ບຸກຄົນທີ່ຖຶກຫ້າມດຳເນີນ
ທຸລະກິດເປັນອາຊິບຕາມທີ່ກຳນົດໄວ້ ໃນມາດຕາ11 ຂອງກົດໝາຍວ່າດ້ວຍທຸລະກິດ.

  • ສຳລັບລັດຖະກອນແມ່ນໃຫ້ປະຕິບັດຕາມລະບຽບລັດຖະກອນທີ່ໄດ້ກຳນົດໄວ້.

  • ສຳລັບຄົນຕ່າງປະເທດຕ້ອງຜ່ານການຮັບຮອງຈາກຄະນະກຳມະການຄູ້ມຄອງ ການລົງທືນຕ່າງປະເທດ
    ຕາມກົດໝາຍວ່າດ້ວຍການສົ່ງເສີມ ແລະ ການລົງທືນ ຂອງຕ່າງປະເທດຢູ່ ສປປ ລາວ.

ມາດຕາ 5: ຂະແໜງທຸລະກິດທີ່ເກືອດຫ້າມ

ຂະແໜງທຸລະກິດທີ່ເກືອດຫ້າມແມ່ນທຸກການດຳເນີນທຸລະກິດທີ່ຂັດກັບລະບຽບກົດ
ໝາຍຂອງ ສປປ ລາວ.
ລາຍລະອຽດຂະແໜງທຸລະກິດທີ່ເກືອດຫ້າມໃຫ້ປະຕິບັດຕາມເອກະສານຄັດຕິດ
ເລກ 1.

ມາດຕາ 6: ຂະແໜງທຸລະກິດທີ່ມີຄວາມສຳຄັນຕໍ່ຄວາມປວດໄພຂອງຊາດ, ເສດຖະກິດ - ສັງຄົມ
ແລະ ສີ່ແວດລວ້ມ ລັດຈະມີການຄວບຄູມຢ່າງໄກ້ສິດ.

ການຄວບຄູມຂອງລັດຕໍ່ຂະແໜງທຸ ລະກິດ
ບໍ່ແມ່ນວ່າລັດຈະເປັນຜູ້ຜູກຂາດແຕ່ພຽງຜູ້ດຽວ ບາງຂະແໜງການລັດອາດຈະດຳ
ເນີນເອງ, ບາງຂະແໜງການລັດອາດຈະຮ່ວມທືນ ແລະ ບາງຂະແໜງການລັດອາດມອບ
ໃຫ້ເປັນປະເພດທຸລະກິດອື່ນເຮັດກໍ່ໄດ້ຂື້ນກັບເງື່ອນໄຂ ແລະຄວາມຈຳເປັນຂອງທຸລະກິດທີ່
ກ່ຽວຂ້ອງຊື່ງລັດຖະບານຈະເປັນຜູ້ກຳນົດໃນແຕ່ລະໄລຍະ.
ລາຍລະອຽດຂະແໜງທຸລະກິດທີ່ລັດຄວຄຄູມແມ່ນໃຫ້ປະຕິບັດຕາມເອກະສານຄັດຕິດເລກ2.

ມາດຕາ 7: ຂະແໜງເສດຖະກິດທີ່ລັດສະຫງວນສຳລັບພົນລະເມືອງລາວ

ການສະຫງວນຂະແໜງທຸລະກິດແມ່ນການປົກປ້ອງສິດ ແລະ ຜົນປະໂຫຍດຂອງ ພົນລະເມືອງລາວ
ເພື່ອປົກປັກຮັກສາ ແລະ ຂະຫຍາຍມູນເຊື້ອການຜະລິດ Œ ທຸລະກິດ ໃນ ຂະແໜງອາຊິບທີ່ຄົນລາວ
ຖະໜັດ ແຕ່ບູຮານນະການໃຫ້ຄົງຢູ່ຄູ່ຊາດລວມ ທັງບາງຂະແໜງ ທຸລະກິດທີ່ສາມາດລ້ຽງຊິບໄດ້
ໂດຍບໍ່ຈຳເປັນຮຽກຮ້ອງຄວາມຮູ້ ແລະ ທືນຮອນຫລວງ ເພື່ອໃຫ້ພົນລະເມືອງລາວມີວຽກເຮັດງານທຳ
ຢ່າງທົ່ວເຖິງ ໃນເສດຖະກິດ - ສັງຄົມຂອງຊາດ.
ລາຍລະອຽດຂະແໜງທຸລະກິດ ຫລື ອາຊິບທີ່ສະຫງວນໄວ້ໃຫ້ພົນລະເມືອງ ລາວ ແມ່ນໃຫ້ປະຕິບັດ
ຕາມເອກະສານຄັດຕິດເລກ3.

ມາດຕາ8 ໃບຢັ້ງຢືນການຄ້າ

ໃບຢັ້ງຢືນການຄ້າແມ່ນເອກະສານສັນຍາທີ່ເປັນພື້ນຖານໃນການຊຳລະເງີນ ຫລື ເປັນເອກະສານໃຊ້ເງີນ,
ສາມາດປ່ຽນ ແລະ ເປັນພາຫະນະທາງດ້ານສີນເຊື່ອໄດ້.
ການນຳໃຊ້ໃບຢັ້ງຢືນການຄ້າ ( ລະບຽບ, ຮູບແບບ ແລະ ວິທີການຕ່າງໆ) ແມ່ນສະຖາບັນການເງີນ
ຂອງລັດ ( ທະນາຄານແຫ່ງ ສປປ ລາວ ) ເປັນຜູ້ກຳນົດອອກຕ່າງຫາກ.

ໝວດທີ່ 3
ລະບຍບການຂື້ນທະບຽນວິສາຫະກິດ

ມາດຕາ 9: ການຂື້ນທະບຽນວິສາຫະກິດ

ການຂື້ນທະບຽນວິສາຫະກິດແມ່ນການອະນຸຍາດ ແລະ ການຮັບຮູ້ຢ່າງເປັນທາງ
ການຂອງລັດຕໍ່ການສ້າງຕັ້ງ ແລະ ເຄື່ອນໄຫວຖຶກຕ້ອງຕາມກົດໝາຍຕໍ່ບັນດາວິສາຫະກິດ
ໃນ ສ ປ ປ ລາວກົດໝາຍວ່າດ້ວຍທຸລະກິດກຳນົດການຂື້ນທະບຽນວິສາຫະກິດດ້ວຍປະຕູ
ດຽວໂດຍຜ່ານຂະແໜງການຄ້າເປັນຜູ້ຈັດຕັ້ງປະຕິບັດ.

ມາດຕາ10: ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ອນການຂໍຂື້ນທະບຽນ ແລະ ພາຍ

ຫລັງກ່ອນການຂໍຂື້ນທະບຽນ ແລະ ພາຍຫລັງການຂື້ນທະບຽນວິສາຫະກິດ.
ໃຫ້ແຕ່ລະຂະແໜງການອອກຂໍ້ກຳນົດ ຫລື ກົດລະບຽບກ່ຽວກັບການສ້າງຕັ້ງ ແລະ ການດຳເນີນທຸລະກິດຕາມຂະ
ແໜງການວິສາຫະກິດຂອງຂະແໜງການໃຫ້ສວດ ຄ່ອງກັບ ກົດໝາຍວ່າດ້ວຍທຸລະກິດ.
ສຳລັບຂະແໜງການຄ້າ ກ່ອນຈະຂືນທະບຽນໃຫ້ກວດກາຄຳຮ້ອງຂໍຂື້ນທະບຽນ ນັ້ນກ່ອນ, ພາຍຫັລງໄດູຄຳເຫັນ
ດີຈາກຂະແໜງການກ່ຽວຂ້ອງແລ້ວ ຈື່ງມີສິດຂື້ນທະບຽນວິ
ສາຫະກິດໄດ້ຫລັງຈາກຂື້ນທະບຽນແລ້ວຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ
ຕິດຕາມກວດກາ ແລະ ຄູ້ມຄອງການເຄື່ອນໄຫວຂອງບັນດາລັດວິສາຫະກິດເຫລົ່ານັ້ນໃນ
ດ້ານການປະຕິບັດລະບຍບກົດໝາຍຕ່າງໆ, ການປ່ຽນປະເພດ, ຮູບແບບ, ຮູບການ, ການຍູບເລີກ, ການລົ້ມ
ລະລາຍ, ການປ່ຽນແປງເພີ້ມ ຫລື ຫລຸດທືນ ແລະ ອື່ນໆຂອງບັນດາວິສາ
ຫະກິດນັບທັງການຄູ້ມຄອງທຸລະກິດທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ.

ມາດຕາ 11: ການແບ່ງຂັ້ນຄູ້ມຄອງໃນການຂື້ນທະບຽນ

ຂະແໜງການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ປະສານກັນເພື່ອໃຫ້ລະບຽບການ ຕ່າງໆໃນແຕ່ລະ
ທຸລະກິດພ້ວມທັງຮູບແບບຟອມເອກະສານ ທີ່ກ່ຽວກັບການປະກອບຄຳຮ້ອງເຕົ້າໂຮມລວມສູນຢູ່ນຳພາກສ່ວນທະບຽນວິສາຫະກິດຂະແໜງການຄ້າ
ໃນແຕ່ລະຂັ້ນເພື່ອແນະນຳໃຫ້ຜູ້ຍື່ນຄຳຮ້ອງກະກຽມກ່ອນການຍື່ນຂໍ.

ມາດຕາ 12: ກົງຈັກການຈັດຕັ້ງຄຸ້ມຄອງທະບຽນວິສາຫະກິດ.

ກົງຈັກການຈັດຕັ້ງຄຸ່ມຄອງທະບຽນວິສາຫະກິດແບ່ງອອກເປັນ 3 ຂັ້ນຄຸ້ມຄອງດັ່ງນີ້:

  • ຂັ້ນສູນກາງມີ ກະຊວງການຄ້າ

  • ຂັ້ນແຂວງ, ກຳແພງນະຄອນ ແລະ ເຂດ ພິເສດມີ: ພະແນກການຄ້າ

  • ຂັ້ນເມືອງມີ: ຫ້ອງການຄ້າເມືອງ.

ພາຍຫລັງການຂື້ນທະບຽນແລ້ວ ແຕ່ລະຂັ້ນຄຸ້ມຄອງຕ້ອງໄດ້ຈົດເລກລຳດັບ
ຂອງບັນດາວິສາຫະກິດຢ່າງຕໍ່ເນື່ອງ ເຂົ້າ “ ປື້ມທະບຽນທຸລະກິດ” ເພື່ອຣັບໃຊ້ເປັນ ພື້ນຖານຂໍ້ມູນ ແລະ ເປັນບ່ອນອີງໃນການກວດກາຕິດຕາມການ ປ່ຽນແປງຕ່າງໆຂອງວິສາຫະກິດທີ່ໄດ້ຂື້ນທະບຽນແລ້ວ. ສ່ວນລາຍ
ລະອຽດນັ້ນ, ມອບໃຫ້ກະຊວງການຄ້າສົມທົບກັບກະຊວງຂະແໜງການທີ່ກ່ຽວຂ້ອງວາງລະບຽບການສະເພາະຕ່າງຫາກ.

ໝວດທີ່ 4
´ສັນຍາ, ກົດລະບຽບ, ທຶນ, ໃບຫຸ້ນ ແລະ ຄັງສະສົມ

ມາດຕາ 13: ສັນຍາ ແລະ ກົດລະບຽບຂອງບໍລິສັດ

ທຸກສັນຍາ ແລະ ກົດລະບຽບຂອງບໍລິສັດຕ້ອງໄດ້ໄປຈົດທະບຽນກັບຂະແໜງການ ເງີນເພື່ອໃຫ້ມີຄຸນຄ່າທາງກົດໝາຍກ່ອນຈະປະກອບເປັນເອກະສານເຂົ້າໃນຄຳ ຮ້ອງ.

ມາດຕາ 14: ທືນຂອງບໍລິສັດ

ທືນຂອງບໍລິສັດແມ່ນທືນປະກອບ ທີ່ຜູ້ປະກອບ ( ຂາຮຸ້ນ ຫລື ຜູ້ຖືຮຸ້ນ ) ໄດ້ໂອນສິດນຳໃຊ້ໃຫ້ແກ່ບໍລິສັດ ແລະ ມີສິດໄດ້ຮັບການຕອບແທນຈາກປະສິດຕິພົນຂອງການ
ເຄື່ອນໄຫວທຸລະກິດຂອງບໍລິສັດ ຕາມອັດຕາສ່ວນທີ່ໄດ້ປະກອບນັ້ນໆ. ທືນດັ່ງກ່າວ
ອາດສະແດງອອກເປັນຊັບສົມບັດຄົງທີ່ ( ມີຕົວຕົນ ແລະ ບໍ່ມີຕົວຕົນ ), ທືນໝູນວຽນ ແລະ ແຮງງານ ຫລື ຊັບສີນທາງຫົວຄິດປັນຍາ. ສຳລັບການປະກອບແຮງງານອະນຸຍາດປະກອບ ແຕ່ສະເພາະຮູບແບບບໍລິສັດຮຸ້ນສ່ວນເທົ່ານັ້ນ. ການປະກອບນີ້ ຕ້ອງປະກອບນີ້ຕ້ອງໄດ້ຕີເປັນມູນຄ່າເພື່ອກຳນົດ້ປັນອັດຕາສ່ວນຂອງການປະກອບ
ຫຸ້ນ. ແຕ່ມູນຄ່າດັ່ງກ່າວບໍ່ໃຫ້ສະແດງອອກຢູ່ໃນທືນຂອງບໍລິສັດຂາຫຸ້ນ. ປະເພດນີ້ບໍ່ ໄດ້ຮັບເງີນເດືອນ ຫລື ຄ່າແຮງງານໃດໆ ມີແຕ່ຮັບສ່ວນແບ່ງຈາກເງີນປັນຜົນອັດຕາສ່ວນຂອງຫຸ້ນທີ່ປະກອບບົນພື້ນຖານການຕົກລົງເຫັນດີເປັນເອກະພາບຂອງ
ບັນດາຂ້າງເທີງໄດ້ລະບຸໄວ້ໃນກົດລະບຽບຂອງບໍລິສັດ.

ມາດຕາ 15: ທືນຈົດທະບຽນ

ທືນຈົດທະບຽນຂອງບໍລິສັດແມ່ນທືນທີ່ຂາຮຸ້ນ ຫລື ຜູ້ຖືຮຸ້ນຕົກລົງປະກອບທືນໃນເວລາສ້າງຕັ້ງບໍລິສັດ ຫລື ເວລາເພີ້ມທືນ.
ທືນຈົດທະບຽນຂອງບໍລິສັດແມ່ນຜົນບວກຂອງທືນຈົດທະບຽນ ແລະທືນຈົດ
ທະບຽນທີ່ຕ້ອງຖອກຕື່ມຕາມກຳນົດເວລາທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິ ສັດ. ມູນຄ່າທືນຈົດທະບຽນ ທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍທຸລະກິດ ແມ່ນກຳນົດກົດໝາຍທືນຕ່ຳສຸດສຳລັບແຕ່ລະຮູບແບບບໍລິສັດ ໃນກໍລະນີທີ່
ລັດຖະບານຫາກໄດ້ກຳນົດທືນສຳລັບບາງຂະແໜງທຸລະກິດສູງກ່ວານັ້ນທືນສຳລັບຈົດທະບຽນກໍ່ຕ້ອງໄດ້ປະຕິບັດຕາມ
ທືນທີ່ລັດຖະບານໄດ້ກຳນົດອອກ.ທືນຈົດທະບຽນຂອງບໍລິສັດ, ຕ້ອງໄດ້ສະແດງອກຢ່າງຄົບຖ້ວນໃນໃບສະຫລູບ
ຊັບສົມບັດ.ສຳລັບບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວໃນປະຈຸບັນກໍ່ຕ້ອງຂື້ນທະບຽນໄໝ່ ຕາມລະບຽບກົດໝາຍວ່າ
ດ້ວຍ ທຸລະກິດ ເຊິ່ງໃນນີ້ກ່ອນອື່ນໝົດຕ້ອງ;

  • ເລືອກຮູບແບບບໍລິສັດພ້ວມທັງປັບປຸງໃຫ້ສວດຄ່ອງກັບບັນດາເງືອນໄຂທີ່ກຳນົດໄວ້.

  • ແຈ້ງທືນຈົດທະບຽນໂດຍເອົາໃບສະຫລູບຊັບສົມບັດສຸດທ້າຍກ່ອນການຂື້ນທະບຽນ ໃໝ່ທຸກຂໍ້ມູນຕ້ອງມີຫລັກ
    ຖານຢັ້ງຢືນຕົວຈີງຄັກແນ່.

ມາດຕາ 16: ໃບຫຸ້ນຂອງບໍລິສັດ.

ໃບຫຸ້ນແມ່ນຢັ້ງຢືນ:

  • ກຳມະສິດຂອງຜູ້ປະກອບທືນ ( ຂາຫຸ້ນ ຫລື ຜູ້ຖືຫຸ້ນ ) ຕໍ່ສ່ວນໜື່ງໃນໃບສະຫລູບຊັບສົມບັດລວມຂອງບໍລິສັດ

  • ສິດ ແລະ ພັນທະຂອງເຈົ້າຂອງໃບຮຸ້ນ ( ຂາຫຸ້ນ ຫລື ຜູ້ຖືຫຸ້ນ ) ຕາມທີ່ໄດ້ກຳນົດໄວ້ຕາມແຕ່ລະຮູບແບບບໍລິສັດ ໃນກົດໝາຍວ່າດ້ວຍທຸລະກິດ.

ລາຍລະອຽດກ່ຽວກັບໃບຮຸ້ນ ແມ່ນໃຫ້ປະຕິບັດຕາມລະບຽບການຂອງທະນາຄານ ລະບຽບການຂາຍໃບຮຸ້ນ ແມ່ນມອບ
ໃຫ້ທະນາຄານແຫ່ງ ສປປ ລາວ ເປັນຜູ້ ແນະນຳສະເພາະ.

ມາດຕາ 17: ໃບຮຸ້ນກູ້.

ໃບຮຸ້ນກູ້ແມ່ນເອກະສານ ຫລື ພັນທະບັດ, ຢັ້ງຢືນການກູ້ເງີນປະເພດໜື່ງຂອງວິສາຫະກິດຈາກມວນຊົນ, ຕາມກົດ
ໝາຍວ່າດ້ວຍທຸລະກິດ ວິສາຫະກິດທີ່ສາມາດລະດົມທືນຈາກພາຍນອກໄດ້ຢ່າງເປີດເຜິຍ ໂດຍການຈຳໜ່າຍໃບຮຸ້ນ:
ບໍລິສັດມະຫາຊົນ, ລັດວິສາຫະກິດ ແລະ ລັດວິສາຫະກິດແບບປະສົມ ວິສາຫະກິດບໍ່ມີສິດອອກໃບຮຸ້ນກູ້ມີແຕ່ອົງ
ການສະຖາບັນການເງີນ ທີ່ໄດ້ຮັບມອບໝາຍຈາກລັດຖບານເທົ່ານັ້ນ ຈື່ງມີສິດໃນການກຳນົດຮູບແບບເນື້ອໃນ
ແລະ ອອກໃບຮຸ້ນກູ້ ເພື່ອໃຫ້ວິສາຫະກິດນຳໃຊ້ຕາມເງື່ອນໄຂ ແລະ ຄວາມເໝາະສົມໃນແຕາລະໄລຍະ.

ມາດຕາ 18: ຄັງສະສົມຂອງບໍລິສັດ

ຄັງສະສົມແມ່ນຈຳນວນເງີນຫັກຈາກກຳໄລພາຍຫລັງເສຍອາກອນຄົບຖ້ວນແລ້ວເຊິ່ງເງີນດັ່ງກ່າວຈະຖຶກຫັກສາໄວ້ໃນ
ແຫລ່ງທືນຂອງວິສາຫະກິດ.ລາຍລະອຽດກ່ຽວກັບຄັງເງີນສະສົມ ແມ່ນມອບໃຫ້ກະຊວງການເງີນເປັນຜູ້ວາງລະບຽບ
ຫລັກການສະເພາະ.

ໝວດທີ 5
ວິສາຫະກິດຂອງລັດ ແລະ ລວມໝູ່.

ມາດຕາ 19: ລັດວິສາຫະກິດ

  • ວິສາຫະກິດ ທີ່ລັດລົງທືນ 100% ເອີ້ນວ່າວິສາຫະກິດ

  • ວິສາຫະກິດທີ່ລັດລົງທືນກັບປະເພດວິສາຫະກິດອື່ນແຕ່ 51% ຂື້ນໄປ ເອີ້ນວ່າວິສາຫະກິດປະສົມ
    ສອງຫລັກສະນະວິສາຫະກິດຂອງລັດນີ້ ແມ່ນຄຸ້ມຄອງໂດຍສະພາບໍລິຫານ
    ແລະ ສາມາດລະດົມທືນຢ່າງເປີດເຜີຍໄດ້ດ້ວຍການຈຳໜ່າຍໃບຮຸ້ນເໝືອນກັບຮູບ
    ແບບຂອງບໍລິສັດ ມະຫາຊົນ

  • ມອບໃຫ້ກະຊວງການເງີນເປັນຜູ້ວາງຂໍ້ກຳນົດ ກົດລະບຽບກ່ຽວກັບລັດວິສາຫະກິດ.

ມາດຕາ 20:

ທຸລະກິກ່ຽວກັບທະນາຄານການແຕ່ງຕັ້ງສະມາຊິກສະພາບໍລິຫານ,ຜູ້ອຳນວຍການຂອງວິສາຫະກິດທະນາຄານ ແລະ ສະຖາບັນການເງີນອື່ນໆ ຂອງລັດແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ.

ມາດຕາ 21:

ວິສາຫະກິດລວມໝູ່ກົດໝາຍສົ່ງເສີມການເຄື່ອນໄຫວ ຂອງທະນາຄານຮ່ວມທຸລະກິດທີ່ປະກອບຮຸ້ນກັນດ້ວຍຄວາມ
ສະໝັກໃຈ ຂອງຊາວກະຊິກອນ, ຊ່າງຫັດຖະກຳ, ຄອບຄົວ.ຜູ້ຜະລິດນ້ອຍ, ຊາວຄ້າຂາຍຍ່ອຍ ແລະ ອື່ນໆເພື່ອ
ເຄື່ອນໄຫວທຸລະກິດ, ກໍ່ສ້າງ, ຄ້າຂາຍ ແລະ ບໍລິການຫາຜົນກຳໄລ. ກົດໝາຍອະນຸຍາດໃຫ້ມີທືນຈົດທະບຽນ ຕາມເງື່ອນໄຂຄວາມສາມາດຕົວຈີງຂອງແຕ່ລະບ່ອນ ແຕ່ຕ້ອງຄຸ້ມຄອງ ແລະເຄື່ອນໄຫວໃຫ້ໄປຕາມກຳນົດ
ຂອງມາດຕາ 93 ກົດໝາຍວ່າດ້ວຍທຸລະກິດຢ່າງເຂັ້ມງວດ.

ໝວດທີ່ 6
ການຈັດຕັ້ງປະຕິບັດ

ມາດຕາ 22:

ໃຫ້ທຸກຫົວໜ່ວຍທຸລະກິດທຸກປະເພດວິສາຫະກິດລວມທັງຕົວແທນ ແລະ ນາຍໜ້າທີ່ອະນຸຍາດໃຫ້ເຄື່ອນໄຫວທຸລະກິດຢູ່
ສປປ ລາວ ມາແລ້ວນັ້ນກວດຄືນ, ປັບປຸງແກ້ ໄຂຕາມເງື່ອນໄຂ, ປະເພດຮູບແບບ, ຮູບການທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທຸລະກິດແລ້ວໄປຂື້ນທະບຽນໃຫ້ຖຶກຕ້ອງຕາມບັນຍັດຂອງດຳລັດສະບັບນີ້
ກຳນົດບໍ່ໃຫ້ກາຍວັນທີ່ ....................

ມາດຕາ 23:

ມອບໃຫ້ກະຊວງການຄ້າ, ກະຊວງການເງີນ ແລະ ຂະແໜງການທີ່ກ່ຽວຂ້ອງ ປະ
ສານສົມທົບ ກັນຈັດຕັ້ງປະຕິບັດ ດຳລັດສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 24: ດຳລັດສະບັບນີ້ມີຜົນສັກສິດ ໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ່ 01/02/96
ນາຍົກລັດຖະມົນຕີ
ເຊັນ ແລະ ປະທັບຕາ


ຄຳໄຕ ສີພັນດອນ

ສຳເນົາຖຶກຕ້ອງຕາມສະບັບເດີມ ຂາອອກເລກທີ່ ...1233......
ວຽງຈັນ, ວັນທີ່ 26/ 2002
ຫົວໜ້າຮ້ອງການກະຊວງການຄ້າ

ດຣ. ຄຳຂັນ ນະພາວົງ

ເອກະສານຄັດຕິດເລກ 3

ຂະແໜງອາຊິບທີ່ສະໜອງໃຫ້ພົນລະເມືອງລາວ
ກ. ຂະແໜງການກະສິກຳ - ປ່າໄມ້
1. ວຽກຂຸດຄົ້ນ
2. ວຽກຂຸດຄົ້ນເຄື່ອງປ່າຂອງດົງ

ຂ. ຂະແໜງການອຸດສະຫະກຳ Œ ຫັດຖະກຳ

1. ວຽກປັ້ນດີນເຜົາ
2. ວຽກຕີທອງ, ເງີນ ແລະ ຄຳ ( ຜະລິດຕະພັນກ່ຽວກັບທອງ, ເງີນ ແລະ ຄຳ )
3. ວຽກຫັດຖະກຳຕ່ຳແຜ່ນ ແລະ ຖັກ ແສ່ວ
4. ວຽກຫຍິບຜ້າ ແລະ ແຜ່ນແພຢູ່ໂຮງງານ
5. ວຽກຈັກສານດ້ວຍໄມ້ປ່ອງ ແລະ ຫວາຍ
6. ວຽກເຮັດຕຸກະຕາລາວ
7. ວຽກເຮັດຜ້າຫົ່ມ, ເສື້ອດ້ວຍນວນຝ້າຍ ຫລື ງີ້ວ
8. ວຽກຕີເຫລັກ
9. ວຽກຈວດໄຟຝັງດ້ວຍກົ່ວ.

ຄ. ຂະແໜງການທະນາຄານ
1. ວຽກຈຳໜ່າຍຜະລິດຕະພັນ, ເງີນ, ທອງ ແລະ ວັດຖຸມີຄ່າອື່ນໆ
ງ. ຂະແໜງການຄ້າ
1. ວຽກຂາຍຍ່ອຍ ເຄື່ອນທີ່ ແລະ ຄົງທີ່
2. ວຽກບໍລິການຂາຍຍ່ອຍນ້ຳມັນເຊື້ອໄຟ
3. ວຽກສະໝຽນ ຫລື ວຽກເລຂານຸການ
ຈ. ຂະແໜງການເງີນ
1. ວຽກຄຸ້ມຄອງກວດກາ ຫລືໃຫ້ບໍລິການ ການບັນຊີ ( ຍົກເວັ້ນກວດກາຢູ່ພາຍໃນ ບາງຄັ້ງຄາວ)
ສ. ຂະແໜງການສຶກສາ
1. ວຽກເຮັດພະພຸດທະຮູບ
2. ວຽກຄວັດ ແກະສະຫລັກໄມ້
3. ວຽກເຮັດເຄື່ອງດົນຕີ ລາວເດີມ
4. ວຽກຮຽບຮຽງ ພີມຕົວອັກສອນດ້ວຍມື
5. ວຽກອອກແບບ ແລະ ແຕ້ມປ້າຍໂຄສະນາ
6. ວຽກປະດັບປະດາສະຖານທີ່ຕ່າງໆ
7. ວຽກເສີມສວຍດັດຜົມ ແລະ ຕັດຜົມ
ຍ. ວຽກຂະແໜງການທ່ອງທ່ຽວ
1. ວຽກນຳທ່ຽວ ແລະ ຈັດນຳທ່ຽວ
ດ. ຂະແໜງການ ຄ.ຂ.ປ.ກ.
1. ວຽກຂັບລົດຂົນສົ່ງຕ່າງໆ
2. ວຽກຂັບລົດໜັກ ( ລົດດູດ, ລົດຕັກ, ລົດກວາດ, ລົດສະເທືອນ, ລົດໂລ, ລົດຂົນຖອກ, ລົດເທດີນ, ແລະ ລົດຕູ້ມດີນ) ໃນກິດຈະການກໍ່ສ້າງຕ່າງໆກ
3. ວຽກສົ່ງຈົດໝາຍ, ໜັງສືພີມ ແລະ ອເກະສານຕ່າງໆ
4. ວຽກກົດລັບ
5. ວຽກຂັບລົດໃຫ້ບໍລິການຕ່າງໆ
6. ວຽກອັດສິດລ້າງລົດ ໃນສູນບໍລິການຕ່າງໆ
ຕ. ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ.
1. ວຽກກຳມະກອນທົ່ວໄປ
2. ວຽກອານະໄມທົ່ວໄປ
3. ວຽກປ້ອງກັນເວນຍາມ ໃນສະຖານທີ່ຕ່າງໆ
4. ວຽກແມ່ເຮືອນບໍລິການ ໃຫ້ຄົນຕ່າງປະເທດ
ຖ. ຂະແໜງການອາຫານ ແລະ ຢາ
1. ວຽກຜະລິດ ແລະ ຜະລິດຕະພັນເຂົ້າປຸ້ນ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia