www.smepdo.org       
 
Lao Eng
 
ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ    > ກົດໝາຍການສົ່ງເສີມ ການລົງທືນພາຍໃນ
 
 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​ນ​ຕິ​ພາບ ເອ​ກະ​ລາດ ປະ​ຊາທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 
ສະ​ພາ​ແຫ່ງ​ຊາດ   

ເລກທີ 03 /ສພຊ 

 

ມະ​ຕິ​ຕົກ​ລົງ

ຂອງ​ສະ​ພາ​ແຫ່ງ​ຊາດ ແຫ່ງ 
ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ
ກ່ຽວກັບການຮັບຮອງເອົາກົດຫມາຍວ່າດ້ວຍ
ການສົ່ງເສີມການລົງທຶນພາຍໃນ

 

ອີງຕາມມາດຕາ 40 ຂໍ້ທີ່ 2 ຂອງລັດຖະທຳມະນູນ ແລະ ມາດຕາ 2 ຂໍ້ທີ່ 2 ຂອງກົດໝາຍວ່າດ້ວຍສະພາແຫ່ງ
ຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;1995.ພາຍຫລັງທີ່ໄດ້ພິຈາລະນາ,ອະພິປາຍຢ່າງ
ກ້ວາງຂວາງ ແລະ ເລິກເຊິ່ງກ່ຽວກັບເນື້ອໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ; ກອງປະຊຸມເທື່ອທີ່ 7 ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ່ III ໃນວາລະກອງປະຊຸມຕອນບ່າຍ ວັນເສົາ, ທີ 14 ຕຸລາ 1995.

¤:ຕົກລົງ:
ມາດຕາ 1 ຮັບຮອງເອົາກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນພາຍໃນ ໂດຍຄະແນນສຽງຢ່າງເປັນເອກະສັນ.
ມາດຕາ 2 ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

   
  ວຽງຈັນ, ວັນທີ 14 ຕຸລາ 1995
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ 
 
   

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​ນ​ຕິ​ພາບ ເອ​ກະ​ລາດ ປະ​ຊາທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 
ສະ​ພາ​ແຫ່ງ​ຊາດ   

ເລກທີ 03 /ສພຊ 

 

ລັດຖະດຳລັດ

ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດຫມາຍວ່າດ້ວຍ
ການສົ່ງເສີມການລົງທຶນພາຍໃນ

 

ອີງຕາມລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫມວດ ທີ V ມາດຕາ 53, ຂໍ້ 1;ອີງຕາມມະຕິຕົກລົງຂອງກອງປະຊຸມເທື່ອທີ 7 ສະໄຫມສາມັນຂອງສະພາແຫ່ງຊາດ ຊຸດທີ III ກ່ຽວກັບການ
ຮັບຮອງເອົາກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນພາຍໃນ ສະບັບເລກທີ 03 ລົງວັນທີ 14 ຕຸລາ 1995.
ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1 ປະກາດໃຊ້ກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ.
ມາດຕາ 2 ລັດຖະດຳລັດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

   
  ວຽງຈັນ, ວັນທີ 26 ຕຸລາ 1995
ປະທານປະເທດ
ຫນູຮັກ ພູມສະຫວັນ
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ຫົວຂໍ້
ມະ​ຕິ​ຕົກ​ລົງ
ຫມວດທີ 1 ບົດບັນຍັດທົ່ວໄປ
   
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia