www.smepdo.org       
 
Lao Eng
 

ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ > ລະບຽບການຈັດຕັ້ງປະຕິ ບັດ

 
 

ໝວດທີ 5
ວິສາຫະກິດຂອງລັດ ແລະ ລວມໝູ່.

ມາດຕາ 19: ລັດວິສາຫະກິດ

  • ວິສາຫະກິດ ທີ່ລັດລົງທືນ 100% ເອີ້ນວ່າວິສາຫະກິດ

  • ວິສາຫະກິດທີ່ລັດລົງທືນກັບປະເພດວິສາຫະກິດອື່ນແຕ່ 51% ຂື້ນໄປ ເອີ້ນວ່າວິສາຫະກິດປະສົມ
    ສອງຫລັກສະນະວິສາຫະກິດຂອງລັດນີ້ ແມ່ນຄຸ້ມຄອງໂດຍສະພາບໍລິຫານ
    ແລະ ສາມາດລະດົມທືນຢ່າງເປີດເຜີຍໄດ້ດ້ວຍການຈຳໜ່າຍໃບຮຸ້ນເໝືອນກັບຮູບ
    ແບບຂອງບໍລິສັດ ມະຫາຊົນ

  • ມອບໃຫ້ກະຊວງການເງີນເປັນຜູ້ວາງຂໍ້ກຳນົດ ກົດລະບຽບກ່ຽວກັບລັດວິສາຫະກິດ.

ມາດຕາ 20: ທຸລະກິກ່ຽວກັບທະນາຄານການແຕ່ງຕັ້ງສະມາຊິກສະພາບໍລິຫານ, ຜູ້ອຳນວຍການຂອງວິສາຫະກິດ
ທະນາຄານ ແລະ ສະຖາບັນການເງີນອື່ນໆ ຂອງລັດແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ.

ມາດຕາ 21: ວິສາຫະກິດລວມໝູ່ກົດໝາຍສົ່ງເສີມການເຄື່ອນໄຫວ ຂອງທະນາຄານຮ່ວມທຸລະກິດທີ່ປະກອບຮຸ້ນກັນ
ດ້ວຍຄວາມສະໝັກໃຈ ຂອງຊາວກະຊິກອນ, ຊ່າງຫັດຖະກຳ, ຄອບຄົວ.ຜູ້ຜະລິດນ້ອຍ, ຊາວຄ້າຂາຍຍ່ອຍ ແລະ ອື່ນໆເພື່ອເຄື່ອນໄຫວທຸລະກິດ, ກໍ່ສ້າງ, ຄ້າຂາຍ ແລະ ບໍລິການຫາຜົນກຳໄລ. ກົດໝາຍອະນຸຍາດໃຫ້ມີທືນຈົດທະບຽນ ຕາມເງື່ອນໄຂຄວາມສາມາດຕົວຈີງຂອງແຕ່ລະບ່ອນ ແຕ່ຕ້ອງຄຸ້ມຄອງ ແລະເຄື່ອນໄຫວໃຫ້ໄປຕາມກຳນົດຂອງມາດຕາ 93 ກົດໝາຍວ່າດ້ວຍທຸລະກິດຢ່າງເຂັ້ມງວດ.

ໝວດທີ່ 6
ການຈັດຕັ້ງປະຕິບັດ

ມາດຕາ 22: ໃຫ້ທຸກຫົວໜ່ວຍທຸລະກິດທຸກປະເພດວິສາຫະກິດລວມທັງຕົວແທນ ແລະ ນາຍໜ້າທີ່ອະນຸຍາດໃຫ້
ເຄື່ອນໄຫວທຸລະກິດຢູ່ ສປປ ລາວ ມາແລ້ວນັ້ນກວດຄືນ, ປັບປຸງແກ້ ໄຂຕາມເງື່ອນໄຂ, ປະເພດຮູບແບບ, ຮູບການທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທຸລະກິດແລ້ວໄປຂື້ນທະບຽນໃຫ້ຖຶກຕ້ອງຕາມບັນຍັດຂອງດຳລັດສະບັບ
ນີ້ກຳນົດບໍ່ໃຫ້ກາຍວັນທີ່ .............................

ມາດຕາ 23: ມອບໃຫ້ກະຊວງການຄ້າ, ກະຊວງການເງີນ ແລະ ຂະແໜງການທີ່ກ່ຽວຂ້ອງ ປະ
ສານສົມທົບ ກັນຈັດຕັ້ງປະຕິບັດ ດຳລັດສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 24: ດຳລັດສະບັບນີ້ມີຜົນສັກສິດ ໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ່ 01/02/96
ນາຍົກລັດຖະມົນຕີ
ເຊັນ ແລະ ປະທັບຕາ
ຄຳໄຕ ສີພັນດອນ



ສຳເນົາຖຶກຕ້ອງຕາມສະບັບເດີມ ຂາອອກເລກທີ່ ...1233......
ວຽງຈັນ, ວັນທີ່ 26/ 2002
ຫົວໜ້າຮ້ອງການກະຊວງການຄ້າ

ດຣ. ຄຳຂັນ ນະພາວົງ

ເອກະສານຄັດຕິດເລກ 3

ຂະແໜງອາຊິບທີ່ສະໜອງໃຫ້ພົນລະເມືອງລາວ

ກ. ຂະແໜງການກະສິກຳ - ປ່າໄມ້

  1. ວຽກຂຸດຄົ້ນ

  2. ວຽກຂຸດຄົ້ນເຄື່ອງປ່າຂອງດົງ

ຂ. ຂະແໜງການອຸດສະຫະກຳ,ຫັດຖະກຳ

  1. ວຽກປັ້ນດີນເຜົາ

  2. ວຽກຕີທອງ, ເງີນ ແລະ ຄຳ ( ຜະລິດຕະພັນກ່ຽວກັບທອງ, ເງີນ ແລະ ຄຳ )

  3. ວຽກຫັດຖະກຳຕ່ຳແຜ່ນ ແລະ ຖັກ ແສ່ວ

  4. ວຽກຫຍິບຜ້າ ແລະ ແຜ່ນແພຢູ່ໂຮງງານ

  5. ວຽກຈັກສານດ້ວຍໄມ້ປ່ອງ ແລະ ຫວາຍ

  6. ວຽກເຮັດຕຸກະຕາລາວ

  7. ວຽກເຮັດຜ້າຫົ່ມ, ເສື້ອດ້ວຍນວນຝ້າຍ ຫລື ງີ້ວ

  8. ວຽກຕີເຫລັກ

  9. ວຽກຈວດໄຟຝັງດ້ວຍກົ່ວ.

ຄ. ຂະແໜງການທະນາຄານ

  1. ວຽກຈຳໜ່າຍຜະລິດຕະພັນ, ເງີນ, ທອງ ແລະ ວັດຖຸມີຄ່າອື່ນໆ

ງ. ຂະແໜງການຄ້າ

  1. ວຽກຂາຍຍ່ອຍ ເຄື່ອນທີ່ ແລະ ຄົງທີ່

  2. ວຽກບໍລິການຂາຍຍ່ອຍນ້ຳມັນເຊື້ອໄຟ

  3. ວຽກສະໝຽນ ຫລື ວຽກເລຂານຸການ

ຈ. ຂະແໜງການເງີນ

  1. ວຽກຄຸ້ມຄອງກວດກາ ຫລືໃຫ້ບໍລິການ ການບັນຊີ ( ຍົກເວັ້ນກວດກາຢູ່ພາຍໃນ ບາງຄັ້ງຄາວ

ສ. ຂະແໜງການສຶກສາ

  1. ວຽກເຮັດພະພຸດທະຮູບ

  2. ວຽກຄວັດ ແກະສະຫລັກໄມ້

  3. ວຽກເຮັດເຄື່ອງດົນຕີ ລາວເດີມ

  4. ວຽກຮຽບຮຽງ ພີມຕົວອັກສອນດ້ວຍມື

  5. ວຽກອອກແບບ ແລະ ແຕ້ມປ້າຍໂຄສະນາ

  6. ວຽກປະດັບປະດາສະຖານທີ່ຕ່າງໆ

  7. ວຽກເສີມສວຍດັດຜົມ ແລະ ຕັດຜົມ

ຍ. ວຽກຂະແໜງການທ່ອງທ່ຽວ

  1. ວຽກນຳທ່ຽວ ແລະ ຈັດນຳທ່ຽວ

ດ. ຂະແໜງການ ຄ.ຂ.ປ.ກ.

  1. ວຽກຂັບລົດຂົນສົ່ງຕ່າງໆ

  2. ວຽກຂັບລົດໜັກ ( ລົດດູດ, ລົດຕັກ, ລົດກວາດ, ລົດສະເທືອນ, ລົດໂລ, ລົດຂົນຖອກ, ລົດເທດີນ, ແລະ ລົດຕູ້ມດີນ) ໃນກິດຈະການກໍ່ສ້າງຕ່າງໆກ

  3. ວຽກສົ່ງຈົດໝາຍ, ໜັງສືພີມ ແລະ ອເກະສານຕ່າງໆ

  4. ວຽກກົດລັບ

  5. ວຽກຂັບລົດໃຫ້ບໍລິການຕ່າງໆ

  6. ວຽກອັດສິດລ້າງລົດ ໃນສູນບໍລິການຕ່າງໆ

ຕ. ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ.

  1. ວຽກກຳມະກອນທົ່ວໄປ

  2. ວຽກອານະໄມທົ່ວໄປ

  3. ວຽກປ້ອງກັນເວນຍາມ ໃນສະຖານທີ່ຕ່າງໆ

  4. ວຽກແມ່ເຮືອນບໍລິການ ໃຫ້ຄົນຕ່າງປະເທດ

ຖ. ຂະແໜງການອາຫານ ແລະ ຢາ

  1. ວຽກຜະລິດ ແລະ ຜະລິດຕະພັນເຂົ້າປຸ້ນ.

     

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ໝວດທີ່ 1,ໝວດທີ່ 2
ໝວດທີ່ 3,ໝວດທີ່ 4
ໝວດທີ 5,ໝວດທີ່ 6
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia