www.smepdo.org       
 
Lao Eng
 

ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ > ລະບຽບການຈັດຕັ້ງປະຕິບັດ

 
 

 ໝວດທີ່ 3
ລະບຍບການຂື້ນທະບຽນວິສາຫະກິດ

ມາດຕາ 9: ການຂື້ນທະບຽນວິສາຫະກິດ

ການຂື້ນທະບຽນວິສາຫະກິດແມ່ນການອະນຸຍາດ ແລະ ການຮັບຮູ້ຢ່າງເປັນທາງການຂອງລັດຕໍ່ການສ້າງຕັ້ງ ແລະ ເຄື່ອນໄຫວຖຶກຕ້ອງຕາມກົດໝາຍຕໍ່ບັນດາວິສາຫະກິດໃນ ສ ປ ປ ລາວກົດໝາຍວ່າດ້ວຍທຸລະກິດກຳນົດການ
ຂື້ນທະບຽນວິສາຫະກິດດ້ວຍປະຕູດຽວໂດຍຜ່ານຂະແໜງການຄ້າເປັນຜູ້ຈັດຕັ້ງປະຕິບັດ.

ມາດຕາ10: ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ອນການຂໍຂື້ນທະບຽນ
ແລະ ພາຍຫລັງກ່ອນການຂໍຂື້ນທະບຽນ ແລະ ພາຍຫລັງການຂື້ນທະບຽນວິສາຫະກິດ.ໃຫ້ແຕ່ລະຂະແໜງການ
ອອກຂໍ້ກຳນົດ ຫລື ກົດລະບຽບກ່ຽວກັບການສ້າງຕັ້ງ ແລະ ການດຳເນີນທຸລະກິດຕາມຂະແໜງການວິສາຫະກິດ
ຂອງຂະແໜງການໃຫ້ສວດ ຄ່ອງກັບ ກົດໝາຍວ່າດ້ວຍທຸລະກິດ.ສຳລັບຂະແໜງການຄ້າ ກ່ອນຈະຂືນທະບຽນ
ໃຫ້ກວດກາຄຳຮ້ອງຂໍຂື້ນທະບຽນ ນັ້ນກ່ອນ, ພາຍຫັລງໄດູຄຳເຫັນດີຈາກຂະແໜງການກ່ຽວຂ້ອງແລ້ວ ຈື່ງມີສິດຂື້ນທະ
ບຽນວິສາຫະກິດໄດ້ຫລັງຈາກຂື້ນທະບຽນແລ້ວຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຕິດຕາມກວດກາ
ແລະ ຄູ້ມຄອງການເຄື່ອນໄຫວຂອງບັນດາລັດວິສາຫະກິດເຫລົ່ານັ້ນໃນດ້ານການປະຕິບັດລະບຍບກົດໝາຍຕ່າງໆ,
ການປ່ຽນປະເພດ, ຮູບແບບ, ຮູບການ, ການຍູບເລີກ, ການລົ້ມລະລາຍ, ການປ່ຽນແປງເພີ້ມ ຫລື ຫລຸດທືນ ແລະ ອື່ນໆຂອງບັນດາວິສາຫະກິດນັບທັງການຄູ້ມຄອງທຸລະກິດທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ.

າດຕາ 11: ການແບ່ງຂັ້ນຄູ້ມຄອງໃນການຂື້ນທະບຽນ
ຂະແໜງການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ປະສານກັນເພື່ອໃຫ້ລະບຽບການ ຕ່າງໆໃນແຕ່ລະທຸລະກິດພ້ວມ
ທັງຮູບແບບຟອມເອກະສານ ທີ່ກ່ຽວກັບການປະກອບຄຳຮ້ອງເຕົ້າໂຮມລວມສູນຢູ່ນຳພາກສ່ວນທະບຽນວິສາຫະກິດຂະ
ແໜງການຄ້າໃນແຕ່ລະຂັ້ນເພື່ອແນະນຳໃຫ້ຜູ້ຍື່ນຄຳຮ້ອງກະກຽມກ່ອນການຍື່ນຂໍ.

ມາດຕາ 12: ກົງຈັກການຈັດຕັ້ງຄຸ້ມຄອງທະບຽນວິສາຫະກິດ.
ກົງຈັກການຈັດຕັ້ງຄຸ່ມຄອງທະບຽນວິສາຫະກິດແບ່ງອອກເປັນ 3 ຂັ້ນຄຸ້ມຄອງດັ່ງນີ້:
ຂັ້ນສູນກາງມີ ກະຊວງການຄ້າ

  • ຂັ້ນແຂວງ, ກຳແພງນະຄອນ ແລະ ເຂດ ພິເສດມີ: ພະແນກການຄ້າ
  • ຂັ້ນເມືອງມີ: ຫ້ອງການຄ້າເມືອງ.
    ພາຍຫລັງການຂື້ນທະບຽນແລ້ວ ແຕ່ລະຂັ້ນຄຸ້ມຄອງຕ້ອງໄດ້ຈົດເລກລຳດັບ
    ຂອງບັນດາວິສາຫະກິດຢ່າງຕໍ່ເນື່ອງ ເຂົ້າ “ ປື້ມທະບຽນທຸລະກິດ” ເພື່ອຣັບໃຊ້ເປັນ ພື້ນຖານຂໍ້ມູນ ແລະ ເປັນບ່ອນອີງໃນການກວດກາຕິດຕາມການ ປ່ຽນແປງຕ່າງໆຂອງວິສາຫະກິດທີ່ໄດ້ຂື້ນທະບຽນແລ້ວ. ສ່ວນລາຍລະອຽດນັ້ນ, ມອບໃຫ້ກະຊວງການຄ້າສົມທົບກັບກະຊວງຂະແໜງການທີ່ກ່ຽວຂ້ອງວາງລະ
    ບຽບການສະເພາະຕ່າງຫາກ.

ໝວດທີ່ 4
ສັນຍາ, ກົດລະບຽບ, ທຶນ, ໃບຫຸ້ນ ແລະ ຄັງສະສົມ

ມາດຕາ 13: ສັນຍາ ແລະ ກົດລະບຽບຂອງບໍລິສັດ

ທຸກສັນຍາ ແລະ ກົດລະບຽບຂອງບໍລິສັດຕ້ອງໄດ້ໄປຈົດທະບຽນກັບຂະແໜງການເງີນເພື່ອໃຫ້ມີຄຸນຄ່າທາງກົດໝາຍກ່ອນຈະປະກອບ
ເປັນເອກະສານເຂົ້າໃນຄຳ ຮ້ອງ.

ມາດຕາ 14: ທືນຂອງບໍລິສັດ

ທືນຂອງບໍລິສັດແມ່ນທືນປະກອບ ທີ່ຜູ້ປະກອບ ( ຂາຮຸ້ນ ຫລື ຜູ້ຖືຮຸ້ນ ) ໄດ້ໂອນສິດນຳໃຊ້ໃຫ້ແກ່ບໍລິສັດ ແລະ ມີສິດໄດ້ຮັບການຕອບແທນຈາກປະສິດຕິພົນຂອງການເຄື່ອນໄຫວທຸລະກິດຂອງບໍລິສັດຕາມອັດຕາສ່ວນທີ່ໄດ້ປະກອບນັ້ນໆ. ທືນດັ່ງກ່າວອາດສະແດງອອກເປັນຊັບສົມບັດຄົງທີ່ ( ມີຕົວຕົນ ແລະ ບໍ່ມີຕົວຕົນ ), ທືນໝູນວຽນ ແລະ ແຮງງານ ຫລື ຊັບສີນທາງຫົວຄິດປັນຍາ. ສຳລັບການປະກອບແຮງງານອະນຸຍາດປະກອບ ແຕ່ສະເພາະຮູບແບບບໍລິສັດຮຸ້ນສ່ວນເທົ່ານັ້ນ. ການປະກອບນີ້ ຕ້ອງປະກອບນີ້ຕ້ອງໄດ້ຕີເປັນມູນຄ່າເພື່ອກຳນົດ້ປັນອັດຕາສ່ວນຂອງການປະກອບຫຸ້ນ. ແຕ່ມູນຄ່າດັ່ງກ່າວ
ບໍ່ໃຫ້ສະແດງອອກຢູ່ໃນທືນຂອງບໍລິສັດຂາຫຸ້ນ. ປະເພດນີ້ບໍ່ ໄດ້ຮັບເງີນເດືອນ ຫລື ຄ່າແຮງງານໃດໆ ມີແຕ່ຮັບສ່ວນແບ່ງ
ຈາກເງີນປັນຜົນອັດຕາສ່ວນຂອງຫຸ້ນທີ່ປະກອບບົນພື້ນຖານການຕົກລົງເຫັນດີເປັນເອກະພາບຂອງບັນດາຂາ ເຊີາງໄດ້ລະບຸ
ໄວ້ໃນກົດລະບຽບຂອງບໍລິສັດ.

ມາດຕາ 15: ທືນຈົດທະບຽນ

ທືນຈົດທະບຽນຂອງບໍລິສັດແມ່ນທືນທີ່ຂາຮຸ້ນ ຫລື ຜູ້ຖືຮຸ້ນຕົກລົງປະກອບທືນໃນເວລາສ້າງຕັ້ງບໍລິສັດ ຫລື ເວລາເພີ້ມທືນ.
ທືນຈົດທະບຽນຂອງບໍລິສັດແມ່ນຜົນບວກຂອງທືນຈົດທະບຽນ ແລະທືນຈົດທະບຽນທີ່ຕ້ອງຖອກຕື່ມຕາມກຳນົດເວລາທີ່
ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິ ສັດ. ມູນຄ່າທືນຈົດທະບຽນ ທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍທຸລະກິດແມ່ນກຳນົດກົດ
ໝາຍທືນຕ່ຳສຸດສຳລັບແຕ່ລະຮູບແບບບໍລິສັດ ໃນກໍລະນີທີ່ລັດຖະບານຫາກໄດ້ກຳນົດທືນສຳລັບບາງຂະແໜງທຸລະກິດ
ສູງກ່ວານັ້ນທືນສຳລັບຈົດທະບຽນກໍ່ຕ້ອງໄດ້ປະຕິບັດຕາມທືນທີ່ລັດຖະບານໄດ້ກຳນົດອອກ.ທືນຈົດທະບຽນຂອງບໍລິສັດ, ຕ້ອງໄດ້ສະແດງອກຢ່າງຄົບຖ້ວນໃນໃບສະຫລູບຊັບສົມບັດ. ສຳລັບບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວໃນປະຈຸບັນກໍ່
ຕ້ອງຂື້ນທະບຽນໄໝ່ ຕາມລະບຽບກົດໝາຍວ່າດ້ວຍ ທຸລະກິດ ເຊິ່ງໃນນີ້ກ່ອນອື່ນໝົດຕ້ອງ;

  • ເລືອກຮູບແບບບໍລິສັດພ້ວມທັງປັບປຸງໃຫ້ສວດຄ່ອງກັບບັນດາເງືອນໄຂທີ່ກຳນົດໄວ້.

  • ແຈ້ງທືນຈົດທະບຽນໂດຍເອົາໃບສະຫລູບຊັບສົມບັດສຸດທ້າຍກ່ອນການຂື້ນທະບຽນໃໝ່ທຸກຂໍ້ມູນຕ້ອງມີຫລັກ
    ຖານຢັ້ງຢືນຕົວຈີງຄັກແນ່.

ມາດຕາ 16: ໃບຫຸ້ນຂອງບໍລິສັດ.

ໃບຫຸ້ນແມ່ນຢັ້ງຢືນ:

  • ກຳມະສິດຂອງຜູ້ປະກອບທືນ ( ຂາຫຸ້ນ ຫລື ຜູ້ຖືຫຸ້ນ ) ຕໍ່ສ່ວນໜື່ງໃນໃບສະຫລູບຊັບສົມບັດລວມຂອງບໍລິສັດ

  • ສິດ ແລະ ພັນທະຂອງເຈົ້າຂອງໃບຮຸ້ນ ( ຂາຫຸ້ນ ຫລື ຜູ້ຖືຫຸ້ນ ) ຕາມທີ່ໄດ້ກຳນົດໄວ້ຕາມແຕ່ລະຮູບແບບບໍລິສັດ ໃນກົດໝາຍວ່າດ້ວຍທຸລະກິດ.
    ລາຍລະອຽດກ່ຽວກັບໃບຮຸ້ນ ແມ່ນໃຫ້ປະຕິບັດຕາມລະບຽບການຂອງທະນາຄານ ລະບຽບການຂາຍໃບຮຸ້ນ
    ແມ່ນມອບໃຫ້ທະນາຄານແຫ່ງ ສປປ ລາວ ເປັນຜູ້ ແນະນຳສະເພາະ.

ມາດຕາ 17: ໃບຮຸ້ນກູ້.

ໃບຮຸ້ນກູ້ແມ່ນເອກະສານ ຫລື ພັນທະບັດ, ຢັ້ງຢືນການກູ້ເງີນປະເພດໜື່ງຂອງວິສາຫະກິດຈາກມວນຊົນ,ຕາມກົດໝາຍ
ວ່າດ້ວຍທຸລະກິດ ວິສາຫະກິດທີ່ສາມາດລະດົມທືນຈາກພາຍນອກໄດ້ຢ່າງເປີດເຜິຍ ໂດຍການຈຳໜ່າຍໃບຮຸ້ນ: ບໍລິສັດມະຫາຊົນ, ລັດວິສາຫະກິດ ແລະ ລັດວິສາຫະກິດແບບປະສົມວິສາຫະກິດບໍ່ມີສິດອອກໃບຮຸ້ນກູ້ ມີແຕ່ອົງການ
ສະຖາບັນການເງີນ ທີ່ໄດ້ຮັບມອບໝາຍຈາກລັດຖບານເທົ່ານັ້ນ ຈື່ງມີສິດໃນການກຳນົດຮູບແບບເນື້ອໃນ ແລະ ອອກ
ໃບຮຸ້ນກູ້ ເພື່ອໃຫ້ວິສາຫະກິດນຳໃຊ້ຕາມເງື່ອນໄຂ ແລະ ຄວາມເໝາະສົມໃນແຕາລະໄລຍະ.

ມາດຕາ 18: ຄັງສະສົມຂອງບໍລິສັດ

ຄັງສະສົມແມ່ນຈຳນວນເງີນຫັກຈາກກຳໄລພາຍຫລັງເສຍອາກອນຄົບຖ້ວນແລ້ວເຊິ່ງເງີນດັ່ງກ່າວຈະຖຶກຫັກສາໄວ້
ໃນແຫລ່ງທືນຂອງວິສາຫະກິດ.ລາຍລະອຽດກ່ຽວກັບຄັງເງີນສະສົມ ແມ່ນມອບໃຫ້ກະຊວງການເງີນເປັນຜູ້ວາງລະບຽບ ຫລັກການສະເພາະ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ໝວດທີ່ 1,ໝວດທີ່ 2
ໝວດທີ່ 3,ໝວດທີ່ 4
ໝວດທີ 5,ໝວດທີ່ 6
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia