|
ດຳລັດ
ວ່າດ້ວຍການຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍທຸລະກິດ.
- ອີງຕາມກົດໝາຍວ່າດ້ວຍທຸລະກິດສະບັບເລກທີ່ 055/ສພຊ,ລົງວັນທີ່ 18/7/97
- ອີງຕາມດຳລັດວ່າດ້ວຍການສ້າງຕັ້ງ ແລະ
ການເຄື່ອນໄຫວຂອງກະຊວງການຄ້າສະບັບ ເລກທີ່ 2/ນຍມລົງວັນທີ່ 10/04/93
- ອີງຕາມການສະເໜີຂອງລັດຖະມົນຕີວ່າການກະຊວງການຄ້າ
ນາຍົກລັດຖະມົນຕີອອກດຳລັດ
ໝວດທີ່ 1
ບົດບັນຍັດທົ່ວໄປ
ມາດຕາ 1: ຈຸດປະສົງ
ດຳລັດສະບັບນີ້ວາງລະບຽບການກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທຸ
ລະກິດ.
ມາດຕາ 2: ການສ້າງຕັ້ງວິສາຫະກິດ
ທຸກວິສາຫະກິດຕ້ອງສ້າງຕັ້ງຂື້ນ ໂດຍສວດຄ່ອງກັບກົດໝາຍວ່ສດ້ວຍທຸລະກິດ
ແລະ ຕ້ອງມີທືນຈົດທະບຽນທີ່ຖຶກຕ້ອງຕາມກົດໝາຍ.
ໝວດທີ່ 2
ວິສາຫະກິດ ແລະ ເງື່ອນໄຂການດຳເນີນທຸລະກິດ
ມາດຕາ 3: ປະເພດ ແລະ ຮູບການຂອງການດຳເນີນທຸລະກິດ
ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ກົດໝາຍວ່າດ້ວຍທຸລະກິດອະນຸຍາດໃຫ້ສ້າງຕັ້ງ ແລະ
ເຄື່ອນ
ໄຫວສື່ປະເພດ ແລະ ສອງຮູບການວິສາຫະກິດດັ່ງນີ້:
- ປະເພດວິສາຫະກິດປະກອບດ້ວຍ: ວິສາຫະກິດຂອງລັດ,
ວິສາຫະກິດລວມໝູ່, ວິສາຫະກິດປະສົມ ແລະ ວິສາຫະກິດເອກະຊົນ.
- ຮູບການວິສາຫະກິດປະກອບດ້ວຍ: ວິສາຫະກິດສ່ວນບຸກຄົນ ແລະ
ບໍລິສັດ ໃນນີ້ ບໍລິສັດມີ 3 ຮູບແບບຄື: ບໍລິສັດຮຸ້ນສ່ວນ,
ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ.
ນອກຈາກປະເພດຮູບການ ແລະ ຮູບແບບທີ່ກ່າວມາຂ້າງເທີງນີ້ແລ້ວ
ກົດໝາຍວ່າດ້ວຍທຸລະກິດຍັງຖືວ່າຕົວແທນ ແລະ
ນາຍໜ້າແມ່ນນັກທຸລະກິດທີ່ຕ້ອງຂື້ນທະບຽນຕາມລະ ບຽບກົດໝາຍ ແລະ
ເຄື່ອນໄຫວຖືກຕ້ອງຕາມເງື່ອນໄຂ, ສິດ ແລະ ພັນທະທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງທຸກປະການ.
ມາດຕາ 4: ເງື່ອນໄຂຂອງການດຳເນີນທຸລະກິດ
ພົນລະເມືອລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດທີ່ອາໃສຢູ່
ສປປ ລາວ ແລະ ຄົນ ຕ່າງປະລ້ວນແຕ່ມີສິດດຳເນີນ ຫລື ເຂົ້າຮ່ວມໃນການດຳເນີນທຸລະກິດ
ຕາມກົດໝາຍວ່າ ດ້ວຍທຸລະກິດ, ເວັ້ນເສຍແຕ່ບຸກຄົນທີ່ຖຶກຫ້າມດຳເນີນ
ທຸລະກິດເປັນອາຊິບຕາມທີ່ກຳນົດໄວ້
ໃນມາດຕາ11 ຂອງກົດໝາຍວ່າດ້ວຍທຸລະກິດ.
-
ສຳລັບລັດຖະກອນແມ່ນໃຫ້ປະຕິບັດຕາມລະບຽບລັດຖະກອນທີ່ໄດ້ກຳນົດໄວ້.
-
ສຳລັບຄົນຕ່າງປະເທດຕ້ອງຜ່ານການຮັບຮອງຈາກຄະນະກຳມະການຄູ້ມຄອງການລົງທືນຕ່າງປະເທດ
ຕາມກົດໝາຍວ່າດ້ວຍການສົ່ງເສີມ ແລະ
ການລົງທືນ ຂອງຕ່າງປະເທດຢູ່ ສປປ ລາວ.
ມາດຕາ 5: ຂະແໜງທຸລະກິດທີ່ເກືອດຫ້າມ
ຂະແໜງທຸລະກິດທີ່ເກືອດຫ້າມແມ່ນທຸກການດຳເນີນທຸລະກິດທີ່ຂັດກັບລະບຽບກົດໝາຍຂອງ ສປປ ລາວ.ລາຍລະ
ອຽດຂະແໜງທຸລະກິດທີ່ເກືອດຫ້າມໃຫ້ປະຕິບັດຕາມເອກະສານຄັດຕິດເລກ 1.
ມາດຕາ 6:
ຂະແໜງທຸລະກິດທີ່ມີຄວາມສຳຄັນຕໍ່ຄວາມປວດໄພຂອງຊາດ, ເສດຖະກິດ
- ສັງຄົມ
ແລະ ສີ່ແວດລວ້ມ ລັດຈະມີການຄວບຄູມຢ່າງໄກ້ສິດ.
ການຄວບຄູມຂອງລັດຕໍ່ຂະແໜງທຸ
ລະກິດບໍ່ແມ່ນວ່າລັດຈະເປັນຜູ້ຜູກຂາດແຕ່ພຽງຜູ້ດຽວ
ບາງຂະແໜງການ
ລັດອາດຈະດຳເນີນເອງ, ບາງຂະແໜງການລັດອາດຈະຮ່ວມທືນ ແລະ
ບາງຂະແໜງການລັດອາດມອບ
ໃຫ້ເປັນປະເພດທຸລະກິດອື່ນເຮັດກໍ່ໄດ້ຂື້ນກັບເງື່ອນໄຂ ແລະຄວາມຈຳເປັນຂອງທຸລະກິດທີ່ກ່ຽວຂ້ອງຊື່ງລັດຖະບານ
ຈະເປັນຜູ້ກຳນົດໃນແຕ່ລະໄລຍະ.ລາຍລະອຽດຂະແໜງທຸລະກິດທີ່ລັດຄວຄຄູມແມ່ນໃຫ້ປະຕິບັດຕາມເອກະສານຄັດ
ຕິດເລກ2.
ມາດຕາ 7:
ຂະແໜງເສດຖະກິດທີ່ລັດສະຫງວນສຳລັບພົນລະເມືອງລາວ
ການສະຫງວນຂະແໜງທຸລະກິດແມ່ນການປົກປ້ອງສິດ ແລະ
ຜົນປະໂຫຍດຂອງ ພົນລະເມືອງລາວ ເພື່ອປົກປັກຮັກສາ ແລະ
ຂະຫຍາຍມູນເຊື້ອການຜະລິດ Œ ທຸລະກິດ ໃນ
ຂະແໜງອາຊິບທີ່ຄົນລາວຖະໜັດ ແຕ່ບູຮານນະການໃຫ້ຄົງຢູ່ຄູ່ຊາດລວມ
ທັງບາງຂະແໜງ ທຸລະກິດທີ່ສາມາດລ້ຽງຊິບໄດ້ ໂດຍບໍ່ຈຳເປັນຮຽກ
ຮ້ອງຄວາມຮູ້
ແລະ ທືນຮອນຫລວງ ເພື່ອໃຫ້ພົນລະເມືອງລາວມີວຽກເຮັດງານທຳຢ່າງທົ່ວເຖິງ
ໃນເສດຖະກິດ - ສັງຄົມຂອງຊາດ.ລາຍລະອຽດຂະແໜງທຸລະກິດ ຫລື
ອາຊິບທີ່ສະຫງວນໄວ້ໃຫ້ພົນລະເມືອງ ລາວ
ແມ່ນໃຫ້ປະຕິບັດຕາມເອກະສານຄັດຕິດເລກ3.
ມາດຕາ8 ໃບຢັ້ງຢືນການຄ້າ
ໃບຢັ້ງຢືນການຄ້າແມ່ນເອກະສານສັນຍາທີ່ເປັນພື້ນຖານໃນການຊຳລະເງີນ
ຫລື ເປັນເອກະສານໃຊ້ເງີນ,ສາມາດປ່ຽນ ແລະ ເປັນພາຫະນະທາງດ້ານສີນເຊື່ອໄດ້.ການນຳໃຊ້ໃບຢັ້ງຢືນການຄ້າ ( ລະບຽບ, ຮູບແບບ ແລະ
ວິທີການຕ່າງໆ) ແມ່ນສະຖາບັນການເງີນຂອງລັດ ( ທະນາຄານແຫ່ງ
ສປປ ລາວ ) ເປັນຜູ້ກຳນົດອອກຕ່າງຫາກ.
|