www.smepdo.org       
 
Lao Eng
 

ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ > ກົດໝາຍວ່າດວ້ຍອຸດສາ ຫະກຳປຸງແຕ່ງ

 
 
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ສະພາແຫ່ງຊາດ

ເລກທີ 01-99 /ສພຊ

ມະຕິຕົກລົງ
ຂອງສະພາແຫ່ງຊາດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍ
ວ່າດ້ວຍ ອຸດສາຫະກຳປຸງແຕ່ງ

  • ອີງຕາມມາດຕາ 40 ຂໍ້ 2 ຂອງລັດຖະທຳມະນູນ ແລະ ມາດຕາ 3 ຂໍ້ 2 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

  • ອີງຕາມການສະເໜີຂອງ ນາຍົກ ລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 8/3/99;

ພາຍຫລັງທີ່ໄດ້ຄົ້ນຄວ້າພິຈາລະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍ ວ່າດ້ວຍອຸດສາຫະກຳປຸງແຕ່ງ ໃນກອງປະຊຸມເທື່ອທີ 3 ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IV, ໃນວາລະປະຊຸມຕອນບ່າຍຂອງ ວັນທີ 3 ເມສາ 1999.

ກອງປະຊຸມໄດ້ຕົກລົງ:

ມາດຕາ 1: ຮັບຮອງເອົາກົດໝາຍ ວ່າດ້ວຍ ອຸດສາຫະກຳປຸງແຕ່ງ ດ້ວຍຄະແນນສຽງຢ່າງເປັນເອກະສັນ.
ມາດຕາ 2: ມະຕິຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ເລກທີ 10 ສປປລ

ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍ
ອຸດສະຫະກຳປຸງແຕ່ງ

  • ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ V ມາດຕາ 53, ຂໍ້ 1;

  • ອີງຕາມມະຕິຕົກລົງຂອງກອງປະຊຸມເທື່ອທີ່ 3 ສະໄໝສາມັນ ຂອງສະພາແຫ່ງຊາດ ຊຸດທີ IV ກ່ຽວກັບການຮັບຮອງເອົາກົດໝາຍ ວ່າດ້ວຍອຸດສະຫະກຳປຸງແຕ່ງ ສະບັບເລກທີ 01Œ99/ສພຊ ລົງວັນທີ 3 ເມສາ 1999;

  • ອີງຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 6 ເມສາ 1999

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1: ປະກາດໃຊ້ກົດໝາຍ ວ່າດ້ວຍອຸດສະຫະກຳປຸງແຕ່ງ.
ມາດຕາ 2: ລັດຖະດຳລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ 26 ເມສາ 1999.
ປະທານປະເທດແຫ່ງ ສ ປປ ລາວ
ຄຳໄຕ ສີພັນດອນ
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ພາກທີ I: ບົດບັນຍັດທົ່ວໄປ
ພາກທີ II: ກິດຈະການໂຮງງານອຸດ
ສາຫະກຳ ແລະ ຫັດຖະກຳ ປຸງແຕ່ງ
ພາກທີ III:ການລົງທຶນ ແລະ ການສົ່ງເສີມ ອຸດສາຫະກຳ ແລະ ຫັດຖະກຳ ປຸງແຕ່ງ
ພາກທີ IV: ສິດ ແລະ ພັນທະ
ຂອງຜູ້ດຳເນີນກິດຈະການໂຮງງານ
ອຸດສາຫະກຳແລະຫັດຖະກຳ ປຸງແຕ່ງ
ພາກທີ V: ອົງການຄຸ້ມຄອງ ແລະ ກວດກາ
ພາກທີ VI: ການແກ້ໄຂ ຂໍ້ຂັດ
ແຍ່ງ,ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia