www.smepdo.org       
 
Lao Eng
 

ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ > ດຳລັດຂອງກະຊວງກ່ຽວກັບ ການອະນຸມັດໂຮງງານ

 
 

ສາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເກະພາບ ວັດທະນາຖາວອນ
 

ກະຊວງອດສາຫະກຳ ແລະ ຫັດຖະກຳ

ເລກທີ່ 101 / ອຫ.

ບົດແນະນຳ
ການປະຕິບັດດຳລັດຂອງລັດຖະມົນຕີ
ກະຊວງອຸດສາຫະກຳ ແລະ ຫັດຖະກຳ ວ່າດ້ວຍໂຮງງານ

1. ຈຸດປະສົງ

ດຳລັດວ່າດ້ວຍໂຮງງານສະບັບນີ້ ມີຈຸດປະສົງຕົ້ນຕໍ 3 ປະການ:

I. ຮັບປະກັນ ເງື່ອນໄຂການອອກແຮງງານຢູ່ພາຍໃນໂຮງງານ ໃຫ້ມີຄວາມປອດໄພ ແລະ
ຖືກຕ້ອງຕາມຫລັກສຸກຂາອານາໄມ ໃຫ້ແກ່ຄົນງານ.

II. ຮັບປະກັນມາດຕະຖານ ເຕັກນິກອຸປະກອນການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ.

ຫລີກລ່ຽງ ເຫດລຳຄານອັນອັບປະໂຫຍດ ລົບກວນຜູ້ຢູ່ໃກ້ຄຽງ ຮັບປະກັນບໍ່ໃຫ້ໂຮງງານ ສ້າງມູນລະພິດອັນນຳຄວາມ
ອັບປະໂຫຍດແກ່ສະພາບແວດລ້ອມ

ຍັງມີຈຸດປະສົງສຳຮອງ 3 ປະການອີກ:

III. ວິທີຈົດທະບຽນຕາມດຳລັດວ່າດ້ວຍໂຮງງານ ມີຜົນໃນການເກັບກຳຂໍ້ມູນພື້ນຖານທີ່ດີ

ກ່ຽວກັບອຸດສາຫະກຳ,ຂໍ້ມູນເຫົ່ລານີ້ຈະໄດ້ຖືກເກັບກຳໃຫ້ກາລະເວລາໂດຍອີງໃສ່ສະຖິຕິຊື່ງເຈົ້າຂອງໂຮງງານຕ້ອງ
ຮຽບຮຽງໄວ້ເພື່ອປະຕິບັດຕາມຂໍ້ກຳນົດຂອງດຳລັດສະບບັນີ້

IV. ວິທີການຂັ້ນໂຮງງານຕາມດຳລັດສະບັບນີ້ສາມາດເປັນພື້ນຖານໃຫ້ລັດຖະບານກຳນົດ

ເຂດອຸດສາຫະກຳໃຫ້ໄດ້ຮັບຄວາມສະດວກໃນພາຍໜ້າ.

V. ດຳລັດສະບັບນີ້ເຮັດໃຫ້ມີຄວາມສາມາດສະກັດກັ້ນການຂະຫຍາຍຕົວອຸດສາຫະກຳ

ບາງປະເພດ ທີ່ເປັນອັນຕະລາຍຮ້າຍແຮງເຊັ່ນການນຳໃຊ້ຄືນສີ່ງເສດເຫືລອທີ່ມີຜິດຫືລ ການນິວເຄລັບ.

2. ເນື້ອໃນຂອງດຳລັດ ແລະ ຂໍ້ກຳນົດ.

ອີງໃສ່ ດຳລັດສະບັບນີ້ ລັດຖະມົນຕີ ກະຊວງຸດສາຫະກຳ ແລະ ຫັດຖະກຳຈະອອກບັນດາຂໍ້ກຳນົດເພື່ອໃຫ້ດຳ
ລັດດັ່ງກ່າວໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ດັ່ງນັ້ນຂໍ້ກຳນົດຕ່າງໆ ອາດຈະຖືກປັບປຸງແກ້ໃຫ້ສອດຄ່ອງ
ກັບກາລະເວລາໄດ້ໃນເມື່ອຈຳເປັນ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳຍັງມີຄວາມສາມາດພິຈາລະນາຄຳຮ້ອງຂໍໂດຍ ອີງຕາມເງື່ອນໄຂສະເພາະເປັນແຕ່ລະກໍລະນີ. ເພື່ອປ້ອງກັນຕໍ່ ການໃຊ້ອຳນາດໄປທາງທີ່ບໍ່ຄວນຂອງລັດຖະມົນຕີ, ຜູ້ຮ້ອງຂໍນັ້ນມີສິດຍື່ນຄຳຮ້ອງອຸທອນຕໍ່ຄະນະກຳມະການໄກ່ເກັ່ງເສດຖະກິດໄດ້.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳ ມີສິດແຕ່ງຕັ້ງໜວ່ຍວຽກກວດກາໂຮງງານເພື່ອເຮັດໃຫ້ດຳ
ລັດສະບບັນີ້ບັນລຸຜົນ.ສະມາຊິກຂອງໜ່ວຍວຽກກວດກາໂຮງງານເອີ້ນວ່າ”ເຈົ້າໜ້າທີ່” ມີສິດເຂົ້າໃນທຸກອາ
ຄານສະຖານທີ່ຂອງໂຮງງານໄດ້ທຸກເວລາເພື່ອໃຫ້ແນ່ໃຈວ່າມີຄວາມປອດໄພ ແລະ ຂໍ້ກຳນົດຕ່າງທີ່ກ່ຽວ
ກັບຄວາມປອດໄພໄດ້ຖືກປະຕິບັດຫລືບໍ່ , ແນວໃດກໍ່ຕາມກ່ອນຈະເຂົ້າໃນອາຄານສະຖານທີ່ຂອງໂຮງງານ
” ເຈົ້າໜ້າທີ່” ຕ້ອງແຈ້ງບັດປະຈຳຕົວຂອງຕົນຊືາງລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳໃດ້
ເຊັນອອກໃຫ້.

ພາຍໃຕ້ດຳລັດສະບັບນີ້ໃບອະນຸຍາດມີ 2 ປະເພດ:

I. ໃບອະນຸຍາດ ການສ້າງຕັ້ງ, ການຂະຫຍາຍ ຫລື ການດັດແປງໂຮງງານ

ໃບອະນຸຍາດປະເພດນີ້ຈະໄດ້ຖືກອະນຸມັດເມື່ອໜ່ວຍວຽກກວດກາໂຮງງານເຫັນດີຕໍ່
ແຜນຜັງຕ່າງຂອງຜູ້ຮ້ອງຂໍກ່ຽວກັບການສ້າງຕັ້ງໃໝ່ ການຂະຫຍາຍ ຫລື ການດັດແປງ
ໂຮງງານ, ແຜນຜັງເຫລົ່ານັ້ນໄດ້ສະແດງເປັນອັນຄ້ຳປະກັນ ມາດຕະຖານຕ່າງໆ ໄດ້ຖືກ
ຮັບຮອງເອົາໄປປະຕິບັດເພື່ອອຳນວຍຄວາມປອດໄພໃຫ້ແກ່ຄົນງານ, ເພື່ອຮັບປະກັນ
ມາດຖານເຕັກນິກອຸປະກອນການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ເພື່ອ
ຫລີກເວັ້ນຄວາມລຳຄານ ແລະ ປ້ອງກັນສະພາບວດລ້ອມ. ໃບອະນຸຍາດນີ້ມີອາຍຸນຳ
ໃຊ້ແຕ່ໃນຊ່ວງເວລາລະບຸໄວ້ເທົ່ານັ້ນ, ຊ່ວງເວລານີ້ພຽງພໍສຳລັບດຳເນີນການສ້າງແລະ
ການຕິດຕັ້ງ.

II. ໃບອະນຸຍາດດຳເນີນກິດຈະການໂຮງງານ.

ການອອກໃບອະນຸຍາດດຳເນີນກິດຈະການໂຮງງານນີ້ຈະຖືກອະນຸມັດໄດ້ກໍ່ຕໍ່ເມືອການກໍ່
ສ້າງແລະການຕິດຕັ້ງຫາກສົມບູນແລ້ວ ແລະ ໜ່ວຍກວດກາໂຮງງານໄດ້ກວດກາເຫັນ
ວ່າມີຄວາມແນ່ໃຈແລະ ເຫັນດີຕໍ່ຄວາມປອດໄພ, ເຫັນດີຕໍ່ມາດຖານເຕັກນິກ ແລະ ມາດຕະການຕ່າງໆ ໄດ້ທຳສຳເລັດແລ້ວ. ໃບອະນຸຍາດດຳເນີນກິດຈະການສະບັບນີ້ມີກຳນົດ

ໃຊ້ໄດ້ 3 ປີເທົ່ານັ້ນ ແລະ ມີການຕໍ່ໃໝ່ຢ່າງອັດຕະໂນມັດຖ້າເຫັນວ່າໂຮງງານຮັກສາ
ເງື່ອນໄຂຕ່າງໆໄດ້ດີເໜືອນເດີມ.ສີ່ງສຳຄັນຄືວ່າບໍ່ຄວນຫລົງໃບອະນຸຍາດທັງສອງປະເພດເທິງນີ້ກັບໃບ
ທະບຽນວິສາຫະກິດ. ເຈົ້າຂອງ ຂອງໂຮງງານຍັງຈຳເປັນຕ້ອງຮັບໃບທະບຽນວິສາຫະກິດຈາກກະຊວງ
ເສດຖະກິດແຜນການ ແລະ ການເງິນອີກ.ເມື່ອຫາກໄດ້ອະນຸມັດສ້າງຕັ້ງໂຮງງານເປັນທີ່ຮຽບຮ້ອຍແລ້ວ ກະຊວງອຸດສາຫະກຳ ແລະ ຫັດຖະກຳຈະແຈ້ງການໃຫ້ກະຊວງເສດຖະກິດແຜນການ ແລະ ການເງິນຊາບ
ອີກອັນໜື່ງ ກະຊວງເສດຖະກິດແຜນການແລະການເງິນຈະບໍ່ອອກໃບທະບຽນວິສາຫະ
ກິດໃຫ້ໂຮງງານໄດ້ຖ້າຍັງບໍ່ມີໃບອະນຸຍາດດຳເນີນກິດຈະການໂຮງງານທີ່ກະຊວງອຸດ ສາຫະກຳ ແລະ ຫັດຖະກຳອອກໃຫ້ເທື່ອ.ວິຊາຫະກິດຂະໜາດໜ້ອຍທີ່ໃຊ້ແຮງງານຕ່ຳກ່ວາ510 ຄົນລົງມາ ຫລື ໃຊ້ເຄື່ອງ
ຈັກທີ່ມີກຳລັງແຮງລວມ ຫລືກຳລັງແຮງທຽບເທົ່າຕ່ຳກ່ວາ 5ແຮງມ້າລົງມາບໍ່ຈຳເປັນຕ້ອງໄດ້ໃບອະນຸຍາດ
ພຽງໄຕ້ດຳລັດສະບັບນີ້ ແລະ ກະຊວງອຸດສາຫະກຳ ແລະ ຫັດຖະກຳຈະອອກຂໍ້ກຳນົດຕ່າງຫາກ.

3. ຂັ້ນຕອນຂອງການຂໍຈົດທະບຽນ.

3.1: ຜູ້ຮ້ອງຂໍຕ້ອງມາຂໍແບບຟອມ ຂໍສ້າງຕັ້ງໂຮງງານ ( ແບບຟອມ ເລກ1 ) ນຳກະຊວງອຸດ
ສາຫະກຳ ແລະຫັດຖະກຳ ຫລື ເຈົ້າທີ່ອຸດສາຫະກຳຢູ່ແຂວງ.

3.2: ຜູ້ລົງທຶນຕ້ອງຂຽນຂໍ້ມູນໃສ່ແບບຟອມ ພ້ອມດ້ວຍເອກະສານແລ້ວຍື່ນໃຫ້ ກະຊວງອຸດ
ສາຫະກຳ ແລະ ຫັດຖະກຳ ( 3ຊຸດ ) ຫລືໃຫ້ຫ້ອງການຂອງໜ່ວຍກວດກາໂຮງງານທີ່ຢູ່
ແຂວງ ( 3ຊຸດ ) ໃນກໍລະນີດັ່ງກ່າວນີ້ໃຫ້ເຈົ້າໜ້າທີ່ແຂວງສົ່ງໃຫ້ກະຊວງ 2ຊຸດ.

3.3: ກ່ອນອື່ນໝົດກະຊວງອຸດສາຫະກຳ ແລະຫັດຖະກຳ ແລະ ຫັດຖະກຳຈະອອກນ້ຳເບີໃສ່ໃບຄຳຮ້ອງ ນ້ຳເບີນີ້ຈະໄດ້ນຳໃຊ້ໃນການຕິດຕໍ່ພົວພັນໃ ນຕໍ່ໜ້າໂດຍສະເພາະກ່ຽວກັບ
ໂຮງງານປະເພນີ້.

ຂໍ້ແນະນຳວ່າດ້ວຍການໜາຍເລກມີຢູ່ 3 ອົງການປະກອບດັ່ງນີ້:

ກ. 4 ຕົວເລກທຳອິດເປັນເລກໝາຍຂັ້ນຂອງປະເພດກິດຈການອຸດສາຫະ ກຳອີງຕາມຂັ້ນມາດຕະຖານສາກົນ.
ຂ. 4 ຕົວເລກໝາຍເຖິງຳແພງນະຄອນ ຫລື ແຂວງບ່ອນສ້າງຕັ້ງໂຣງງານ (ພວກເຮົາສະເໜີໃສ່ກົດຕົວເລກພື້ນຖານສະຖິຕິຂອງກະຊວງເສດຖະກິດແຜນການແລະ ການເງິນ)ແລະ
ເລກອັນດັບຂອງແຂວງ.
ຄ. 2 ຕົວເລກສຸດທ້າຍໝາຍເຖິງປີໄດ້ອະນຸມັດ ( ສຳລັບການຈດົທະບຽນໂຮງງານທີ່ຖືກສ້າງຕັ້ງຂື້ນກ່ອນ
ແລ້ວນັ້ນເລກໝາຍປີສະແດງເຖິງປີທີ່ໂຮງງານນັ້ນຖືກສ້າງຕັ້ງຂື້ນມາແຕ່ຕົ້ນ. )

ຕົວຢ່າງ
ເລກອ້າງອີງ 1542/ 0809/ 91 ໝາຍເຖິງໂຮງງານ ນ້ຳຕານ ຢູ່ແຂວງໄຊຍະບູລີແລະແຂວງໄຊ
ຍະບູລີໄດ້ຮັບໃອະນຸຍາດສ້າງຕັ້ງໂຮງງານເທື່ອທີ່ 9 ຂອງແຂວງໃນປີ 1991.
ແມ່ນເລກຂອງຂັ້ນໃຊ້ມາດຕະຖານອຸດສາຫະກຳສາກົນສຳລັບໂຮງງານຜະລິດນ້ຳຕານ.
08 ເປັນເລກອ້າງອີງວ່າແມ່ນແຂວງ ໄຊຍະບູລີ
09 ໝາຍຄວາມວ່າໄດ້ຮັບໃບອະນຸຍາດເປັນອັນດັບທີ່ 9 ສ້າງຕັ້ງໂຮງງານຜະລິດນ້ຳ
ຕານທີ່ແຂວງ ໄຊຍະບູລີ.
91 ໝາຍຄວາມວ່າປີ 1991.

ແຕ່ລະອົງປະກອບຂອງເລກອ້າງອີງກະຊວງອຸດສາຫະກຳຈະໄດ້ນຳອອກໃຊ້ຕາມພຽງຫຼັງ

ກ. ມັນເປັນບ່ອນອີງພື້ນຖານໃນການລວບລວມຂໍ້ມູນສະຖິຕິ (ຂ) ເປັນການວັດແທກກິດຈະການຂອງແຂວງ ( ຄ ) ໃຫ້ຮູ້ໄດ້ວ່າອະຍຸການຂອງໂຮງງານໄດ້ຈັກປີແລ້ວ.

3.4 ຫລັງຈາກໄດ້ລົງເລກອ້າງອີງແລ້ວໃຫ້ສຳເນົາເອກະສານຄຳຮ້ອງ 1 ສະບັບມຽ້ນໄວ້ຢູ່ໃນ
ສະມຸດບັນທຶກຫວຂວັ້ນ ສຳເນົາສະບັບທີ່ 2 ນັ້ນມອບໃຫ້ຜູ້ເຄື່ອນໄຫວເຮັດໃຫ້ວໜກງານ
ຕົວຈິງ.
3.5 ຫລັງຈາກການສຶກສາຄົ້ນຄ້ວາເອກະສານຂໍ້ມູນລະອຽດຖີ່ຖ້ວນແລ້ວຖ້າຫາກວ່າອັນໃດຍັງ
ບໍ່ຈະແຈ້ງແມ່ນດ້ານຄວາມປອດໄພແລະມາດຕະການອື່ນໆທີ່ຍັງບໍ່ທັນພຽງພໍນັ້ນ ກະຊວງອຸດສາຫະກຳ
ແລະ ຫັດຖະກຳໄດ້ແນະນຳຊ່ວຍເຫລືອ, ເຊື້ອເຊີນ ຜູ້ຍື່ນຄຳຮ້ອງມາປຶກສາຫາຫລືທີ່ກະຊວງ ເພື່ອຊຸກຍູ້ສົ່ງ
ເສີມໃຫ້ໄປ ເຖິງບ່ອນຕົກລົງອະນຸມັດປະຕິບັດໄດ້.
3.6 ເອກະສານການອະນຸມັດສ້າງຕັ້ງຕ້ອງລະບຸລະຍະເວລາໄວ້ຄັກແນ່ ( ເບິ່ງແບບຟອມ 2 )
ເມືອໃດການກໍ່ສ້າງ ແລະ ຕິດຕັ້ງເຄື່ອງອຸປະກອນພຽງໃນໂຮງງານຫາກເສັດສີ້ນຄົບຖ້ວນແລ້ວເຈົ້າຂອງໂຮງງານ
ຈະຕ້ອງສະເໜີຂໍອະນຸຍາດດຳເນີນກິດຈະການໂຮງງານຈາກ ກະຊວງອຸດສາຫະກຳ ແລະ ຫັດຖະກຳອີກ.
3.7 ການລົງວດກາຂອງຜູ້ກວດກາໂຮງງານ” ເຈົ້າໜ້າທີ່ ” ຈະຕ້ອງກວດກາຢ່າງຖີ່ຖ້ວນທຸກ
( ວຽກງານຢ່າງໜ້ອຍກໍ່ໃຫ້ຖືກຕ້ອງຕາມທີ່ໄດ້ຕົກລົງໃນຂໍ້ ( V ) ເທິງນີ້.
3.8 ການກວດການີ້ຈະໃຫ້ຜົນສະຫລຸບວ່າຄວນເຮັດຢ່າງໃດ ຢ່າງໜື່ງຕື່ມອີກຫລືວ່າຄວນອອກ
ໃບອະນຸຍາດດຳເນີນກິດຈະການໂຮງງານໄດ້ແລ້ວ.
3.9 ກ່ຽວກັບໃບອະນຸຍາດຕ້ອງຈ່າຍຄ່າທຳນຽມເປັນລາຍປີຄິດໄລ່ກູ້ຄ່າແບບຟອມກ່ຽວກັບ
ການຜະລິດ, ຄ່າໄປສະນີ, ຄ່າເກັບກຳຂໍ້ມູນສະຖິຕິຊື່ງປະຕິບັດຕາມດຳລັດສະບັບນີ້
ແລະ ຄ່າກ່ຽວກັບຂ່າວສານປະຈຳ ແລະ ອື່ນໆຊື່ງຄວນແຈກຢາຍໃຫ້ແຕ່ໂຮງງານອຸດສາຫະກຳ ( ຄືວ່າຂ່າວສານປະຈຳນັ້ນຈະມີບັນດາຂໍ້ມູນຂອງກະຊວງ ແລະທຸກໆຂ່າວຊື່ງຈະເປັນປະໂຫຍດແກ່ບັນດາຜູ້ຜະລິດ ).

1. ວ່າດ້ວຍໜ່ວຍວຽກກວດກາໂຮງງານ:

ໜ່ວຍງານນີ້ອ້ຽແຕ່ວ່າຜູ້ທີ່ຈະມາເຮັດວຽກນີ້ຈະຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ.
ພວກເຮົາຕ້ອງການພະນັກງານຮັບຜິດຊອບກວດກາໂຮງງານຈຳນວນ 10 ຄົນ ໃນນັ້ນ
6 ຄົນ ປະຈຳຢູ່ກະຊວງອຸດສາຫະກຳແລະຫັດຖະກຳທີ່ວຽງຈັນ, 2 ຄົນປະຈຳຢູ່ສະຫວັນນະເຂດແລະອີກ 2 ຄົນປະຈຳຢູ່ ປາກເຊ. ໃນຈຳນວນ 6 ຄົນຢູ່ວຽງຈັນນັ້ນ 2 ຄົນເປັນຜູ້ອາວຸດໂສ. ຫົວໜ້າກວດກາ ແລະ ຮອງມີວຽກງານຕົ້ນຕໍໃນການພິຈາລະນາຄຳຮ້ອງເບີ່ງຄືນບັນດາຂໍ້ກຳນົດ, ເມື່ອເຫັນວ່າຈຳເປັນຈັດວາງຕາຕະລາງລົງກວດກາໂຮງງານ, ລຽບ
ລຽງບົດລາຍງານຂອງເຈົ້າໜ້າທີ່ກວດກາໂຮງງານ, ຕິດຕໍ່ພົວພັນກັບຜູ້ໄດ້ຮັບອະນຸຍາດ
ດຳເນີນນກິດຈະການໂຮງງານ, ບາງຄັ້ງຄາວໂດຍສະເພາະໃນກໍລະນີສ້າງຕັ້ງໂຮງງານ
ໃໝ່. ຫົວໜ້າ ຫລື ຮອງຈະລົງເບິ່ງດ້ວຍຕົນເອງ.
ສ່ວນອີກ 4 ຄົນມີໜ້າທີ່ກ່ຽວຂ້ອງກັບການກວດກາໂຮງງານ (ແຕ່ລະຄົນລົງກວດ
ກາໂຮງງານໜື່ງ. ໜື່ງຄັ້ງຕໍ່ປີໂດຍບໍ່ຈຳກັດເວລາ ) ແລະອີກຜູ້ໜື່ງໃນ 4 ຄົນນັ້ນ ຈະຕ້ອງຮັບຜິດຊອບວຽກງານກວດກາໂຮງງານບໍ່ແຮ່. ເຈົ້າໜ້າກວດກາທີ່ະຈຳຢູ່ສະຫວັນນະເຂດ ແລະ ປາກເຊນັ້ນ ມີໜ້າທີ່ລາຍງານວຽກງານຂອງຕົນໃຫ້ຫົວໜ້າກວດກາທີ່ປະຈຳຢູ່ວຽງຈັນໂດຍກົງບ່ອນທີ່ມີໂຮງງານອຸດສາຫະກຳໜາແໜ້ນ ຄື ຢູ່ວຽງຈັນຜູ້ກວດກາໂຮງງານອາດຈະລົງກວດກາໂຮງງານສອງໂຮງງານຕໍ່ຄົນ ຕໍ່ວັນ ບໍ່ໃຫ້ກາຍນີ້ . ການລົງກວດກາໂຮງງານແຕ່ລະເທື່ອເຈົ້າໜ້າທີ່ກວດກາຕ້ອງການ:

  1. ສຳນວນເອກະສານຂອໂຮງງານຊື່ສະແດງເຖິງຄວາມປອດໄພ ແລະ ການຈັດວາງຕ່າງໆ
    ໃນໂຮງງານທີ່ໄດ້ຮັບອະນຸມັດແລ້ວ.

  2. ມີ ແບບຟອມ ມາດຕະຖານລາຍງານເພື່ອໃຫ້ຕົນເອງໄດ້ຈົດຄຳເຫັນຕ່າງຕໍ່ແຕ່ລະຂໍ້
    ( ຕົວຢ່າງ ເອກະສານບົດບັນທຶກກວດກາໂຮງງານໄດ້ຄັດຕິດມາພ້ອມນີ້ ). ສຳເນົາບົດລາຍງານຢ່າງຄົບຖ້ວນເອົາໄວ້ຢູ່ໂຮງງານ ( ເອົາໃຫ້ກັບຜູ້ເຮັດໃບອະນຸຍາດ ຫລື ຜູ້ຮອງ )
    ກ່ອນເຈົ້າໜ້າທີ່ກວດກາໂຮງງານຈະຈາກໄປ.
     

  3. ເງື່ອນໄຂ ແລະ ມາດຖານເຈົ້າໜ້າທີ່ກວດກາໂຮງງານ
    ເຈົ້າໜ້າທີ່ກວດກາໂຮງງານຈະຕ້ອງມີພື້ນຖານການສຶກສາດ້ານ: ເຄມີ, ວິສາວະກນກໍ່
    ສ້າງ, ເສດຖະກິດອຸດສາຫະກຳ, ນັກຄຸ້ມຄອງສະພາບແວດລ້ອມ, ວິສະວະກອນກົນຈັກຫລື ຜູ້ມີປະສົບການ ແລະ ຊຳນານງານດ້ານໃດດ້ານນຶ່ງ ທີ່ເຫັນວ່າມີຄວາມຈຳເປັນໃນ
    ການຈັດຕັ້ງປະຕິບັດດຳລັດວ່າດ້ວຍໂຮງງານ.

ວຽງຈັນ, ວັນທີ່ 2. 1 FEB. 1992
ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳ

ສຸລີວົງ ດາລາວົງ

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia