www.smepdo.org       
 
Lao Eng
 

ເລີ້ມຕົ້ນເຮັດທຸລະກິດ > ການຈົດທະບຽນທຸລະກິດ ແລະການອະນຸຍາດ > ຂັ້ນຕອນການອະນຸຍາດ ສ້າງຕັ້ງ ແລະດຳເນີນກິດຈະການໂຮງງານ

 
 

ຂັ້ນຕອນການອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ

I ຂັ້ນຕອນການອອກອະນຸຍາດ ຕາມຂໍ້ຕົກລົງເລກທີ 103/ ອຫ

ໃນການພິຈາລະນາອອກໃບອະນຸຍາດສ້າງຕັ້ງໂຮງງານ ແລະ ໃບອະນຸຍາດດຳເນີນກິດຈະການໂຮງງານ ໄດ້ປະຕິບັດຕາມແຈ້ງການ ກຽ່ວກັບການແບ່ງຂັ້ນຄຸ້ມຄອງ ເລກທີ 320/ ອຫ, ລົງວັນທີ່ 13/06/96 ແລະແຈ້ງການ ເລກທີ 589/ອຫ, ລົງວັນທີ13/10/95 ຊື່ງໄດ້ປະກອບມີ 2 ຂັ້ນ ພະແນກ ອຸດສາຫະກຳ ແລະ ຫັດຖະກຳ ແຂວງ, ນະຄອນຫລວງ, ເຂດພິເສດ ແລະ ຂັ້ນ ກະຊວງອຸດສາຫະກຳ ແລະ ຫັດຖະກຳ (ກົມອຸດສາຫະກຳ) ຊື່ງມີຂັ້ນຕອນດັ່ງນີ້:

  1. ຂັ້ນທ້ອງຖິ່ນ (ພະແນກ ອຫ ແຂວງ, ນະຄອນຫລວງ ແລະ ເຂດພິເສດ) ອອກອະນຸຍາດ:
    ຂັ້ນ ພ/ນ ອ.ຫ ແຂວງ, ນ/ຫຼ, ຂ/ສ ມີສິດອອກອະນຸຍາດສ້າງຕັ້ງ ແລະດຳເນີນກິດຈະການໂຮງງານ
    ປະເພດ I ແລະ II ທີ່ເປັນການລົງທອນພາຍໃນ.

    • ຂັ້ນຕອນການຂໍສ້າງຕັ້ງໂຮງງານ:
      ພາຍຫຼັງນັກລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ຣັບໃບອານຸຍາດລົງທຶນ,ໃບທະບຽນວິສາຫະກິດ,
      ໃບທະບຽນອາກອນພາຍໃນ ແລະໃບຢັ້ງຢືນຈາກແໜງການທີ່ກ່ຽວຂ້ອງແລ້ວ ຈາກນັ້ນນັກລົງທຶນ:

      • ປະກອບເອກກະສານ ຄຳຮ້ອງຂໍຍື່ນຕໍ່ ພ/ນ ອຫ ແຂວງ, ນ/ຫຼ ແລະຂ/ສ

      • ກວດກາຄວາມຖືກຕ້ອງຂອງເອກະສານ, ກໍລະນີເອກະສານ ຄົບຖ້ວນ ແລະ ຖືກຕ້ອງ.

      • ລົງກວດກາໂຮງງານ.

      • ອອກອານຸຍາດສ້າງຕັ້ງຮ/ງ ໂດຍອີງໃສ່ຜົນຂອງການກວດກາໂຮງງານ, ກໍລະນີເອກະສານ ຖືກຕ້ອງ ແລະ ຄົບຖ້ວນ ພ/ນ ອ/ຫ ແຂວງ, ນ/ຫຼ ແລະ ຂ/ສ ພິຈາລະນາອອກໃບອານຸຍາດສ້າງຕັ້ງ ໂຮງງານໃຫ້ ໂດຍໃຊ້ເວລາບໍ່ເກີນ15ວັນແຕ່ມື້ໄດ້ຮັບເອກະສານຄຳຮ້ອງຂໍຄົບຖ້ວນ ແລະ ຖືກຕ້ອງ.

  2. ຂັ້ນກະຊວງອຸດສາຫະກຳ ແລະ ຫັດຖະກຳ(ກົມອຸດສາຫະກຳ)ອອກອານຸຍາດ:
    ຂັ້ນ ກະຊວງ ອ.ຫ ມີສິດອອກອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການ ໂຮງງານ ປະເພດ 3(ການລົງ
    ທຶນພາຍໃນ)ແລະການລົງທຶນຕ່າງປະເທດ.

    • ຂັ້ນຕອນການຂໍສ້າງຕັງໂຮງງານ:

      • ນັກລົງທຶນຊື້ຄຳຮ້ອງ, ປະກອບເອກະສານຂໍສ້າງຕັ້ງຮ/ງແລະ ຍື່ນຕໍ່ພ/ນ ອ.ຫ ແຂວງ, ນ/ຫຼ, ຂ/ສ ໂດຍຜ່ານທຸກຂັນຕອນໃນການພິຈາລະ ນາຢູ່ຂັ້ນພ/ນ ຈົນຮອດຂັນຕອນການ
        ລົງກວດກາໂຮງງານ (ບາງກິດຈະການເຊີນຂັ້ນກະຊວງ ອ.ຫ.ໃຊ້ເວລາທັງໝົດບໍ່ເກີນ15ວັນ.

      • ເມື່ອເອກະສານມາຮອດກະຊວງ ອ.ຫ, ກົມອຸດສາຫະກຳຄົ້ນຄວ້າ ລາຍງານກະຊວງ ແລະ ອອກອານຸຍາດ ໃຊ້ເວລາບໍ່ເກີນ15ວັນ ນັບແຕ່ມື້ໄດ້ຮັບອກະສານຄຳຮ້ອງຂໍຄົບຖ້ວນ ແລະ ຖືກຕອ້ງ ຈາກພ/ນ ອ.ຫ. ລວມເວລາການອອກໃບອະນຸຍາດສ້າງຕັ້ງໂຮງງານທັງໝົດ ບໍ່ເກີນ30ວັນ.

  3. ຂັ້ນຕອນການຂໍເດີນກິດຈະການໂຮງງານ:
    ກໍລະນີໂຮງງານໄດ້ສເລັດການກໍ່ສ້າງ, ຕີດຕັ້ງເຄື່ອງຈັກ ພ້ອມທັງແລ່ນ ທົດລອງແລະໄດ້ຮັບການຢັ້ງຢືນ
    ຄຸນນະພາບຂອງຜະລິດຕະພັນແລ້ວ ໂຮງງານ ປະກອບເອກະສານຄຳຮ້ອງຂໍດຳເນີນກິດຈະການໂຮງງານ ຢື່ນຕໍ່ພ/ນ ອ.ຫ.ແຂວງ, ນ/ຫຼ, ຂ/ສ ໂດຍປະຕິບັດຄືກັນກັບຂັ້ນຕອນການຂໍອະນຸຍາດສ້າງຕັ້ງໂຮງງານ ແລະ ໃຊ້ເວລາໃນການພິຈາລະນາອອກອະນຸຍາດ ບໍ່ເກີນ 15ວັນ ນັບແຕ່ມື້ໄດ້ຮັບເອກກະສານຄຳຮ້ອງຂໍດຳ
    ເນີນ ຄົບຖ້ວນ ແລະ ຖືກຕ້ອງຈາກ ພ/ນ ອໃຫ ແຂວງ, ນ/ຫຼ ແລະ ຂ/ສ.
     ລວມເວລາທັງໝົດ ໃນການອອກໃບອະນຸຍາດດຳເນີນກິດຈະການໂຮງ ງານບໍ່ເກີນ 30 ວັນ.

II./ ຂັ້ນຕອນການອອກອານຸຍາດດຳເນີນກິດຈະການໂຮງງານ(ຕາມລະບຽບການວ່າດ້ວຍການອອກອະ
ນຸຍາດດຳເນີນກິດຈະການໂຮງງານ)

ເພື່ອປະຕິບັດຕາມມາດຕາ 11 ຂອງກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ແລະ ລະບຽບການວ່າດ້ວຍການອອກ
ອະນຸຍາດດຳເນີນກິດຈະການໂຮງງານ ຊື່ງປະກອບມີໃບອະນຸຍາດໃບດຽວ ຄື:ໃບອະນຸຍາດດຳເນີນກິດຈະການໂຮງ
ງານ.ໂດຍມີຂັ້ນຕອນການອອກອະນຸຍາດ ດັ່ງລຸ່ມນີ້:

  1. ໄລ່ຍະທີ່1:

    • ນັກລົງທຶນປະກອບເອກະສານຂໍລົງທຶນ, ປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ.

    • ຂຶ້ນທະບຽນວິສາຫະກິດ, ປະຕິບັດຕາມກົດໝາຍວ່າດ້ວຍການທຸລະກິດ.

    • ຂຶ້ນທະບຽນອາກອນພາຍໃນ, ປະຕິບັດຕາມກົດໝາຍວ່າສ່ວຍສາອາກອນ.

  2. ໄລ່ຍະທີ່2:
    ການກໍ່ສ້າງໂຮງງານ ແລະ ປະກອບເອກະສານຂໍດຳເນີນກິດຈະການໂຮງງານ

    • ໄລຍະເວລາການກໍ່ສ້າງໂຮງງານ ແມ່ນຂຶ້ນກັບແຕ່ລະກໍລະນີຂອງໂຄງການ, ໂດຍອີງໃສ່ ແຜນການກໍ່ສ້າງໂຮງງານໃນບົດວິພາກ ເສດຖະກິດເຕັກນິກ ຂອງໂຮງງານ.

    • ໄປພ້ອມກັບການກໍ່ສ້າງໂຮງງານ, ນັກລົງທຶນ ປະກອບເອກະສານ ຄຳຮ້ອງຂໍດຳເນີນກິດຈະການໂຮງງານ(ຕາມແບບຟອມ)ໃຫ້ຄົບຖ້ວນ ແລະ ຖືກຕ້ອງ.

  3. ໄລ່ຍະທີ່3: ການຂໍດຳເນີນກິດການໂຮງງານ

    • -ປະຕິບັດຕາມຂໍ້ຕົກລົງ ເລກທີ່ / 053/ອຫ, ລົງວັນທີ່ 13/02/2003 ວ່າດ້ວຍການແບ່ງ ຄວາມຮັບຜິດຊອບໃນການຄວບຄຸມ ແລະ ກວດກາໂຮງງານອຸດສາຫະກຳປຸງແຕ່ງ.

1) ຂັ້ນພະແນກ ອ.ຫແຂວງ,ນ/ຫຼ ແລະ ເຂດພິເສດອອກອະນຸຍາດ ດຳເນີນກິດຈະການໂຮງງານ

ພາຍຫຼັງທີ່ໃດ້ສຳເລັດການກໍ່ສ້າງໂຮງງານ, ຕິດຕັ້ງເຄື່ອງຈັກ ລວມທັງແລ່ນຜະລິດທົດລອງ,ໄດ້ຮັບການຢັ້ງຢືນດ້ານ
ຄຸນນະພາບຂອງຜະລິດຕະພັນ ແລະ ປະກອບເອກະສານຄຳຮ້ອງ ຂໍດຳເນີນກິດຈະການໂຮງງານໃຫ້ຄົບຖ້ວນ ແລະ ຖືກຕ້ອງແລ້ວ:

  • ຍື່ນເອກະສານຄຳຮ້ອງຂໍຢູ່ພ/ນ ອ.ຫ ແຂວງນ/ຫຼ ແລະ ຂ/ສ ບ່ອນທີ່ໂຮງງານຕັ້ງຢູ່.

  • ພ/ນ ອ.ຫ ກວດກາຄວາມຖືກຕ້ອງຂອງເອກະສານ, ກໍລະນີເອກະສານຄົບຖ້ວນແລະຖືກຕ້ອງ

  • ລົງກວດກາໂຮງງານ(ກວດຄືນເອກະສານທີ່ກ່ຽວຂ້ອງ, ການກໍ່ສ້າງຮ/ງຕົວຈິງຕາມແຜນຜັງສະເໜີ

  • ອອກໃບອະນຸຍາດດຳເນີນກິດຈະການຮ/ງ (ອີງໃສ່ຜົນຂອງການກວດກາໂຮງງານ,ກໍລະນີ ເອກະສານຄົບຖ້ວນ ແລະ ຖືກຕ້ອງພ/ນ ອ.ຫ ແຂວງ,ນ/ຫຼ ແລະຂ/ສ ພິຈາລະນາອອກໃບອະນຸຍາດດຳ ເນີນກິດຈະການໂຮງງານໃຫ້ ໃຊ້ເວລາບໍເກີນ 15 ວັນນັບແຕ່ມື້ໄດ້ຮັບ ເອກະສານຄຳຮ້ອງຂໍດຳເນີນ ຄົບຖ້ວນ ແລະ ຖືກຕ້ອງ.

2) ຂັ້ນກະຊວງອ. ຫ (ກົມອຸດສາຫະກຳ) ອອກອະນຸຍາດດຳເນີນກິດຈະການໂຮງງານ
 
ພາຍຫຼັງທີ່ໄ້ສຳເລັດການກໍ່ສ້າງໂຮງງານ, ຕິດຕັ້ງເຄື່ອງຈັກ ລວມທັງແລ່ນຜະລິດທົດລອງ,ໄດ້ຮັບການຢັ້ງຢືນດ້ານ
ຄຸນນະພາບຂອງຜະລິດຕະພັນ ແລະ ປະກອບເອກະສານຄຳຮ້ອງຂໍ ດຳເນີນ ກິດຈະການໂຮງງານໃຫ້ຄົບຖ້ວນ ແລະ ຖືກຕ້ອງ ແລ້ວຍື່ນເອກະສານຄຳຮ້ອງຂໍ ດຳເນີນກິດຈະການຢູ່ພະແນກ ອ. ຫ ແຂວງ, ນ/ຫຼ ແລະ ຂ/ສ ບ່ອນທີ່ໂຮງ
ງານຕັ້ງຢູ່. ພ/ນ ປະຕິບັດທຸກຂັ້ນຕອນຈົນຮອດ ຂັ້ນຕອນການລົງກວດກາໂຮງງນ.

  • ປະຕິບັດຕາມຂໍ້ຕົກລົງກ່ຽວກັບການແບ່ງຂັ້ນຄຸ້ມຄອງເລກທີ່ 053/ ອ/ຫ ໃນກໍລະນີທີ່ແມ່ນ ສິດຂອງກ/ຊ ອ.ຫ ອອກອະນຸຍາດ, ພ/ນ ອ.ຫ ແຂວງ, ນ/ຫຼ ແລະ ຂ/ສ ເຮັດບົດລາຍງານພ້ອມທັງສົ່ງ ເອກະສານຄຳຮ້ອງຂໍທັງໝົດມາໃຫ້ ກ/ຊ ອ.ຫ ໃຊ້ເວລາທັງໝົດ Έρ­.ບໍ່ເກີນ15ວັນ.

  • ເອກະສານຄຳຮ້ອງຂໍມາຮອດ ກ/ຊ ອ.ຫ ກົມອຸດສາຫະກຳຄົ້ນຄ້ວາລາຍງານກະຊວງ ແລະ ອອກໃບອະນຸຍາດດຳເນີນກິດຈະການຮ/ງ ໃຫ້ 5 ໃຊ້ວເລາບໍ່ເກີນ15ວັນ , ນັບແຕ່ມືໄດ້ຮັບເອກະສານຄຳ ຮ້ອງຂໍຄົບຖ້ວນ ແລະ ຖືກຕ້ອງຈາກພ/ນ ອ.ຫ ແຂວງ, ນ/ຫຼແລະຂ/ສ.

 ລວມເວລາທັງໝົດໃນການອອກອະນຸຍາດດຳເນີນກິດຈະການຮ/ງ ບໍ່ເກີນ25ວັນ.
ກົມ ອຸດສາຫະກຳ ໄດ້ຄົ້ນຄ້ວາບັນຫາດັ່ງກ່າວເຫັນວ່າ: ໄລຍະເວລາ 15ຫລື25ວັນໃນ

ການພິຈາລະນາອອກໃບອະນຸຍາດດຳເນີນກິດຈະການໂຮງງານ ແມ່ນເປັນການກຳນົດ ເບື່ອງ (ເພດານ)ສູງ ແຕ່ການ
ປະຕິບັດຕົວຈິງ ອາດຈະໃຊ້ເວລານ້ອຍກ່ວານີ້ອີກ ໂດຍສະເພາະ ຖ້າເປັນກິດຈະການທີ່ລັດສົ່ງເສີມ ຕາມດຳລັດເລກ
ທີ່ 46/ນຍ ກົມຈະບໍ່ຈຳເປັນລາຍງານກະຊວງ ແລະ ອອກອະນຸຍາດໂລດ ເພື່ອຕັດຂັ້ນຕອນໃຫ້ສັ້ນຕື່ມ, ຊືາງຈະມີບົດ
ແນະນຳລະອຽດໃນການ ຈັດຕັ້ງປະຕິບັດຕົວຈິງ.

ໝາຍເຫດ: ຄັດຈາກບົດລາຍງານກ່ຽວກັບຂັ້ນຕອນການອອກອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ. 04 ເລກທີ່ 390/ອຫ ອກ ວັນທີ່ 15/06/04

 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia