ສະຖານທີ່ສຳລັບການດຳເນີນທຸລະກິດ
ລວມເຖິງ: ທີ່ດິນ/ຕຶກອາຄານ, ເຂດທີ່ຕັ້ງ ແລະ ລາຄາທີ່ເໝາະສົມ,
ຂອບເຂດການ ຈັດສັນຂອງລັດ, ການອອກໃບອະນຸຍາດທີ່ກ່ຽວຂ້ອງ, ເປັນຕົ້ນ
ລ້ວນແຕ່ແມ່ນສິ່ງສຳຄັນທີ່
ຜູ້ປະກອບການຕ້ອງໄດ້ຄຳນຶງເຖິງ.
ສິ່ງສຳຄັນອີກອັນໜຶ່ງ ໂດຍສະເພາະສຳລັບ ອຸດສາຫະກຳປຸງແຕ່ງ ແມ່ນບັນຫາກ່ຽວກັບສິ່ງແວດລ້ອມ.
ທີ່ດິນ
ກົດໝາຍວ່າດ້ວຍທີ່ດິນ (ເລກທີ 04/ສພຊ)
ໄດ້ຈັດແບ່ງເຂດ ແລະ ປະເພດທີ່ດິນຕ່າງໆ ຢູ່ໃນຂອບເຂດ
ທົ່ວປະເທດ
ແລະ ການເຊົ່າທີ່ດິນ.
ໜຶ່ງໃນການຈັດແບ່ງເຂດດິນຮັບໃຊ້ສຳລັບວິສາຫະກິດຂະໜາດນ້ອຍ ແລະ
ກາງ ແມ່ນ . ເຂດເສດຖະກິດພິເສດ. ທ່ານສາມາດຕິດຕໍ່
ກັບອົງການຄຸ້ມຄອງທີ່ດິນ ປະຈຳແຂວງ, ເມືອງ ແລະ
ໜ່ວຍງານທີ່ດິນບ້ານ ເພື່ອຊອກຮູ້ການຈັດສັນດັ່ງກ່າວ ຢູ່ ເຂດທີ່
ທ່ານສົນໃຈ. ເວົ້າສະເພາະຢູ່ ເຂດ
ນະຄອນຫລວງວຽງຈັນ ໄດ້ມີການ
ຈັດແບ່ງເຂດ ແລະ ປະເພດດິນ ໂດຍພະແນກຄົມ ມະນາຄົມ, ຂົນສົ່ງ, ໄປສະນີ
ແລະ ກໍ່ສ້າງ ນະຄອນຫລວງວຽງຈັນ ແລະ ອົງການພັດທະນາ ແລະ
ບໍລິຫານຕົວເມືອງວຽງຈັນ. ກົມທີ່ດິນໄດ້ປະເມີນລາຄາທີ່ດິນຢູ່ 4
ຕົວເມືອງໃຫຍ່ໃນນະຄອນ ຫລວງວຽງຈັນ ó 1999.
ຕາມສະຖານທີ່ຕັ້ງ
ຂອງດິນ ຕາມລາຄາຊື້ ຂາຍໃນ ທ້ອງຕະຫລາດໃນປີ
1999.
ຕຶກອາຄານ
ປະຈຸບັນການເຊົ່າ ຫລື ຊື້ຂາຍ ຕຶກອາຄານແມ່ນປະກົດໃຫ້ເຫັນຫລາຍ
ຂຶ້ນ. ນອກຈາກການໂຄສະນາ ຈາກ
ປາກຕໍ່ປາກ ແມ່ນ ການຕິດປ້າຍ ຫລື
ລົງໜັງສືພິມຕ່າງໆ. ມັນຈະເປັນການດີ ທີ່ຈະສອບຖາມກັບ
ພະແນກ
ຄົມມະນາຄົມ, ຂົນສົ່ງ, ໄປສະນີ ແລະ ກໍ່ສ້າງ ນະຄອນຫລວງ
ວຽງຈັນ ແລະ ອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ
ກ່ຽວກັບການຈັດສັນເຂດຕ່າງໆ.
ໃບຢັ້ງຢືນ, ກົດລະບຽບ ແລະ ອະນຸຍາດ
ສຳລັບການກໍ່ສ້າງອາຄານເພື່ອ ການຄ້າ ຫລື ການຜະລິດ ຜູ້ປະກອບ
ການຄວນປະຕິບັດຕາມ ລະບຽບ ຜັງເມືອງ ແລະ ການປຸກສ້າງ ແລະ
ຮັບອະນຸຍາດການປຸກສ້າງ ຈາກພະແນກຄົມມະນາຄົມນະຄອນ ຫລວງ
ເສຍກ່ອນ.
ຜູ້ປະກອບການຄວນຮູ້ກ່ຽວກັບ ຂັ້ນຕອນການ ຂໍອະນຸຍາດປຸກສ້າງ,
ການຊື້ ຂາຍດິນ ແລະ ອາຄານ. ກົດຢູ່ນີ້ ເພື່ອຊອກຮູ້ກ່ຽວກັບ
ບັນຊີເອກະສານ ສຳລັບການຂໍອະນຸຍາດ ປຸກສ້າງ ແລະ ການຊື້ ແລະ
ຂາຍດິນ.
ກົດໝາຍ ແລະ ລະບຽບກ່ຽວກັບສິ່ງແວດລ້ອມ
ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ເລກທີ 02/99/ສພຊ) ໄດ້ໃຫ້ກອບຮ່າງພື້ນຖານທີ່ສຳຄັນຕໍ່
ການປົກປັກຮັກສາສິ່ງແວດ
ລ້ອມ ລວມເຖິງພັນທະຂອງການເຄື່ອນໄຫວການຜະລິດໃດໜຶ່ງ. ນອກນັ້ນ,
ກະຊວງອຸດສາຫະກຳ ແລະ ຫັດຖະກຳ ກໍ່ໄດ້ມີຂໍ້ກຳນົດ
ກ່ຽວກັບການປ່ອຍສິ່ງເສດເຫລືອອອກຈາກໂຮງງານ ແລະ ອົງການ
ວິທະຍາສາດໄດ້ອອກລະບຽບລວມກ່ຽວກັບຂະບວນການ ແລະ ວິທີປະ ເມີນຜົນກະທົບຕໍ່ສິ່ງ
ແວດລ້ອມ.
|