www.smepdo.org       
 
Lao Eng
 

ຕຶກອາຄານ/ສີ່ງແວດລ້ອມ > ທີ່ດິນ > ເຂດເສດຖະກິດພິເສດ

 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສຳນັກງານນາຍົກລັດຖະມົນຕີ
ເລກທີ່ 148 / ນຍ
ນະຄອນຫລວງວຽງຈັນ, ວັນທີ່ 29 ກັນຍາ 2003

ດຳລັດ
ຂອງນາຍົກລັດຖະມົນຕີ
ວ່າດ້ວຍເຂດເສດຖະກິດພິເສດ ສະຫວັນ-ເຊໂນ

  • ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003.

  • ອີງຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທືນພາຍໃນເລກທີ່ 03/ 95 ສພຊ, ລົງວັນທີ່ 14 ຕຸລາ 1995.

  • ອີງຕາມກົດໝາຍວ່າດ້ວຍການສົ່ງເສີມ ແລະ ການຄູ້ມຄອງການລົງທືນຕ່າງປະເທດຢູ່ ສປປ ລາວ ເລກທີ່ 01/94, ລົງວັນທີ່ 14 ມີນາ 1994.

  • ອີງຕາມການສະເໜີຂອງປະທານຄະນະຄູ້ມຄອງການລົງທືນຮ່ວມມືກັບຕ່າງປະ

  • ເທດ ແລະ ລົງທືນພາຍໃນ.

ນາຍົກລັດຖະມົນຕີອອກດຳລັດ

ມາດຕາ 1. ຈຸດປະສົງ.

ດຳລັດສະບັບນີ້ກຳນົດກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະນະໂຍບາຍພື້ນຖານຂອງເຂດເສດຖະກິດພິເສດສະ
ຫວັນŒເຊໂນ, ແນໃສ່ນຳໃຊ້ທ່າແຮງ ຂອງເຂດດັ່ງກ່າວໃນການດຶງດູດ ແລະ ສົ່ງເສີມການລົງທືນຈາກຕ່າງປະເທດ ແລະ ລົງທືນພາຍໃນຕາມນະໂຍບາຍການລົງທືນຂອງລັດຖະບານ; ເພື່ອເພີ້ມການຜະລິດ, ການສົ່ງອອກສີນຄ້າແລະ
ການບໍລິການ, ສ້າງໂອກາດໃຫ້ແກ່ການຮຽນຮູ້ບົດຮຽນ ດ້ານການຄູ້ມຄອງŒບໍລິຫານທຸລະກິດ ແລະນຳໃຊ້ເຕັກໂນໂລ
ຊີໄໝ່, ສ່ງເສີມການ

  • ພົວພັນດ້ານອຸດສາຫະກຳ, ການຄ້າ ແລະ ການບໍລິການກັບສາກົນ ແລະພາກພື້ນ.

ມາດຕາ 2. ຄຳນິຍາມ

ເຂດເສດຖະກິດພິເສດ ສະຫວັນŒເຊໂນ ມີຊື່ຍໍ້ວ່າ “ ຂສສຊ” ມີເນື້ອທີ່ເບື້ອງ ຕົນ 305 ເຮກຕາຢູ່ຈຸດ A ແລະ 20 ເຮັກຕາຢູ່ຈຸດ B ຕາມແຜນວາດ 6.5 ຂອງແຜນແມ່ບົດກ່ຽວກັບເຂດເສດຖະກິດພິເສດ, ຊື່ງແມ່ນພື້ນທີ່ ທີ່ລັດຈັດສັນ
ໃຫ້ນັກລົງທືນພາຍໃນ ແລະ ຕ່າງປະເທດ ເພື່ອລົງທືນກໍ່ສ້າງພື້ນຖານໂຄງລ່າງ ແລະ ດຳເນີນທຸລະກິການ ຜະລິດ
ອຸດສາຫະກຳ, ການຄ້າ ແລະ ການບໍລິການ, ທຸກການເຄື່ອນໄຫວ ຢູ່ໃນເຂດດັ່ງກ່າວ ແມ່ນໄດ້ຮັບການສົ່ງເສີມແລະ
ຄູ້ມຄອງດ້ວຍກົດໝາຍ, ດວ້ຍນະໂຍບາຍພິເສດສະເພາະ, ເປັນບ່ອນຕ້ອນຮັບນັກລົງທືນ ພາຍໃນ ແລະຕ່າງປະເທດ,
 ຮັບເອົາເຕັກໂນໂລຊີທີ່ທັນສະໄໝ ແນຝສ່ສ້າງໃຫ້ເປັນສູນກາງແຫ່ງການ ຮ່ວມມືທາງດ້ານເສດຖະກິດ,ອຸດສະຫະກຳ
ການຄ້າ ແລະ ການບໍລິການແຫ່ງໜື່ງຂອງພາກພື້ນ.

ມາດຕາ 3. ທີ່ຕັ້ງ ແລະ ພາບົດບາດ

ຄະນະບໍລິຫານເຂດເສດຖະກິດພິເສດ ສະຫວນŒເຊໂນ ແມ່ນການຈັດຕັ້ງໜື່ງ ຂອງລັດທີ່ຂື້ນໂດຍກົງກັບລັດຖະບານ ໂດຍມີສຳນັກງານນາຍົກລັດຖະມົນຕີເປັນ ຜູ້ຊ່ວຍລັດຖະບານຊີ້ນຳ. ມີພາລະບົດບາດຄົ້ນຄ້ວາ, ພິຈາລະນາອະນຸມັດ, ຄຸ້ມຄອງ ແລະ ສົ່ງເສີມການລົງທືນພາຍໃນ ແລະ ຕ່າງປະເທດຢູ່ພາຍໃນຂອບເຂດເນື້ອທີ່ດີນທີ່ລັດຖະບານມອບໃຫ້.

ມາດຕາ 4. ໜ້າທີ່ ແລະ ຂອບເຂດພິເສດ

ຄະນະບໍລິຫານເຂດເສດຖະກິດພິເສດ ສະຫວັນŒເຊໂນ ມີໜ້າທີ່ ແລະຂອບ ສິດດັ່ງນີ້:
4.1. ຄົ້ນຄ້ວາຫັນນະໂຍບາຍຂອງລັດຖະບານດ້ານວຽກງານການລົງທືນມາເປັນແຜນຍຸດຖະສາດ ໄລຍະຍາວ, ໄລຍະ
ກາງ ແລະໄລຍະສັ້ນຂອງເຂດ, ພ້ວມ ກັນນັ້ນກໍ່ຈັດຕັ້ງປະຕິບັດບັນດາແຜນການດັ່ງກ່າວໃຫ້ໄດ້ຜົນດີ;
4.2 ຄົ້ນຄ້ວາ ຮ່າງລະບຽບການຄຸ້ມຄອງ, ການສົ່ງເສີມ ແລະ ການພັດທະນາເຂດ ເພື່ອສະເໜີ ນາຍົກລັດຖະມົນ
ຕີປະກາດໃຊ້; ແນະນຳ, ກວດກາບັນດາຫົວໜ່ວຍການຈັດຕັ້ງ ຫລື ວິສາຫະກິດຕ່າງໆຢູ່ພາຍໃນເຂດໃນການຈັດຕັ້ງ
ປະຕິບັດກົດໝາຍການລົງທືນ, ກົດໝາຍອື່ນໆທີ່ກ່ຽວຂ້ອງ ແລະ ລະ ບຽບການຂອງເຂດ;
4.3 ສະໜອງຂໍ້ມູນຂ່າວສານ ແລະ ຄວາມສະດວກໃນດ້ານຕ່າງໆແກ່ນັກລົງທືນພາຍໃນ ແລະ ຕ່າງປະເທດທີ່ສົນ
ໃຈຢາກມາລົງທືນຢູ່ພາຍໃນເຂດ, ພິຈາ ລະນາອະນຸມັດການລົງທືນຢ່າງກະທັດຮັດ, ວ່ອງໄວ ແລະ ຄຸ້ມຄອງການລົງ
ທືນຢ່າງມີປະສິດທິຜົນສູງ;
4.4. ຊຸກຍູ້, ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຢູ່ເຂດໃຫ້ມີການເຕິບໃຫ່ຍຂະຫຍາຍຕົວພ້ວມທັງປະຕິບັດພັນທະໃຫ້
ລັດຄົບຖ້ວນ ແລະ ທັນເວລາ;
4.5. ໂຄສະນາ, ປຸກລະດົມຂົນຂວາຍນັກທຸລະກິດ, ນັກລົງທືນພາຍໃນ ແລະຕ່າງປະເທດເຂົ້າມາລົງທືນ, ດຳເນີນທຸ
ລະກິດຕ່າງໆຢູ່ພາຍໃນເຂດ, ຮ່ວມທືນກັບເອກະຊົນ ຫລື ລົງທືນດ້ວຍຕົນເອງ ເພື່ອກໍ່ສ້າງພື້ນຖານດ້ວຍຕົນເອງ ເພື່ອກໍ່ສ້າງພື້ນຖານໂຄ່ງລ່າງຕ່າງໆ; ເຊັນສັນຍາ, ອະນຸມັດໃຫ້ເຊົ່າຕຶກ, ອາຄານ, ສຳນັກງານ ແລະ ຊັບສົມບັດ
ຕ່າງທີ່ເປັນກຳມະສິດຂອງລັດຢູ່ພາຍໃນເຂດ;
4.6. ພົວພັນປະສານງານຢ່າງເປັນປະຈຳກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລືແກ້ໄຂຂໍ່ຫຍຸ້ງ
ຍາກ, ຂໍ້ຈຳກັດຕ່າງໆກ່ຽວກັບການລົງທືນພົວພັນເຖິງຂົງເຂດ ຫລື ຂະແໜງການທີ່ກະຊວງ, ອົງການດັ່ງກ່າວ ຄຸ້ມຄອງ; ພົວພັນປະສານງານກັບອົງການປົກຄອງ ແຂວງສະຫວັນະເຂດໃນດ້ານວຽກງານປ້ອງກັນຊາດ, ປ້ອງກັນ
ຄວາມສະຫງົບ ແລະ ການພັດທະນາທ້ອງຖີ່ນ; ພົວພັນຂໍຄຳເຫັນຈາກນາຍົກລັດຖະມົນຕີ ຫລື ຜູ້ ທີ່ໄດ້ຮັບມອບໝາຍ ກ່ຽວກັບບັນຫາທີ່ພົວພັນເຖິງຫລັກການ, ນະໂຍບາຍ ຫລື ລະບຽບການທີ່ລັດຖະບານຍັງບໍ່ໄດ້ກຳນົດ ຫລື ໄດ້ກຳ
ນົດແຕ່ບໍ່ທັນລະອຽດຈະແຈ້ງ;
4.7. ຄົ້ນຄ້ວາ ອະນຸມັດການລົງທືນພາຍໃນ ແລະ ຕ່າງປະເທດ, ອອກໃບອະນຸຍາດສ້າງຕັ້ງ ແລະດຳເນີນທຸລະກິດ
( ການຜະລິດອຸດສາຫະກຳ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ); ເຈລະຈາ, ເຊັນສັນຍາໃຫ້ສຳປະທານ ຫລື ເຊັນບົດບັນທຶກຄວາມເຂົ້າໃຈ; ອອກໃບອະນຸຍາດຂະຫຍາຍ ຫລືອະນຸຍາດຕໍ່ອາຍຸດຳເນີນກິດຈະການຕ່າງໆ
ຂອງຜູ້ມາລົງທືນຢູ່ ຂສສຊ ຕາມຂອບເຂດສິດທີ່ໄດ້ກຳນົດ;
4.8. ຄົ້ນຄ້ວາ, ນຳສະເໜີພາກສ່ວນກ່ຽວຂ້ອງ ແລະ ຂັ້ນເທີງພິຈາລະນາກ່ຽວກັບເວນຄືນທີ່ດີນ, ການຍົກຍ້າຍ ແລະ ການຈັດສັນທີ່ຢູ່ອາໃສໃຫ້ປະຊາຊົນທີ່ຖຶກຍົກຍ້າຍອອກຈາກພື້ນທີ່ຂອງ ຂສສຊ ດ້ວຍທືນຂອງລັດຂອງລັດ ແລະ ທືນຂອງ ຂສສຊ ທີ່ລະດົມມາໃດ້;
4.9 ຄຸ້ມຄອງການຈັດຕັ້ງ ແລະ ພະນັກງານທີ່ຢູ່ພາຍໄຕ້ຄວາມຮັບພິດຊອບຂອງຕົນ; ສະເນີຂັ້ນເທີງພິຈາລະນາຕົກ
ລົງກ່ຽວກັບການຈັດຕັ້ງ, ຍຸບເລິກກົງຈັກການຈັດຕັ້ງຂອງເຂດ, ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງຮອງຜູ້
ວ່າການເຂດ, ຫົວໜ້າຫ້ອງການ ແລະ ຕຳແໜ່ງອື່ນໆໃນ ຂສສຊ ຕາມລະບຽບການກຳນົດ;
4.10. ຄຸ້ມຄອງ, ນຳໃຊ້ຊັບສົມບັດໃຫ້ມີປະສິດທິຜົນ ແລະ ຖຶກຕ້ອງຕາມລະບຽບຫລັກການຂອງລັດ;
4.11. ຄຸ້ມຄອງ, ນຳໃຊ້ງົບປະມານຢ່າງປະຫຍັດ, ມີປະສິດທິຜົນສູງ,ຄົ້ນຄ້ວາຊອກແຫລ່ງລາຍຮັບອື່ນໆເພື່ອນຳມາພັດ
ທະນາເຂດ;
4.12. ອອກຂໍ້ຕົກລົງ, ແຈ້ງການ ແລະ ບົດແນະນຳຕ່າງໆ ເພື່ອຜັນຂະຫຍາຍປະຕິບັດກົດໝາຍ, ຂໍ້ຕົກລົງ,ບົດແນະ
ນຳຂອງຂັ້ນເທີງ ແລະ ເພື່ອບໍລິຫານຄຸ້ມຄອງການເຄື່ອນໄຫວວຽກງານພາຍໃນເຂດ;
4.13. ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ພະນັກງານ, ກຳມະກອນລາວຢູ່ພາຍໃນເຂດໄດ້ຮຽນຮູ້ກ່ຽວ
ກັບບົດຮຽນ, ປະສົບການໃນການບໍລິຫານທຸລະກິດ, ການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝຂອງຕ່າງ
ປະເທດ, ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ;ສ້າງເງື່ອນໄຂໃຫ້ປະຊາຊົນລາວ
ຢູ່ທ້ອງຖີ່ນມີວຽກເຮັດງານທຳ, ແກ້ໄຂຄວາມທຸກຍາກ;
4.14. ສະຫລຸບລາຍງານການເຄື່ອນໄຫວວຽກງານຂອງເຂດປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີໃຫ້
ລັດຖະບານ, ນາຍົກລັດຖະມົນຕີ ແລະ ແຂວງທີ່ກ່ຽວຂ້ອງຊາບເປັນປົກະຕິ;
4.15. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທີງ.

ມາດຕາ 5. ໂຄງປະກອບການຈັດຕັ້ງ

5.1. ກົງຈັກການຈັດຕັ້ງຂອງເຂດເສດຖະກິດພິເສດ ສະຫວັນ - ເຊໂນ ປະກອບດ້ວຍຫ້ອງການບໍລິຫານ, ພະແນກ, ກອງວິຊາການ ແລະ ໜ່ວຍງານຕ່າງໆເພື່ອຊ່ວຍວຽກຢູ່ພາຍໃນເຂດ. ນາຍົກລັດຖະມົນຕີ ຫລື ຜູ້ທີ່ໄດ້ຮັບມອບ
ໝາຍເປັນຜູ້ຕົກລົງສ້າງ ຕັ້ງ ຫລື ຍຸບເລິກກົງຈັກການຈັດຕັ້ງດັ່ງກ່າວ ຕາມການສະເໜີຂອງຜ້ວ່າການເຂດ.ມອບໃຫ້
ຜູ້ວ່າການເຂດເປັນຜູ້ກຳນົດລະອຽດໜ້າທີ່,ຂອບເຂດສິດຂອງກົງຈັກດັ່ງກ່າວນີ້ບົນພື້ນຖານປະສານສົມທົບກັບສຳນັກງານ
ນາຍົກລັດຖະມົນຕີ.
5.2 ຄະນະບໍລິຫານເສດຖະກິດພິເສດ ສະຫວັນŒເຊໂນ ປະກອບມີຜູ້ວ່າການເຂດ 1 ທ່ານ ຊຶ່ງໄດ້ຮັບການແຕ່ງຕັ້ງ ແລະ ປົດຕຳແໜ່ງໂດຍນາຍົກລັດຖະມົນຕີ; ມີຮອງຜູ້ວ່າການຈຳນວນໜື່ງເຊີ່ງໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳ ແໜ່ງ
ໂດຍນາຍົກລັດຖະມົນຕີ ຫລື ຜູ້ທີ່ໄດ້ຮັບມອບໝາຍຈາກ ນາຍົກລັດ ຖະມົນຕີ.ຊັ້ນຕຳແໜ່ງຂອງຜູ້ເປັນຜູ້ວ່າການ ຫລື ຜູ້ວ່າການເຂດຈະຖຶກກຳນົດຢູ່ໃນດຳລັດ ຫລື ຂໍ້ຕົກລົງໃນແຕ່ລະຄັ້ງເພື່ອໃຫ້ສອດຄ່ອງກັບສະພາບ ຕົວຈີງ ແລະຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງວຽກງານແຕ່ລະໄລຍະ.

ມາດຕາ 6. ນະໂຍບາຍພື້ນຖານຕໍ່ການລົງທືນຢູ່ ຂສສຊລັດຖະບານສົ່ງເສີມໃຫ້ບັນດາບໍລິສັດຂອງລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທືນ ພັດທະນາບໍລິຫານໂຄງລ່າງ ແລະ ສີ່ງອຳນວຍຄວາມ
ສະດວກໃນເຂດດັ່ງກ່າວ.

6.1 ການລົງທືນພັດທະນາ ຂສສຊ ສາມາດດຳເນີນດ້ວຍຮູບການໃດໜື່ງທີ່ເໝາະສົມເຊັ່ນ: ການລົງທືນຂອງເອກະ
ຊົນພາຍໃນ ແລະ ຕ່າງປະເທດ 100% ການລົງທືນແບບທຸລະກິດປະສົມລະຫວ່າງພາຍໃນ ແລະ ຕ່າງປະເທດ, ການລົງທືນຂອງລັດວິສາຫະກິດ, ການລົງທືນຂອງລັດກ່ຽວກັບເອກະຊົນພາຍໃນ ແລະ ຕ່າງປະເທດ.
6.2 ຂະແໜງເສດຖະກິດທີ່ລັດສົ່ງເສີມໃນ ຂສສຊ ມີດັ່ງນີ້:

  • ອຸດສາຫະກຳຜະລິດ ແລະ ປຸງແຕ່ງເພື່ອສົ່ງອອກ.

  • ການຄ້າປອດພາສີ.

  • ການບໍລິການປອດພາສີ.
    4 ນັກລົງທືນພາຍໃນ ແລະ ຕ່າງປະເທດທີ່ລົງທືນໃນ ຂສສຊ ຈະໄດ້ຮັບສິດທິພິເສດດ້ານພາສີ, ອາກອນ, ການເຂົ້າອອກເມືອງ, ການເຊົ່າທີ່ດີນ ແລະ ນະໂຍບາຍອື່ນໆ. ສິດທິພິເສດ ແລະ ນະໂຍບາຍດັ່ງກ່າວນັ້ນຈະກຳນົດໄວ້ຕ່າງ
    ຫາກ.

6.3 ທີ່ດີນ ແລະ ການຈັດສັນທີ່ດີນໃນ ຂສສຊ ມີ່ດັ່ງນີ້:
ເນື້ອທີ່ດີນທີ່ຢູ່ໃນສິດຄອບຄອງ, ນຳໃຊ້ຂອງບຸກຄົນ ຫລື ການຈັດຕັ້ງຕ່າງໆມາກ່ອນແລ້ວນັ້ນ,ຈະໄດ້ຖຶກຈັດສັນຄືນໄໝ່
ໃຫ້ສອດຄ່ອງກັບແຜນພັດທະ ນາຂອງ ຂສສຊ ການເວນຄືນທີ່ດີນ ຫລື ການແກ້ໄຂບັນຫາທີ່ດີນຢູ່ພາຍໃນເຂດແມ່ນ
ອີງຕາມກົດໝາຍ ວ່າດ້ວຍທີ່ດີນ ແລະ ກົດໝານອື່ນທີ່ກ່ຽວຂ້ອງກຳນົດ
6.5.1 ບັນດາໂຮງງານ ແລະ ບໍລິສັດຕ່າງໆທີ່ຕັ້ງຢູ່ ຂສສຊ ກ່ອນການສ້າງຕັ້ງ ຂສສຊ ນີ້ສາມາດນຳໄຊ້ນະໂຍ
ບາຍຂອງເຂດໄດ້ ບົນພື້ນຖານການປັບປຸງຕົນເອງໃຫ້ສອດຄ່ອງກັບເງື່ອໄຂ, ມາດຕະຖານ ແລະ ຫລັກການພັດ
ທະນາເຂດທີ່ຄະນະບໍລິຫານ ຂສສຊ ກຳນົດ.
6.5.2 ເນື້ອທີ່ດີນຂອງ ຂສສຊ ເປັນກຳມະສິດແຫ່ງຊາດ. ບຸກຄົນ, ນິຕິບຸກຄົນ ແລະ ນັກລົງທືນຕ່າງປະເທດແລະ
ພາຍໃນມີສິດເຊົ່າ, ນຳໃຊ້, ສຶບທອດ ແລະ ໂອນຕາມກົດໝາຍ ແລະ ລະບຍບການພິເສດ.

ມາດຕາ 7. ໜ້າທີ່ຂອງອົການປົກຄອງທ້ອງຖີ່ນ

ອົງການປົກຄອງທຸກຂັ້ນຂອງແຂວງສະຫວັນນະເຂດ, ເມືອງຄັນທະບູລີ, ເມືອງອຸທູມພອນ ແລະ ເມືອງອື່ນໆທີ່ກ່ຽວຂ້ອງ ລວມທັງອຳນາດການປົກຄອງບ້ານ ແລະ ປະຊາຊົນຢູ່ໃນເຂດດັ່ງກ່າວມີໜ້າທີ່ດັ່ງນີ້:
7.1 ອຳນວຍຄວາມສະດວກ, ໃຫ້ການຮ່ວມມື ແລະໃຫ້ການຊ່ວຍເຫລືອແກ່ຄະນະບໍລິຫານເຂດໃນການແກ້ໄຂບັນຫາ
ທີ່ດີນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ພາຍໃນ ຂສສຊ.ສົມທົບກັບຄະນະບໍລິຫານເຂດຄົ້ນຄ້ວາ ຊອກຫາແຫລ່ງແຮງງານ ເພຶ່ອສະນອງໃຫ້ແກ່ການເຄື່ອນໄຫວຕ່າງໆຢູ່ພາຍໃນ ຂສສຊ.
7.2 ປະກອບສ່ວນໂຄສະນາ, ປຸກລະດົມ, ຂົນຂວາຍນັກທຸລະກິດ, ນັກລົງທືນພາຍໃນ ແລະ ຕ່າງປະເທດຢູ່ພາຍໃນ ຂສສຊ.
7.3 ປະຕິບັດນ້າທີ່ອື່ນໆອິກທີ່ມີສ່ວນກ່ຽວພັນກັບ ຂສສຊ.

ມາດຕາ 8. ງົບປະມານ

8.1 ຂສສຊ ແມ່ນຫົວໜ່ວຍງົບປະມານຂັ້ນ 1 (ຂັ້ນນື່ງ), ຄະນະບໍລິຫານ ຂສສຊ ມີໜ້າທີ່ຂື້ນແຜນງົບປະມານປະຈຳປີ ແລະ ນຳໃຊ້ງົບປະມານຢ່າງຖຶກຕ້ອງຕາມລະບຽບຫລັກການ ການເງີນ ແລະ ຕາມຈຳນວນີທີ່ໄດ້ຮັບອະນຸມັດ ຈາກລັດ
ຖະບານ;
8.2 ໃຫ້ມີການກວດສອບບັນຊີກ່ຽວກັບການໃຊ້ຈ່າຍງົບປະມານຕາມລະບຽບຂອງກະຊວງການເງີນ ແລະ ມອບໃຫ້ກະ
ຊວງການເງີນກຳນົດລະບຽບການທີ່ເໝາະສົມ ເພື່ອໃຫ້ຄະນະບໍລິຫານ ຂສສຊ ເຄື່ອນໄຫວໄດ້ຢ່າງຄ່ອງຕົວທັງຮັບ
ປະກັນການຄູ້ມຄອງການເງີນŒງົບປະມານເຂັ້ມງວດຕາມກົດໝາຍກຳນົດ

ມາດຕາ 9 ລະບອບແບບແຜນວິທີເຮັດວຽກ

ຄະນະບໍລິຫານເສດຖະກິດເຂດພິເສດ ສະຫວັນŒເຊໂນເຮັດວຽກຕາມຫລັກການດັ່ງນີ້:
9.1 ເຄື່ອນໄຫວບົນພື້ນຖານນະໂຍບາຍ, ລະບຽບກົດໝາຍຂອງລັດຖະບານ ແລະ ລະບົບການສະເພາະທີ່ຄະນະ
ບໍລິຫານເຂດວາງອອກ.
9.2 ເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ສົມທົບກັບການຍົກສູງຄວາມຮັບພິດຊອບ
ຂອງຄົນ.
9.3 ເຄື່ອນໄຫວວຽກງານຢ່າງມີແຜນການ, ມີກຳນົດເວລາ, ມີຫລັກການ, ປະສານສົມທົບ ແລະ ກວດກາ ກວດກາ
ໂດຍອີງໃສ່ລະບຽບກົດໝາຍ, ລະບຽບການສະເພາະຂອງເຂດ;
9.4 ປະຕິບັດລະບອບລາຍງານ, ຂໍຄຳເຫັນຊີ້ນຳຈາກນາຍົກລັດຖະມົນຕີ ຫລື ຜູ້ທີ່ໄດ້ຮັບມອບໝາຍ ແລະທ່ານເຈົ້າ
ແຂວງ ແຂວງສະຫວັນນະເຂດ; ດຳເນີນການປະຊຸມ, ສະຫລູບຕີລາຄາ, ຖອດຖອນບົດຮຽນ ແລະ ຊ່ອງແສງໃຫ້
ຂັ້ນເທີງຂອງຕົນຊາບເປັນປົກະຕິ.

ມາດຕາ 10. ຕາປະທັບ

ເຂດເສດຖະກິດພິເສດ ສະຫວັນŒເຊໂນມີກາປະທັບຂອງຕົນ ເພື່ອໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະ
ບານ.

ມາດຕາ 11. ການຮັບຮູ້ ແລະ ປະຕິບັດ

ສຳນັກງານນາຍົກລັດຖະມົນຕີ, ຄະນະບໍລິຫານ ຂສສຊ, ບັນດາກະຊວງ, ອົງການຢູ່ສູນກາງ ແລະ ອົງການປົກຄອງ
ທ້ອງຖີ່ນຈົ່ງຮັບຮູ້ ແລະ ປະຕິບັດດຳລັດສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ມາດຕາ12. ຜົນສັກສິດ

ດຳລັດສະບັບນີ້ ປ່ຽນແທນດຳລັດສະບັບເລກທີ່ 02/ນຍ, ລົງວັນທີ່ 21 ມັງກອນ 2002 ວ່າດ້ວຍເສດຖະກິດພິເສດ ສະຫວັນŒເຊໂນ ແລະ ມີ ຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
 

ນາຍົກລັດຖະມົນຕີ ແຫ່ງ ສປ ລາວ
ທ່ານ ບຸນຍັງ ວໍລະຈິດ
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia