www.smepdo.org       
 
Lao Eng
 

ຕຶກອາຄານ/ສີ່ງແວດລ້ອມ > ທີ່ດິນ > ເຂດແລະປະເພດທີ່ດິນຕ່າງໆຢູ່ໃນຂອບເຂດທົ່ວປະເທດ ແລະ
ການນຳໃຊ້ທີ່ດິນ

 
 

ການຈັດແບ່ງເຂດ ແລະ ປະເພດທີ່ດິນ

(ເນື້ອໃນເອກະສານຕໍ່ໄປນີ້ແມ່ນຄັດມາຈາກກົດໝາຍວ່າດ້ວຍທີ່ດິນເລກທີ 04/ສພຊ)

ມາດຕາ 11 (ໃໝ່) ທີ່ດິນໃນຂອບເຂດທົ່ວປະເທດ ໄດ້ຈັດແບ່ງເປັນເຂດ ແລະ ປະເພດດັ່ງ ຕໍ່ໄປນີ້:

  1. ການຈັດແບ່ງເຂດ :
    ເຂດທົ່ງພຽງ, ພູພຽງແລະພູດອຍ ຊຶ່ງປະກອບດ້ວຍ:

    • ເຂດຕົວເມືອງ;

    • ເຂດຊົນນະບົດ;

    • ເຂດເສດຖະກິດສະເພາະ;

    • ເຂດເສດຖະກິດພິເສດ.

  2. ການຈັດແບ່ງປະເພດ:

    • ທີ່ດິນກະສິກຳ;

    • ທີ່ດິນປ່າໄມ້;

    • ທີ່ດິນບໍລິເວນນ້ຳ;

    • ທີ່ດິນອຸດສາຫະກຳ;

    • ທີ່ດິນຄົມມະນາຄົມ;

    • ທີ່ດິນວັດທະນະທຳ;

    • ທີ່ດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

    • ທີ່ດິນປຸກສ້າງ.

ມາດຕາ 12. (ໃໝ່) ການກຳນົດຂອບເຂດທີ່ດິນ

ແຕ່ລະປະເພດລັດຖະບານເປັນຜູ້ຈັດສັນແລະຈັດແບ່ງຂອບເຂດທີ່ດິນແຕ່ລະປະເພດໃນຂອບເຂດທົ່ວ ປະເທດແລ້ວ
ນຳສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.ອົງການປົກຄອງທ້ອງຖິ່ນເປັນຜູ້ກຳໜົດຂອບເຂດທີ່ດິນ
ປະເພດຕ່າງຯພາຍໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບການກຳນົດຂອບເຂດ ປະເພດ
ທີ່ດິນທີ່ລັດໄດ້ ກຳນົດອອກແລ້ວນຳສະເໜີໃຫ້ອົງການປົກຄອງຂັ້ນເທິງຖັດຕົນນັ້ນເພື່ອ ພິຈາລະນາຮັບຮອງເອົາ.

ມາດຕາ 13. (ໃໝ່) ການເຊົ່າທີ່ດິນ

ລັດອະນຸຍາດໃຫ້ພົນລະເມືອງລາວເຊົ່າທີ່ດິນຂອງລັດສູງສຸດບໍ່ໃຫ້ເກີນ ສາມສິບປີແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີ. ການກຳນົດເວລາເຊົ່າທີ່ດິນຕົວຈິງໃຫ້ອີງໃສ່ລັກສະນະ ແລະຂະໜາດຂອງກິດຈະການທີ່ຈະນຳໃຊ້ທີ່່ດິນ ນັ້ນ. ສຳລັບການເຊົ່າສິດນຳໃຊ້ທີ່ດິນ ທີ່ມີການ ພັດທະນາແລ້ວລະຫວ່າງພົນລະເມືອງລາວດ້ວຍກັນແມ່ນຂຶ້ນກັບການ
ຕົກລົງຂອງ ສອງຝ່າຍ ແລະ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ສຳນັກງານທະບຽນສານ ແລະ ຈົດທະບຽນ ຢູ່ອົງການປົກຄອງເມືອງ, ເທດສະບານຍ່ອນທີ່ດິນຕັ້ງຢູ່.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia