www.smepdo.org       
 
Lao Eng
 

ຕືກອາຄານ/ສີ່ງແວດລ້ອມ > ກົດໝາຍແລະລະບົບກຽວກັບສີ່ງແວດລ້ອມ > ຂໍ້ກຳນົດກ່ຽວກັບການ ປ່ອຍສິ່ງເສດເຫຼືອອອກຈາກໂຮງງານ

 
 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
---------------------------

ກະຊວງ ອຸດສາຫະກຳ ຫັດຖະກຳ
ເລກທີ ........180./ອຫ

ຂໍ້ກຳນົດ
ຂອງລັດຖະມົນຕີ ກະຊວງ ອຸດສາຫະກຳ - ຫັດຖະກຳ ກ່ຽວກັບການປອ່ຍ
ສິ່ງເສດເຫຼືອອອກຈາກ ໂຮງງານ.

. ອີງຕາມໃບແຈ້ງການ ຂອງ ສະພາລັດຖະມົນຕີ ສະບັບ ເລກທີ 1675 /ທສລ ລົງວັນທີ່ 29/11/91 ກ່ຽວກັບ
ການປະການດໃຊ້ຂໍ້ຕົກລົງ ວ່າດ້ວຍໂຮງງານ.
. ໂດຍອາໃສ ສິດອຳນາດທີ່ໄດ້ບົ່ງໄວ້ໃນມາດຕາ 4, ມາດຕາ36 ຂໍ້ (ສ) ຂອງຂໍ້ຕົກລົງ ລັດຖະມົນຕີ ກະຊວງ ອຸດສາຫະກຳOຫັດຖະກຳ ວ່າດ້ວຍໂຮງງານ.
ລັດຖະມົນຕີ ກະຊວງ ອຸດສາຫະກຳ - ຫັດຖະກຳ ອອກຂໍ້ກຳນົດ:

ພາກ I
ຫລັກການທົ່ວໄປ

ມາດຕາ 1

ຂໍ້ກຳນົດສະບັບນີ້ ມີວັດຖຸປະສົງ ເພື່ອຄວບຄຸມກວດກາສິ່ງເສດເຫລືອທີ່ປ່ອຍ ອອກໂຮງງານຊຶງອາມີຜົນກະທົບ ຕໍ່ສະ
ພາບແວດລວ້ມເຊັ່ນ: ຄຸນນະພາບນ້ຳ, ສຸຂະພາບຂອງຄົນ ແລະ ສີ່ງທີ່ມີຊິວິດອື່ນໆ.

ມາດຕາ 2 ຄຳນິຍາມ

- ສີ່ງເສດເຫລືອ: ໝາຍເຖິງສີ່ງໂສໂຄກ, ນ້ຳເສຍ, ອາກາດເປັນພິດ, ສານພິດຫລືວັດຖຸອັນຕະລາຍຢ່າງໃດຢ່າງ
ໜື່ງ ລວມທັງເສດທີ່ຕົກຂ້ອນ ຈາກສີ່ງເລົ່ານັ້ນ ຊື່ງຢູ່ໃນສະພາບເປັນຂອງແຂງ, ຂອງແຫລວ ຫລື ອາຍແກັດ.
- ລະບົບບຳບັດນ້ຳເສຍລວມ: ໝາຍເຖິງລະບົບບຳບັດລວມຢູ່ສະຖານທີ່ແຫ່ງດຽວເພື່ອຮັບໃຊ້ບໍລິການກູ່ມໂຮງງານ ທີ່ປ່ອຍນ້ຳເສຍ.
- ຄວາມເຂັ້ມຂຸ້ນ: ໝາຍເຖິງ ຈຳນວນສານມົນລະພິດອັນໃດອັນໜື່ງທີ່ມີ ໃນນ້ຳເສຍຊື່ງປ່ອຍອອກຈາກໂຮງງານ. ໂດຍທົ່ວໄປແລ້ວດ ໄດ້ກຳນົດເປັນ ມີນລີກຼາມລິດ (mg/l).
- ຫົວໜ້າກົມ: ໝາຍເຖິງ ຫົວໜ້າກົມ ອຸດສະຫະກຳOຫັດຖະກຳ.
- ຂໍ້ຕົກລົງວ່າດ້ວຍໂຮງງານ: ໝາຍເຖິງຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ອຸດສະຫະກຳ - ຫັດຖະກຳວ່າດ້ວຍ ໂຮງງານສະບັບເລກທີ່ 103/ອ.ຫ ລົງວັນທີ່ 21/2/1992.
- ນ້ຳເສຍຈາກໂຮງງານ: ໝາຍເຖິງນ້ຳເປື້ອນທີ່ເສຍຄຸນນະພາບຈາກກຳມະວິທີການຜະລິດຕ່າງໆຂອງໂຮງງານດ ຈາກການລ້າງ, ການອະນາໄມ, ໝໍ້ອາຍນ້ຳ, ລະບົບຄວາມເຢັນ ຫລື ແຫລ່ງອື່ນໆຍົກເວັ້ນຈາກແຫລ່ງສຸຂາອະນາໄມ.
- ປ່ອຍນ້ຳເສຍຈາກໂຮງງານ: ໝາຍເຖິງການປ່ອຍນ້ຳເສຍຈາກໂຮງງານ ຢູ່ຈຸດປ່ອຍນ້ຳເສຍຂອງໂຮງງານ.
- ຈຸດປ່ອຍນ້ຳເສຍ: ໝາຍເຖິງບອ່ນທີ່ປ່ອຍນ້ຳເສຍຂອງໂຮງງານອອກຈາກຂອບເຂດເນື້ອທີ່ທີ່ເປັນກຳມະສິດຂອງ
ໂຮງງານ.
- ລະບົບບຳບັດນ້ຳເສຍຂອງໂຮງງານ: ໝາຍເຖິງລະບົບບຳບັດນ້ຳເສຍທີ່ໂຮງງານໄດ້ສ້າງຂື້ນໃນເຂດຂອງຕົນ
ເພື່ອບຳບັດນ້ຳເສຍຂອງໂຮງງານ ກ່ອນທີ່ຈະປ່ອຍອອກໄປ.
- ຮ່ອງລະບາຍນ້ຳສາທາລະນະ: ໝາຍເຖິງຄອງນ້ຳຫລືທໍ່ນ້ຳ ທີ່ໄດສ້າງຂື້ນຢູ່ສະຖານ ທີ່ສາທາລະນະ.
- ນ້ຳໜ້າດີນ: ໝາຍເຖິງ ແມ່ນ້ຳລຳເຊ, ຫ້ວຍ, ຮອງ, ໜອງ, ຄອງດ ບືງ, ທາມ.
- ເບ ໂອ ເດ5 (BOD5): ຫຍໍ້ມາຈາກ(BIOCHEMICAL OXYGEN DEMAND) ມາຍເຖິງການວັດແທກ
ປະລິມານສານອົງຄະທາດ ໃນຮູບຂອງຄວາມຕ້ອງການອົກຊີແຊນໄປຍ່ອຍສະຫລາຍ (OXYDATION)ສານດັ່ງກ່າວ ໃນນ້ຳໂດຍຈຸລີນຊີ (BACTERIA) ໃນຊ່ວງເວລາ 5 ວັນ ດ້ວຍ ອຸນະພູມ 20 ໍc.
- ເສດຂ້ອນທີ່ບໍ່ລະລາຍທັງໝົດ: ຫຍໍ້ມາຈາກ (TOTAL SUSPEND SOLIDS)ໝາຍເຖິງສີ່ງຕົກຄ້າງຢູ່ໃນ
ນ້ຳທີ່ບໍ່ສາມາດລະລາຍໄດ້.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ຫົວຂໍ້
ພາກທີ I :ບົດບັນຍັດທົ່ວໄປ
ພາກທີ່ ll :ວ່າດ້ວຍການປ່ອຍສີ່ງ
ເສດເຫລືອໃສ່ສະພາບແວດລວ້ມ
ພາກທີ່ III: ວ່າດ້ວຍລະບົບບຳ
ບັດນ້ຳເສຍຂອງໂຮງງານ:
ພາກທີ່ IV: ວ່າດ້ວຍສິດອຳນາດ ຂອງຂະແໜງການ ອຸດສາຫະກຳ
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia