www.smepdo.org       
 
Lao Eng
 

ຕືກອາຄານ/ສີ່ງແວດລ້ອມ > ກົດໝາຍແລະລະບຽບກຽວກັບສີ່ງແວດລ້ອມ > ກົດໝາຍວ່າດ້ວຍການ ປັກປັກຮັກສາສິ່ງແວດລ້ອມ

 
 

ພາກທີ VIII
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

 

ມາດຕາ 43. ນະໂຍບາຍ ຕໍ່ ຜູ້ທີ່ມີຜົນງານ
ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ຈະໄດ້ຮັບການຍ້ອງຍໍ ຫລືການປະຕິບັດນະໂຍບາຍ ອື່ນໆຕາມຄວາມເຫມາະສົມ.

ມາດຕາ 44. ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫລື ການຈັດຕັ້ງທີ່ໄດ້ລະເມີດກົດຫມາຍສະບັບນີ້ ຫລື ລະບຽບການຕ່າງໆ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຈະຖືກສຶກສາອົບຮົມ, ປັບໃຫມ, ປະຕິບັດທາງແພ່ງ ຫລື ລົງໂທດທາງອາຍາຕາມແຕ່ກໍລະນີເບົາ ຫລື ໜັກ.

ມາດຕາ 45. ມາດຕະການສຶກສາອົບຮົມ
ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ຫລື ລະບຽບການຕ່າງໆກ່ຽວກັບ ການປົກປັກ ຮັກສາສິ່ງແວດລ້ອມ ໃນສະຖານເບົາບາງ ຈະຖືກຕັກເຕືອນ ແລະສຶກສາອົບຮົມ.

ມາດຕາ 46. ມາດຕະການປັບໃຫມ
ບຸກຄົນ ຫລື ການຈັດຕັ້ງຈະຖືກປັບໃຫມໃນກໍລະນີ ດັ່ງນີ້:
ຜູ້ທີ່ຖືກສຶກສາອົບຮົມແລ້ວ ແຕ່ຫາກບໍ່ໍ່ເຂັດຫລາບ;
ຖີ້ມ ຫລື ຖອກເທສິ່ງເສດເຫລືອແບບຊະຊາຍ, ສ້າງຄວາມເປີະເປື້ອນຊຶ່ງເປັນຜົນກະທົບ ຕໍ່ຄວາມເປັນ ລະບຽບຮຽບຮ້ອຍ, ຄວາມສະອາດສວຍງາມຂອງບ້ານເມືອງ;
ເຮັດໃຫ້ຄຸນນະພາບຂອງນ້ຳ, ດິນ, ອາກາດເສື່ອມໂຊມລົງເກີນມາດຕະຖານຄຸນນະພາບ ສິ່ງແວດລ້ອມທີ່ໄດ້ກຳນົດໄວ້;
ນຳໃຊ້ ຫລື ກໍ່ໃຫ້ເກີດຄວາມສັ່ນສະເທືອນ, ສຽງ, ແສງ, ສີ, ກິ່ນ, ສານເຄມີທີ່ເປັນພິດ ຫລື ທາດກຳມັນຕະພາບລັງສີ ເກີນມາດຕະຖານ ຫລື ລະບຽບການທີ່ໄດ້ກຳນົດໄວ້ ຊຶ່ງເປັນອັນຕະລາຍ ຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ;
ບໍ່ປະຕິບັດຕາມການກຳນົດໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;
ປະຕິເສດ ຫລື ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າຫນ້າທີ່ກວດກາສິ່ງແວດລ້ອມ.
ລະບຽບການປັບໃຫມຈະໄດ້ມີການກຳນົດຕ່າງຫາກ.


ມາດຕາ 47. ມາດຕະການ ທາງແພ່ງ
ບຸກຄົນ ຫລື ການຈັດຕັ້ງທີ່ໄດ້ລະເມີດກົດຫມາຍສະບັບນີ້ ແລະ ລະບຽບການຕ່າງໆ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຊຶ່ງສ້າງຄວາມເສັຍຫາຍແກ່ຊັບສິນຂອງລັດ, ຂອງລວມຫມູ່ ຫລື ຂອງບຸກຄົນ ຕ້ອງໄດ້ຮັບຜິດຊອບທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 48. ມາດຕະການ ທາງອາຍາ
ບຸກຄົນ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ແລະ ລະບຽບການຕ່າງໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຊຶ່ງເປັນການກະທຳຜິດທາງອາຍາ ເຊັ່ນ: ປອມແປງໃບອະນຸຍາດ ຫລື ໃບຢັ້ງຢືນດ້ານສິ່ງແວດລ້ອມ, ບໍ່ປະຕິບັດຕາມມາດຕະຖານຄຸນນະພາບສິ່ງແວດລ້ອມ ຫລື ການກະທຳອື່ນໆກ່ຽວກັບສິ່ງແວດລ້ອມທີ່ເປັນສາເຫດພາໃຫ້ ຄົນເສັຍສຸຂະພາບ, ພິການ ຫລື ເສັຍຊີວິດ ຈະຖືກລົງໂທດຕາມກົດຫມາຍອາຍາ.

ມາດຕາ 49. ມາດຕະການໂທດເພີ່ມ
ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດໃນມາດຕາ 45, 46, 47 ແລະ 48 ຂ້າງເທິງນີ້ແລ້ວ ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ອາດຈະຖືກປະຕິບັດມາດຕະການໂທດເພີ່ມອີກ ເຊັ່ນ: ການໂຈະ, ການຖອນໃບອະນຸຍາດ ຫລື ຍຸບເລີກກິດຈະການ, ການຮິບພາຫະນະອຸປະກອນ ທີ່ນຳໃຊ້ເຂົ້າໃນການກະທຳຜິດນັ້ນ.

 

   
  ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍສີ່ງແວດລ້ອມ
ພາກທີ I :ບົດບັນຍັດທົ່ວໄປ
ພາກທີ II
ການປ້ອງກັນ ສິ່ງແວດລ້ອມ
ພາກທີ III
ການຄວບຄຸມມົນລະພິດ
ພາກທີ IV :ການແກ້ໄຂບັນຫາ
ແລະ ການບູລະນະຟື້ນຟູສິ່ງ
ແວດລ້ອມ
ພາກທີ V ກອງທຶນ ປົກປັກຮັກ
ສາສິ່ງແວດລ້ອມ
ພາກທີ VI :ການພົວພັນ ແລະ ການຮ່ວມມືສາກົນດ້ານສິ່ງແວດ
ລ້ອມ
ພາກທີ VII ການຄຸ້ມຄອງ ແລະ ການກວດກາສິ່ງແວດລ້ອມ
ພາກທີ VIII ນະໂຍບາຍຕໍ່ຜູ້ທີ່
ມີຜົນງານ ແລະ ມາດຕະການຕໍ່
ຜູ້ລະເມີດ
ພາກທີ IX :ບົດບັນຍັດສຸດທ້າຍ
 
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia