|
ມາດຕາ35. ອົງການຄຸ້ມຄອງແລະກວດກາສິ່ງແວດລ້ອມ
ອົງການຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມປະກອບ ດ້ວຍ:
ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ;
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມຂອງ ກະຊວງ;
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມແຂວງ, ກຳແພງນະຄອນ ແລະ
ເຂດພິເສດ;
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມເມືອງ;
ອຳນາດການປົກຄອງບ້ານ.
ມາດຕາ 36. ສິດ ແລະ ໜ້າທີ່ ຂອງອົງການວິທະຍາສາດເຕັກໂນໂລຊີ
ແລະ ສິ່ງ ແວດລ້ອມ
ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ
ຊຶ່ງເປັນອົງການຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມຂັ້ນສູນກາງ
ມີສິດ ແລະ ຫນ້າທີ່ ດັ່ງນີ້:
ເປັນເສນາທິການໃຫ້ແກ່ລັດຖະບານໃນການສ້າງ ແລະ
ຜັນຂະຫຍາຍແຜນຍຸດທະສາດ ກ່ຽວກັບສິ່ງແວດລ້ອມໃຫ້ກາຍເປັນແຜນການ,
ໂຄງການລະອຽດ ແລະ ລະບຽບການເພື່ອຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມ;
ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມພ້ອມທັງລາຍງານສະພາບສິ່ງແວດລ້ອມໃນຂອບເຂດທົ່ວປະເທດໃຫ້ລັດຖະບານຢ່າງເປັນປົກກະຕິ;
ເປັນໃຈກາງໃນການປະສານສົມທົບກັບບັນດາຂະແຫນງການ ແລະ
ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອຈັດຕັ້ງຄຸ້ມຄອງ ແລະ
ກວດກາທຸກການເຄື່ອນໄຫວກ່ຽວກັບວຽກງານສິ່ງແວດລ້ອມ;
ຄົ້ນຄ້ວາ, ວິໄຈ, ຊອກຫາວິທີການປ້ອງກັນ, ແກ້ໄຂບັນຫາ ແລະ
ບູລະນະຟື້ນຟູສິ່ງແວດລ້ອມໂດຍນຳໃຊ້ຄວາມກ້າວຫນ້າ
ທາງດ້ານວິທະຍາສາດ ແລະເຕັກໂນໂລຊີ;
ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນການ, ໂຄງການ
ແລະ ລະບຽບກົດຫມາຍຕ່າງໆ ກ່ຽວ ກັບສິ່ງແວດລ້ອມ;
ອອກໃບອະນຸຍາດ ຫລື
ຖອນໃບອະນຸຍາດຂອງການຈັດຕັ້ງໃດຫນຶ່ງທີ່ດຳເນີນການບໍລິການດ້ານວິຊາການສິ່ງແວດລ້ອມ;
ແນະນຳໃຫ້ໂຄງການພັດທະນາ ແລະ ກິດຈະການຕ່າງໆ ເຮັດການປະເມີນຜົນກະທົບ
ຕໍ່ສິ່ງແວດລ້ອມ ຕາມລະບຽບການ
ກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;
ຮັບ ແລະ ແກ້ໄຂຄຳສະເຫນີຂອງປະຊາຊົນ ແລະ ພາກສ່ວນຕ່າງໆກ່ຽວກັບ
ບັນຫາສິ່ງແວດລ້ອມ;
ສົມທົບກັບພາກສ່ວນກ່ຽວຂ້ອງທີ່ມີສິດອຳນາດສັ່ງດັດແກ້, ໂຈະ,
ຍົກຍ້າຍ ຫລືຍຸບ ເລີກກິດຈະການໃດຫນຶ່ງ ທີ່ກໍ່ໃຫ້ເກີດ
ຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ
ສິ່ງແວດລ້ອມ;
ກໍ່ສ້າງ ແລະ ຍົກລະດັບພະນັກງານວິຊາການດ້ານສິ່ງແວດລ້ອມ
ພ້ອມທັງສຶກສາອົບ ຮົມ,
ສ້າງຈິດສຳນຶກໃຫ້ແກ່ທຸກພາກສ່ວນຂອງສັງຄົມ,
ສ້າງຂະບວນການປົກປັກຮັກສາສິ່ງແວດລ້ອມ ໃນທົ່ວປະເທດ
ໂດຍປະສານສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ແລະ
ອຳນາດການປົກຄອງທ້ອງຖິ່ນ;
ຈັດຕັ້ງເຜີຍແຜ່, ສັງລວມ ແລະ
ຕີລາຄາລະບົບຂໍ້ມູນຂ່າວສານກ່ຽວກັບສິ່ງແວດລ້ອມ ແລະ
ຊັບພະຍາກອນທຳມະຊາດ
ເພື່ອຮັບໃຊ້ແຜນການພັດທະນາເສດຖະກິດŒສັງຄົມ;
ພົວພັນ ແລະ
ຮ່ວມມືກັບສາກົນໃນຂົງເຂດວຽກງານປົກປັກຮັກສາສິ່ງແວດລ້ອມ;
ປະຕິບັດສິດ ແລະ
ໜ້າທີ່ອື່ນໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
ຕາມການມອບຫມາຍຂອງລັດຖະບານ ຫລື
ຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້.
ມາດຕາ 37. ສິດ ແລະ ໜ້າທີ່ຂອງໜ່ວຍງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມຂອງກະຊວງ
ກະຊວງທີ່ເຫັນວ່າມີຄວາມຈຳເປັນຈັດຕັ້ງໜ່ວຍງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມ ຂອງຕົນຂຶ້ນ
ຕ້ອງໄດ້ປະສານສົມທົບກັບອົງການວິທະຍາສາດເຕັກໂນໂລຊີ ແລະ
ສິ່ງແວດລ້ອມ.
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມຂອງກະຊວງ ມີສິດ ແລະ
ຫນ້າທີ່ເຄື່ອນໄຫວວຽກງານພາຍໃນຂະແຫນງການຂອງຕົນ ດັ່ງນີ້:
ສ້າງ ແລະ ຈັດຕັ້ງປະຕິບັດແຜນການ ແລະ
ລະບຽບການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທີ່ພົວພັນກັບຂະແຫນງການຂອງຕົນໂດຍອີງໃສ່ແຜນການ
ແລະ ລະບຽບການລວມທີ່ອົງການວິທະຍາສາດເຕັກໂນໂລຊີ ແລະ
ສິ່ງແວດລ້ອມວາງອອກ;
ຄົ້ນຄວ້າວິໄຈ ແລະ ຊອກຫາວິທີການປ້ອງກັນ, ແກ້ໄຂບັນຫາ ແລະ
ບູລະນະຟື້ນຟູສິ່ງແວດລ້ອມທີ່ຕິດພັນກັບຂະແໜງການຂອງຕົນ
ໂດຍນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
ແນະນຳໃຫ້ໂຄງການພັດທະນາ ແລະ
ກິດຈະການຕ່່າງໆທີ່ຂຶ້ນກັບຂະແຫນງການຂອງ
ຕົນເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;
ຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍ
ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ;
ສະເຫນີໃຫ້ ການຈັດຕັ້ງທີ່ມີສິດອຳນາດ ສັ່ງດັດແກ້, ໂຈະ,
ຍົກຍ້າຍ ຫລື ຍຸບເລີກກິດຈະການໃດຫນຶ່ງໃນຂະແຫນງການຂອງຕົນ
ທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຂອງຄົນ,
ສັດ, ພືດ ແລະ ສິ່ງແວດລ້ອມ;
ລາຍງານ, ເຂົ້າຮ່ວມປຶກສາຫາລື ແລະ
ແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານສິ່ງແວດລ້ອມກັບອົງການວິທະຍາສາດ
ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ອຳນາດການປົກຄອງທ້ອງຖິ່ນ ແລະ
ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາສິ່ງແວດລ້ອມ;
ກໍ່ສ້າງ ແລະ ຍົກລະດັບພະນັກງານວິຊາການດ້ານສິ່ງແວດລ້ອມ,
ສຶກສາອົບຮົມ ແລະ
ສ້າງຈິດສຳນຶກດ້ານສິ່ງແວດລ້ອມໃຫ້ທຸກພາກສ່ວນໃນຂະແຫນງການຂອງຕົນ;
ຈັດຕັ້ງເຜີຍແຜ່, ສັງລວມ ແລະ ຕີລາຄາຂໍ້ມູນຂ່າວສານ
ກ່ຽວກັບສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;
ພົວພັນ ແລະ ຮ່ວມມືກັບສາກົນ
ໃນຂົງເຂດວຽກງານປົກປັກຮັກສາສິ່ງແວດລ້ອມ;
ປະຕິບັດສິດ ແລະ
ຫນ້າທີ່ອື່ນໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຕາມການ
ມອບຫມາຍຂອງກະຊວງ ຫລື ຕາມລະບຽບກົດຫມາຍ ທີ່ໄດ້ກຳນົດໄວ້.
ມາດຕາ 38. ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມ ແຂວງ,
ກຳແພງນະຄອນ ແລະ ເຂດພິເສດ
ແຂວງ, ກຳແພງນະຄອນ ແລະ ເຂດພິເສດຈັດຕັ້ງຫນ່ວຍງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມຂອງຕົນຂຶ້ນ
ໂດຍປະສານສົມທົບກັບອົງການວິທະຍາສາດ ເຕັກໂນໂລຊີ ແລະ
ສິ່ງແວດລ້ອມ.
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມແຂວງ, ກຳແພງນະຄອນ ແລະ
ເຂດພິເສດ ມີສິດ ແລະ
ໜ້າທີ່ເຄື່ອນໄຫວວຽກງານພາຍໃນທ້ອງຖິ່ນຂອງຕົນ ດັ່ງນີ້:
ສ້າງ ແລະ ຈັດຕັ້ງປະຕິບັດແຜນການ ແລະ
ລະບຽບການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມພາຍໃນແຂວງ,
ກຳແພງນະຄອນ ແລະ ເຂດພິເສດຂອງຕົນໂດຍ ອີງໃສ່່ແຜນການ ແລະ
ລະບຽບການລວມ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ;
ຄົ້ນຄວ້າວິໄຈ ແລະ ຊອກຫາວິທີການປ້ອງກັນ, ແກ້ໄຂບັນຫາ ແລະ
ບູລະນະຟື້ນຟູສິ່ງແວດລ້ອມໃນທ້ອງຖິ່ນຂອງຕົນ
ໂດຍນຳໃຊ້ຄວາມກ້າວຫນ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
ລາຍງານ, ເຂົ້າຮ່ວມປຶກສາຫາລື ແລະ
ແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານ ສິ່ງແວດລ້ອມກັບ
ອົງການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ,
ອຳນາດການປົກຄອງ ແລະ ຂະແຫນງການທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ
ເພື່ອແກ້ໄຂບັນຫາສິ່ງແວດລ້ອມ;
ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ກົດຫມາຍ, ດຳລັດ, ຂໍ້ກຳນົດ,
ກົດລະບຽບຕ່າງໆ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ;
ຮັບ ແລະ ແກ້ໄຂ ຄຳສະເຫນີຂອງປະຊາຊົນ ແລະ
ພາກສ່ວນຕ່າງໆກ່ຽວກັບບັນຫາສິ່ງແວດລ້ອມ;
ສະເຫນີໃຫ້ການຈັດຕັ້ງທີ່ມີສິດອຳນາດສັ່ງດັດແກ້, ໂຈະ, ຍົກຍ້າຍ
ຫລື ຍຸບເລີກກິດຈະການໃດຫນຶ່ງຢູ່ໃນທ້ອງຖິ່ນຂອງຕົນ
ທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊິວິດຂອງຄົນ,
ສັດ, ພືດ ແລະ ສິ່ງແວດລ້ອມ;
ເກັບກຳ, ສັງລວມ, ຄົ້ນຄວ້າ, ເຜີຍແຜ່ຂໍ້ມູນຂ່າວສານ
ກ່ຽວກັບສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;
ກໍ່ສ້າງ ແລະ ຍົກລະດັບພະນັກງານວິຊາການດ້ານສິ່ງແວດລ້ອມ,
ສຶກສາອົບຮົມ ແລະ ສ້າງຈິດສຳນຶກຄວາມຮັບຮູ້ກ່ຽວກັບ
ການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປະຊາຊົນ ແລະ ພາກສ່ວນຕ່າງໆ;
ປະຕິບັດສິດ ແລະ
ຫນ້າທີ່ອື່ນໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຕາມການມອບ
ຫມາຍ ຂອງເຈົ້າແຂວງ, ເຈົ້າ ຄອງກຳແພງນະຄອນ ແລະ
ຫົວໜ້າເຂດພິເສດ ຫລື ຕາມລະບຽບກົດຫມາຍ ທີ່ໄດ້ກຳນົດໄວ້.
ມາດຕາ 39. ສິດ ແລະ ໜ້າທີ່ຂອງໜ່ວຍງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມເມືອງ
ເມືອງຈັດຕັ້ງໜ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມເມືອງຂຶ້ນ
ໂດຍປະສານສົມທົບກັບຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມ
ຂອງແຂວງ, ກຳແພງນະຄອນ ແລະ ເຂດພິເສດ ບ່ອນທີ່ຕົນຂຶ້ນກັບ.
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມເມືອງ ມີສິດ ແລະ
ໜ້າທີ່ເຄື່ອນໄຫວວຽກງານພາຍໃນເມືອງຂອງຕົນ ດັ່ງນີ້:
ສ້າງ ແລະ ຈັດຕັ້ງປະຕິບັດແຜນການ ແລະ
ລະບຽບການກ່ຽວກັບການປົກປັກຮັກສາ
ສິ່ງແວດລ້ອມພາຍໃນເມືອງຂອງຕົນ ໂດຍອີງໃສ່ແຜນການ
ແລະລະບຽບການກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມຂອງແຂວງ,
ກຳແພງນະຄອນ ແລະ ເຂດພິເສດ ທີ່ຕົນຂຶ້ນກັບ;
ຄົ້ນຄວ້າ, ວິໄຈ ແລະ ຊອກຫາວິທີການປ້ອງກັນ, ແກ້ໄຂບັນຫາ ແລະ
ບູລະນະຟື້ນຟູສິ່ງແວດລ້ອມຢູ່ໃນເມືອງຂອງຕົນ
ໂດຍນຳໃຊ້ຄວາມກ້າວຫນ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
ຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດຫມາຍ, ດຳລັດ,
ຂໍ້ກຳນົດກົດລະບຽບຕ່າງໆ ກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມ;
ລາຍງານ, ເຂົ້າຮ່ວມປຶກສາຫາລື ແລະ
ແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານ ສິ່ງແວດລ້ອມກັບ
ຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມ ແຂວງ, ກຳແພງນະຄອນ
ແລະ ເຂດພິເສດ, ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແຫນງການ
ທີ່ກ່ຽວຂ້ອງໃນເມືອງຂອງຕົນ ເພື່ອແກ້ໄຂບັນຫາສິ່ງແວດລ້ອມ;
ຮັບ ແລະ ແກ້ໄຂ ຄຳສະເຫນີຂອງປະຊາຊົນ ແລະ
ພາກສ່ວນຕ່າງໆກ່ຽວກັບບັນຫາສິ່ງແວດລ້ອມ;
ສະເຫນີໃຫ້ການຈັດຕັ້ງທີ່ມີສິດອຳນາດ ສັ່ງດັດແກ້, ໂຈະ,
ຍົກຍ້າຍ ຫລື ຍຸບເລີກກິດຈະການໃດຫນຶ່ງພາຍໃນເມືອງຂອງຕົນ
ທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,
ຊີວິດຂອງຄົນ,ສັດ, ພືດ ແລະ ສິ່ງແວດລ້ອມ;
ເກັບກຳ, ສັງລວມ, ຄົ້ນຄວ້າ
ແລະເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສິ່ງແວດລ້ອມ ແລະ
ຊັບພະຍາກອນທຳມະຊາດ;
ສຶກສາອົບຮົມ ແລະ ສ້າງຈິດສຳນຶກຄວາມຮັບຮູ້ກ່ຽວກັບ
ວຽກງານປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ປະຊາຊົນ ແລະ
ພາກສ່ວນຕ່າງໆ ພາຍໃນເມືອງຂອງຕົນ;
ປະຕິບັດສິດ ແລະ
ຫນ້າທີ່ອື່ນໆກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຕາມການມອບ
ຫມາຍຂອງເຈົ້າເມືອງ, ຫນ່ວຍງານຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມແຂວງ, ກຳແພງນະຄອນ, ເຂດພິເສດ ຫລື
ຕາມລະບຽບກົດຫມາຍທີ່ໄດ້ ກຳນົດໄວ້.
ມາດຕາ 40. ສິດ ແລະ
ໜ້າທີ່ຂອງອຳນາດການປົກຄອງບ້ານກ່ຽວກັບການຄຸ້ມຄອງ ແລະ ກວດກາ
ສິ່ງແວດລ້ອມ.
ອຳນາດການປົກຄອງບ້ານມີສິດແລະໜ້າທີ່ກ່ຽວກັບການຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມພາຍໃນບ້ານຂອງຕົນ ດັ່ງນີ້:
ສ້າງ ແລະ ຈັດຕັ້ງປະຕິບັດ ແຜນການ,
ລະບຽບການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
ໂດຍອີງໃສ່ແຜນການ,ຂໍ້ກຳນົດ, ກົດລະບຽບ,
ຄຳແນະນຳກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງເມືອງ;
ໂຄສະນາ, ສຶກສາອົບຮົມ, ປຸກລະດົມຊຸກຍູ້,
ຂົນຂວາຍປະຊາຊົນເຂົ້າຮ່ວມໃນການ ປ້ອງກັນ, ແກ້ໄຂບັນຫາ ແລະ
ບູລະນະຟື້ນຟູສິ່ງແວດລ້ອມຂອງບ້ານ;
ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແຜນການ, ຂໍ້ກຳນົດ,
ກົດລະບຽບ ແລະ ຄຳແນະນຳຕ່າງໆ ກ່ຽວກັບການປົກປັກຮັກສາ
ສິ່ງແວດລ້ອມ;
ລາຍງານ, ເຂົ້າຮ່ວມປຶກສາຫາລື ແລະ
ແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານ
ສິ່ງແວດລ້ອມກັບຫນ່ວຍງານຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມເມືອງ,
ອຳນາດການປົກຄອງເມືອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ
ເພື່ອແກ້ໄຂບັນຫາສິ່ງແວດລ້ອມ;
ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມການມອບຫມາຍຂອງເມືອງ ຫລື
ຫນ່ວຍງານ ຄຸ້ມຄອງ ແລະກວດກາສິ່ງແວດລ້ອມເມືອງ
ຫລືຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້.
ມາດຕາ 41. ການກວດກາ ສິ່ງແວດລ້ອມ
ການກວດກາສິ່ງແວດລ້ອມ ແມ່ນການຕິດຕາມກວດກາການເຄື່ອນໄຫວ
ກ່ຽວກັບການປ້ອງ ກັນ, ການແກ້ໄຂບັນຫາ,
ການບູລະນະຟື້ນຟູສິ່ງແວດລ້ອມ, ການຂຸດຄົ້ນ,
ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ການຄວບຄຸມມົນລະພິດ
ໃຫ້ຖືກຕ້ອງຕາມລະບຽບກົດຫມາຍ
ເພື່ອແນໃສ່ເຮັດໃຫ້ການປົກປັກຮັກສາສິ່ງແວດລ້ອມດຳເນີນໄປຢ່າງມີປະສິດທິຜົນ.
ມາດຕາ 42. ປະເພດການກວດກາ
ການກວດກາມີ 3 ປະເພດດັ່ງນີ້:
ການກວດກາ ຕາມລະບົບປົກກະຕິ;
ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງຫນ້າ;
ການກວດກາ ແບບກະທັນຫັນ.
ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ດຳເນີນໄປຕາມ
ແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ
ແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມ
ຈຳເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະຖືກກວດກາ ຊາບລ່ວງໜ້າ.
ການກວດກາແບບກະທັນຫັນແມ່ນ ການກວດກາໂດຍຮີບດ່ວນ
ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກ ກວດກາຊາບລ່ວງໜ້າ.
ໃນການດຳເນີນການກວດກາສິ່ງແວດລ້ອມ
ເຈົ້າຫນ້າທີ່ສິ່ງແວດລ້ອມຕ້ອງປະຕິບັດ
ໃຫ້ຖືກຕ້ອງຕາມລະບຽບກົດຫມາຍຢ່າງເຂັ້ມງວດ. |
|