|
ມາດຕາ 33. ການພົວພັນ ແລະ
ການຮ່ວມມືສາກົນດ້ານສິ່ງແວດລ້ອມ
ລັດສົ່ງເສີມການພົວພັນ, ການຮ່ວມມືກັບຕ່າງປະເທດ ແລະ
ບັນດາອົງການຈັດຕັ້ງ
ສາກົນກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ
ຍາດແຍ່ງເອົາການຊ່ວຍເຫລືອ, ແລກປ່ຽນບົດຮຽນ, ກໍ່ສ້າງ ແລະ
ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານກ່ຽວກັບການຄົ້ນຄວ້າ
ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວຫນ້າ, ເຂົ້າຮ່ວມໃນການເຄື່ອນໄຫວສາກົນ
ກ່ຽວກັບການປ້ອງກັນ ແລະ ການ ແກ້ໄຂບັນຫາສິ່ງແວດລ້ອມ,
ປະຕິບັດຕາມສົນທິສັນຍາສາກົນທີ່ຕົນໄດ້ເຂົ້າຮ່ວມເປັນພາຄີ ຫລື
ສັນຍາລະຫວ່າງປະເທດທີ່ຕົນໄດ້ເຊັນຮ່ວມກ່ຽວກັບສິ່ງແວດລ້ອມ.
ມາດຕາ 34. ການແກ້ໄຂຂໍ້ພິພາດລະຫວ່າງປະເທດ ດ້ານສິ່ງແວດລ້ອມ
ຂໍ້ພິພາດລະຫວ່າງປະເທດດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ແລະ
ສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມຂອງ ສ ປປລາວ
ຈະໄດ້ຖືກແກ້ໄຂດ້ວຍການຊອກວິທີແກ້ໄຂຮ່ວມກັນ
ບົນພື້ນຖານຂອງສົນທິສັນຍາສາກົນທີ່ຕົນໄດ້ເຂົ້າຮ່ວມເປັນພາຄີ
ຫລືສັນຍາລະຫວ່າງປະເທດທີ່ຕົນ ໄດ້ເຊັນຮ່ວມ. |
|