www.smepdo.org       
 
Lao Eng
 

ຕືກອາຄານ/ສີ່ງແວດລ້ອມ > ກົດໝາຍແລະລະບຽບກຽວກັບສີ່ງແວດລ້ອມ > ກົດໝາຍວ່າດ້ວຍການ ປັກປັກຮັກສາສິ່ງແວດລ້ອມ

 
 

ພາກທີ V
ກອງທຶນ ປົກປັກຮັກສາສິ່ງແວດລ້ອມ

 

ມາດຕາ 30. ກອງທຶນ ປົກປັກຮັກ ສາສິ່ງແວດລ້ອມ
ລັດສົ່ງເສີມໃຫ້ມີການສ້າງຕັ້ງກອງທຶນປົກປັກຮັກສາສິ່ງແວດລ້ອມຂຶ້ນ ເພື່ອນຳໃຊ້ເຂົ້າໃນວຽກງານສຶກສາຄົ້ນຄ້ວາ, ປ້ອງກັນ, ແກ້ໄຂ ແລະບູລະນະຟື້ນຟູສິ່ງແວດລ້ອມ ລວມທັງການປົກປັກຮັກສາ ແລະ ການອະນຸລັກຊັບພະຍາກອນທຳມະຊາດ.
ສຳລັບການຈັດຕັ້ງ ແລະ ການຄຸ້ມຄອງກອງທຶນປົກປັກຮັກສາສິ່ງແວດລ້ອມ ຈະມີລະບຽບການ ສະເພາະ.

ມາດຕາ 31. ແຫລ່ງກອງທຶນປົກປັກຮັກສາສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ມາຈາກແຫລ່ງຕ່າງໆ ດັ່ງນີ້:
ງົບປະມານຂອງລັດ;
ໂຄງການພັດທະນາ ແລະ ກິດຈະການຕ່າງໆ;
ການຊ່ວຍເຫລືອ ຂອງອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ;
ການປະກອບສ່ວນຂອງພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ;
ດອກເບັ້ຍ ຫລື ຜົນກຳໄລ ທີ່ໄດ້ຈາກກອງທຶນ.

ມາດຕາ 32. ການນຳໃຊ້ກອງທຶນປົກປັກຮັກສາສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈະຖືກນຳໃຊ້ເຂົ້າໃນວຽກງານ ດັ່ງຕໍ່ໄປນີ້:
ການແກ້ໄຂບັນຫາສິ່ງແວດລ້ອມທີ່ຮີບດ່ວນແລະສຳຄັນ;
ໂຄງການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ເພື່ອຮັບໃຊ້ວຽກງານປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ, ການກວດກາ ແລະ ການຈັດຕັ້ງປະຕິບັດນິຕິກຳອື່ນໆ ກ່ຽວກັບສິ່ງແວດລ້ອມ;
ການສົ່ງເສີມການສຶກສາ, ການຝຶກອົບຮົມ ແລະ ການ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ;
ການຊຸກຍູ້ ຂະບວນການເຄື່ອນໄຫວວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນ: ວັນສິ່ງແວດລ້ອມໂລກ, ວັນປູກຕົ້ນໄມ້, ວັນປ່ອຍປາແຫ່ງຊາດ ແລະ ອື່ນໆ;
ການບໍລິຫານກອງທຶນ.

 

   
  ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍສີ່ງແວດລອ້ມ
ພາກທີ I :ບົດບັນຍັດທົ່ວໄປ
ພາກທີ II
ການປ້ອງກັນ ສິ່ງແວດລ້ອມ
ພາກທີ III
ການຄວບຄຸມມົນລະພິດ
ພາກທີ IV :ການແກ້ໄຂບັນຫາ
ແລະ ການບູລະນະຟື້ນຟູສິ່ງ
ແວດລ້ອມ
ພາກທີ V ກອງທຶນ ປົກປັກຮັກ
ສາສິ່ງແວດລ້ອມ
ພາກທີ VI :ການພົວພັນ ແລະ ການຮ່ວມມືສາກົນດ້ານສິ່ງແວດ
ລ້ອມ
ພາກທີ VII ການຄຸ້ມຄອງ ແລະ ການກວດກາສິ່ງແວດລ້ອມ
ພາກທີ VIII ນະໂຍບາຍຕໍ່ຜູ້ທີ່
ມີຜົນງານ ແລະ ມາດຕະການຕໍ່
ຜູ້ລະເມີດ
ພາກທີ IX :ບົດບັນຍັດສຸດທ້າຍ
 
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia