|
ມາດຕາ 24.
ການແກ້ໄຂບັນຫາສິ່ງແວດລ້ອມ
ການແກ້ໄຂບັນຫາສິ່ງແວດລ້ອມ ແມ່ນການສະກັດກັ້ນ ຫລື
ການຕ້ານເຫດການທີ່ເກີດຂຶ້ນ ໄປພ້ອມໆກັບການປົວແປງ ແລະ
ການບູລະນະສິ່ງທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ໃຫ້ຄືນສູ່ສະພາບເດີມ
ດ້ວຍການວາງ ແລະປະຕິບັດລະບຽບການ, ມາດຕະການ,
ມາດຕະຖານຕ່າງໆກ່ຽວກັບຄຸນນະພາບສິ່ງແວດລ້ອມ.
ມາດຕາ 25. ພັນທະໃນການແກ້ໄຂບັນຫາສິ່ງແວດລ້ອມ
ບຸກຄົນ ແລະການຈັດຕັ້ງຕ້ອງເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັນຫາສິ່ງແວດລ້ອມ.
ພົນລະເມືອງທຸກຄົນ ຫລື ການຈັດຕັ້ງມີສິດສະເຫນີ ຫລື
ຮ້ອງຟ້ອງຕໍ່ການກະທຳໃດຫນຶ່ງ
ທີ່ກໍ່ໃຫ້ເກີດຜົນສະທ້ອນອັນບໍ່ດີ່ຕໍ່ສິ່ງແວດລ້ອມ,
ສ້າງຄວາມເສັຍຫາຍຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ
ສິ່ງແວດລ້ອມ.
ຄຳສະເຫນີ ຫລື ຄຳຮ້ອງຟ້ອງ
ກ່ຽວກັບການກະທຳທີ່ກໍ່ໃຫ້ເກີດບັນຫາຕໍ່ສິ່ງແວດລ້ອມນັ້ນ ໃຫ້ສະເຫນີຕໍ່ອຳນາດການປົກຄອງ
ຫລື ອົງການຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມ
ບ່ອນທີ່ເຫດການນັ້ນເກີດຂຶ້ນ ພິຈາລະນາແກ້ໄຂພາຍໃນກຳນົດ 30ວັນ
ນັບແຕ່ວັນໄດ້ຮັບຄຳສະເຫນີ ຫລື ຄຳຮ້ອງຟ້ອງເປັນຕົ້ນໄປ. ໃນກໍລະນີຮີບດ່ວນນັ້ນ
ຕ້ອງໄດ້ພິຈາລະນາແກ້ໄຂຢ່າງທັນການ.
ຖ້າຫາກວ່າອຳນາດການປົກຄອງ ຫລື ອົງການຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມທີ່ໄດ້ຮັບການສະເຫນີນັ້ນບໍ່ສາມາດແກ້ໄຂບັນຫາໄດ້
ໃຫ້ນຳສະເຫນີຕໍ່ຂັ້ນເທິງຂອງຕົນ ຫລື ອົງການຄຸ້ມ ຄອງ ແລະ
ກວດກາສິ່ງແວດລ້ອມຂັ້ນເທິງຖັດນັ້ນ ພາຍໃນກຳນົດ 7 ວັນ.
ຄຳສະເຫນີ ຫລື ຄຳຮ້ອງຟ້ອງດັ່ງກ່າວ
ຈະໄດ້ຮັບການພິຈາລະນາແກ້ໄຂພາຍໃນກຳນົດ 30
ວັນແລ້ວແຈ້ງໃຫ້ຜູ້ສະເຫນີຊາບ.
ມາດຕາ 26. ການບູລະນະ ຟື້ນຟູສິ່ງແວດລ້ອມ
ການບູລະນະຟື້ນຟູສິ່ງແວດລ້ອມ ແມ່ນການເຮັດໃຫ້ສິ່ງແວດລ້ອມທີ່ຖືກທຳລາຍ
ຫລື ເສື່ອມໂຊມແລ້ວນັ້ນມີ
ການຟື້ນຕົວ ແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບທີ່ດີຂຶ້ນ ແລະ
ມີຄວາມສົມດຸນກັບລະບົບນິເວດວິທະຍາ.
ມາດຕາ 27. ພັນທະໃນການບູລະນະຟື້ນຟູສິ່ງແວດລ້ອມ
ບຸກຄົນ ແລະ ການຈັດຕັ້ງມີພັນທະໃນການປະກອບສ່ວນ
ຢ່າງຕັ້ງຫນ້າເປັນຕົ້ນ: ສະຕິ ປັນຍາ, ແຮງງານ, ທຶນຮອນ ແລະ
ວັດຖຸປະກອນຕ່າງໆ ເຂົ້າໃນການບູລະນະຟື້ນຟູຄືນສິ່ງແວດລ້ອມ
ທີ່ຖືກທຳລາຍ ຫລື ເສື່ອມໂຊມນັ້ນ.
ມາດຕາ 28. ການບູລະນະຟື້ນຟູ ເຂດທີ່ຖືກທຳລາຍຈາກໄພພິບັດ
ບຸກຄົນ ຫລື ການຈັດຕັ້ງ ທີ່ດຳເນີນການຜະລິດ, ທຸລະກິດ,
ການບໍລິການ ຫລື ກິດຈະການໃດຫນຶ່ງ ທີ່ກໍ່ໃຫ້ເກີດໄພພິບັດ
ຕ້ອງຮັບຜິດຊອບແກ້ໄຂ,
ບູລະນະຟື້ນຟູຄືນເຂດທີ່ໄດ້ຮັບຄວາມເສັຍຫາຍນັ້ນ
ພາຍໃຕ້ການຕິດຕາມກວດກາ ຂອງອຳນາດການປົກຄອງທ້ອງຖິ່ນ ແລະ
ຂະແໜງການທີ່ກ່ຽວຂ້ອງ.
ໃນກໍລະນີທີ່ມີໄພພິບັດທຳມະຊາດເກີດຂຶ້ນ
ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແຫນງ
ການທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນ ເພື່ອມີວິທີການບູລະນະຟື້ນຟູຄືນເຂດດັ່ງກ່າວ.
ມາດຕາ 29. ການບູລະນະມໍລະດົກທາງດ້ານວັດທະນະທຳ,
ປະຫວັດສາດ ແລະ ທຳມະຊາດ
ສິ່ງປຸກສ້າງ ແລະ ສະຖາປັດຕະຍະກຳທີ່ມີຄຸນຄ່າທາງ
ດ້ານປະຫວັດສາດ, ສິລະປະວັດທະນະທຳ ແລະ
ຮ່ອງຮອຍປະຫວັດສາດຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາ,
ການສ້ອມແປງ ແລະ ການບູລະນະຟື້ນຟູ ເພື່ອຮັກສາໄວ້ທາງດ້ານສິລະປະ
ແລະ ວັດທະນະທຳທີ່ເປັນເອກກະລັກຂອງຊາດ.
ສະຖານທີ່ທິວທັດທຳມະຊາດ
ທີ່ມີທັດສະນີຍະພາບສິ່ງແວດລ້ອມອັນສວຍງາມ
ຊຶ່ງໄດ້ຮັບຜົນກະທົບຈາກໄພພິບັດ
ຕ້ອງໄດ້ຮັບການບູລະນະຟື້ນຟູຄືນ ແລະ ສະຫງວນຮັກສາ. |
|