|
ມາດຕາ 20. ມົນລະພິດ
ມົນລະພິດ ແມ່ນສະພາວະຂອງສິ່ງແວດລ້ອມ
ທີ່ມີການປ່ຽນແປງທາງດ້ານວັດຖຸ, ຊີວະ ແລະ ເຄມີຍ້ອນມີສານ ຫລື
ທາດຕ່າງໆເຈືອປົນຢູ່ໃນນ້ຳ, ດິນ, ອາກາດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມທີ່ໄດ້ກຳນົດໄວ້
ຊຶ່ງເປັນສາເຫດເຮັດໃຫ້ສິ່ງແວດລ້ອມເປັນພິດ ແລະ
ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ
ແລະ ສິ່ງແວດລ້ອມ.
ມາດຕາ 21. ປະເພດມົນລະພິດ
ປະເພດມົນລະພິດປະກອບດ້ວຍ: ມົນລະພິດທາງນ້ຳ, ມົນລະພິດທາງດິນ,
ມົນລະພິດທາງ ອາກາດ, ມົນລະພິດທີ່ເກີດຈາກສານເຄມີເປັນພິດ,
ທາດກຳມັນຕະພາບລັງສີ, ຈາກສິ່ງເສດເຫລືອ ແລະມົນລະພາວະທີ່ເກີດຈາກການລົບກວນຂອງຄວາມສັ່ນສະເທືອນ,
ສຽງ, ແສງ, ສີ ແລະ ກິ່ນ
ມົນລະພິດທາງນ້ຳ, ດິນ, ອາກາດ ແມ່ນສະພາວະຂອງນ້ຳ, ດິນ,
ອາກາດທີ່ມີການປ່ຽນແປງ ທາງວັດຖຸ, ຊີວະ ແລະ ເຄມີ ຍ້ອນມີສານ
ຫລື ທາດຕ່າງໆເຈືອປົນ ເກີນມາດຕະຖານຄຸນນະພາບ ຂອງນ້ຳ, ດິນ, ອາກາດ ທີ່ໄດ້ກຳນົດໄວ້ ຊຶ່ງເປັນສາເຫດເຮັດໃຫ້ເປັນພິດ ແລະ
ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ
ແລະ ສິ່ງແວດລ້ອມ.
ມົນລະພິດຈາກສິ່ງເສດເຫຼືອແມ່ນມົນລະພິດທີ່ເກີດຈາກວັດຖຸສິ່ງຂອງທີ່ເປັນທາດແຂງ,
ທາດແຫລວ ຫລື ທາດອາຍ ທີ່ເປັນອັນຕະລາຍ ຫລື ບໍ່ເປັນອັນຕະລາຍ
ຊຶ່ງບໍ່ຖືກນຳໃຊ້ເຂົ້າໃນການຜະລິດ ຫລື ການຊົມໃຊ້ຂອງສັງຄົມ ເຈືອປົນໃນສິ່ງແວດລ້ອມເກີນມາດຕະຖານຄຸນນະພາບສິ່ງແວດລ້ອມທີ່ໄດ້ກຳນົດໄວ້
ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດ ຂອງຄົນ, ສັດ,
ພືດ ແລະ ສິ່ງແວດລ້ອມ.
ມົນລະພິດຈາກສານເຄມີທີ່ເປັນພິດ ແມ່ນ ມົນລະພິດທີ່ເກີດຈາກວັດຖຸ
ຫລື ທາດເບື່ອ ທີ່ເຈືອປົນໃນສິ່ງແວດລ້ອມ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ
ທີ່ໄດ້ກຳນົດໄວ້ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບ,
ຊີວິດຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມມົນລະພິດຈາກທາດກຳມັນຕະພາບລັງສີ ແມ່ນມົນລະພິດທີ່ເກີດຈາກທາດ
ທີ່ແຜ່ກະຈາຍອານຸພາບຂອງລັງສີຢ່າງຕໍ່ເນື່ອງ
ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ທີ່ໄດ້ກຳນົດໄວ້
ຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ ຫລື
ຈຸລັງຂອງສິ່ງທີ່ມີຊີວິດຕ່າງໆ.
ມົນລະພາວະ ທີ່ເກີດຈາກຄວາມສັ່ນສະເທືອນ, ສຽງ, ແສງ, ສີ ແລະ
ກິ່ນ ແມ່ນການລົບກວນຈາກ ຄວາມສັ່ນສະເທືອນ, ສຽງ, ແສງ, ສີ ແລະ
ກິ່ນ ເກີນມາດຕະຖານ ທີ່ໄດ້ກຳນົດໄວ້
ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ,
ຊີວິດຂອງຄົນ,ສັດ,ພືດແລະສິ່ງແວດລ້ອມ.
ມາດຕາ 22. ພັນທະໃນການຄວບຄຸມມົນລະພິດ
ບຸກຄົນ ແລະ
ການຈັດຕັ້ງລ້ວນແຕ່ມີພັນທະເຂົ້າຮ່ວມໃນການຄວບຄຸມມົນລະພິດ.
ສຳລັບຜູ້ທີ່ດຳເນີນການຜະລິດ, ທຸລະກິດ ເຊັ່ນ: ອຸດສາຫະກຳ,
ການບໍລິການ, ການກະສິກຳŒ ປ່າໄມ້, ຫັດຖະກຳ ຫລື ກິດຈະການອື່ນໆ
ທີ່ສ້າງມົນລະພິດ ຕ້ອງນຳໃຊ້ເຕັກໂນໂລຊີ ແລະ
ຕິດຕັ້ງອຸປະກອນຕ່າງໆ ເພື່ອຄວບຄຸມມົນລະພິດໃຫ້ໄດ້ຕາມມາດຕະຖານຄຸນນະພາບສິ່ງແວດ
ລ້ອມທີ່ໄດ້ກຳນົດໄວ້.
ມາດຕາ 23. ມາດຕະການປ້ອງກັນ ແລະ ຄວບຄຸມມົນລະພິດ
ອົງການຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມແຕ່ລະຂັ້ນ
ຕ້ອງສ້າງລະບຽບການ ແລະ
ກຳນົດມາດຕະຖານຄຸນນະພາບສິ່ງແວດລ້ອມກ່ຽວກັບການປ້ອງກັນ ແລະ
ຄວບຄຸມມົນລະພິດຕາມພາລະບົດບາດ ແລະຫນ້າທີ່ຂອງຕົນ ໂດຍປະສານສົມທົບກັບຂະແຫນງການທີ່ກ່ຽວຂ້ອງ.
ບຸກຄົນ ຫລື ການຈັດຕັ້ງ ທີ່ດຳເນີນກິດຈະການຕ່າງໆ
ຕ້ອງຮັບປະກັນການປ້ອງກັນ ແລະ ການຄວບຄຸມມົນລະພິດທາງນ້ຳ, ດິນ,
ອາກາດ, ສິ່ງເສດເຫລືອ, ສານເຄມີທີ່ເປັນພິດ,
ທາດກຳມັນຕະພາບລັງສີ, ຄວາມສັ່ນສະເທືອນ, ສຽງ, ແສງ, ສີ ແລະ
ກິ່ນ ຢ່າງເຂັ້ມງວດ.
ຫ້າມຖອກເທ, ລະບາຍນ້ຳເປື້ອນ,
ນ້ຳເສັຍຄຸນນະພາບທີ່ເກີນມາດຕະຖານຄຸນນະພາບນ້ຳ ທີ່ໄດ້ກຳນົດໄວ້
ແບບຊະຊາຍໂດຍບໍ່ໄດ້ມີການບຳບັດກ່ອນ ລົງໃສ່ຕະຄອງຮ່ອງນ້ຳ, ແຫລ່ງນ້ຳທຳມະຊາດ
ຫລື ບ່ອນອື່ນໆ.
ຫ້າມປ່ອຍຄວັນ, ອາຍ, ກິ່ນ, ສານເຄມີ ແລະ
ຝຸ່ນລະອອງທີ່ເປັນພິດອອກເກີນມາດຕະຖານ ຄຸນນະພາບ
ອາກາດທີ່ໄດ້ກຳນົດໄວ້.
ການຜະລິດ, ການນຳເຂົ້າ, ການນຳໃຊ້, ການຂົນສົ່ງ, ການເກັບຮັກສາ
ແລະ ການທຳລາຍສານເຄມີທີ່ເປັນພິດ ຫລື
ທາດກຳມັນຕະພາບລັງສີຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະ
ຖານຕ່າງໆທີ່ໄດ້ກຳນົດໄວ້.
ຫ້າມສ້າງຄວາມສັ່ນສະເທືອນ, ສຽງ, ແສງ, ສີ ແລະ
ກິ່ນເກີນມາດຕະຖານຄຸນນະພາບທີ່ໄດ້ ກຳນົດໄວ້.
ຫ້າມຖອກເທສິ່ງເສດເຫລືອທຸກປະເພດຢ່າງຊະຊາຍ.ຕ້ອງກຳນົດເຂດຖອກເທສິ່ງເສດເຫລືອແຍກປະເພດກ່ອນນຳໄປຖິ້ມ,
ຈູດ, ຝັງ ຫລື ທຳລາຍໃນເຂດທີ່ໄດ້ກຳນົດໃຫ້.
ສົ່ງເສີມການນຳໃຊ້ເຕັກໂນໂລຊີກ່ຽວກັບການບຳບັດ, ການຜະລິດ ແລະ
ການນຳໃຊ້ຄືນໃຫມ່.
ຫ້າມນຳເຂົ້າ, ຂົນສົ່ງ,
ເຄື່ອນຍ້າຍສິ່ງເສດເຫລືອທີ່ເປັນອັນຕະລາຍຜ່ານເຂດນ້ຳ, ດິນແດນ
ຫລື ນ່ານຟ້າ ຂອງ ສປປລາວ. |
|