|
ມາດຕາ 7. ການປ້ອງກັນ
ສິ່ງແວດລ້ອມ
ການປ້ອງກັນສິ່ງແວດລ້ອມ ແມ່ນການເຄື່ອນໄຫວສະກັດກັ້ນທຸກເຫດການທີ່ຈະເກີດຂຶ້ນ
ຫລື ພວມເກີດຂຶ້ນຊຶ່ງເປັນສາເຫດເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ
ທຳມະຊາດຖືກທຳລາຍ ຫລື ເສື່ອມໂຊມລົງ.
ມາດຕາ 8. ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແມ່ນ ຂະບວນການ ຄາດຄະເນ
ຜົນກະທົບ ຕໍ່ສິ່ງແວດລ້ອມ ຊຶ່ງເກີດຂຶ້ນຈາກໂຄງການພັດທະນາ ແລະ
ກິດຈະການຕ່າງໆ ພ້ອມທັງກຳນົດວິທີການ, ມາດຕະການຕ່າງໆ ເພື່ອແກ້ໄຂ
ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະ ຊາດ.
1. ອົງການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ
ຕ້ອງອອກລະບຽບການລວມ ກ່ຽວກັບຂະບວນການ ແລະ
ວິທີການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ;
2. ຂະແຫນງການທີ່ກ່ຽວຂ້ອງກັບບັນດາໂຄງການພັດທະນາ ແລະກິດຈະການຕ່າງໆ
ທີ່ຕິດພັນກັບຂະແຫນງການຂອງຕົນຕ້ອງອອກລະບຽບການກ່ຽວກັບຂະບວນການ
ແລະ
ວິທີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂດຍອີງໃສ່ລະບຽບການລວມ
ທີ່ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມວາງອອກ;
3. ໂຄງການພັດທະນາ ແລະກິດຈະການຕ່າງໆ
ທີ່ເຫັນວ່າມີຜົນກະທົບຕໍ່ສິ່ງແວດລ້ອມກ່ອນສ້າງໂຄງການ
ຕ້ອງສະເຫນີບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ຖືກຕ້ອງຕາມລະບຽບການຕ່າງໆ
ທີ່ໄດ້ກຳນົດໄວ້ໃນຂໍ້ທີຫນຶ່ງ ແລະ ຂໍ້ທີສອງ ຂອງມາດຕານີ້ ເພື່ອສະເຫນີໃຫ້
ອົງການຄຸ້ມຄອງ ແລະ ກວດກາສິ່ງແວດລ້ອມທີ່ໄດ້ຮັບ ການມອບຫມາຍ
ພິຈາລະນາອອກໃບຢັ້ງຢືນ ດ້ານສິ່ງແວດລ້ອມ;
4. ໂຄງການພັດທະນາ ແລະ ກິດຈະການຕ່າງໆ
ຊຶ່ງໄດ້ດຳເນີນການມາກ່ອນການປະກາດ ໃຊ້ກົດຫມາຍສະບັບນີ້
ທີ່ເຫັນວ່າສ້າງຄວາມເສັຍຫາຍ ຕໍ່ສິ່ງແວດລ້ອມ ຕ້ອງໄດ້
ສະເຫນີບັນດາມາດຕະການ, ວິທີການ ແລະ
ການດຳເນີນການແກ້ໄຂບັນຫາສິ່ງແວດລ້ອມ ໃຫ້ອົງການຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມ ທີ່ໄດ້ ຮັບການມອບ
ຫມາຍພິຈາລະນາອອກໃບຢັ້ງຢືນດ້ານສິ່ງແວດລ້ອມ;
5. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ຕ້ອງມີການເຂົ້າຮ່ວມຂອງອຳນາດການ ປົກຄອງທ້ອງຖິ່ນ,
ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ
ຊຶ່ງຈະໄດ້ຮັບຜົນກະທົບຈາກໂຄງການພັດທະນາ ແລະກິດຈະການດັ່ງກ່າວ.
ມາດຕາ 9. ການນຳໃຊ້ເຕັກໂນໂລຊີ
ໃນການຜະລິດ, ການດຳເນີນທຸລະກິດ
ຕ້ອງນຳໃຊ້ເຕັກໂນໂລຊີທີ່ກ້າວຫນ້າແທດເຫມາະກັບສະພາບຄວາມເປັນຈິງທາງດ້ານເສດຖະກິດŒສັງຄົມ,
ມີຜົນກະທົບຫນ້ອຍທີ່ສຸດຕໍ່ສິ່ງແວດລ້ອມ ແລະ
ປະຕິບັດໃຫ້ໄດ້ຕາມມາດຕະຖານເຕັກນິກ
ທີ່ຂະແຫນງການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ.
ການນຳເຂົ້າ ຫລື
ການຖ່າຍທອດເຕັກໂນໂລຊີທີ່ພົວພັນເຖິງການປົກປັກຮັກສາສິ່ງແວດລ້ອມ
ຕ້ອງໄດ້ຮັບອະນຸຍາດຈາກຂະແຫນງການທີ່ກ່ຽວຂ້ອງ ແລະ
ອົງການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
ມາດຕາ 10. ການກໍ່ສ້າງ ແລະ ການສ້ອມແປງ
ບຸກຄົນ ຫລືການຈັດຕັ້ງ ທີ່ດຳເນີນການກໍ່ສ້າງ ຫລື ການສ້ອມແປງ
ເຊັ່ນ: ຖະຫນົນຫົນທາງ, ຂົວ, ລະບົບນ້ຳປະປາ, ການສ້ອມແປງ,
ອັດສີດ, ຕາຫນ່າງໂທລະຄົມມະນາຄົມ, ໄຟຟ້າ ແລະ ສິ່ງປຸກສ້າງຕ່າງໆ
ຕ້ອງມີວິທີການປ້ອງກັນ ອັນຕະລາຍ ທີ່ຈະເກີດຂຶ້ນ
ພ້ອມທັງມີມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາ
ທີ່ກໍ່ໃຫ້ເກີດມີຄວັນ, ຝຸ່ນລະອອງ, ຄວາມສັ່ນ ສະເທືອນ, ສຽງ, ແສງ,
ສີ, ກິ່ນ, ສິ່ງເສດເຫລືືອ ແລະ
ສິ່ງກີດຂວາງຕ່າງໆໃຫ້ໄດ້ຕາມມາດຕະຖານ,
ລະບຽບການທີ່ຂະແໜງການກ່ຽວຂ້ອງ ແລະ ອົງການຄຸ້ມຄອງ ແລະ
ກວດກາສິ່ງແວດລ້ອມ ວາງອອກ.
ມາດຕາ 11. ຊັບພະຍາກອນທຳມະຊາດ
ຊັບພະຍາກອນທຳມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ
ບໍ່ມີຊີວິດທີ່ເກີດຂຶ້ນຕາມທຳມະຊາດ ເຊັ່ນ: ດິນ, ນ້ຳ, ອາກາດ,
ປ່າໄມ້, ຊີວະນາໆພັນ, ບໍ່ແຮ່, ຫີນ
ຊຶ່ງເປັນເງື່ອນໄຂອັນຈຳເປັນໃຫ້ແກ່
ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ
ການພັດທະນາເສດຖະກິດŒສັງຄົມ ແຫ່ງຊາດ.
ມາດຕາ 12. ປະເພດ ຊັບພະຍາກອນ ທຳມະຊາດ
ຊັບພະຍາກອນ ທຳມະຊາດ ມີ 2 ປະເພດຄື:
ຊັບພະຍາກອນທຳມະຊາດທີ່ທົດແທນຄືນໄດ້ ແມ່ນ
ຊັບພະຍາກອນທີ່ບໍ່ຫມົດເປັນ ເຊັ່ນ: ດິນ, ນ້ຳ, ອາກາດ, ປ່າໄມ້,
ຊີວະນາໆພັນ. ຖ້າຫາກມີການຄຸ້ມຄອງ, ການປົກປັກຮັກສາ,
ການຂຸດຄົ້ນ ແລະການນຳໃຊ້ຊັບພະຍາກອນດັ່ງກ່າວຢ່າງຖືກຕ້ອງຕາມແຜນການ
ແລະ ຕາມຫລັກວິຊາການ ຈຶ່ງບໍ່ບົກແຫ້ງເປັນຈັກເທື່ອ.
ຊັບພະຍາກອນທຳມະຊາດທີ່ທົດແທນຄືນບໍ່ໄດ້ ແມ່ນຊັບພະຍາກອນທີ່ຫມົດເປັນ
ເຊັ່ນ: ບໍ່ແຮ່, ຫີນ. ຖ້າຫາກມີການຄຸ້ມຄອງ ແລະ ການປົກປັກຮັກສາ
ຕາມແຜນການ, ການຂຸດຄົ້ນ ແລະ
ການນຳໃຊ້ຊັບພະຍາກອນດັ່ງກ່າວຢ່າງສົມເຫດສົມຜົນ ຈຶ່ງສາມາດ
ຍືນຍົງໄປຮອດຫລາຍເຊັ່ນຄົນ.
ມາດຕາ 13. ພັນທະໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ
ບຸກຄົນ ແລະ ການຈັດຕັ້ງລ້ວນແຕ່ມີ
ພັນທະປົກປັກຮັກສາຊັບພະຍາກອນທຳມະຊາດ. ເມື່ອເຫັນເຫດການທີ່ສ້າງຄວາມເສັຍຫາຍ
ຕໍ່ຊັບພະຍາກອນທຳມະຊາດ ຕ້ອງລາຍງານໃຫ້ອົງການທີ່ກ່ຽວຂ້ອງຊາບ ເພື່ອມີວິທີການປ້ອງກັນ
ແລະ ແກ້ໄຂຢ່າງທັນການ.
ມາດຕາ14. ມາດຕະການຄຸ້ມຄອງການຂຸດຄົ້ນ ແລະ
ການນຳໃຊ້ຊັບພະຍາກອນທຳມະຊາດ
ບຸກຄົນ ຫລື ການຈັດຕັ້ງ ທີ່ດຳເນີນການຂຸດຄົ້ນ, ການຂົນສົ່ງ,
ການເກັບຮັກສາ, ການປຸງແຕ່ງ ຫລື ການນຳໃຊ້ຊັບພະຍາກອນທຳມະຊາດ
ຕ້ອງປະຕິບັດຕາມກົດຫມາຍວ່າດ້ວຍທີ່ດິນ, ກົດຫມາຍປ່າໄມ້,
ກົດຫມາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນແຫລ່ງນ້ຳ,
ກົດຫມາຍວ່າດ້ວຍບໍ່ແຮ່, ກົດຫມາຍວ່າດ້ວຍກະສິກຳ
ລວມທັງລະບຽບກົດຫມາຍອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
ມາດຕາ 15. ການປົກປັກຮັກສາ ຊີວະນາໆພັນ
ຊີວະນາໆພັນ ຫລື ຄວາມຫລາກຫລາຍທາງດ້ານຊີວະສາດ ແມ່ນຄວາມຫລາກຫລາຍຂອງລະບົບນິເວດວິທະຍາ,
ຊະນິດ ແລະ ແນວພັນຂອງສິ່ງທີ່ມີຊີວິດ ເຊັ່ນ: ພືດ, ສັດ, ແມງໄມ້
ແລະ ຈຸລິນຊີ ຢູ່ໃນຂອບເຂດທຳມະຊາດໃດຫນຶ່ງ.
ອົງການ ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ
ຕ້ອງສ້າງລະບຽບການລວມ ແລະ
ມາດຕະການກ່ຽວກັບການຄຸ້ມຄອງຊີວະນາໆພັນ.
ອຳນາດການປົກຄອງທ້ອງຖິ່ນ, ຂະແຫນງການທີ່ກ່ຽວຂ້ອງ
ຕ້ອງຈັດສັນເຂດອະນຸລັກຊີວະນາໆພັນ ແລະ
ກຳນົດປະເພດຫວງຫ້າມແລະບໍ່ຫວງຫ້າມ ເພື່ອປົກປ້ອງ, ພັດທະນາ ແລະ
ຜັນຂະຫຍາຍແນວພັນດັ່ງກ່າວ.
ທຸກການນຳເຂົ້າŒສົ່ງອອກ ຊະນິດ ແນວພັນຂອງພືດ, ສັດ, ແມງໄມ້ ແລະຈຸລິນຊີຕ່າງໆ
ຕ້ອງປະຕິບັດຕາມລະບຽບການ ແລະ
ມາດຕະການກ່ຽວກັບການຄຸ້ມຄອງຊີວະນາໆພັນຢ່າງເຂັ້ມງວດ.
ມາດຕາ16. ການປ້ອງກັນເຂດອະນຸລັກມໍລະດົກທາງດ້ານວັດທະນະທຳ,
ປະຫວັດສາດ ແລະ ທຳມະຊາດ
ບຸກຄົນ ຫລື ການຈັດຕັ້ງທີ່ດຳເນີນການຜະລິດ, ທຸລະກິດ,
ການບໍລິການ ຫລື ກິດຈະການໃດຫນຶ່ງ
ຊຶ່ງຈະສົ່ງຜົນສະທ້ອນອັນບໍ່ດີ ຕໍ່ເຂດມໍລະດົກທາງດ້ານວັດທະນະທຳ,
ປະຫວັດສາດ ແລະທຳມະຊາດ ເຊັ່ນ: ເຂດມີວັດຖຸບູຮານ,
ປູສະນິຍະສະຖານ, ຮ່ອງຮອຍປະຫວັດສາດ, ເຂດທ່ອງທ່ຽວ, ເຂດທິວທັດທຳມະຊາດ
ຫລື ເຂດປ່າສະຫງວນຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະການ
ຕ່າງໆທີ່ຂະແໜງການ ແລະອຳນາດການປົກຄອງທີ່ກ່ຽວຂ້ອງ ວາງອອກ
ຢ່າງເຂັ້ມງວດ.
ມາດຕາ 17. ໄພພິບັດ
ໄພພິບັດ ແມ່ນ ປະກົດການທາງທຳມະຊາດ ຫລື ເຫດການໃດຫນຶ່ງທີ່ເກີດຂຶ້ນຈາກ
ທຳມະຊາດ ຫລື ຈາກການກະທຳຂອງຄົນ
ຊຶ່ງສ້າງຄວາມເສັຍຫາຍຢ່າງຮ້າຍແຮງ ຕໍ່ສຸຂະພາບ, ຊີວິດ,
ຊັບສິນຂອງປະຊາຊົນ ແລະ ຕໍ່ສິ່ງແວດລ້ອມ ເຊັ່ນ: ອຸທົກກະໄພ, ໄພແຫ້ງແລ້ງ,
ອັກຄີໄພ, ວາຕະໄພ, ດິນເຊາະເຈື່ອນ, ສັດຕູພືດລະບາດ, ໂລກລະບາດ,
ແຜ່ນດິນໄຫວ, ນ້ຳມັນຮົ່ວໄຫລ ແລະ ອື່ນໆ.
ມາດຕາ 18. ພັນທະໃນການປ້ອງກັນແລະຕ້ານໄພພິບັດ
ບຸກຄົນ ແລະ ການຈັດຕັ້ງລ້ວນແຕ່ມີພັນທະປ້ອງກັນ ແລະ
ຕ້ານໄພພິບັດ. ເມື່ອເຫັນວ່າ ໄພພິບັດຈະເກີດຂຶ້ນ
ຫລືພວມເກີດຂຶ້ນ ຕ້ອງລາຍ ໃຫ້ອຳນາດການປົກຄອງທ້ອງຖິ່ນ ຫລື
ການຈັດຕັ້ງທີ່ຢູ່ໃກ້ຊາບໂດຍດ່ວນ. ອຳນາດການປົກຄອງທ້ອງຖິ່ນ ຫລື
ການຈັດຕັ້ງດັ່ງກ່າວ
ຕ້ອງປະສານສົມທົບກັບຂະແຫນງການຕ່າງໆຂອງລັດ ແລະ ສັງຄົມ ເພື່ອຊອກຫາວິທີປ້ອງກັນ
ແລະ ຕ້ານໄພພິບັດດັ່ງກ່າວ ພ້ອມກັນນັ້ນ
ກໍຕ້ອງປຸກລະດົມປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ
ປະກອບສ່ວນທາງດ້ານສະຕິປັນຍາ, ແຮງງານ, ທຶນຮອນ, ພາຫະນະ,
ອຸບປະກອນຕ່າງໆທີ່ຈຳເປັນ ເພື່ອປ້ອງກັນ ແລະ
ຕ້ານໄພພິບັດນັ້ນໃຫ້ທັນເວລາ.
ຖ້າໄພພິບັດຫາກເກີດຂຶ້ນ ໃນຫລາຍທ້ອງຖິ່ນໃກ້ຄຽງກັນ,
ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງຕ້ອງໄດ້ປະສານສົມທົບກັນ
ເພື່ອຊອກຫາວິທີການປ້ອງກັນ ແລະ ຕ້ານໄພພິບັດດັ່ງກ່າວ
ຢ່າງເຂັ້ມງວດ.
ມາດຕາ 19. ຄະນະກຳມະການປ້ອງກັນ ແລະ ຕ້ານໄພພິບັດແຫ່ງຊາດ
ລັດຖະບານສ້າງຕັ້ງຄະນະກຳມະການປ້ອງກັນ ແລະ
ຕ້ານໄພພິບັດແຫ່ງຊາດຂຶ້ນ,
ຄະນະກຳມະການດັ່ງກ່າວຕ້ອງປະສານສົມທົບກັບຂະແໜງການ ແລະ
ອຳນາດການປົກຄອງທ້ອງຖິ່ນບ່ອນທີ່ໄພພິບັດຈະເກີດຂຶ້ນ,
ພວມເກີດຂຶ້ນ ຫລື ເກີດຂຶ້ນແລ້ວເພື່ອສ້າງແຜນການ,
ກຳນົດມາດຕະການຕ່າງໆກ່ຽວກັບການປ້ອງກັນ, ການຕ້ານໄພພິບັດ ແລະ
ການບູລະນະຟື້ນຟູ ບ່ອນປະສົບໄພພິບັດ, ພ້ອມກັນນັ້ນ
ກໍຕ້ອງຕິດຕາມກວດກາຢ່າງເປັນປົກກະຕິ ເຂດ ຫລື
ບ່ອນທີ່ອາດຈະເກີດໄພພິບັດໃນຕໍ່ຫນ້າ. |
|