www.smepdo.org       
 
Lao Eng
 

ຕືກອາຄານ/ສີ່ງແວດລ້ອມ > ກົດໝາຍແລະລະບຽບກຽວກັບສີ່ງແວດລ້ອມ > ກົດໝາຍວ່າດ້ວຍການ ປັກປັກຮັກສາສິ່ງແວດລ້ອມ

 
 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​ນ​ຕິ​ພາບ ເອ​ກະ​ລາດ ປະ​ຊາທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 
ສະ​ພາ​ແຫ່ງ​ຊາດ   

ເລກທີ 09 ສປປ

 

ກົດຫມາຍ
ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ

ພາກທີ I
ບົດບັນຍັດທົ່ວໄປ

 

ມາດຕາ 1. ຫນ້າທີ່ ຂອງກົດຫມາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ
­ ກົດຫມາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ກຳນົດຫລັກການ, ລະບຽບການ ແລະ ບັນດາມາດຕະການອັນຈຳເປັນ ທີ່ແນໃສ່ການຄຸ້ມຄອງ, ການກວດກາ, ການບູລະນະຟື້ນຟູ ແລະ ການປົກປ້ອງສິ່ງແວດລ້ອມ ເພື່ອຮັກສາສຸຂະພາບຂອງຄົນ ລວມທັງການປົກປັກຮັກສາແຫລ່ງຊັບພະຍາກອນ ແລະ ຄວາມອຸດົມສົມບູນຂອງທຳມະຊາດ, ຮັບປະກັນການ ພັດທະນາເສດຖະກິດŒສັງຄົມ ຂອງຊາດ ຕະຫລອດກາລະນານ.

ມາດຕາ 2. ສິ່ງແວດລ້ອມ
ສິ່ງແວດລ້ອມ ແມ່ນສັບພະສິ່ງທັງປວງທີ່ມີຊີວິດ ແລະ ບໍ່ມີຊີວິດ ຊຶ່ງເກີດຂຶ້ນຕາມ ທຳມະຊາດ ຫລື ມະນຸດສ້າງຂຶ້ນ ທີ່ຢູ່ອ້ອມເປົ້າຫມາຍໃດຫນຶ່ງ ເຊັ່ນ: ຄົນ, ສັດ, ພືດ ແລະອື່ນໆ ທີ່ມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນ ຊຶ່ງກັນແລະກັນທັງທາງບວກ ແລະ ທາງລົບ ຕໍ່ການດຳລົງຊີວິດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງມະນຸດ ແລະ ທຳມະຊາດ.
ສ່ວນປະກອບຂອງສິ່ງແວດລ້ອມ ມີຄື: ດິນ, ນ້ຳ, ປ່າໄມ້, ພືດ, ສັດ, ຈຸລິນຊີ, ພູ, ຜາ, ບໍ່ແຮ່, ອາກາດ ຊຶ່ງສ້າງການດຸນດ່ຽງ ຂອງລະບົບນິເວດວິທະຍາ; ສຳລັບວັດຖຸບູຮານ, ຮ່ອງຮອຍປະຫວັດສາດ, ເຂດຕົວເມືອງ, ຊົນນະບົດ, ສິ່ງປຸກສ້າງ, ຄວາມສັ່ນສະ ເທືອນ, ສຽງ, ແສງ, ສີ, ກິ່ນ ແມ່ນສິ່ງທີ່ສ້າງຂຶ້ນດ້ວຍແຮງງານຂອງມະນຸດ ຊຶ່ງເປັນສ່ວນປະ ກອບສຳຄັນ ຂອງສິ່ງແວດລ້ອມ.

ມາດຕາ 3. ການປົກປັກຮັກສາສິ່ງແວດລ້ອມ
ການປົກປັກຮັກສາສິ່ງແວດລ້ອມ ແມ່ນທຸກການເຄື່ອນໄຫວທີ່ປະກອບສ່ວນເຂົ້າໃນ ການຮັກສາສິ່ງແວດລ້ອມ ບໍ່ໃຫ້ຖືກທຳລາຍ, ເຮັດໃຫ້ສິ່ງແວດລ້ອມປອດໃສ, ປາສະຈາກມົນລະພິດ, ບໍ່ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ຄວາມດຸນດ່ຽງຂອງລະບົບນິເວດວິທະຍາ.

ມາດຕາ 4. ພັນທະໃນການປົກປັກຮັກສາ ສິ່ງແວດລ້ອມ
ລັດ ຊີ້ນຳນຳພາ ແລະສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ ດ້ວຍການເຜີຍແຜ່ຂໍ້ມູນຂ່າວສານ, ສ້າງຈິດສຳນຶກຄວາມຮັບຮູ້ ແລະ ສຶກສາອົບຮົມ ໃຫ້ພົນລະເມືອງ ເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມ ໃນການດຳລົງຊີວິດປະຈຳວັນ ລວມທັງການປຸກລະດົມຊຸກຍູ້, ການປະຕິບັດນະໂຍບາຍ ແລະ ລະບຽບກົດຫມາຍກ່ຽວກັບສິ່ງແວດລ້ອມຢ່າງເຂັ້ມງວດ.
ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ ແລະຄົນຕ່າງປະເທດທີ່ດຳເນີນການຜະລິດ ຫລື ເຄື່ອນໄຫວວຽກງານໃດຫນຶ່ງ ລ້ວນແຕ່ມີພັນທະໃນການປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 5. ຫລັກການພື້ນຖານ ກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມ
ຫລັກການພື້ນຖານ ກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມ ມີຄືີ:
ຕ້ອງເອົາການປ້ອງກັນ ສິ່ງແວດລ້ອມ ເປັນວຽກງານຕົ້ນຕໍ; ເອົາການແກ້ໄຂ ແລະ ການບູລະນະຟື້ນຟູສິ່ງແວດລ້ອມ ເປັນວຽກງານສຳຄັນ;
ແຜນພັດທະນາເສດຖະກິດŒສັງຄົມແຫ່ງຊາດ ຕ້ອງມີແຜນການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ;
ທຸກຄົນ ແລະ ທຸກອົງການຈັດຕັ້ງຢູ່ໃນ ສປປລາວ ຕ້ອງມີພັນທະປົກປັກຮັກສາສິ່ງແວດລ້ອມ;
ຜູ້ທີ່ກໍ່ຄວາມເສັຍຫາຍຕໍ່ສິ່ງແວດລ້ອມ ຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດຫມາຍ;
ຕ້ອງນຳໃຊ້ ຊັບພະຍາກອນທຳມະຊາດ, ວັດຖຸດິບ ແລະ ພະລັງງານ ຢ່າງປະຢັດ, ຫລຸດຜ່ອນບັນດາມົນລະພິດ, ສິ່ງເສດເຫລືອ ເພື່ອການພັດທະນາແບບຍືນຍົງ.

ມາດຕາ 6. ການພົວພັນ ແລະ ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນ ແລະ ການຮ່ວມມືສາກົນກ່ຽວກັບການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແລະ ພັດທະນາສິ່ງແວດລ້ອມ.

 

   
  ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍສີ່ງແວດລ້ອມ
ພາກທີ I :ບົດບັນຍັດທົ່ວໄປ
ພາກທີ II
ການປ້ອງກັນ ສິ່ງແວດລ້ອມ
ພາກທີ III
ການຄວບຄຸມມົນລະພິດ
ພາກທີ IV :ການແກ້ໄຂບັນຫາ
ແລະ ການບູລະນະຟື້ນຟູສິ່ງ
ແວດລ້ອມ
ພາກທີ V ກອງທຶນ ປົກປັກຮັກ
ສາສິ່ງແວດລ້ອມ
ພາກທີ VI :ການພົວພັນ ແລະ ການຮ່ວມມືສາກົນດ້ານສິ່ງແວດ
ລ້ອມ
ພາກທີ VII ການຄຸ້ມຄອງ ແລະ ການກວດກາສິ່ງແວດລ້ອມ
ພາກທີ VIII ນະໂຍບາຍຕໍ່ຜູ້ທີ່
ມີຜົນງານ ແລະ ມາດຕະການຕໍ່
ຜູ້ລະເມີດ
ພາກທີ IX :ບົດບັນຍັດສຸດທ້າຍ
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia