www.smepdo.org       
 
Lao Eng
 

ຕືກອາຄານ/ສີ່ງແວດລ້ອມ > ກົດໝາຍແລະລະບຽບກຽວກັບສີ່ງແວດລ້ອມ > ກົດໝາຍວ່າດ້ວຍການ ປັກປັກຮັກສາສິ່ງແວດລ້ອມ

 
 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​ນ​ຕິ​ພາບ ເອ​ກະ​ລາດ ປະ​ຊາທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 
ສະ​ພາ​ແຫ່ງ​ຊາດ   
 

ມະຕິຕົກລົງ
ຂອງສະພາແຫ່ງຊາດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍ ວ່າດ້ວຍ
ການປົກປັກຮັກສາສິ່ງແວດລ້ອມ

 

ອີງຕາມມາດຕາ 40 ຂໍ້ 2 ຂອງລັດຖະທຳມະນູນແລະ ມາດຕາ 3 ຂໍ້ 2 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
ອີງຕາມການສະເໜີຂອງນາຍົກລັດຖະມົນຕີສະບັບເລກທີ 08 /ນຍ, ລົງວັນທີ 8 / 3 / 99;
ພາຍຫລັງທີ່ໄດ້ຄົ້ນຄວ້າພິຈາລະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ໃນກອງປະຊຸມເທື່ອທີ່ 3 ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IV, ໃນວາລະປະຊຸມຕອນບ່າຍຂອງ ວັນທີ 3 ເມສາ 1999.

ກອງປະຊຸມໄດ້ຕົກລົງ:

ມາດຕາ 1 ຮັບຮອງເອົາກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ດ້ວຍຄະແນນສຽງຢ່າງເປັນເອ ກະສັນ.
ມາດຕາ 2 ມະຕິຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

   
  ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ
 
   

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​ນ​ຕິ​ພາບ ເອ​ກະ​ລາດ ປະ​ຊາທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 
 

ເລກທີ 09 ສປປ

 

ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດຫມາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ.

 

 ອີງຕາມລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫມວດທີ່ V ມາດຕາ 53,
ຂໍ້ 1;
ອີງຕາມມະຕິຕົກລົງຂອງກອງປະຊຸມເທື່ອທີ່ 3 ສະໄຫມສາມັນ ຂອງສະພາແຫ່ງຊາດຊຸດທີ່ IV ກ່ຽວກັບການຮັບຮອງເອົາກົດຫມາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 02-99/ສພຊ ລົງວັນທີ 03 ເມສາ 1999;
ອີງຕາມການສະເຫນີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 04/ຄປຈ ລົງວັນທີ 6 ເມສາ 1999.

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ອອກລັດຖະດຳລັດ:

ມາດຕາ 1 ປະກາດໃຊ້ກົດຫມາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.
ມາດຕາ 2 ລັດຖະດຳລັດ ສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

   
  ວຽງຈັນ, ວັນທີ 26 ເມສາ 1999.
ປະທານປະເທດ ແຫ່ງ ສປປລາວ.
ຄຳໄຕ ສີພັນດອນ.
 
   
 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
  ກົດໝາຍສີ່ງແວດລ້ອມ
ພາກທີ I :ບົດບັນຍັດທົ່ວໄປ
ພາກທີ II
ການປ້ອງກັນ ສິ່ງແວດລ້ອມ
ພາກທີ III
ການຄວບຄຸມມົນລະພິດ
ພາກທີ IV :ການແກ້ໄຂບັນຫາ
ແລະ ການບູລະນະຟື້ນຟູສິ່ງ
ແວດລ້ອມ
ພາກທີ V ກອງທຶນ ປົກປັກຮັກ
ສາສິ່ງແວດລ້ອມ
ພາກທີ VI :ການພົວພັນ ແລະ ການຮ່ວມມືສາກົນດ້ານສິ່ງແວດ
ລ້ອມ
ພາກທີ VII ການຄຸ້ມຄອງ ແລະ ການກວດກາສິ່ງແວດລ້ອມ
ພາກທີ VIII ນະໂຍບາຍຕໍ່ຜູ້ທີ່
ມີຜົນງານ ແລະ ມາດຕະການຕໍ່
ຜູ້ລະເມີດ
ພາກທີ IX :ບົດບັນຍັດສຸດທ້າຍ
 
  ເອກະສານກ່ຽວຂ້ອງ:
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia