www.smepdo.org       
 
Lao Eng
 

ຕຶກອາຄານ/ສີ່ງແວດລ້ອມ >>> ໃບຢັ້ງຢືນ,ກົດລະບຽບ ແລະ ອະນຸຍາດ >>> ລະບຽບຜັງເມືອງ ແລະ ການປຸກສ້າງ

 
 

ລະບຽບການນຳໃຊ້ຜັງເມືອງ ແລະ ການປຸກສ້າງ

(ເນື້ອໃນເອກະສານຕໍ່ໄປນີ້ແມ່ນຄັດມາຈາກກົດໝາຍວ່າດ້ວຍລະບຽບການນຳໃຊ້ທີ່ດິນຜັງເມືອງ ແລະ ການປຸກສ້າງ)

ມາດຕາ 11. ທີ່ດິນຜັງເມືອງ

ທີ່ດິນຜັງເມືອງ ແມ່ນຂອບເຂດພື້ນທີ່ດິນ ຊຶ່ງກຳນົດໄວ້ສຳລັບການ ວາງແຜນຜັງເມືອງເພື່ອພັດທະນາໃຫ້ເປັນຕົວເມືອງ. ຂອບເຂດພື້ນທີ່ດິນວາງແຜນຜັງເມືອງ ປະກອບດ້ວຍທີ່ດິນຂອງລັດ, ຂອງລວມໝູ່, ຂອງການຈັດຕັ້ງອື່ນ ຫຼື ຂອງບຸກຄົນ.

ມາດຕາ 12. ການສະຫງວນ ຫລື ໂອນທີ່ດິນ

ລັດມີສິດສະຫງວນຫລືໂອນທີ່ດິນ ເພື່ອມາຮັບໃຊ້ຜົນປະໂຫຍດລວມ ແລະການພັດທະນາໃນອະນາຄົດ ເຊັ່ນ: ການສ້າງ
ເຂດຊຸມຊົນໃໝ່, ຖະໜົນຫົນທາງ, ເຂດອຸດສາຫະກຳ, ເຂດກະສິກຳ, ເຂດປ່າສະຫງວນ, ເຂດທ່ອງທ່ຽວ, ເຂດປ້ອງ
ກັນຊາດ - ປ້ອງກັນຄວາມສະຫງົບແລະອື່ນຯ.ການໂອນທີ່ດິນຂອງການຈັດຕັ້ງ ຫລື ບຸກຄົນທີ່ມີການພັດທະນາແລ້ວ ເພື່ອ
ມາຮັບໃຊ້ສາທາລະນະປະໂຫຍດນັ້ນ ລັດຈະຕ້ອງທົດແທນຄືນຕາມຄວາມເໝາະສົມ.

ມາດຕາ 13. ການແບ່ງເຂດທີ່ດິນຜັງເມືອງ

ຜັງເມືອງຂອງຕົວເມືອງປະກອບດ້ວຍ ເຂດຕ່າງຯດັ່ງນີ້: ເຂດທີ່ພັກພາອາໃສ, ເຂດສຳນັກງານອົງການ,ເຂດການຄ້າ, ການບໍລິການ, ເຂດສາທາລະນະ, ເຂດອະນຸລັກມໍລະດົກ, ເຂດວັດທະນະທຳOສັງຄົມ, ເຂດທ່ອງທ່ຽວ, ເຂດກະສິກຳ, ເຂດອຸດສາຫະກຳ, ເຂດປ້ອງກັນຊາດOປ້ອງກັນຄວາມສະຫງົບ ແລະ ອື່ນຯ. ທີ່ດິນຜັງເມືອງລະດັບຕົວເມືອງແຍ່ງ
ອອກດັ່ງນີ້: ຕົວເມືອງຫລືເທດສະບານທີ່ຂື້ນກັບສູນກາງ ຫລື ຂື້ນກັບແຂວງ ຊຶ່ງແບ່ງອອກເປັນສີ່ເຂດ ດັ່ງນີ້:
1. ເຂດໃຈກາງຕົວເມືອງ
2. ເຂດອ້ອມໃຈກາງຕົວເມືອງ
3. ເຂດຊານເມືອງ
4. ເຂດຂະຫຍາຍຕົວເມືອງ
ຕົວເມືອງຫລືເທດສະບານທີ່ຂຶ້ນກັບເມືອງ ແບ່ງອອກເປັນສອງເຂດຄື:
1. ເຂດໃຈກາງຕົວເມືອງ
2. ເຂດຂະຫຍາຍຕົວເມືອງ

ມາດຕາ 14. ເຂດໃຈກາງຕົວເມືອງ

ເຂດໃຈກາງຕົວເມືອງແມ່ນເຂດທີ່ມີຄວາມໜາແໜ້ນດ້ານສິ່ງກໍ່ສ້າງ ແລະດ້ານປະຊາກອນສູງກວ່າເຂດອື່ນ ມີລະບົບສາທາ
ລະນຸປະໂຫຍດ ແລະສາທາລະນຸປະໂພກຄົບຊຸດ ທັງເປັນສູນການຄ້າ,ການບໍລິການ,ການດຳເນີນທຸລະກິດອື່ນຯ. ຍົກເວ້ນ
ການດຳເນີນກິດຈະການໂຮງງານອຸດສາຫະກຳທັງສາມລະດັບ ຫລື ສາງທີ່ມີເນື້ອທີ່ກ້ວງຂວາງເຂດໃຈກາງຕົວເມືອງປະ
ກອບດ້ວຍທີ່ດິນສຳລັບປຸກສ່າງທີ່ຢູ່ອາໃສ, ສະຖານທີ່ການຄ້າ, ການບໍລິການສຳນັກງານອົງການແລະອື່ນຯ.

ມາດຕາ 15. ເຂດອ້ອມໃຈກາງຕົວເມືອງ

ເຂດອ້ອມໃຈກາງຕົວເມືອງແມ່ນເຂດທີ່ມີຄວາມໜາແໜ້ນ ຂອງສິ່ງກໍ່ສ້າງແລະດ້ານປະຊາກອນຕ່ຳກ່ວາເຂດໃຈກາງຕົວ
ເມືອງ, ມີເຂດຂຽວແລະລະບົບສາທາລະນະປະໂຫຍດ ແລະສາທາລະນຸປະໂພກ ທັງເປັນເຂດການຄ້າ, ການບໍລິການ, ການດຳເນີນທຸລະກິດອື່ນຯ.ຍົກເວ້ນການດຳເນີນກິດຈະການໂຮງງານອຸດສາຫະກຳ ລະດັບໜຶ່ງ ແລະລະດັບສອງ.
ເຂດອ້ອມໃຈກາງຕົວເມືອງປະກອບດ້ວຍທີ່ດິນ ສຳລັຍປຸກສ້າງທີ່ຢຸູອາໃສ, ສະຖານທີ່ການຄ້າ, ການບໍລິການ,ສຳນັກງານ
ອົງການ, ສະໜາມກິລາ, ສະຖານທີ່ວັດທະນະທຳ - ສັງຄົມ ແລະ ອື່ນຯ.

ມາດຕາ 16. ເຂດຂະຫຍາຍຕົວເມືອງ

ເຂດຂະຫຍາຍຕົວເມືອງ ແມ່ນເຂດທີ່ຢູ່ອ້ອມໃຈກາງຕົວເມືອງ, ເປັນເຂດທີ່ມີຄວາມໜາແໜ້ນຂອງສີ່ງກໍ່ສ້າງ ຕ່ຳກວາເຂດ
ອ້ອມຮອບໃຈກາງຕົວເມືອງ, ມີກິດຈະການກະສິກຳ, ຫັດຖະກຳ ແລະໂຮງງານອຸດສາຫະກຳລະດັບສອງແລະລະດັບສາມ ລວມທັງມີເຂດຫວ່າງເປົ່າຫລາຍສົມຄວນ.ເຂດຊານເມືອງ ປະກອບດ້ວຍທີ່ດິນສຳລັບປຸກສ້າງທີ່ຢູ່ອາໄສ, ສຳນັກງານອົງ
ການ, ສະຖານທີ່ການຫັດຖະກຳ, ອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ ລວມທັງສາງທີ່ມີເນື້ອທີ່ກ້ວາງ
ຂວາງ ແລະ ອື່ນຯ.

ມາດຕາ 17. ເຂດຂະຫຍາຍຕົວເມືອງ

ເຂດຂະຫຍາຍຕົວເມືອງ ແມ່ນ ເຂດທີ່ຕໍ່ຈາກຊານເມືອງອອກໄປຊຶ່ງຈັດສັນໄວ້ເພື່ອຮັບປະກັນການຂະຫຍາຍຂອງຕົວເມືອງ,
ການເພິ່ມຂື້ນຂອງປະຊາກອນ ແລະກິດຈະການເສດຖະກິດສັງຄົມ.ເຂດຂະຫຍາຍຕົວເມືອງປະກອບດ້ວຍທີ່ດິນ ສຳລັບປຸກ
ສ້າງທີ່ຢູ່ອາໄສ, ສະຖາບັນການສຶກສາ, ສະໜາມບິນ, ການຄ້າ, ການບໍລິການ, ການຫັດຖະກຳ, ກິດຈະການໂຮງງານ
ອຸດສາຫະກຳລະດັບໜຶ່ງ, ການຂົນສົ່ງ ລວມທັງທີ່ດິນສຳລັບກະສິກຳ, ປ່າໄມ້ເພື່ອການພັກຜ່ອນ, ທ່ອງທ່ຽວ ແລະ ອື່ນໆ.

ມາດຕາ 18. ຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງ

ເຂດໃຈກາງຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງແມ່ນມີລັກສະນະຄ້າຍຄືກັນກັບເຂດອ້ອມໃຈກາງຕົວເມືອງທີ່ຂຶ້ນກັບ
ສູນກາງຫລືແຂວງ.ເຂດໃຈກາງຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງປະກອບດ້ວຍທີ່ດິນສຳລັບປຸກສ້າງທີ່ຢູ່ອາໄສມ ສຳນັກງານອົງການ, ການຄ້າ, ການບໍລິການ, ກິດຈະການຫັດຖະກຳ, ກະສິກຳ, ອຸດສາຫະກຳຂະໜາດນ້ອຍ, ຂະໜາດ
ກາງ ແລະອື່ນໆ.ເຂດຂະຫຍາຍຕົວເມືອງ ແມ່ນເຂດທີ່ຈັດສັນໄວ້ເພື່ອປະກັນການຂະຫຍາຍຂອງຕົວເມືອງ ແລະ ການເພີ່ມ
ຂື້ນຂອງປະຊາກອນ ແລະ ກິດຈະການເສດຖະກິດOສັງຄົມ.ເຂດຂະຫຍາຍຕົວເມືອງປະກອບດ້ວຍທີ່ເນສຳລັບປຸກສ້າງ
ທີ່ຢູ່ອາໄສ, ສະຖາບັນການສຶກສາ,ສະໜາມບິນ, ການຄ້າ,ການບໍລິການ, ການຫັດຖະກຳ,ກິດຈະການໂຮງງານອຸດສາຫະ
ກຳລະດັບໜຶ່ງ, ການຂົນສົ່ງ, ລວມທັງທີ່ດິນ ສຳລັບກະສິກຳ, ປ່າໄມ້ເພື່ອການພັກຜ່ອນ, ທ່ອງທ່ຽວແລະອື່ນຯ.

ມາດຕາ 19. ການນຳໃຊ້ທີ່ດິນຜັງເມືອງ

ການນຳໃຊ້ທີ່ດິນຜັງເມືອງຕ້ອງໃຫ້ຖືກຕ້ອງກັບປະເພດທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍທີ່ດິນ. ທີ່ຢູ່ອາໄສ
ແລະສຳນັກງານອົງການແມ່ນເລັ່ງໃສ່ປຸກສ້າງໃນເຂດທີ່ເປັນດິນໂນນ.ຮ້ານຄ້າ, ສະຖານທີ່ບໍລິການ ແລະທຸລະກິດອື່ນຯ ຕາມຫລັກການແມ່ນປຸກສ້າງໃນເຂດຊຸມຊົນທີ່ມີການພົວພັນທາງດ້ານທຸລະກິດ, ຂົນສົ່ງຂາເຂົ້າ - ຂາອອກ ສະດວກສະ
ບາຍທຸ໊ກກິດຈະການເພື່ອຮັບໃຊ້ມວນຊົນ ຕ້ອງມີສະຖານທີ່ຈອດລົດ.ທີ່ດິນກະສິກຳຕ້ອງກຳນົດໃສ່ບ່ອນທີ່ຮາບພຽງ,ດິນເນີນ
ແລະສະຫງວນໄວ້ສຳລັບການຜະລິດກະສິກຳ.ກິດຈະການອຸດສາຫະກຳ ແມ່ນໃຫ້ດຳເນີນການກໍ່ສ້າງໃນບ່ອນທີ່ບໍ່ມີຊຸມຊົນ
ແອອັດ, ມີສະຖານທີ່ກ້ວາງຂວາງ,ຮັບປະກັນຄວາມປອດໄພ ແລະສິ່ງແວດລ້ອມ.

ໝວດທີ 2
ການຈັດສັນເຂດລະອຽດ

ມາດຕາ 20. ການຈັດສັນເຂດລະອຽດ

ນອກຈາກສີ່ເຂດທີ່ກຳນົດໄວ້ໃນມາດຕາ 13 ເທິງນີ້ ຊຶ່ງປະກອບມີສາມປະເພດຄື:
1. ການຈັດສັນເຂດສະເພາະໃນຕົວເມືອງ;
2. ການຈັດສັນຄຸ້ມຄືນໃໝ່;
3. ການຈັດສັນຕອນດິນ.

ມາດຕາ 21. ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ

ການຈັດສັນເຂດທີ່ດິນສະເພາະໃດໜຶ່ງໃນຕົວເມືອງແມ່ນການຈັດສັນທີ່ດິນສະເພາະທີ່ຢູ່ໃນຂອບເຂດພື້ນທີ່ດິນຈຳກັດໃດໜຶ່ງ
ຂອງຜັງເມືອງເພື່ອສ້າງແລະຂະຫຍາຍລະຍົຍສາທາລະນະປະໂຫຍດ ແລະສາທາລະນຸປະໂພກ ແລະກິດຈະການເສດຖະ
ກິດ - ສັງຄົມອື່ນຯ.ຜັງເມືອງໜຶ່ງອາດຈະມີເຂດຈັດສັນເຂດທີ່ດິນສະເພາະ ອັນໜຶ່ງ ຫລື ຫລາຍອັນແລ້ວແຕ່ຄວາມຈຳ
ເປັນ.

ມາດຕາ 22. ການຈັດສັນຄຸ້ມຄືນໃໝ່

ການຈັດສັນຄຸ້ມຄືນໃໝ່ແມ່ນການຈັດສັນ,ປັບປຸງບູລະນະຄຸ້ມທີ່ບໍ່ໄດ້ມາດຕະຖານຕາມທີ່ໄດ້ ກຳນົດໄວ້ໃນລະບຽບການນຳໃຊ້
ທີ່ດິນຂອງເຂດທີ່ມີຜັງເມືອງ.

ມາດຕາ 22. ການຈັດສັນຕອນດິນ

ການຈັດສັນຕອນດິນ ແມ່ນການຈັດແບ່ງຕອນດິນເພື່ອຮັບປະກັນ ໃຫ້ຕົວເມືອງມີຄວາມສະຫງົບ, ຄວາມປອດໄພ,ຄວາມ
ເປັນລະບຽບຮຍບຮ້ອຍ, ຄວາມສວຍງາມ, ຄວາມສະດວກ ແລະ ໃຫ້ຖືກຕ້ອງຕາມຜັງເມືອງ.

ໝວດທີ 3
ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ, ທີ່ບໍ່ມີຜັງເມືອງ ແລະ ຕົວເມືອງທີ່ສ້າງຂຶ້ນໃໝ່

ມາດຕາ 24. ຕົວເມືອງທີ່ສ້າງຕັ້ງກ່ອນມີຕົວເມືອງ

ການວາງແຜນຜັງເມືອງ ສຳລັບຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ ຕ້ອງອີງໃສ່ສະພາບຕົວຈິງຂອງຕົວເມືອງນັ້ນ,ໂດຍຄຳ
ນຶງເຖິງສິ່ງກໍ່ສ້າງທີ່ມີຄຸນຄ່າທາງດ້ານສະຖາປັດຕະຍະກຳ ແລະວັດທະນະທຳທີ່ມີຢູ່ແລ້ວ, ຊຶ່ງແບ່ງເປັນສາມຢ່າງຄື:
1. ສິ່ງທີ່ຄວນຮັກສາໄວ້
2. ສິ່ງທີ່ຄວນປັບປຸງໃໝ່
3. ສິ່ງທີ່ຄວນກໍ່ສ້າງຂຶ້ນໃໝ່

ມາດຕາ 25 ຕົວເມືອງທີ່ບໍ່ມີຜັງເມືອງ

ສຳລັບຕົວເມືອງທີ່ຍັງບໍ່ທັນມີຜັງເມືອງນັ້ນ ຕ້ອງມີແຜນການສຳຫລວດອອກແບບຜັງເມືອງ. ສ່ວນການປຸກສ້າງ ແລະກໍ່ສ້າງ
ແມ່ນໃຫ້ປະຕິບັດຕາມລະບຽບການ ທີ່ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງວາງອອກ.

ມາດຕາ 26 ຕົວເມືອງທີ່ສ້າງຂື້ນໃໝ່

ສຳລັບຕົວເມືອງທີ່ຈະສ້າງຂຶ້ນໃໝ່ນັ້ນ ຕ້ອງສ້າງຜັງເມືອງກ່ອນ. ສ່ວນການປຸກສ້າງ ແລະ ກໍ່ສ້າງຕ່າງຯນັ້ນຕ້ອງປະຕິບັດ
ຕາມລະບຽບການຂອງຜັງເມືອງທີ່ວາງອອກຢ່າງເຂັ້ມງວດ.

ໝວດທີ 4
ການອະນຸຍາດ ແລະ ພາຍຫລັງການປຸກສ້າງ

ມາດຕາ 27 ການອະນຸຍາດປຸກສ້າງ ຫລື ສ້ອມແປງໃຫ່ຍ

ການອອກໃບອະນຸຍາດປຸກສ້າງ ຫລື ສ້ອມແປງໃຫຍ່ ແມ່ນອອກໃຫ້ທຸກກິດຈະການທີ່ຂໍອະນຸຍາດປຸກສ້າງ ຫລືສ້ອມແປງ
ໃຫຍ່ ຊຶ່ງຖືກຕ້ອງກັບລະບຽບຜັງເມືອງ ເຊັ່ນ:
- ການປຸກສ້າງ
- ການຂຸດດິນຫລືຖົມດິນ
- ການສ້ອມແປງອາຄານ (ການປ່ຽນແປງ, ການທັບມ້າງທັງໝົດ ຫລື ບາງສ່ວນ)
- ການຕິດຕັ້ງເສົາໄຟຟ້າ, ເສົາໂທລະສັບ, ເສົາອາກາດຂະໜາດໃຫຍ່, ອ່າງເກັບນ້ຳສູງ, ຂົວຂ້າມທາງ ແລະ ອື່ນຯ ທີ່ຖືກຕ້ອງຕາມລະບຽບການ ຂອງຜັງເມືອງວາງອອກ.

ມາດຕາ 28. ໃບຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງຫລືສ້ອມແປງ

ພາຍຫລັງການປຸກສ້າງ ຫລື ສ້ອມແປງສຳເລັດ ອົງການຄຸ້ມຄອງການເມືອງ ທີ່ກ່ຽວຂອ້ງຕ້ອງດຳເນີນການກວດກາ ເມື່ອ
ເຫັນວ່າສິ່ງປຸກສ້າງ ຫລື ສ້ອມແປງນັ້ນຖືກຕ້ອງຕາມການອອກແບບ ແລະ ຕາມລະບຽບການຂອງຜັງເມືອງແລ້ວຈື່ງອອກ
ໃບຢັ້ງຢືນຄວາມຖືກຕ້ອງໃຫ້.

ມາດຕາ 29. ການຄຸ້ມຄອງພາຍຫງການປຸກສ້າງ ຫລື ສສ້ອມແປງ

ພາຍຫລັງການປຸກສ້າງ ຫລືສ້ອມແປງແລ້ວ ອົງການຄຸ້ມຄອງຜັງເມືອງທີ່ກ່ຽວຂ້ອງ ຕ້ອງໄດ້ຕິດຕາມ ແລະກວດກາຄືນ ເພື່ອບໍ່ໃຫ້ສິ່ງປຸກສ້າງຫລື ສ້ອມແປງ ດັ່ງກ່າວລະເມີດລະບຽບການ ຂອງຜັງເມືອງ.

ມາດຕາ 30. ການອອກຂໍ້ກຳນົດລະອຽດ

ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີແລະກໍ່ສ້າງເປັນຜູ້ອອກຂໍ້ກຳນົດລະອຽດ ກ່ຽວກັບການຈັດຕັ້ງປະຕິບັດລະບຽບການ
ຂອງຜັງເມືອງ.
 

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
 
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
 
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia