www.smepdo.org       
 
Lao Eng
 

ຕະຫຼາດ ແລະ ການຕະຫຼາດ > ສືກສາຕະຫຼາດ ແລະ ການຕະຫຼາດ > ສ່ວນປະສົມດ້ານການຕະຫຼາດ

 
 

ສ່ວນປະສົມດ້ານການຕະຫລາດ 4P

ການຕະຫລາດ ໝາຍເຖິງການສ້າງອົງປະກອບ 4 ຢ່າງ ທີ່ສົ່ງຜົນໃຫ້ກິດຈະການສາມາດ ເຮັດໃຫ້ເກີດການ ຂາຍ
ໄດ້. ອົງປະກອບເຫລົ່ານັ້ນໄດ້ແກ່: ສິນຄ້າ, ລາຄາ, ທີ່ຕັ້ງເພື່ອຈຳໜ່າຍ ແລະ ການສົ່ງເສີມການຂາຍ. ການສ້າງ
ແຜນການຕະຫລາດເປັນການພິຈາລະນາ ແລະ ຕັດສິນໃຈວ່າ ຈະຈັດອົງປະກອບທັງ 4 ປະການນີ້ແນວໃດ? ເຊິ່ງ
ລ້ວນແຕ່ມີຄວາມສຳຄັນທັງໝົດ, ຖ້າທຸລະກິດຂອງທ່ານບໍ່ດີໃນດ້ານໃດດ້ານໜຶ່ງ, ທຸລະກິດຂອງທ່ານອາດຈະ ລົ້ມລະ
ລາຍໄດ້.

Product: ສິນຄ້າ

ເມື່ອເວົ້າເຖິງສິນຄ້າກໍ່ຕ້ອງລວມເຖິງທຸກຢ່າງທີ່ກ່ຽວຂ້ອງກັບໂຕສິນຄ້ານັ້ນເຊິ່ງໄດ້ແກ່:

  • ປະໂຫຍດ.

  • ຄຸນນະພາບ.

  • ຂະໜາດບັນຈຸ.

  • ລັກສະນະຂອງຫີບຫໍ່.

  • ຄູ່ມືການໃຊ້.

  • ບໍລິການເສີມ.

  • ການສ້ອມແປງ ແລະ ອື່ນໆ ທີ່ຈະເຮັດໃຫ້ສິນຄ້າມີຄວາມພິເສດແຕກຕ່າງຈາກຄູ່ແຂ່ງ.

Price: ລາຄາ

ໂດຍທົ່ວໄປລາຄາຄວນຈະຕ້ອງ:

  • ຕ່ຳພໍທີ່ຈະດຶງດູດໃຈລູກຄ້າ, ແລະ

  • ສູງພໍທີ່ຈະເຮັດໃຫ້ເກີດກຳໄລ.ດັ່ງນັ້ນ, ໃນການກຳນົດລາຄາທ່ານຕ້ອງຮູ້:

  • ຕົ້ນທຶນຂອງສິນຄ້າ/ບໍລິການຂອງທ່ານ.

  • ລາຄາທີ່ລູກຄ້າຍິນດີຈະຈ່າຍ.

  • ລາຄາຂອງຄູ່ແຂ່ງ.

Place: ສະຖານທີ່

ສະຖານທີ່ໝາຍເຖິງ ທີ່ຕັ້ງທຸລະກິດຂອງທ່ານ ຫລືທີ່ຕັ້ງສຳລັບການຈັດຈຳໜ່າຍສິນຄ້າ ຫລືບໍລິການຂອງ ທ່ານບໍ່ວ່າຈະເປັນສຳນັກງານ, ຮ້ານຄ້າ ເຊິ່ງຄວນຢູ່ໃກ້ກັບລູກຄ້າ ຫລືສະດວກໃນການເດີນທາງ ຂອງລູກຄ້າໂດຍ ສະເພາະຖ້າທ່ານເຮັດທຸລະກິດຂາຍສົ່ງ ຫລືບໍລິການ.

ສຳລັບທຸລະກິດການຜະລິດຄວນຢູ່ໃກ້ແຫລ່ງວັດຖຸດິບ ເພື່ອຄວາມສະດວກວ່ອງໄວໃນການຂົນສົ່ງວັດຖຸດິບ.ນອກຈາກ
ນີ້ ຄຳວ່າສະຖານທີ່ຍັງໝາຍຄວາມເຖິງຊ່ອງທາງການຈັດຈຳໜ່າຍ ຫລືວິທີການກະຈາຍສິນຄ້າຂອງທ່ານໄປຍັງລູກຄ້າ ດັ່ງນີ້:

  • ການຂາຍໂດຍກົງແມ່ນຜູ້ຜະລິດຂາຍສິນຄ້າ/ບໍລິການໃຫ້ແກ່ຜູ້ໃຊ້ໂດຍກົງ ເຊັ່ນ: ຮ້ານຮັບຕັດເສື້ອຜູ້ຍິງ,ຮ້ານ
    ເສີມສວຍ, ຮ້ານອາຫານ ອື່ນໆ. ການຂາຍໂດຍກົງເໝາະກັບກິດຈະການທີ່ມີລູກຄ້າບໍ່ຫລາຍ, ລູກຄ້າສ່ວນ
    ໃຫຍ່ຢູ່ໃກ້ກັບກິດຈະການ ຫລືສຳລັບສິນຄ້າທີ່ຜະລິດຕາມຄວາມຕ້ອງການຂອງລູກຄ້າ.

  • ການຂາຍໂດຍກົງ ມັກຈະຂາຍໄດ້ລາຄາສູງກວ່າການຂາຍໃຫ້ຜູ້ຂາຍສົ່ງ ຫລືຂາຍຍ່ອຍ, ແຕ່ບາງຄັ້ງຕ້ອງ ມີຄ່າໃຊ້ຈ່າຍສູງເພາະຕ້ອງຈັດຫາຄົນ, ເຄື່ອງມືເຄື່ອງໃຊ້ໃຫ້ພຽງພໍທີ່ຈະບໍລິການລູກຄ້າທຸກຄົນໄດ້ທົ່ວເຖິງ ກັນ.

  • ການຂາຍສົ່ງ ແມ່ນຜູ້ຜະລິດຂາຍສິນຄ້າຈຳນວນຫລາຍໆໃຫ້ແກ່ຜູ້ຂາຍສົ່ງ ເຊິ່ງຈະນຳສິນຄ້າເຫຼົ່ານັ້ນໄປ ຂາຍໃຫ້ແກ່ຜູ້ຂາຍຍ່ອຍ ແລະ ລູກຄ້າຈະຊື້ສິນຄ້າຈາກຜູ້ຂາຍລາຍຍ່ອຍ ເຊັ່ນ: ໂຮງງານຜະລິດເສື້ອໂຫລ ຂາຍເສື້ອໃຫ້ພໍ່ຄ້າຂາຍສົ່ງ, ພໍ່ຄ້າຂາຍສົ່ງຂາຍເສື້ອເຫລົ່ານັ້ນຕໍ່ໄປຍັງຮ້ານຄ້າຂາຍຍ່ອຍອີກເທື່ອໜຶ່ງ.

  • ການຂາຍຍ່ອຍ ແມ່ນຜູ້ຜະລິດຂາຍສິນຄ້າຂອງຕົນໃຫ້ຮ້ານຂາຍຍ່ອຍ ໂດຍຜູ້ຊົມໃຊ້ຈະຊື້ສິນຄ້າຈາກ ຮ້ານຄ້າຂາຍຍ່ອຍນັ້ນ ເຊັ່ນ: ທ່ານຜະລິດເສື້ອສຳເລັດຮູບຈຳນວນບໍ່ຫລາຍຈຶ່ງຂາຍໃຫ້ຮ້ານຄ້າຂາຍຍ່ອຍ ໃນເມືອງ. ການຂາຍຍ່ອຍເໝາະສົມກັບກິດຈະການທີ່ມີລູກຄ້າຫລາຍ ຫລືຢູ່ກະຈາຍທົ່ວໄປ ແລະ ຕ້ອງ ເປັນສິນຄ້າມາດຕະຖານດຽວກັນ.

Promotion: ການສົ່ງເສີມການຂາຍ

ໂດຍທົ່ວໄປການສົ່ງເສີມການຂາຍເຮັດໄດ້ໂດຍ:

  • ການໂຄສະນາເຊິ່ງມີຈຸດປະສົງເພື່ອບອກກ່າວໃຫ້ລູກຄ້າຮູ້ເຖິງຂໍ້ມູນຕ່າງໆກ່ຽວກັບສິນຄ້າ ຫລືບໍລິການ ຂອງທ່ານ ແລະ ຍັງຊ່ວຍຈູງໃຈໃຫ້ລູກຄ້າມີຄວາມສົນໃຈທີ່ຈະຊື້ສິນຄ້າ ຫລືບໍລິການດ້ວຍ. ການໂຄສະ ນາອາດເຮັດໄດ້ໂດຍໃຊ້ສື່ມວນຊົນຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພີມ, ວາລະສານ.

    ແຕ່ການໂຄສະນາຜ່ານສື່ນີ້ມີລາຄາແພງຫລາຍ ອາດບໍ່ເໝາະກັບທຸລະກິດຂະໜາດນ້ອຍ, ທ່ານສາມາດ ເລືອກໃຊ້ວິທີໂຄສະນາອື່ນໆ ເຊັ່ນ: ປ້າຍຜ້າ, ປ້າຍໂຄສະນາ, ກາຕິດ, ໃບປິວ, ແຜ່ນພັບ ແລະ ອື່ນໆ.

  • ການປະຊາສຳພັນ ແມ່ນການທີ່ຜູ້ອື່ນກ່າວເຖິງສິນຄ້າ, ບໍລິການ ຫລືທຸລະກິດຂອງທ່ານ ວິທີນີ້ເປັນການໃຊ້ ສື່ມວນຊົນເຊັ່ນກັນແຕ່ບໍ່ແມ່ນການໂຄສະນາໂດຍກົງ, ເຊິ່ງທ່ານເຮັດໄດ້ໂດຍເຊີນສື່ມວນຊົນ ເຊັ່ນ: ໜັງ ສືພີມ, ວິທະຍຸຖ້ອງຖິ່ນໃຫ້ມາຢ້ຽມຢາມກິດຈະການຂອງທ່ານ

  • ການກະຕຸ້ນການຂາຍເປັນການກະຕຸ້ນຄວາມສົນໃຈ ແລະ ເຮັດໃຫ້ລູກຄ້າຕັດສິນໃຈຊື້ ຫລືຊື້ຫລາຍອັນ ກວ່າ, ວິທີທີ່ນິຍົມຄື: ການຫລຸດລາຄາ, ແລກສິນຄ້າ, ແຈກຟຣີ, ແຖມຂອງແຖມ ຫລືການສາທິດ, ການປະກວດ, ການແຂ່ງຂັນ, ຈັດລາຍການພິເສດ ເປັນຕົ້ນ.

    ຖ້າທ່ານເປັນກິດຈະການການຄ້າຍ່ອຍ ຫລືຂາຍສິນຄ້າໂດຍກົງຄວນໃຫ້ຄວາມສຳຄັນກັບ:

  • ການບັນຈຸຫີບຫໍ່: ເຊິ່ງເປັນສິ່ງທຳອິດທີ່ລູກຄ້າເບິ່ງເຫັນ, ຫີບຫໍ່ທີ່ດີຈະສ້າງພາບພົດດີໃຫ້ ກັບສິນຄ້າ, ສ້າງຄວາມສົນໃຈ ແລະ ດຶງດູດໃຈໃຫ້ຊື້ ພ້ອມທັງໃຫ້ຄວາມສະດວກ ແກ່ລູກຄ້າໃນການຖືຫີ້ວໄປ.

  • ພະນັກງານຂາຍ: ພະນັກງານຂາຍທີ່ດີຈະຕ້ອງປະຕິບັດຕໍ່ລູກຄ້າຢ່າງດີ, ກະຕືລືລົ້ນທີ່ ຈະໃຫ້ບໍລິການ, ມີ ຄວາມຮອບຮູ້ກ່ຽວກັບສິນຄ້າ/ບໍລິການ ແລະ ສາມາດຈູງໃຈໃຫ້ລູກຄ້າ ຕັດສິນໃຈຊື້.

  • ການຈັດວາງສິນຄ້າ: ການຈັດວາງສິນຄ້າທີ່ເໝາະສົມຈະສາມາດດຶງດູດສາຍຕາ ແລະ ຄວາມສົນໃຈຂອງ ລູກຄ້າ, ເປັນການບອກແກ່ລູກຄ້າວ່າຮ້ານຂອງທ່ານ ມີຫຍັງທີ່ເປັນ ຕາຊື້ແດ່? ຊັ້ນວາງສິນຄ້າທີ່ຈັດບໍ່ເປັນ ໝວດໝູ່ ຫລືວ່າງເປົ່າຈະມີຜົນເສຍຕໍ່ພາບພົດ ຂອງກິດຈະການ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia