www.smepdo.org       
 
Lao Eng
 
 
 

ວຽກງານດ້ານ ຕະຫລາດ ແລະ ການຕະຫລາດ ຖ້າຫາກມີການສຶກສາ ແລະ ມີຍຸດທະສາດທີ່ດີແລ້ວ ມັນຈະຊ່ວຍ ຮັບປະກັນ ຜົນສຳເລັດຂອງທຸລະກິດທ່ານ ບໍ່ວ່າຈະເປັນຕະຫລາດພາຍໃນ ຫລື ຕ່າງປະເທດ. ການຊອກຮູ້ຂໍ້ມູນຂ່າວສານ ເປັນສິ່ງສຳຄັນສຳລັບວຽກງານຕະຫລາດ ແລະ ການຕະຫລາດເຊິ່ງຜູ້ປະກອບການຈະ
ຕ້ອງນຳໃຊ້ເຄື່ອງມື ແລະ ແຫລ່ງຂໍ້ມູນ ທີ່ຮັບປະກັນ ດ້ານເວລາ ແລະ ຄ່າໃຊ້ຈ່າຍ ແລະເກີດຜົນສູງສຸດ.

ສຶກສາຕະຫລາດ ແລະ ການຕະຫລາດ

ການສຶກສາຕະຫລາດແມ່ນ ຂະບວນການຊອກຮູ້ກ່ຽວກັບຕະຫລາດ, ລູກຄ້າ ແລະ ຄູ່ແຂ່ງ ເຊິ່ງມັນຈະຊ່ວຍເຮັດໃຫ້ວິສາຫະກິດຂອງ ທ່ານເກັບກຳໄດ້ຂໍ້ມູນອັນຈຳເປັນໃນການຕັດສິນໃຈກ່ຽວກັບສ່ວນປະ
ສົມດ້ານການຕະຫລາດ ສະພາບແວດລ້ອມຂອງທຸລະກິດ, ແລະ ລູກຄ້າປະຈຸບັນ ແລະ ລູກຄ້າທ່າແຮງ. ຜູ້ປະກອບການຄວນເຂົ້າໃຈ ກ່ຽວກັບຂະບວນການຂອງການຕະຫລາດ ເຊິ່ງປັນພື້ນຖານອັນສຳຄັນ ໃນການເຮັດທຸລະກິດ.

ການຕະຫລາດດ້ານການສົ່ງອອກ

ການຄົ້ນຄ້ວາກ່ຽວກັບຕະຫລາດ ແລະ ການຕະຫລາດສຳລັບການສົ່ງ ອອກ ແມ່ນຍິ່ງມີຄວາມຈຳເປັນສູງ ແລະ ຮຽກຮ້ອງໃຫ້ມີຄວາມ ພະຍາຍາມ ທັງດ້ານເວລາ, ແລະ ຄ່າໃຊ້ຈ່າຍຕ່າງໆ. ທ່ານຄວນ ກວດ ສອບຄວາມພ້ອມ
ໃນການສົ່ງອອກຂອງບໍລິສັດຕົນກ່ອນ. ດຶງເອົາຂໍ້ມູນ ຟາກຂວາມືກ່ຽວກັບການເຈາະຕະຫລາດສາກົນ.
ນອກຈາກການຂໍຄຳປຶກສາດ້ານການສົ່ງອອກໂດຍກົງໄດ້ກັບໜ່ວຍງານເຊັ່ນ: ພະແນກສົ່ງເສີມການສົ່ງອອກ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກົມສົ່ງເສີມການສົ່ງອອກ ແລ້ວ, ປະຈຸບັນນີ້ ການຊອກຫາຂໍ້ມູນ
ດ້ານຕະຫລາດໂດຍນຳໃຊ້ເວັບໄຊດ໌ ແມ່ນຈະຊ່ວຍໄດ້ ຫລາຍໂດຍ ະເພາະການຊອກຂໍ້ມູນສຳລັບ ຕະຫລາດ
ສົ່ງອອກທີ່ທ່ານສົນໃຈສະເພາະ.

ການວາງສະແດງສິນຄ້າ

ການວາງສະແດງສິນຄ້າແມ່ນວິທີການໂຄສະນາຮູບແບບໜຶ່ງເພື່ອເຮັດໃຫ້ຜະລິດຕະພັນຂອງທ່ານເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ທ່ານຄວນພົວພັນກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນ ໜ່ວຍງານລັດ ເຊັ່ນ: ພະແນກການຄ້າປະຈຳທ້ອງຖິ່ນ ຂອງ
ທ່ານ, ສະພາການຄ້າ, ກຸ່ມ ແລະ ສະມາຄົນທຸລະກິດ, ເປັນຕົ້ນ. ສ່ວນຫລາຍແລ້ວ ຖ້າທ່ານເປັນສະມາຊິກຂອງກຸ່ມ ຫລື ສະມາຄົມ ທຸລະກິດໃດໜຶ່ງ ກໍ່ຈະໄດ້ສິດພິເສດ ແຕ່ທ່ານກໍ່ຄວນຕິດຕາມ ລາຍ ການວາງສະແດງສິນຄ້າປະຈຳປີ ທັງພາຍ
ໃນ ແລະ ຕ່າງປະເທດ ເພື່ອສາມາດກະກຽມຄວາມພ້ອມຂອງທ່ານໄດ້.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia