|
ພະແນກສົ່ງເສີມການສົ່ງອອກ
1. ພາກສະເໜີ
ພະແນກສົ່ງເສມການສົ່ງອອກ ໄດ້ຖືກແຕ່ງຕັ້ງຂື້ນໃນເດືອນພຶສະພາ
ປີ 2004, ຈາກການລິເລີ້ມ ຂອງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວໂດຍການຮ່ວມມືຂອງສະພາການຄ້າ
ແລະ ອຸດສະຫະກຳ ແຊບຟີວປະເທດອັງກິດ ແລະ ສະພາການຄ້າຂອງເດັນມາກ ໃນການຝືກ
ອົບຮົມ ພະນັກງານພາຍໄຕ້ໂຄງການ Asia Invest alliance Program ຂອງ
ອີຢູ. ພະແນກ ສົ່ງເສີມການສົ່ງອອກ ແມ່ນພາກສ່ວນນື່ງຂອງ ຄສອ ແຫ່ງຊາດລາວຊີ່ງຈຸດປະສົງເປົ້າໝາຍ
ແມ່ນໃຫ້ການສະໜັບສະໜູນ ບໍລິສັດຜູ້ສົ່ງອອກຂອງລາວ ໂດຍສະເພາະວິສາຫະກິດ
ຂະໜາດ ກາງ ແລະ ຂະໜາດນ້ອຍ ແລະ
ທຳການສົ່ງເສີມສີນຄ້າລາວເຂົ້າສູ່ຕະຫລາດສາກົນ.
2. ວັດຖຸປະສົງ
ວັດຖຸປະສົງລວມຂອງພະແນກສົ່ງເສີມການສົ່ງອອກ ແມ່ນເພື່ອສົ່ງເສີມ
ແລະ ພັດທະນາ ການ ສົ່ງອອກຂອງລາວໂດຍເຮັດໜ້າທີ່ສະໜອງການບໍລິການ ເປັນທີ່ປືກສາ
ໃຫ້ແກ່ຜູ້ ສົ່ງອອກ ຂອງ ລາວ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນການເສີມ
ຂະຫຍາຍ ການ ສົ່ງ ອອກສີນ ຄ້າຂອງຕົນໃຫ້ຫລາຍຂື້ນ.
3. ວິໃສທັດ
ຈຸດມຸ້ງໝາຍຂອງພະແນກສົ່ງເສີມການສົ່ງອອກ ແມ່ນເພື່ອສ້າງໃຫ້ກາຍເປັນສະຖາບັນສຶກສາ
ແລະ ເປັນສູນຂໍ້ມູນຂ່າວສານ ເພື່ອເປັນບອ່ນອີງໃນການສ້ງຂໍ້ມູນ
ດ້ານການສົ່ງອອກ, ເປັນບ່ອນ ຄົ້ນຄົ້ວາ ແລະກຳນົດນະໂຍບາຍ
ດ້ານການສົ່ງອອກຂອງລາວ.
4. ຍຸດທະສາດ
ເພື່ອໃຫ້ບັນລຸເປົ້າໝາຍ,
ພະແນກສົ່ງເສີມການສົ່ງອອກ ຕ້ອງສ້າງຂໍ້ມູນພື້ນຖານ ແລະ ຂໍ້ມູນ
ກ່ຽວ ກັບໂອກາດຕະຫລາດສາກົນ ທີ່ມີຢູ່ໃຫ້ສາມາດນຳໄຊ້ໄດ້. ພສອ
ຕ້ອງເສີມຂະຫຍາຍ ທ່າແຮງ ຂອງການຜະລິດສີນຄ້າທ້ອງຖີ່ນ.
5. ໜ້າທີ່
ທຳການບໍລິການ (ແບບຮຽກຮ້ອງ ແລະ
ບໍ່ຮຽກຮ້ອງຄ່າບໍລິການ) ໂດຍການອຳນວຍ ຄວາມ ສະ
ດວກໃຫ້ແກ່ຜູ້ສົ່ງອອກໃນການ ສະໜອງ
ຂໍ້ມູນດ້ານໂອກາດທາງດ້ານຕະຫລາດສາກົນ, ແລະ
ການສ້າງເຄື່ອຄ່າຍທຸລະກິດ ໃຫ້ແກ່ຜູ້ສົ່ງອອກ
ກ່ຽວກັບສີນຄ້າທີ່ເປັນເປົ້າໝາຍ ເພື່ອໃຫ້ຜູ້ສົ່ງ
ອອກໄດ້ມີການຕັດສີນໃຈດ້ານທຸະກິດ ຢ່າງຮອບຄອບ.
6. ການບໍລິການ
ພະແນກສົ່ງເສີມການສົ່ງອອກ
ສະນອງການບໍລິການເປັນທີ່ປືກສາ ໃຫ້ບໍລິສັດທ້ອງ ຖີ່ນເພື່ອ
ການສົ່ງອອກ.
-
ການສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫລາດຕ່າງປະເທດ
-
ຊ່ວຍສ້າງເຄື່ອຄ່າຍໃຫ້ແກ່ນັກທຸລະກິດພາຍໃນກັບຜູ້ນຳເຂົ້າຕ່າງປະເທດເພື່ອສົ່ງ
ເສີມສີນຄ້າທອ້ງຖີ່ນ.
-
ການຈັດສຳມະນາ ແລະ ພົບປະນັກທຸລະກິດ.
ກ. ດ້ານຂໍ້ມູນຂ່າວສານ
ຂ. ການໂຄສະນາສົ່ງເສີມສີນຄ້າ
-
ທາງເວບໄຊ
-
ປື້ແນະນສີນຄ້າ
-
ແຜ່ນພັບ
ຄ. ການຄົ້ນຄ້ວາ ແລະ ວິໃຈ
ງ. ການຝືກອົບຮົມ, ສຳມະນາ ແລະ
ການພົບປະນັກທຸລະກິດ
ພະແນກສົ່ງເສີມການສົ່ງອອກ
ຈະນຳໜ້າທີ່ໂດຍກົງໃນການປະສານງານກັບພາກລັດ ແລະ ເອກະຊົນ
ຮ່ວມກັບອົງການຈັດຕັ້ງສາກົນ ໃນການຈັດສຳມະນາ ແລະ ການຝືກອົບ
ຮົມກ່ຽວ ກັບ ການສົ່ງເສີມການສົ່ງອອກໃດ້ແກ່ຜູ້ສົ່ງອອກ. ນອກນັ້ນ
ພວກ ເຮົາຍັງ ຈະບໍລິການຈັດ ງານພົບປະ ນັກ ທຸລະກິດພາຍໃນ ແລະ
ຕ່າງປະເທດ.
7. ຜົນໄດ້ຮັບຈາກການບໍລິການ
ຜົນໄດ້ຮັບຈາການບໍລິການຂອງພະແນກສົ່ງເສີມການສົ່ງອອກ ມີດັ່ງນີ້:
-
ຍົກລະດັບໃນການພັດທະນາສີນຄ້າເພື່ອເຂົ້າສູ່ຕະຫລາດສາກົນ
-
ສ້າງໂອກາດໃນການຊອກຄູ່ຄ້າຕ່າງປະເທດ
ແລະ ເຂົ້າສູ່ການຄ້າໃນລະດັບສາກົນ
-
ໄດ້ແລກປ່ຽນບົດຮຽນ ແລະ
ປະສົບການຕ່າງໆກັບຊຽວຊານພາຍໃນ ແລະ ຕ່າງປະເທດ
-
ໂອກາດທາງດ້ານຕະຫລາດ
-
ການຮັບຮູ້ສະພາບຕະຫລາດການສົ່ງອອກ
ນຳສະເໜີໂດຍ: ນາງ ນິດດາວອນ ດວງພອນໄຊ
ປືກສາ ດ້ານການສົ່ງອອກ,
ປະຈຳ ສຄອ ແຫ່ງຊາດລາວ
|