| |
ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັງປຸງໃນປີ
2003 ໄດ້ເປັນພື້ນຖານໃຫ້ແກ່ ກົດໝາຍແຫ່ງຊາດ
ຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະຍຸຕິທຳ. ໜຶ່ງໃນກົດໝາຍແຫ່ງຊາດ
ກໍ່ຄື ກົດໝາຍການປົກ
ຄອງທ້ອງຖິ່ນ ໄດ້ໃຫ້ຄວາມຮູ້ພື້ນຖານ
ກ່ຽວກັບສິດອຳນາດຂອງອົງການປົກຄອງທ້ອງຖິ່ນ ໃນຂອບເຂດຄວາມ
ຮັບຜິດຊອບຂອງຕົນ.
ລັດຖະທຳມະນູນ ແລະ ກົດລະບຽບແຫ່ງຊາດ
ກົດໝາຍລັດຖະທຳມະນູນ ແຫ່ງ ສປປ ລາວ (ເລກທີ 32/ສປປ)
ແລະ ໄດ້ກຳນົດ ແລະ ແນະນຳການນຳໃຊ້ ກົດໝາຍ ກ່ຽວກັບລະບອບ ການເມືອງ,
ລະບອບເສດຖະກິດສັງຄົມ, ການປ້ອງກັນຊາດ ແລະ ປ້ອງກັນ ຄວາມ
ສະງົບ, ສິດ ແລະ ພັນທະ ພື້ນຖານຂອງພົນລະເມືອງ, ສະພາ ແຫ່ງຊາດ,
ປະທານປະເທດ, ລັດຖະບານ, ການປົກຄອງ ທ້ອງຖິ່ນ, ສານປະຊາຊົນ ແລະ ອົງການ
ໄອຍະການປະຊາຊົນ, ລວມເຖິງ ພາສາອັກສອນ, ເພງຊາດ, ທຸງຊາດ, ເປັນຕົ້ນ.
ລັດຖະທຳມະນູນໄດ້ ເປັນບ່ອນ ອິງໃຫ້ແກ່ກົດໝາຍຂອງປະເທດ ໃນຂົງ
ເຂດບໍລິຫານ ແລະ ຍຸຕິທຳຕ່າງໆ.
ກົດໝາຍລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ກົດລະບຽບ
ກົດໝາຍລັດຖະບານ (ເລກທີ 01/ສພຊ)
ວາງອອກເພື່ອກຳນົດການຈັດຕັ້ງ, ການເຄື່ອນໄຫວ ແລະ
ລະບອບແບບແຜນວິທີເຮັດວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ,
ຄຸ້ມຄອງເສດຖະກິດŒສັງຄົມ ມີປະສິດທິພາບ, ແນໃສ່ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ,
ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ, ຮັບປະກັນ ໃຫ້ສັງຄົມມີຄວາມສະຫງົບ
ແລະ ຍຸຕິທຳ. ກົດໝາຍການປົກຄອງທ້ອງຖິ່ນ (ເລກທີ 03/ສພຊ) ໄດ້ກຳນົດຫລັກ
ການພື້ນຖານ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບ
ການເຮັດວຽກຂອງອົງການປົກຄອງ ທ້ອງຖິ່ນ ເຊິ່ງປະກອບມີ 3 ຂັ້ນ: ຂັ້ນແຂວງ/ນະຄອນ/ເຂດພິເສດ,
ຂັ້ນເມືອງ, ແລະ ຂັ້ນບ້ານ. ໜຶ່ງໃນສິດ ແລະ ໜ້າທີ່ລວມຂອງອົງການ
ປົກຄອງທ້ອງຖິ່ນແມ່ນ ປະຕິບັດລັດຖະ ທຳມະນູນ, ກົດໝາຍ, ມະຕິຄຳສັ່ງ
ຂອງຂັ້ນເທິງ, ປະຕິບັດແຜນ ພັດທະນາເສດຖະກິດ ແລະສັງຄົມ ແລະ
ງົບປະມານແຫ່ງລັດ ໃນຂອບເຂດ ຮັບຜິດຊອບ ຂອງຕົນ. ນອກນັ້ນ,
ອົງການປົກຄອງທ້ອງຖິ່ນ ຍັງ ອອກມະຕິ, ຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການກ່ຽວກັບ
ການຄຸ້ມຄອງເສດ ຖະກິດ, ວັດທະນະທຳສັງຄົມ, ແລະ ການປ້ອງກັນຊາດ
ປ້ອງກັນຄວາມ ສະຫງົບ ໃນເຂດຄວາມຮັບຜິດຊອບຂອງຕົນ.
|
|