www.smepdo.org       
 
Lao Eng
 
ກົດໝາຍ ແລະ ກົດລະບຽບ > ກົດໝາຍລັດຖະບານ ແລະ ການປົດຄອງທ້ອງຖີ່ນ > ກົດໝາຍການປົກຄອງທ້ອງຖີ່ນ
 
 


ພາກທີ VI
ລະບອບວິທີເຮັດວຽກ ແລະ ການເງິນ ຂອງອົງການປົກຄອງທ້ອງຖິ່ນ
  

ມາດຕາ 58. ລະບອບວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ
     1. ອົງການປົກຄອງທ້ອງຖິ່ນເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ປະຕິບັດຕາມລະບອບຫົວ ໜ້າບົນພື້ນຖານ ການຕົກລົງຂອງກອງປະຊຸມ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ;
     2. ເຮັດວຽກຢ່າງມີແຜນການ, ແຜນງານ, ໂຄງການ, ມີການກຳນົດເວລາ, ມີການຄິດໄລ່ປະສິດທິຜົນ ໂດຍອີງຕາມຈຸດພິເສດ ແລະ ສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ;
     3. ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານ; ໃນກໍລະນີບໍ່ເອກະພາບກັນ ໃນເລື່ອງໃດໜຶ່ງ ໃຫ້ນຳສະເໜີອົງການຈັດຕັ້ງຂັ້ນເທິງຖັດຕົນ ເພື່ອພິຈາລະນາຕົກລົງ;
     4. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼູບການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຂອງຕົນ ລາຍ ງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ;
     5. ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຕ້ອງໄດ້ຮັບການກວດກາ ກ່ຽວກັບການເຄືອນໄຫວປະຕິບັດໜ້າ ທີ່ວຽກງານຂອງຕົນຈາກປະຊາຊົນ, ອົງການກວດກາຂັ້ນຂອງຕົນ ແລະ ຂອງຂັ້ນເທິງຢ່າງເປັນປົກກະຕິ.

ມາດຕາ 59. ການເງິນຂອງອົງການປົກຄອງທ້ອງຖິ່ນ
   ການເງິນຂອງອົງການປົກຄອງທ້ອງຖິ່ນ ແບ່ງອອກເປັນ ສອງ ຂັ້ນຫົວໜ່ວຍງົບປະມານຄື: ຫົວໜ່ວຍງົບປະ ມານຂັ້ນແຂວງ, ຫົວໜ່ວຍງົບປະມານຂັ້ນເມືອງ. ສ່ວນຂັ້ນບ້ານເປັນຫົວໜ່ວຍຮາກຖານໃນການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ຕາມລະບຽບກົດໝາຍ ແລະ ຕາມການມອບໝາຍຂອງອົງການປົກຄອງເມືອງ. ການ ເງິນຂອງອົງການປົກຄອງທ້ອງຖິ່ນ ຕ້ອງປະຕິບັດຕາມຫຼັກການລວມສູນງົບປະມານແຫ່ງລັດ; ງົບປະມານທ້ອງ ຖິ່ນຕ້ອງຢູ່ພາຍໃຕ້ລະບຽບກົດໝາຍອັນດຽວກັນ ແລະ ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ ທີ່ລັດຖະບານຕົກລົງມອບໃຫ້ອົງການປົກຄອງທ້ອງຖິ່ນປະຕິບັດ. ຜູ້ສັ່ງການເອກການ ເງິນຂອງອົງການປົກຄອງທ້ອງຖິ່ນຂັ້ນແຂວງແມ່ນເຈົ້າແຂວງ ຫຼືເຈົ້າຄອງນະຄອນ ຫຼື ຜູ້ໄດ້ຮັບມອບສິດຕາມລະ ບຽບການ. ຂັ້ນເມືອງແມ່ນເຈົ້າເມືອງ ຫຼື ຫົວໜ້າເທດສະບານ ຫຼື ຜູ້ໄດ້ຮັບມອບສິດຕາມລະບຽບການ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ພາກທີ I ບົດບັນຍັດທົ່ວໄປ
ພາກທີ II ອົງການປົກຄອງແຂວງ, ນະຄອນ
ພາກທີ III ອົງການປົກຄອງເມືອງ
ພາກທີ IV ອົງການປົກຄອງເທດສະ ບານ
ພາກທີ V ອົງການປົກຄອງບ້ານ
ພາກທີ VI ລະບອບວິທີເຮັດວຽກ ແລະ ການເງິນຂອງອົງການປົກຄອງ ທ້ອງຖິ່ນ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia