www.smepdo.org       
 
Lao Eng
 
ກົດໝາຍ ແລະ ກົດລະບຽບ > ກົດໝາຍລັດຖະບານ ແລະ ການປົດຄອງທ້ອງຖີ່ນ > ກົດໝາຍການປົກຄອງທ້ອງຖີ່ນ
 
 

ພາກທີ V
ອົງການປົກຄອງບ້ານ
 

ໝວດທີ I
ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບການຈັດຕັ້ງ  
 

ມາດຕາ 46. ບ້ານ
   ບ້ານ ແມ່ນເຂດການປົກຄອງທ້ອງຖິ່ນຂັ້ນຮາກຖານທີ່ຂຶ້ນກັບເມືອງ ຫຼື ເທດສະບານ; ບ້ານໜຶ່ງປະກອບດ້ວຍຫຼາຍ ຄອບຄົວ.

ມາດຕາ 47. ພາລະບົດບາດຂອງອົງການປົກຄອງບ້ານ
   ອົງການປົກຄອງບ້ານ ມີພາລະບົດບາດຄຸ້ມຄອງບໍລິຫານ, ພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງ ບ້ານ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພາຍໃນບ້ານຂອງຕົນ.

ມາດຕາ 48. ໂຄງປະກອບການຈັດຕັ້ງຂອງອົງການປົກຄອງບ້ານ
   ອົງການປົກຄອງບ້ານ ມີນາຍບ້ານເປັນຫົວໜ້າ, ມີຮອງນາຍບ້ານ ແລະ ໜ່ວຍງານຈຳນວນ ໜຶ່ງຊ່ວຍວຽກ;

ມາດຕາ 49. ການເລືອກຕັ້ງນາຍບ້ານ
   ນາຍບ້ານ ໄດ້ຮັບການເລືອກຕັ້ງຈາກປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານ ແລະ ຖືກຮັບຮອງໂດຍເຈົ້າເມືອງ ຫຼື ຫົວໜ້າເທດສະບານ. ໃນກໍລະນີຈຳເປັນນາຍບ້ານອາດຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງໂດຍເຈົ້າເມືອງ, ຫົວໜ້າເທດ ສະບານ. ຮອງນາຍບ້ານຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງໂດຍເຈົ້າເມືອງ ຫຼື ຫົວໜ້າເທດສະບານຕາມການສະເໜີຂອງ ນາຍບ້ານ. ນາຍບ້ານ ແລະ ຮອງນາຍບ້ານມີອາຍຸການສະໄໝລະສາມປີ, ສາມາດໄດ້ຮັບການເລືອກຕັ້ງ ຫຼື ແຕ່ງຕັ້ງ ຄືນໃໝ່.  
 

ໝວດທີ II
ການສ້າງຕັ້ງບ້ານ
 

ມາດຕາ 50. ການສ້າງຕັ້ງ
   ບ້ານ ຖືກສ້າງຕັ້ງ, ໂຮມເຂົ້າ, ແຍກອອກ, ຍຸບເລີກ ຫຼື ກຳນົດເຂດແດນໂດຍເຈົ້າແຂວງ,ເຈົ້າຄອງນະຄອນຕາມ ການສະເໜີຂອງເຈົ້າເມືອງ ຫຼື ຫົວໜ້າເທດສະບານ.

ມາດຕາ 51. ເງື່ອນໄຂການສ້າງຕັ້ງ
   ການສ້າງຕັ້ງບ້ານ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:
     1. ມີທີ່ຕັ້ງພູມສາດ ທີ່ເໝາະສົມແກ່ການປົກຄອງ;
     2. ຈຳນວນພົນລະເມືອງ: ບ້ານຢູ່ໃນຕົວເມືອງຕ້ອງມີພົນລະເມືອງຢ່າງໜ້ອຍນຶ່ງພັນຄົນ; ບ້ານຢູ່ເຂດທົ່ງພຽງ ຕ້ອງມີພົນລະເມືອງຢ່າງໜ້ອຍຫ້າຮ້ອຍຄົນ; ບ້ານຢູ່ເຂດພູດອຍ, ຫ່າງໄກສອກຫຼີກຕ້ອງມີພົນລະເມືອງຢ່າງໜ້ອຍສອງ ຮ້ອຍຄົນ.
     3. ມີເງື່ອນໄຂພັດທະນາເສດຖະກິດ-ສັງຄົມທີ່ໝັ້ນຄົງ.
  

ໝວດທີ III
ພາລະບົດບາດ, ສິດ ແລະ ໜ້າທີ່ຂອງນາຍບ້ານ
  

ມາດຕາ 52. ພາລະບົດບາດຂອງນາຍບ້ານ
   ນາຍບ້ານເປັນຫົວໜ້າອົງການປົກຄອງບ້ານ ມີພາລະບົດບາດເປັນຕົວແທນ ແລະ ຮັບຜິດຊອບຕໍ່ອົງການປົກຄອງ ເມືອງ, ເທດສະບານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການປົກຄອງບ້ານ.

ມາດຕາ 53. ສິດ ແລະ ໜ້າທີ່ຂອງນາຍບ້ານ
   ນາຍບ້ານມີສິດ ແລະ ໜ້າທີ່ ດັ່ງນີ້:
     1. ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆຂອງຂັ້ນເທິງ, ພັດທະນາເສດຖະ ກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ;
     2. ເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍໃຫ້ປະຊາຊົນພາຍໃນບ້ານຂອງຕົນ; ສຶກສາອົບຮົມ, ປຸກ ລະດົມ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ຊຸກຍູ້ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງ;
     3. ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ, ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຢູ່ ພາຍໃນບ້ານຂອງຕົນ;
     4. ປົກປັກຮັກສາ, ສົ່ງເສີມຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ, ສະ ກັດກັ້ນສິ່ງຫຍໍ້ທໍ້ ແລະ ການເຊື່ອຖືແບບງົມງວາຍພ້ອມທັງຊຸກຍູ້ສົ່ງເສີມການສຶກສາຮ່ຳຮຽນ, ການດຳລົງຊີວິດຂອງປະ ຊາຊົນໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ;
     5. ຄຸ້ມຄອງພົນລະເມືອງພາຍໃນບ້ານ, ສ້າງເງື່ອນໄຂໃຫ້ປະຊາຊົນມີອາຊີບຄົງທີ່ ແລະ ມີວຽກເຮັດງານທຳ;
     6. ຮຽກໂຮມແລະເປັນປະທານກອງປະຊຸມຂອງບ້ານ, ອົງການປົກຄອງບ້ານ; ເຂົ້າຮ່ວມກອງປະຊຸມຕາມການ ຮຽກໂຮມຂອງຂັ້ນເທິງ;
     7. ສະເໜີເຈົ້າເມືອງ ຫຼື ຫົວໜ້າເທດສະບານພິຈາລະນາແຕ່ງຕັ້ງ, ປົດຕຳແໜ່ງຮອງນາຍບ້ານ;
     8. ອອກລະບຽບ, ແຈ້ງການຕ່າງໆຂອງບ້ານທີ່ສອດຄ່ອງກັບລະບຽບກົດໝາຍ;
     9. ສະເໜີຂັ້ນເທິງພິຈາລະນາສັ່ງໂຈະ ຫຼື ຢຸດຕິການປະຕິບັດກິດຈະການໃດໜຶ່ງທີ່ຂັດກັບກົດໝາຍ, ລະບຽບ ການ ແລະ ສິດຜົນປະໂຫຍດລວມຂອງບ້ານ;
     10. ແກ້ໄຂຂໍ້ຂັດແຍ່ງ, ຄຳຮ້ອງ, ຄຳສະເໜີຂອງປະຊາຊົນໃນຂອບເຂດສິດຂອງຕົນ;
     11. ລາຍງານສະພາບການຮອບດ້ານຂອງບ້ານໃຫ້ເຈົ້າເມືອງ, ຫົວໜ້າເທດສະບານຢ່າງເປັນປົກກະຕິ.
     12. ໄດ້ຮັບນະໂຍບາຍອຸດໜູນຕາມລະບຽບກົດໝາຍ.
     13. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 54. ສິດ ແລະ ໜ້າທີ່ຂອງຮອງນາຍບ້ານ
   ຮອງນາຍບ້ານ ເປັນຜູ້ຊ່ວຍວຽກນາຍບ້ານ, ຮັບຜິດຊອບວຽກໃດໜຶ່ງຕາມການມອບໝາຍຂອງນາຍບ້ານ. ໃນກໍລະ ນີນາຍບ້ານຕິດຂັດດ້ວຍເຫດຜົນໃດໜຶ່ງ ຮອງນາຍບ້ານຜູ້ທີ່ໄດ້ຮັບມອບໝາຍນັ້ນເປັນຜູ້ປະຕິບັດໜ້າທີ່ແທນ.
 

ໝວດທີ IV
ກອງປະຊຸມຂອງອົງການປົກຄອງບ້ານ  
 

ມາດຕາ 55. ກອງປະຊຸມຂອງອົງການປົກຄອງບ້ານ
   ກອງປະຊຸມຂອງອົງການປົກຄອງບ້ານເປີດຂຶ້ນເດືອນລະເທື່ອ ໂດຍແມ່ນນາຍບ້ານເປັນຜູ້ຮຽກໂຮມ ແລະ ເປັນປະ ທານ. ຜູ້ເຂົ້າຮ່ວມກອງປະຊຸມອົງການປົກຄອງບ້ານປະກອບດ້ວຍ: ຮອງນາຍບ້ານ, ຫົວໜ້າໜ່ວຍງານ, ຫົວໜ້າໜ່ວຍ. ນອກຈາກນີ້, ຖ້າເຫັນວ່າມີຄວາມຈຳເປັນອາດຈະເຊີນຜູ້ຕາງໜ້າພາກສ່ວນອື່ນເຂົ້າຮ່ວມນຳກໍໄດ້. ໃນກໍລະນີມີຄວາມຈຳ ເປັນ ແລະ ຮີບດ່ວນອາດຈະເປີດກອງປະຊຸມສະໄໝວິສາມັນກໍໄດ້ ຕາມການຕົກລົງຂອງນາຍບ້ານ. ກອງປະຊຸມແຕ່ ລະຄັ້ງຕ້ອງເຮັດບົດບັນທຶກຊຶ່ງເຊັນຢັ້ງຢືນໂດຍປະທານກອງປະຊຸມ ແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມ ແລະ ພາກສ່ວນທີ່ກ່ຽວ ຂ້ອງຊາບ ເພື່ອຈັດຕັ້ງປະຕິບັດ.

ມາດຕາ 56. ບັນຫາທີ່ຕ້ອງນຳເຂົ້າກອງປະຊຸມຂອງອົງການປົກຄອງບ້ານ
   ບັນຫາທີ່ຕ້ອງນຳເຂົ້າພິຈາລະນາ ແລະ ຕົກລົງໃນກອງປະຊຸມຂອງອົງການປົກຄອງບ້ານ ມີດັ່ງນີ້ :
     1. ແຜນພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງບ້ານ;
     2. ການສ້າງຕັ້ງ, ຍຸບເລີກກົງຈັກການຈັດຕັ້ງຂອງອົງການປົກຄອງບ້ານ ເພື່ອສະເໜີຂັ້ນເມືອງພິຈາລະນາຕົກ ລົງ;
     3. ໂຄງການລົງທຶນພາຍໃນບ້ານຂອງຕົນ;
     4. ຮ່າງລະບຽບການຕ່າງໆຂອງບ້ານ;
     5. ບົດສະຫຼຸບການເຄື່ອນໄຫວວຽກງານການພັດທະນາ, ເສດຖະກິດ-ສັງຄົມຂອງບ້ານ;
     6. ບົດລາຍງານຕໍ່ເຈົ້າເມືອງ,ຫົວໜ້າເທດສະບານ;
     7. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບ້ານ.
   ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ ກອງປະຊຸມຂອງອົງການປົກຄອງບ້ານຈະນຳ ເອົາບັນຫາອື່ນທີ່ສຳ ຄັນ ແລະ ຈຳເປັນມາພິຈາລະນາກໍໄດ້.

ມາດຕາ 57. ກອງປະຊຸມບ້ານ
   ນາຍບ້ານ ເປັນຜູ້ຮຽກໂຮມກອງປະຊຸມບ້ານ; ກອງປະຊຸມບ້ານປະກອບດ້ວຍ: ນາຍບ້ານ, ຮອງນາຍບ້ານ, ຫົວໜ້າ ໜ່ວຍງານ, ຫົວໜ້າໜ່ວຍ, ຫົວໜ້າຄອບຄົວ ຊຶ່ງຈັດຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ຫຼື ຕາມການ ແນະນຳຂອງຂັ້ນເທິງ.  

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ຫົວຂໍ້
ພາກທີ I ບົດບັນຍັດທົ່ວໄປ
ພາກທີ II ອົງການປົກຄອງແຂວງ, ນະຄອນ
ພາກທີ III ອົງການປົກຄອງເມືອງ
ພາກທີ IV ອົງການປົກຄອງເທດສະ ບານ
ພາກທີ V ອົງການປົກຄອງບ້ານ
ພາກທີ VI ລະບອບວິທີເຮັດວຽກ ແລະ ການເງິນຂອງອົງການປົກຄອງ ທ້ອງຖິ່ນ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia