| |
|
|
| |
|
ພາກທີ IV
ອົງການປົກຄອງເທດສະບານ
|
|
ໝວດທີ I
ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບການຈັດຕັ້ງ
|
ມາດຕາ 32. ເທດສະບານ
ເທດສະບານ ແມ່ນເຂດການປົກຄອງທ້ອງຖິ່ນທີ່ເປັນຕົວເມືອງ, ເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ, ນະ ຄອນ ຫຼື ຕົວເມືອງອື່ນທີ່ມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້; ເປັນພື້ນທີ່ທີ່ມີຊຸມຊົນໜາແໜ້ນ, ມີການພັດທະນາທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ແລະ ການບໍລິການຊຶ່ງມີບົດບາດຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ເທດສະບານ ປະກອບດ້ວຍຫຼາຍບ້ານ.
ມາດຕາ 33. ພາລະບົດບາດຂອງອົງການປົກຄອງເທດສະບານ
ອົງການປົກຄອງເທດສະບານ ແມ່ນອົງການປົກຄອງທ້ອງຖິ່ນຂັ້ນເມືອງ ໂດຍແມ່ນຫົວໜ້າເທດສະບານເປັນຫົວ ໜ້າ.
ອົງການປົກຄອງເທດສະບານ ມີພາລະບົດບາດໃນການຄຸ້ມຄອງບໍລິຫານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ; ການກໍ່ສ້າງ ແລະ ນຳໃຊ້ຊັບພະຍາກອນມະນຸດ, ການປົກປັກ ຮັກສາຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ; ວາງ ແລະ ຈັດຕັ້ງປະຕິບັດແຜນການພັດທະນາຕົວເມືອງ, ບໍລິການສາທາລະນະ; ຮັບ ປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດ ແລະ ສວຍງາມພາຍໃນເທດສະບານ; ພົວພັນ ແລະ ຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງແຂວງ, ນະຄອນ.
ມາດຕາ 34. ໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງອົງການປົກຄອງເທດສະບານ
ກົງຈັກຂອງອົງການປົກຄອງເທດສະບານປະກອບດ້ວຍ:
ຫ້ອງວ່າການປົກຄອງເທດສະບານ,
ບັນດາຫ້ອງການ ຂອງຂະແໜງການສາຍຕັ້ງ ແລະ ທຽບເທົ່າ;
ກອງວິຊາການ ແລະ ໜ່ວຍງານບໍລິການ.
ບຸກຄະລາກອນຂອງອົງການ ປົກຄອງເທດສະບານປະກອບດ້ວຍ : ຫົວໜ້າ, ຮອງຫົວໜ້າເທດສະບານ, ຫົວໜ້າ, ຮອງຫົວໜ້າຫ້ອງວ່າການ, ຫ້ອງການ ແລະ ພະນັກງານ-ລັດຖະກອນ ທີ່ສັງກັດໃນໂຄງປະກອບກົງຈັກຂອງອົງການປົກຄອງເທດສະບານ.
ມາດຕາ 35. ທີ່ຕັ້ງ ແລະ ພາລະບົດບາດຂອງຫ້ອງວ່າການປົກຄອງເທດສະບານ
ຫ້ອງວ່າການປົກຄອງເທດສະບານ ແມ່ນການຈັດຕັ້ງໜຶ່ງໃນໂຄງປະກອບກົງຈັກຂອງອົງການປົກຄອງເທດສະ ບານ, ມີພາລະບົດບາດເປັນເສນາທິການໃຫ້ຫົວໜ້າເທດສະບານ ໃນການບໍລິຫານວຽກງານຂອງເທດສະບານ; ສ້າງແຜນການ, ໂຄງການດຳເນີນງານ; ຄົ້ນຄວ້າສັງລວມ; ຮ່າງ ແລະ ກວດກາເອກະສານ; ປະສານງານກັບພາກ ສ່ວນກ່ຽວຂ້ອງ; ສະໜອງຂໍ້ມູນຂ່າວສານ; ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ທີ່ຂັ້ນເທິງ ແລະ ເທດສະບານວາງອອກ; ສ້າງເງື່ອນໄຂອຳນວຍຄວາມສະດວກຮັບໃຊ້ການເຄື່ອນໄຫວປະຕິບັດໜ້າ ທີ່ວຽກງານຂອງອົງການປົກຄອງເທດສະບານ.
ໂຄງປະກອບກົງຈັກ, ບຸກຄະລາກອນ, ສິດ ແລະ ໜ້າທີ່ລະອຽດຂອງ ຫ້ອງວ່າການປົກຄອງເທດສະບານໄດ້ກຳນົດໄວ້ໃນລະບຽບການສະເພາະ.
ມາດຕາ 36. ທີ່ຕັ້ງ ແລະ ພາລະບົດບາດຂອງຫ້ອງການຂອງຂະແໜງການສາຍຕັ້ງ ແລະ ທຽບເທົ່າ ປະຈຳເທດສະບານ
ຫ້ອງການຂອງຂະແໜງການສາຍຕັ້ງ ແລະ ທຽບເທົ່າປະຈຳເທດສະບານ ແມ່ນການຈັດຕັ້ງໃນໂຄງປະກອບກົງ ຈັກຂອງອົງການປົກຄອງເທດສະບານ ມີພາລະບົດບາດໃນການຄຸ້ມຄອງບໍລິຫານຂະແໜງການຂອງຕົນ ຕາມການ ແບ່ງຂັ້ນຄຸ້ມຄອງຂອງແຂວງ, ນະຄອນ, ຂະແໜງການສາຍຕັ້ງ, ທຽບເທົ່າ ແລະ ກອງວິຊາການ ຫຼື ໜ່ວຍງານບໍລິ ການຈັດຕັ້ງປະຕິບັດນິຕິກຳຕ່າງໆຂອງຂັ້ນເທິງ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນ ແລະ ເທດສະບານ.
ໂຄງປະກອບກົງຈັກ, ບຸກຄະລາກອນ, ສິດ ແລະ ໜ້າທີ່ລະອຽດຂອງຫ້ອງການຂອງຂະແໜງການ ສາຍຕັ້ງ ແລະ ທຽບເທົ່າປະຈຳເທດສະບານໄດ້ກຳນົດໄວ້ໃນລະບຽບການສະເພາະ.
|
|
ໝວດທີ II
ການສ້າງຕັ້ງເທດສະບານ
|
ມາດຕາ 37. ການສ້າງຕັ້ງ
ເທດສະບານ ຖືກສ້າງຕັ້ງ, ຍຸບເລີກ, ແຍກອອກ, ໂຮມເຂົ້າ, ຈັດວາງຄືນໃໝ່ ຫຼື ກຳນົດເຂດແດນ ໂດຍການ ຕົກລົງຂອງລັດຖະບານ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນ.
ມາດຕາ 38. ເງື່ອນໄຂການສ້າງຕັ້ງ
ທຸກຕົວເມືອງທີ່ເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ, ນະຄອນ ລ້ວນແຕ່ເປັນເທດສະບານ. ສຳລັບຕົວເມືອງອື່ນ ຈະສ້າງຕັ້ງເປັນເທດສະບານໄດ້ ກໍຕໍ່ເມື່ອມີຄົບຕາມເງື່ອນໄຂດັ່ງນີ້:
1. ເປັນເຂດຊຸມຊົນທີ່ມີພົນລະເມືອງຢ່າງໜ້ອຍສິບພັນຄົນ; ໃນກໍລະນີຈຳເປັນໃຫ້ລັດຖະບານເປັນຜູ້ຕົກລົງສະ ເພາະ;
2. ເປັນເຂດທີ່ມີເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວ ແລະ ພື້ນຖານໂຄງລ່າງໄດ້ຮັບການພັດທະ ນາເປັນລະບົບ;
3. .ສາມາດສ້າງລາຍຮັບເພື່ອຕອບສະໝອງລາຍຈ່າຍຂອງເທດສະບານໄດ້ໃນລະດັບອັນຈຳເປັນ.
|
|
ໝວດທີ III
ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຫົວໜ້າເທດສະບານ
|
ມາດຕາ 39. ພາລະບົດບາດ ຂອງຫົວໜ້າເທດສະບານ
ຫົວໜ້າເທດສະບານ ເປັນຫົວໜ້າອົງການປົກຄອງເທດສະບານມີພາລະບົດບາດເປັນຕົວແທນ ແລະ ຮັບຜິດ ຊອບຕໍ່ອົງການປົກຄອງແຂວງ, ນະຄອນ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການປົກ ຄອງເທດສະບານ.
ມາດຕາ 40. ສິດ ແລະ ໜ້າທີ່ຂອງຫົວໜ້າເທດສະບານ
ຫົວໜ້າເທດສະບານ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຮັບປະກັນການປະຕິ ບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ;
2. ຮຽກໂຮມ ແລະ ເປັນປະທານກອງປະຊຸມຂອງອົງການປົກຄອງເທດສະບານ;
3. ຄົ້ນຄວ້າ, ວາງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງເທດ ສະບານຕົນ;
4. ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຂອງເທດສະບານ; ຕ້ານ ແລະ ສະກັດກັ້ນ
ປະກົດການຫຍໍ້ທໍ້ຕ່າງໆ; ຕິດຕາມກວດກາ ບັນດາໂຄງການລົງທຶນ ຂອງເທດສະບານ,
ແຂວງ , ນະຄອນ ແລະຂອງສູນກາງທີ່ຕັ້ງຢູ່ເທດສະບານຕົນ;
5. ອຳນວຍ ແລະ ຄວບຄຸມບັນດາອົງການທີ່ກ່ຽວຂ້ອງ ເພື່ອຮັບປະກັນການສ້າງລາຍຮັບ ຢູ່ເທດສະບານໃຫ້ ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
6. ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ, ທຸກພາກສ່ວນເສດຖະກິດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຢູ່ ພາຍໃນເທດສະບານຕົນ;
7. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ລະບຽບການອື່ນໆ ຕາມລະບຽບກົດໝາຍ;
8. ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງຢູ່ພາຍໃນເຂດເທດສະບານຕົນ;
9. ສັ່ງໂຈະ ຫຼື ຍົກເລີກນິຕິກຳຕ່າງໆຂອງອົງການປົກຄອງຂັ້ນລຸ່ມ; ສະເໜີຂັ້ນເທິງພິຈາລະນາ ໂຈະ ຫຼື ຍົກເລີກບັນດານິຕິກຳຂອງອົງການປົກຄອງຂັ້ນເທິງ ທີ່ຂັດກັບລະບຽບກົດໝາຍ;
10. ສະເໜີສ້າງຕັ້ງ, ຍຸບເລີກບ້ານ ແລະ ກົງຈັກ ຂອງອົງການປົກຄອງເທດສະບານ;
11. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງຫົວໜ້າເທດສະບານ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງ ວ່າການປົກຄອງເທດສະບານ;
ສະເໜີແຕ່ງຕັ້ງ ຫຼື ຮັບເອົາການແຕ່ງຕັ້ງຮອງຫົວໜ້າຫ້ອງການຂອງຂະແໜງການ ສາຍຕັ້ງ ແລະ ທຽບເທົ່າຕາມລະບຽບການ;
12. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຫົວໜ້າ, ຮອງຫົວໜ້າ, ກອງ, ໜ່ວຍງານຕ່າງໆຂອງເທດສະບານ ແລະ ພະນັກງານອື່ນໆຕາມລະບຽບການ; ຮັບຮອງການເລືອກຕັ້ງ ຫຼື ແຕ່ງຕັ້ງນາຍບ້ານ;
13. ວາງ ແລະ ຈັດຕັ້ງປະຕິບັດແຜນການ, ກວດກາວຽກງານການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ;
14. ກໍ່ສ້າງຜັງເມືອງ, ປັບປຸງບູລະນະບັນດາໂຄງລ່າງ, ຄຸ້ມຄອງວັດທະນະທຳ-ສັງຄົມ, ກິລາກາຍະກຳ ແລະ ການບໍລິການຂອງເທດສະບານຊຶ່ງລວມມີ ຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ, ຕະຫຼາດ, ໂຮງຮຽນ, ໂຮງໝໍ, ສະຖານບັນເທີງ, ຮ່ອງລະບາຍນ້ຳ, ເກັບມ້ຽນ-ກຳຈັດຂີ້ເຫຍື້ອ, ປ້ອງກັນຕາຝັ່ງເຈື່ອນ, ປ້ອງກັນ ແລະ ແກ້ໄຂອຸທົກ ກະໄພ, ອັກຄີໄພ; ອະນາໄມ ແລະ ຮັກສາສິ່ງແວດລ້ອມ, ແສງສະຫວ່າງ, ສວນສາທາລະນະ ແລະ ອື່ນໆ;
15. ຄຸ້ມຄອງ ແລະ ຄວບຄຸມການປຸກສ້າງ ແລະ ການພັດທະນາຕາມຜັງເມືອງໃນຂອບເຂດເທດສະບານ;
16. ຄຸ້ມຄອງການຈັດຕັ້ງ, ພະນັກງານ-ລັດຖະກອນຕາມສິດຄຸ້ມຄອງຂອງຕົນ; ຕິດຕາມ, ກວດກາ ແລະ ລາຍງານການປະຕິບັດໜ້າທີ່ຂອງພະນັກງານ, ລັດຖະກອນຂອງຂະແໜງການສາຍຕັ້ງ ແລະ ທຽບເທົ່າໃຫ້ພະແນກ ການສາຍຕັ້ງຂັ້ນແຂວງ;
17. ຄຸ້ມຄອງບັນຊີລາຍຮັບ-ລາຍຈ່າຍ; ນຳໃຊ້ງົບປະມານ, ຊັບສິນ, ພາຫະນະກົນຈັກ ແລະ ອຸປະກອນຕ່າງໆ ຂອງເທດສະບານຕາມລະບຽບກົດໝາຍ;
18. ພິຈາລະນາ,ໃຫ້ຄຳແນະນຳ ຫຼື ແກ້ໄຂຄຳຮ້ອງ ແລະ ຄຳສະເໜີຕ່າງໆຂອງການຈັດຕັ້ງ ຫຼື ບຸກຄົນກ່ຽວ ກັບການກະທຳທີ່ບໍ່ຖືກຕ້ອງຂອງພະນັກງານ, ລັດຖະກອນ ແລະ ອົງການ ບໍລິຫານລັດໃນເທດສະບານຂອງຕົນ ຕາມລະບຽບກົດໝາຍ;
19. ລາຍງານສະພາບການຮອບດ້ານຂອງເທດສະບານໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຢ່າງ ເປັນປົກກະຕິ;
20. ພົວພັນ ແລະ ຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງແຂວງ, ນະຄອນ;
21. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມລະບຽບກົດໝາຍ.
ມາດຕາ 41. ສິດ ແລະ ໜ້າທີ່ຂອງຮອງຫົວໜ້າເທດສະບານ
ຮອງຫົວໜ້າເທດສະບານ ເປັນຜູ້ຊ່ວຍວຽກຫົວໜ້າເທດສະບານ ແລະ ຮັບຜິດຊອບວຽກງານໃດໜຶ່ງ ຕາມການ ມອບໝາຍຂອງຫົວໜ້າເທດສະບານ.
ໃນກໍລະນີຫົວໜ້າເທດສະບານບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນໃດໜຶ່ງ ຜູ້ຮອງທີ່ໄດ້ຮັບການມອບໝາຍເປັນຜູ້ວ່າການແທນ.
ມາດຕາ 42. ການແຕ່ງຕັ້ງ ແລະ ອາຍຸການຂອງຫົວໜ້າ, ຮອງຫົວໜ້າເທດສະບານ
ຫົວໜ້າເທດສະບານຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງເຈົ້າ ແຂວງ, ເຈົ້າຄອງນະຄອນ.
ຫົວໜ້າເທດສະບານມີອາຍຸການສະໄໝລະຫ້າປີ ແລະ ສາມາດດຳລົງຕຳແໜ່ງຢູ່ບ່ອນ ເກົ່າໄດ້ບໍ່ເກີນສອງສະໄໝ.
ຮອງຫົວໜ້າເທດສະບານ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍເຈົ້າແຂວງ, ເຈົ້າ ຄອງນະຄອນ ຕາມການສະເໜີຂອງຫົວໜ້າເທດສະບານ, ມີອາຍຸການຫ້າປີ ແລະ ສາມາດໄດ້ຮັບ ການແຕ່ງຕັ້ງຄືນ ໃໝ່.
ມາດຕາ 43. ລາຍຮັບຂອງເທດສະບານ
ລາຍຮັບຂອງເທດສະບານໄດ້ມາຈາກງົບປະມານຂອງລັດ, ການເກັບຄ່າບໍລິການ, ຄ່າທຳນຽມ, ອາກອນ, ການປະກອບສ່ວນຂອງປະຊາຊົນ ແລະ ລາຍຮັບອື່ນໆ ຕາມລະບຽບກົດໝາຍ.
|
ໝວດທີ IV
ກອງປະຊຸມຂອງອົງການປົກຄອງເທດສະບານ
|
ມາດຕາ 44. ກອງປະຊຸມຂອງອົງການປົກຄອງເທດສະບານ
ກອງປະຊຸມສະໄໝສາມັນຂອງອົງການປົກຄອງເທດສະບານເປີດຂຶ້ນເດືອນລະເທື່ອ ໂດຍແມ່ນຫົວໜ້າເທດສະ ບານເປັນຜູ້ຮຽກໂຮມ ແລະ ເປັນປະທານ. ຜູ້ເຂົ້າຮ່ວມກອງປະຊຸມອົງການ ປົກຄອງເທດສະບານປະກອບດ້ວຍ: ຮອງ ຫົວໜ້າເທດສະບານ, ຫົວໜ້າຫ້ອງວ່າການປົກຄອງເທດສະບານ, ຫົວໜ້າກອງວິຊາການ, ຫົວໜ້າຫ້ອງການຂອງຂະ ແໜງການສາຍຕັ້ງ ແລະ ທຽບເທົ່າ. ນອກຈາກນີ້, ຖ້າເຫັນວ່າມີຄວາມຈຳເປັນອາດຈະເຊີນຜູ້ຕາງໜ້າພາກສ່ວນອື່ນ ເຂົ້າຮ່ວມນຳກໍໄດ້.
ໃນກໍລະນີມີຄວາມຈຳເປັນ ແລະ ຮີບດ່ວນອາດຈະເປີດກອງປະຊຸມສະໄໝວິສາມັນກໍໄດ້ ຕາມການ ຕົກລົງຂອງຫົວໜ້າເທດສະບານ.
ກອງປະຊຸມແຕ່ລະຄັ້ງຕ້ອງເຮັດບົດບັນທຶກກອງປະຊຸມ ຊຶ່ງເຊັນຢັ້ງຢືນໂດຍປະທານ ກອງປະຊຸມ ແລ້ວສົ່ງໃຫ້ຜູ້ເຂົ້າຮ່ວມ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ. ໃນກໍລະນີມີການຕົກລົງ ບັນຫາສຳຄັນຕ້ອງເຮັດເປັນມະຕິຂອງກອງປະຊຸມ.
ມາດຕາ 45. ບັນຫາທີ່ຕ້ອງນຳເຂົ້າກອງປະຊຸມຂອງອົງການປົກຄອງເທດສະບານ
ບັນຫາທີ່ຕ້ອງນຳເຂົ້າພິຈາລະນາ ແລະ ຕົກລົງໃນກອງປະຊຸມຂອງອົງການປົກຄອງເທດສະບານ ມີດັ່ງນີ້:
1. ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງເທດສະບານ;
2. ແຜນງົບປະມານ ແລະ ການດັດແກ້ແຜນງົບປະມານປະຈຳປີຂອງເທດສະບານ;
3. ໂຄງການກໍ່ສ້າງ, ປັບປຸງ, ບູລະນະພື້ນຖານໂຄງລ່າງ ແລະ ການບໍລິການຂອງເທດສະບານ;
4. ການສ້າງຕັ້ງ, ຍຸບເລີກບ້ານ ແລະ ກົງຈັກຂອງອົງການປົກຄອງເທດສະບານ ເພື່ອສະເໜີຂັ້ນເທິງຕົກ ລົງ;
5. ໂຄງການລົງທຶນພາຍໃນເທດສະບານຂອງຕົນ;
6. ຮ່າງນິຕິກຳຕ່າງໆ ຂອງເທດສະບານ;
7. ບົດສະຫຼຸບການເຄື່ອນໄຫວວຽກງານການພັດທະນາ, ເສດຖະກິດ-ສັງຄົມຂອງເທດສະບານ;
8. ບົດລາຍງານປະຈຳປີ ຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນ;
9. ວຽກງານປ້ອງກັນຄວາມສະຫງົບຂອງເທດສະບານ ແລະ ວຽກງານພົວຮ່ວມມືກັບຕ່າງປະເທດ;
10. ວຽກງານນະໂຍບາຍ ແລະ ພະນັກງານ.
ນອກຈາກບັນຫາທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ ກອງປະຊຸມຂອງ ອົງການປົກຄອງເທດສະບານຈະນຳເອົາບັນຫາອື່ນທີ່ສຳຄັນ ແລະ ຈຳເປັນມາພິຈາລະນາກໍໄດ້.
|
|
|
|
| |
|
|
|
| |
| |
ຫົວຂໍ້ |
 |
| |
ເອກະສານກ່ຽວຂ້ອງ: |
 |
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້ |
|
| |
ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ: |
 |
|