www.smepdo.org       
 
Lao Eng
 

ກົດໝາຍ ແລະ ກົດລະບຽບ > ກົດໝາຍລັດຖະບານ ແລະ ການປົດຄອງທ້ອງຖີ່ນ > ກົດໝາຍການປົກຄອງທ້ອງຖີ່ນ

 
 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ


ກົດໝາຍ
ວ່າດ້ວຍການປົກຄອງທ້ອງຖິ່ນ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  

 

ພາກທີ I
ບົດບັນຍັດທົ່ວໄປ  

ມາດຕາ 1. ຈຸດປະສົງຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ
   ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນວາງອອກເພື່ອກຳນົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ, ການ ເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ; ແນ່ໃສ່ປັບປຸງ ແລະ ກໍ່ສ້າງ ອົງການປົກຄອງ ທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ ແລະ ເປັນລະບົບເອກະພາບໃນທົ່ວປະ ເທດ; ຮັບປະກັນການ ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ; ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.

ມາດຕາ 2. ການປົກຄອງທ້ອງຖິ່ນ
    ການປົກຄອງທ້ອງຖິ່ນແມ່ນການຄຸ້ມຄອງບໍລິຫານລັດ ຊຶ່ງດຳເນີນໂດຍອົງການປົກຄອງທ້ອງຖິ່ນ. ຢູ່ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນອອກເປັນ ສາມ ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນ ບ້ານ. ຂັ້ນແຂວງມີ ແຂວງ ແລະ ນະຄອນ; ໃນກໍລະນີຈຳເປັນກໍອາດສ້າງຕັ້ງເຂດພິເສດ ຂຶ້ນ; ຂັ້ນເມືອງມີ ເມືອງ ແລະ ເທດສະບານ; ຂັ້ນບ້ານມີ ບ້ານ. ລັດຖະບານມອບຄວາມຮັບຜິດຊອບໃຫ້ອົງການ ປົກຄອງທ້ອງຖິ່ນເປັນຜູ້ຄຸ້ມຄອງ ດິນແດນ, ຊັບພະຍາກອນທຳມະຊາດ ແລະ ປະຊາຊົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ ໃຫ້ມີຄວາມຈະເລີນ, ຮັ່ງມີ ແລະ ຜາສຸກ.

ມາດຕາ 3. ທີ່ຕັ້ງ ແລະ ພາລະບົດບາດລວມຂອງອົງການປົກຄອງທ້ອງຖິ່ນ
    ອົງການປົກຄອງທ້ອງຖິ່ນແມ່ນການຈັດຕັ້ງບໍລິຫານລັດຂັ້ນທ້ອງຖິ່ນ, ມີພາລະບົດບາດເປັນຕົວແທນ ແລະ ຮັບຜິດ ຊອບຕໍ່ລັດຖະບານ ໃນການຄຸ້ມຄອງບໍລິຫານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ - ສັງ ຄົມ, ການກໍ່ ສ້າງ ແລະ ນຳໃຊ້ຊັບພະຍາກອນມະນຸດ, ການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະ ຊາດ, ສິ່ງແວດລ້ອມ ແລະ ຊັບພະຍາກອນອື່ນໆ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທ້ອງຖິ່ນ ແລະ ວຽກງານການຕ່າງ ປະເທດ ຕາມການມອບໝາຍຂອງລັດຖະບານ. ອົງການປົກຄອງແຂວງແມ່ນເຈົ້າແຂວງ, ອົງການປົກຄອງນະຄອນ ແມ່ນເຈົ້າຄອງນະຄອນ, ອົງການປົກຄອງເມືອງແມ່ນເຈົ້າເມືອງ, ອົງການປົກຄອງເທດ ສະບານແມ່ນຫົວໜ້າເທດສະບານ ແລະ ອົງການປົກຄອງບ້ານແມ່ນນາຍບ້ານເປັນຫົວໜ້າ.

ມາດຕາ 4. ສິດ ແລະ ໜ້າທີ່ລວມຂອງອົງການປົກຄອງທ້ອງຖິ່ນ
   ສິດ ແລະ ໜ້າທີ່ລວມຂອງອົງການປົກຄອງທ້ອງຖິ່ນມີດັ່ງນີ້ :
     1. ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ,ມະຕິ, ຄຳສັ່ງຂອງຂັ້ນເທິງ, ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
     2. ວາງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນພື້ນຖານແຜນຍຸດທະສາດແຫ່ງຊາດ;
     3. ຄຸ້ມຄອງບໍລິຫານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຊັບພະຍາກອນແຫ່ງ ຊາດ, ສິ່ງແວດລ້ອມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
     4. ອອກມະຕິ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການກ່ຽວກັບການຄຸ້ມຄອງເສດຖະກິດ, ວັດ ທະນະທຳ-ສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບລະບຽບກົດໝາຍ;
     5. ຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຂອງອົງການຈັດຕັ້ງທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງ ຕົນ;
     6. ພົວພັນ ແລະ ຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງລັດຖະບານ;
     7. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ກົດໝາຍໄດ້ກຳນົດໄວ້.

ມາດຕາ 5. ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ
   ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ ປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕ ແລະ ຕາມການແບ່ງຂັ້ນຄຸ້ມຄອງ; ຂັ້ນບ້ານຂຶ້ນກັບຂັ້ນເມືອງ, ຂັ້ນເມືອງຂຶ້ນກັບຂັ້ນແຂວງ, ຂັ້ນແຂວງຂຶ້ນ ກັບລັດຖະບານ ໂດຍມີອົງຄະນະພັກຂັ້ນຂອງຕົນເປັນຜູ້ນຳພາ ແລະ ຮັບຜິດຊອບ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ. ອົງການປົກຄອງທ້ອງຖິ່ນມີລະບອບປະຊຸມເພື່ອປຶກສາຫາລື ແລະ ຕົກລົງບັນຫາສຳຄັນຂອງ ຕົນ.  

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
ຫົວຂໍ້
ພາກທີ I ບົດບັນຍັດທົ່ວໄປ
ພາກທີ II ອົງການປົກຄອງແຂວງ, ນະຄອນ
ພາກທີ III ອົງການປົກຄອງເມືອງ
ພາກທີ IV ອົງການປົກຄອງເທດສະ ບານ
ພາກທີ V ອົງການປົກຄອງບ້ານ
ພາກທີ VI ລະບອບວິທີເຮັດວຽກ ແລະ ການເງິນຂອງອົງການປົກຄອງ ທ້ອງຖິ່ນ
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia