www.smepdo.org       
 
Lao Eng
 
ກົດໝາຍ ແລະ ກົດລະບຽບ > ກົດໝາຍລັດຖະບານ ແລະການປົດຄອງທ້ອງຖີ່ນ > ກົດໝາຍລັດຖະບານ
 
 

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
------------

ສະພາແຫ່ງຊາດ                                          ເລກທີ 02 / ສພຊ
                                                     ວຽງຈັນ, ວັນທີ 6 ພຶດສະພາ 2003
 

ກົດໝາຍ
ວ່າດ້ວຍລັດຖະບານ
ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ


ໝວດທີ I
ບົດບັນຍັດທົ່ວໄປ


ມາດຕາ 1( ໃໝ່ ). ຈຸດປະສົງຂອງກົດໝາຍ ວ່າດ້ວຍລັດຖະບານ
    ກົດໝາຍ ວ່າດ້ວຍລັດຖະບານກຳນົດຫລັກການການຈັດຕັ້ງ, ການເຄື່ອນໄຫວ ແລະລະບອບແບບແຜນວິທີເຮັດ ວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງ ຄົມ, ການນຳໃຊ້ຊັບພະຍາກອນແຫ່ງ ຊາດ ແລະການປົກປັກຮັກສາສິ່ງແວດລ້ອມ ມີປະສິດທິພາບ, ຮັບປະກັນການປະຕິບັດລະບຽບກົດໝາຍ, ເຮັດໃຫ້ປະ ເທດຊາດຮັ່ງມີເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະຍຸຕິທຳ.

ມາດຕາ 2 ( ໃໝ່ ). ທີ່ຕັ້ງ ແລະພາລະບົດບາດຂອງລັດຖະບານ
    ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນອົງການ ບໍລິຫານແຫ່ງລັດ ຊຶ່ງຮັບ ຮອງເອົາໂດຍສະພາແຫ່ງຊາດ, ຮັບຜິດຊອບຕໍ່ສະພາແຫ່ງຊາດ ແລະປະທານປະເທດ, ມີພາລະບົດບາດຄຸ້ມຄອງ ຢ່າງເປັນເອກະພາບການປະຕິບັດໜ້າທີ່ ຂອງລັດໃນທຸກດ້ານ: ດ້ານການເມືອງ, ເສດຖະກິດ, ວັດທະນະທຳຂອງສັງ ຄົມ, ການນຳໃຊ້ຊັບພະ ຍາກອນແຫ່ງຊາດ, ການ ປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະການຕ່າງປະ ເທດ.
 
ມາດຕາ 3 ( ໃໝ່ ). ຫລັກການເຄື່ອນໄຫວຂອງລັດຖະບານ
    ລັດຖະບານເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ ຕາມຫລັກການລວມສູນ ປະຊາທິປະໄຕ ບົນພື້ນຖານ ລັດຖະທຳມະນູນ ແລະກົດໝາຍ ໂດຍມີພັກປະຊາຊົນປະ ຕິວັດລາວເປັນແກນນຳ ແລະຖືເອົາອົງການແນວລາວສ້າງ ຊາດ, ບັນດາອົງການຈັດຕັ້ງມະ ຫາຊົນ ແລະອົງການ ຈັດຕັ້ງສັງຄົມເປັນກຳລັງແຮງ, ນຳໃຊ້ວິທີການສຶກສາອົບຮົມ, ເສດ ຖະກິດ ແລະບໍລິຫານ ເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ.

ມາດຕາ 4( ໃໝ່ ). ອາຍຸການຂອງລັດຖະບານ
    ລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ. ໃນກໍລະນີທີ່ລັດ ຖະບານໝົດອາຍຸການແລ້ວ ?ຕ່ສະພາ ແຫ່ງຊາດຫາກຍັງບໍ່ທັນໄດ້ຮັບຮອງເອົາລັດຖະບານ ຊຸດໃໝ່ນັ້ນ ໃຫ້©ລັດຖະບານຊຸດເກົ່າສືບຕໍ່ດຳເນີນ ໜ້າທີ່ຂອງຕົນ ຕໍ່ໄປ.
 

 
 
ກັບຄືນ | ຕໍ່ໄປ
 
 
ເບີ່ງຫົວຂໍ້ອື່ນ

 
 
 
 
 
 
  ເອກະສານກ່ຽວຂ້ອງ:
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia