|
ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2006, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການ GTZ ແລະ ທະນາຄານພັດທະນາອາຊີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ຍຸດທະສາດພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕ່າງໜ້າອົງການ GTZ ແລະ ຜູ້ຕ່າງໜ້າຂອງທະນາຄານພັດທະນາອາຊີ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານຮອງເຈົ້າແຂວງ ຈາກແຂວງຈຳນວນໜຶ່ງ, ບັນດາຊຽ່ວຊານຈາກອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນ, ບັນດາພະນັກງານທີ່ກຽ່ວຂ້ອງຈາກພາກລັດ ແລະ ທຸລະກິດ ອ້ອມຂ້າງສູນກາງພ້ອມດ້ວຍແຂກທີ່ຖືກເຊີນ ລວມທັງໝັດ 60 ກວ່າທ່ານ. ກອງປະຊຸມຈະໄດ້ດຳເນີນ ເປັນເວລາ 1 ວັນເຄິ່ງຈຶ່ງຈະອັດລົງ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງຍຸດທະສາດພັດທະນາວິສາ ຫະກິດຂະໜາດນ້ອຍ ແລະ ກາງ ຊຶ່ງທາງຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ປະສານກັບຂະແໜງການທີ່ກຽ່ວຂ້ອງ ແລະ ອົງການໃຫ້ການຊ່ວຍເຫລືອ ໂດຍສະເພາະແມ່ນອົງການ GTZ ແລະ ທະນາຄານພັດທະນາອາຊີ ກໍ່ຄືອົງການຈັດຕັ້ງສາກົນອື່ນໆ ໄດ້ສຶກສາ ແລະ ຮ່າງຂື້ນມາ.
ໃນພິທີເປີດ ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນວ່າ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຕໍ່ພືນຖານເສດຖະກິດຂອງຊາດ ບໍ່ວ່າຈະເປັນການສ້າງວຽກເຮັດງານທຳ, ການສ້າງລາຍຮັບ ກໍ່ຄືການປະກອບສ່ວນເຂົ້າໃນລວມຍອດຜະລິດຕະ ພັນພາຍໃນ (GDP) ລັດຖະບານໄດ້ອອກດຳລັດວ່າດ້ວຍການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດ ນ້ອຍ ແລະ ກາງ ສະບັບເລກທີ 42/ນຍ, ລົງວັນທີ 20/4/2004 ຊຶ່ງໄດ້ກຳນົດ 6 ນະໂຍບາຍຫລັກຂອງລັດ ຖະບານທີ່ແນໃສ່ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີທ່ວງທ່າການຂະຫຍາຍຕົວໃໝ່ທີ່ແຂງ ແຮງ ແລະ ຕໍ່ເນື່ອງ.
ເຖິງແມ່ນວ່າລັດຖະບານມີນະໂຍບາຍ ຊຶ່ງເປັນທິດທາງໃຫ້ພວກເຮົາແລ້ວກໍ່ຕາມ ການທີ່ຈະຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງນັ້ນ ພວກເຮົາຍັງຈຳເປັນຕ້ອງມີຍຸດທະສາດ ແລະ ແຜນປະຕິບັດງານລະອຽດ ທີ່ມີຄວາມສອດຄອ່ງກັບສະພາບຕົວຈິງຂອງບ້ານເຮົາອີກ. ໃນຍຸດທະສາດດັ່ງກ່າວນີ້ ຈະຕ້ອງມີການກຳນັດບັນດາວິທີການ, ມາດຕະຖານ, ເຄື່ອງມື, ແຜນປະຕິບັດງານ ແລະ ງົບປະມານທີ່ຈຳເປັນ ໃນການຈັດຕັ້ງປະຕິບັດ ແຕ່ນີ້ຮອດປີ 2010.
ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະເປັນໂອກາດອັນດີໃຫ້ທຸກພາກສ່ວນທີ່ກຽ່ວຂ້ອງທັງພາກ ລັດ ແລະ ທຸລະກິດ ກໍ່ຄືອົງການຈັດຕັ້ງສາກົນ ໄດ້ສຶກສາ ແລະ ປະກອບຄຳຄິດເຫັນຢ່າງເລິກເຊິ່ງເຖິງຖອງ ເພື່ອໃຫ້ຮັບປະກັນໄດ້ວ່າການສ້າງຍຸດທະສາດດັ່ງກ່າວດຳເນີນໄປຖືກທິດທາງ ແລະ ບັນຫາທີ່ກຽ່ວຂ້ອງກຳລັງໄດ້ ້ຣັບການພິຈາລະນາ ແລະ ລະບຸເຂົ້າໃນຍຸດທະສາດຢ່າງຄົບຖ້ວນ. ທັງນີ້ ກໍ່ເພື່ອເຮັດໃຫ້ຍຸດທະສາດດັ່ງກ່າວມີ ຄວາມແທດເໝາະກັບເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດເຮົາ ແລະ ແກ້ໄຂໄດ້ບັນຫາຄວາມຫຍຸງ ຍາກທີ່ວິສາຫະກິດຂະໜາດນ້ອຍ ແລະ ກາງກຳລັງປະເຊີນຢູ່.
ພ້ອມດຽວກັນນີ້ ທ່ານກໍ່ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກຽ່ວຂ້ອງຈົ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການສ້າງຍຸດ ທະສາດພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຄັ້ງນີ້ໃຫ້ບັນລຸຜົນເປັນຢ່າງດີ ເນື່ອງຈາກວ່າວຽກ ງານວິສາຫະກິດຂະໜາດນ້ອຍ ແລະ ກາງ ຕິດພັນກັບຫລາຍຂະແໜງການ ຊຶ່ງຂະແໜງການເຫລົ່ານີ້ຈະມີສ່ວນ ຮ່ວມໂດຍກົງໃນການຈັດຕັ້ງປະຕິບັດຍຸດທະສາດທີ່ຈະສ້າງຂື້ນມາ ກໍຄືການຜັນຂະຫຍາຍນະໂຍບາຍຂອງລັດຖະ ບານໃນການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.
|