www.smepdo.org       
 
Lao Eng
 

 

 
 
 

  26-Dec-06
ທ່ານ ສຽວສະຫວາດ ສະແຫວງສຶກສາ ກ່າວເປີດກອງປະຊຸມ    

   
   
ຜູ້ເຂົ້າຮ່ວມກອງປະຊຸມ ຮັບຟັງການບັນຍາຍຂອງທີມງານ    
   
ຜູ້ເຂົ້າຮ່ວມກອງປະຊຸມ ປະກອບຄຳເຫັນ ຕໍ່ກັບເນື້ອໃນບົດລາຍງານ    
 
ຫາລືກະກຽມສ້າງບັນຊີ ປະເພດທຸລະກິດຄວບຄຸມ

ຂໍ້ມູນຈາກ ຫ້ອງການ ຫສວ - 27 ທັນວາ 2006

         ກອງປະຊຸມປຶກສາຫາລື ເພື່ອກະກຽມສ້າງບນຊີປະເພດທຸລະກິດຄວມຄຸມ ພາຍໃຕ້ກົດໝາຍວ່າດ້ວຍ ວິສາ ຫະກິດສະບັບໃຫມ່ ໄດ້ຈັດຂື້ນໃນວັນທີ 26 ທັນວາ 2006 ນີ້ ທີ່ ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ມີຊ່ຽວຊານສາກົນ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດການຄ້າ, ຫົວໜ້າຫ້ອງການສົ່ງເສີມ ແລະ ພັດ ທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ; ຫ້ອງການ Mekong Private Sector Development Faculty (IFC-MPDF); ຜູ້ຕາງໜ້າກົມ ຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
         ຈຸດປະສົງຫລັກຂອງ ກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃນແຕ່ລະຂະແໜງການ ຕໍ່ເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍທຸລະກິດ; ປຶກສາຫາລືກ່ຽວກັບມາດຕະຖານ ແລະ ເງື່ອນໄຂຂອງທຸລະກິດທີ່ຈະ ຈັດເຂົ້າໃນບັນຊີປະເພດທຸະກິດຄວບຄຸມ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ກົນໄກສຳລັບການປະສານງານໃນ ການສ້າງບັນຊີປະເພດທຸລະກິດຄວບຄຸມ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia