www.smepdo.org       
 
Lao Eng
 

ຂ່າວໄໝ່

 
 
 
Mr Somdy INMYXAI
  21-April-2006
ທ່ານ ສົມດີ ອິນມີໄຊ ລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງການສ້າງຕັ້ງຫ້ອງການ
Invited Guests
   
ບັນດາແຂກ ເຂົ້າຮ່ວມພິທີ    
SMEPDO Opening Ceremony    
SMEPDO Opening Ceremony    
SMEPDO Opening Ceremony    
ທ່ານ ອ່ອນ ເນື້ອພົມມະຈັນ ໄດ້ຮ່ວມກັບ ທ່ານ ນາງ Esther Weiss ຕັດແຂບຜ້າເປີດປ້າຍຫ້ອງການ
 
ພິທີເປີດ ຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງເປັນທາງການ


ພິທີເປີດຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫສວ) ຢ່າງເປັນທາງການໄດ້ຈັດຂຶ້ນ ໃນເວລາ 16:00 ໂມງ ຂອງວັນທີ 7 ເມສາ 2006 ທີ່ຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະ ກຳ ແລະ ຫັດຖະກຳ. ເປັນກຽດເຂົ້າຮ່ວມໃນພິທີ ດັ່ງກ່າວມີທ່ານ ອ່ອນເນື້ອ ພົມມະຈັນ ລັດຖະມົນຕີວ່າການ ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະນະກຳມະການສົ່ງເສີມ ແລະ ພັດທະນາ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ທ່ານ ນາງ Esther Weiss ອຸປະທູດຊົ່ວຄາວ ແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ ປະຈຳ ສປປລາວ ພ້ອມດ້ວຍບັນດາທ່ານ ໃນຄະນະກຳມະການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ບັນດາແຂກຈາກອົງການຈັດຕັ້ງຂອງລັດອ້ອມຂ້າງ ສູນກາງ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດຕ່າງໆ ເຂົ້າຮ່ວມຫຼາຍກ່ວາ 80 ທ່ານ.

ໃນພິທີ ທ່ານ ສົມດີ ອິນມີໄຊ, ຫົວໜ້າຫ້ອງການສົ່ງເສີມພັດທະນາວິສາຫະກິດຂະາດ ນ້ອຍ ແລະ ກາງໄດ້ ລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງການສ້າງຕັ້ງຫ້ອງການສົ່ງ ເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະແມ່ນການສ້ອມແປງ ປັບປຸງອາຄານຫ້ອງການ ຊຶ່ງ ໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນຈາກລັດຖະບານ ສາທາລະນະລັດສະຫະພັນເຢຍລະມັນ.

ຫຼັງຈາກນັ້ນ ທ່ານ ອ່ອນເນື້ອ ພົມມະຈັນ, ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະນະກຳມະການສົ່ງເສີມແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມີຄຳເຫັນຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງວິສາຫະ ກິດຂະໜາດນ້ອຍ ແລະ ກາງ ຕໍ່ພື້ນ ຖານເສດຖະກິດຂອງຊາດ ແລະ ຄວາມພະຍາຍາມຂອງ ລັດຖະບານໃນການຊຸກຍູ້ສົ່ງເສີມ ວິສາຫະກິດ ເຫຼົ່ານັ້ນ. ພ້ອມດຽວກັນ ທ່ານໄດ້ ສະແດງຄວາມຂອບ ໃຈຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງ ສາກົນທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອວຽກງານວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປລາວ ມາໂດຍຕະຫຼອດ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ການຮ່ວມ ມື ແລະ ສຸມຄວາມສາມາດເຂົ້າ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງລັດຖະບານໃນການ ສົ່ງເສີມ ແລະ ພັດທະນາວິສາ ຫະກິດຂະໜາດນ້ອຍ ແລະ ກາງໃຫ້ເກີດດອກອອກຜົນ.

ໃນພິທີອັນສະຫງ່າລາສີ ທ່ານ ອ່ອນເນື້ອ ພົມມະຈັນ, ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະນະກຳມະການສົ່ງເສີມແລະ ພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ກາງ ໄດ້ຮ່ວມກັບທ່ານ ນາງ Esther Weiss ອຸປະທູດຊົ່ວຄາວ ແຫ່ງສາທາລະນະລັດສະຫະພັນເຢຍລະ ມັນ ປະຈຳ ສປປລາວ ຕັດແຂບຜ້າເປີດປ້າຍຫ້ອງ ການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດ ນ້ອຍ ແລະ ກາງຢ່າງເປັນທາງການ. ຫຼັງຈາກນັ້ນແຂກຜູ້ມີກຽດໄດ້ເຂົ້າຢ້ຽມຊົມຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ເຂົ້າຮ່ວມຮັບປະທານອາຫານຄຳທີ່ໂຮງແຮມ ດອນຈັນ ພາເລດ.

 
 
ເບີ່ງຫົວຂໍ້ອື່ນ

 
   
  ເອກະສານກ່ຽວຂ້ອງ
    ບໍ່ທັນມີ
ເອກະສານກ່ຽວຂ້ອງສ່ວນຫຼາ
ຍເປັນໄຟລ໌ປະເພດ Acrobat Reader ສະນັ້ນທ່ານຕ້ອງມີໂປຣ
ແກຣມ Acrobat Reader ຈຶ່ງສາມາດອ່ານໄຟລ໌ປະເພດນີ້ໄດ້.
ຖ້າທ່ານຕ້ອງການ ດາວໂລດ Acro
bat Reader ກະລຸນນາກົດບ່ອນນີ້
  ຈຸດເຊື່ອມຕໍ່ທີ່ກ່ຽວຂ້ອງ:
    ບໍ່ທັນມີ
   
ໜ້າທຳອິດ | ກ່ຽວກັບ SMEPDO | ຂ່າວໄໝ່ | ເຊື່ອມຕໍ່ | ສາລະບານ | ຊອກຫາ | ຕິດຕໍ່ຫາເຮົາ
cyberia
cyberia