|
ກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາພາກທຸລະກິດເອກະຊົນ/ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ພາຍໃຕ້ໂຄງການ ADB TA 4526-LAO: ການກະກຽມແຜນງານພັດທະນາພາກທຸລະກິດເອກະຊົນ ໄດ້ຈັດຂື້ນ ໃນເວລາ 9:00 ໂມງ ຂອງວັນທີ 25 ພຶດສະພາ 2006 ທີ່ໂຮງແຮມ ລາວ ພະລາຊ່າ ໂດຍຫ້ອງການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫສວ), ກະຊວງ ອຸດສາຫະກຳ ແລະ ຫັດຖະກຳ ຮ່ວມກັບທະນາຄານພັດທະນາອາຊີ.
ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານພິທີເປີດຈາກ ທ່ານ ອ່ອນເນື້ອ ພົມມະຈັນ ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ຫັດຖະກຳ, ປະທານຄະນະກຳມະການສົ່ງ ເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຄສວ), ໂດຍມີພະນັກງານ ຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການດັ່ງ ກ່າວເຂົ້າຮ່ວມ 30 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືເນື້ອໃນບົດລາຍງານໄລຍະກາງ ສະບັບທີ 2 ຂອງໂຄງການ ໂດຍສະເພາະແມ່ນເນື້ອໃນແຜນງານ ຫຼືທີ່ເອີ້ນວ່າ ຕາຕະລາງ ເງື່ອນໄຂ ທີ່ກວມເອົາ 4 ຂົງເຂດວຽກງານຕົ້ນຕໍ ຄື:
ການສ້າງຍຸດທະສາດການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການສະໜອງຂໍ້ມູນຂ່າວສານ;
ການປັບປຸງລະບົບການຂື້ນທະບຽນວິສາຫະກິດ ແລະ ການອອກໃບອະນຸຍາດ;
ການສ້າງສະພາບແວດລ້ອມເນື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ;
ການປັບປຸງການເຂົ້າຫາແຫລ່ງທຶນ.
ທີ່ປະຊຸມໄດ້ປຶກສາຫາລືຄວາມເປັນໄປໄດ້ຂອງການຈັດຕັ້ງປະຕິບັດແຜນງານ ກໍ່ຄືຕາ ຕະລາງເງື່ອນໄຂ ທີ່ນຳສະເໜີໂດຍທິມງານທີ່ປຶກສາທະນາຄານພັດທະນາອາຊີ ແລະ ກໍ່ໄດ້ ເຫັນດີເປັນເອກະພາບໃນເບື້ອງຕົ້ນ ຕໍ່ແຜນງານດັ່ງກ່າວ.
ສະນັ້ນ ຕໍ່ຈາກນີ້ໄປ ທິມງານທີ່ປຶກສາທະນາຄານພັດທະນາອາຊີ ຈະໄດ້ຮ່ວມກັບພາກ ສ່ວນທີ່ກ່ຽວຂ້ອງ ສ້າງບົດລາຍງານສະບັບສຸດທ້າຍຂອງໂຄງການ ແລະ ກຳນົດລະອຽດ ກ່ຽວ ກັບຕາຕະລາງເງື່ອນໄຂ ຫຼື ແຜນງານພັດທະນາພາກທຸລະກິດເອກະຊົນ/ວິສາ ຫະກິດຂະໜາດນ້ອຍ ແລະ ກາງ ສຳລັບ 3 ປີຕໍ່ໜ້າ ຊຶ່ງຄາດວ່າຈະສຳເລັດພາຍໃນກາງ ເດືອນ 6/2006 ເພື່ອນຳສະເໜີ ລັດຖະບານພິຈາລະນາ.
|